Breaking News

Kuanjai Life Stlye

ຊົມເຊີຍ! ນັກສຶກສາລາວ 90 ກວ່າຄົນ ໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດເຊຍ

ວ້າວວວ!!! ຕ້ອງຕົບມືຊົມເຊີຍນັກສຶກສາລາວ ຈໍານວນ 93 ຄົນ ທີ່ໄດ້ຮັບທຶນຈາກລັດຖະບານ ລັດເຊຍ ເພື່ອໄປສຶກສາຕໍ່ໃນຫລາຍຂະແໜງວິຊາເຊັ່ນ: ເຕັກໂນໂລຊີ-ຂ່າວ ສານ, ຄົມມະນາຄົມ ແລະ ຂົນສົ່ງ, ພະນັກງານໄຟຟ້ານໍ້າຕົກ, ການແພດ, ກະສີກໍາ-ປ່າ ໄມ້, ການພົວພັນສາກົນ, ເສດຖະກິດໂລກ, ຄຸ້ມຄອງລັດ, ທະນາຄານການເງິນ, ບໍລິຫານ -ການທ່ອງທ່ຽວ, ບໍລິຫານການສຶກ ສາ ແລະ ອື່ນໆ. ພິເສດຍັງມີຂະແໜງການລົດໄຟ ຕື່ມອີກ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ຕຸລາ 2018ນີ້ທີ່ສະ ຖານທູດລັດເຊຍ ປະຈໍາ ສປປ ລາວ. ໂດຍມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີທ່ານເອກອັກຄະລັດຖະທູດລັດເຊຍ, ພ້ອມດ້ວຍຜູ້ປົກຄອງ-ນັກສຶກສາ ເຂົ້າຮ່ວມ. ທີ່ມາ: ປະເທດລາວ …

Read More »

5 ສະຖານທີ່ທ່ອງທ່ຽວ! ທີ່ໜ້າໄປທີ່ສຸດ… ຊ່ວງ High Season (ຕຸລາ-ເມສາ)

ຜ່ານໄປແປ໋ບດຽວກໍຈະໝົດປີອີກແລ້ວສາວໆ! ເວລາຜ່ານໄປໄວໆເນາະ ແລະ ຊ່ວງເວລາທ້າຍປີແບບນີ້ ຫຼາຍຄົນກໍມີແຜນໄປທ່ອງທ່ຽວອີກແລ້ວແມ່ນບໍ່? ອາດຈະທ່ອງທ່ຽວຢູ່ໃນ ຫຼື ຕ່າງປະເທດ! ສ່ວນໃຜທີ່ຢາກຈະໄປທ່ອງທ່ຽວຕ່າງປະເທດ ຂວັນໃຈ ກໍຢາກຈະມີສ່ວນຮ່ວມດ້ວຍການແນະນໍາ 5 ປະເທດ ທີ່ເໝາະສົມກັບໄລຍະທ້າຍປີ-ຕົ້ນປີ ມາໃຫ້ເບິ່ງກັນນໍາ… 1. Kyoto ປະເທດຍີ່ປຸ່ນ (ເດືອນ ຕຸລາ-ທັນວາ) “ກຽວໂຕ” ເປັນເມືອງທີ່ມີສະຖານທີ່ເກົ່າແກ່ທີ່ງົດງາມຢູ່ຫຼາຍແຫ່ງ, ຈຶ່ງເຮັດໃຫ້ກຽວໂຕມີສະຖາປັດຕະຍະກໍາທີ່ງົດງາມ ແລະ ມີຄວາມເປັນຍີ່ປຸ່ນຫຼາຍທີ່ສຸດ ແລະ ຖ້າຍິ່ງເປັນລະດູໃບໄມ້ປ່ຽນສີ ຫຼືໃບໄມ້ແດງແລ້ວ ກໍຈະມີຄວາມງົດງາມເປັນພິເສດ, ມີສະຖານທີ່ທ່ອງທ່ຽວທີ່ສາມາດເບິ່ງໃບໄມ້ປ່ຽນສີໄດ້ຫຼາກຫຼາຍສະຖານທີ່, ທົ່ວເມືອງຈະຖືກຍ້ອມດ້ວຍໃບໄມ້ສີແດງ, ສົ້ມ, ເຫຼືອງ… ເຊິ່ງສະຖານທີ່ທ່ອງທ່ຽວຫຼັກກໍຈະແມ່ນ ອາຣາຊິຍາມ່າ, ວັດຄິໂຍມິສຶ, ພູເຂົາທາຄາໂອະ ແລະອື່ນໆ. 2. Hokkaido ປະເທດຍີ່ປຸ່ນ (ເດືອນ ທັນວາ-ກຸມພາ) ຫຼາຍໆຄົນຄົງຮູ້ຈັກ “ຮ໋ອກໄກໂດ” ເປັນຢ່າງດີ ເນື່ອງຈາກວ່າເປັນສະຖານທີ່ຖ່າຍທໍາຫຼັກ ຂອງຮູບເງົາເລື່ອງ “ແຟນເດ” ຮ໋ອກໄກໂດ …

Read More »

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ ຮູບລັກພາຍນອກໃໝ່ທັນສະໄໝ ນິດສັນເອັກສເທວ 2018 ນໍາເຂົ້າຈາກຍີ່ປຸ່ນ ແມ່ນມີຮູບຮ່າງທີ່ງາມ ແລະ ເບິ່ງທັນສະໄໝກວ່າ ດ້ວຍໄຟLEDເດທາມ ຣັນນີ້ງໄຣ ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດຂອງທ່ານສາມາດຖືກເບິ່ງເຫັນໄດ້ດີຂຶ້ນ ຈາກຍານພາຫະນະອື່ນໆ ຫລື ຄົນຍ່າງຂ້າງທາງ ກາງເວັນ ແລະ ເວລາມີໝອກ. ໄຟແອວອີດີ ຮູບຊົງສັນຍາລັກບູມເບີແລງຍັງສະທ້ອນໃຫ້ເຫັນໄຟດ້ານຫລັງ ເຊິ່ງຈະເຮັດໃຫ້ຍານພາຫະນະມີຮູບຊົງ ແລະ ຄວາມຮູ້ສຶກທີ່ສົມບູນແບບ. ເສົາອາກາດຄີບປາສະຫລາມ ແລະ ກັນຊົນທ້າຍດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ແລະ ໄຟສະທ້ອນ ຍັງຈະຊ່ວຍເພີ່ມຮູບລັກອັນທັນສະໄໝ ເບິ່ງສະຫງ່າງາມ. ກວ້າງຂວາງ &ວາງໃຈໄດ້ ປະຕູຫລັງເປີດກວ້າງ (77 ອົງສາ) ຂອງນິດສັນເອັກສເທວ ຈະເຮັດໃຫ້ການເຂົ້າອອກ ທີ່ນັ່ງຜູ້ໂດຍສານດ້ານຫລັງໄດ້ງ່າຍຂຶ້ນ. ສໍາລັບຄອບຄົວຂະໜາດໃຫຍ່, ລະບົບທີ່ນັ່ງແບບ EZ Flex ນະວັດຕະກໍາໃໝ່ (ທີ່ນັ່ງ …

Read More »

ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ  ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.

ຫຼັງຈາກທີ່ມີການປ່ອຍຮູບພາບສະເກັດຂອງການອອກແບບ ຊຸດປະຈຳຊາດ ຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss Grand International 2018 ທີ່ຈະຈັດຂຶ້ນທີ່ ປະເທດ ມຽນມ້າ ໃນວັນທີ 25.10.2018. ຫຼ້າສຸດກໍມີການປ່ອຍຮູບພາບທີ່ແຟນໆລໍຖ້າເບິ່ງເປັນທີ່ຮຽບຮ້ອຍ ເຊິ່ງເປັນຮູບທີ່ ນ້ອງ ມາລີ ນົບພະລັດ Miss Grand Laos 2018 ຂອງເຮົາໄດ້ສວມໃສ່ຊຸດປະຈຳຊາດ ເຊິ່ງຊດດັ່ງກ່າວມີຊື່ວ່າ: “ຊຸດນາງສັງຂານລາວ “ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ. ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ. ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ …

Read More »

ຟ່ານ ປິງປິງ ອອກມາໂພສຈົດໝາຍບອກປະເທດຊາດ ສັງຄົມ ແລະ ແຟນໆຈາກກົ້ນບຶ້ງຫົວໃຈແບບນີ້…

ຫຼັງຈາກທີ່ສຳນັກຂ່າວຈີນ ຊິນຫວາ ອອກຂ່າວຕັດສິນໂທດ ຊຸບເປີສະຕາ ຟ່ານ ປິງປິງ ເປັນເງິນເຖິງ 892 ລ້ານຢວນ ໃນຖານຄວາມຜິດທີ່ຫຼົບລ່ຽງພາສີ ແລະ ຄວາມຜິດອື່ນໆ. ດັ່ງທີ່ທຸກໆຄົນອາດຈະໄດ້ຕິດຕາມຂ່າວກັນມາແດ່ແລ້ວວ່າ ຟ່ານ ປິງປິງ ໄດ້ຫາຍຕົວໄປເປັນເດືອນໆ ທ່າມກາງຂ່າວລືທີ່ວ່າຖືກກັກໂຕສອບຂໍ້ຫາໂກງພາສີ ແລະ ໃນຊ່ວງບ່າຍ ຂອງວັນທີ 3 ຕຸລາ 2018 ຟ່ານ ປິງປິງ ກໍ່ໄດ້ໂພສຈົດໝາຍເພື່ອ “ຂໍໂທດ”  ໃນ ເວປົ໋ວ. (ເວປົ໋ວ ເປັນສື່ໂຊຊ່ຽວມີເດຍຂອງ ສປ ຈີນ ຄ້າຍກັບທະວິດເຕີ້) ໃນຈົດໝາຍຂອງ ຟ່ານ ປິງປິງ ມີເນື້ອຫາດັ່ງນີ້: “ຂ້ອຍໄດ້ພົບກັບຄວາມເຈັບປວດຢ່າງບໍ່ເຄີບພົບເຈິມາກ່ອນໃນຊີວິດ ຊ່ວງທີ່ຜ່ານມາໄດ້ຄິດທົບທວນກັບສິ່ງທີ່ຕົວເອງໄດ້ເຮັດລົງໄປແລ້ວຮູ້ສຶກລະອາຍໃຈ ແລະ ຢາກຂໍໂທດທຸກໆຄົນຢ່າງຈິງໃຈແທ້ໆ” “ຫຼາຍປີມານີ້ ຂ້ອຍບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງປະເທດຊາດ ສັງຄົມ ເອົາແຕ່ຜົນປະໂຫຍດຂອງຕົວເອງເປັນຫຼັກ ໂດຍໃຊ້ເລ່ອຸບາຍແບ່ງແຍກສັຍຍາຄ່າຈ້າງລາຍໄດ້ ເພື່ອຫຼີກລ່ຽງພາສີ ຊ່ວງທີ່ຜ່ານມາເຈົ້າໜ້າທີ່ສັນພາກອນໄດ້ກວດສອບຂ້ອຍ ແລະ …

Read More »