ສະແດງຄວມຍິນດີ! ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ Miss Planet Laos 2018 ເຊິ່ງຈະໄດ້ເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ. ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ຈະໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International ຈະມີຂຶ້ນໃນຕົ້ນປີໜ້າ ວັນທີ 23 ກຸມພາ 2019. ເປັນແນວໃດ ສາວ ມີ່ມີ່ ວິລະພອນ ງົດງາມ ເໝາະສົມ Miss Planet Laos 2018 ກັນແດ່ບໍ່?, ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. ຮູບພາບ: fb/Mimie Vilaphone
Read More »Kuanjai Life Stlye
5 ເຄັດລັບ! ວິທີທ່ອງທ່ຽວ ປະເທດ ຍີ່ປຸ່ນ ໃນງົບທີ່ກໍານົດເອງໄດ້!
ເວົ້າເຖິງ ປະເທດຍີ່ປຸ່ນ ແນ່ນອນວ່າສາວໆຫຼາຍຄົນຄົງຈະພໍຈິນຕະນາການອອກວ່າງົດງາມ ແລະ ໜ້າທ່ຽວຊົມຂະໜາດໃດ! ເພາະເປັນປະເທດທີ່ຫຼາຍໆຄົນໄຟ່ຝັນຢາກໄປທີ່ສຸດ ແຕ່ກໍມີຄົນຈໍານວນຫຼາຍທີ່ກັງວົນເລື່ອງຄ່າໃຊ້ຈ່າຍທີ່ຄ້ອນຂ້າງຈະສູງນັ້ນເອງ. ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບ! ໃນການທ່ອງທ່ຽວຍີ່ປຸ່ນດ້ວຍງົບທີ່ເຮົາກໍານົດເອງຄື ບໍ່ໃຫ້ກາຍ 3 ລ້ານກີບ… ຢາກຮູ້ວ່າເຮັດໄດ້ແນວໃດ? ນໍາມາເບິ່ງນໍາກັນ!!! 1. ວາງແຜນລ່ວງໜ້າແບບຂ້າມປີ ບາງເທື່ອຖ້າຕ້ອງການລາຄາຖືກແທ້ໆ ປັດໃຈຫຼັກຄືປີ້ຍົນນັ້ນເອງ ເຮົາຈະເຮັດແນວໃດໃຫ້ໄດ້ປີ້ລາຄາຖືກ? ແນ່ນອນວ່າຫຼາຍໆບໍລິສັດຂາຍປີ້ຍົນຈະມີໂປຣໂມຊັ່ນແຕ່ລະໄລຍະ ແລະ ຍິ່ງໄປກວ່ານັ້ນຖ້າຈອງລ່ວງໜ້າຍິ່ງດົນກໍຈະຍິ່ງໄດ້ລາຄາທີ່ຖືກລົງ. ອັນນີ້ຂໍແນະນໍາວ່າໃຫ້ຕິດຕາມ ຕິດດາວເພຈຂາຍປີ້ຍົນໄວ້ເລີຍ ເພື່ອຕິດຕາມໂປຣໂມຊັ່ນ ຖ້າເຫັນວ່າເໝາະສົມກໍຊື້ໄວ້ລ່ວງໜ້າເລີຍ ເພາະແນວໃດເຮົາກໍຈະໄປຢູ່ແລ້ວ. 2. ກິນອາຫານແບບນັກສຶກສາ ຍີ່ປຸ່ນຖືວ່າເປັນປະເທດທີ່ມີອາຫານຫຼາກຫຼາຍ ແລະ ມີແຫຼ່ງລາຄາຖືກຫຼາຍບ່ອນ ເຮົາສາມາດເຂົ້າໄປກິນອາຫານແບບ ໂຍຊິໂນຍະ, ສຸກິຍະ ຫຼື ເທນຍະ ທີ່ອີ່ມດ້ວຍລາຄາບໍ່ເກີນ 30.000 ກີບໄດ້. ຫຼືຮ້ານຕາມມະຫາວິທະຍາໄລ ຫຼືເຂດວິທະຍາໄລລາຄາກໍບໍ່ເກີນ 50.000 ກີບ. ສ່ວນອີກວິທີໜຶ່ງຄື ຊື້ອາຫານຕາມຊຸບເປີ່ມາເກັດໃນຕອນກາງຄືນ ເພາະຈະໄດ້ລາຄາທີ່ຫຼຸດແບບບໍ່ໜ້າເຊື່ອ ແຕ່ຄຸນນະພາບຍັງຄືເກົ່າ. 3. …
Read More »ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.
ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້. ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ…. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss International Laos 2018 ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/B’Bie Piyamarth
Read More »ສະແດງຄວາມຍິນດີ! ບໍ່ທຳມະດາ…ຊຸດປະຈຳຊາດລາວຕິດ Top12 (ແຊຣໄປໃຫ້ໂລກຮູ້)
ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ 12 ປະເທດ ໂດຍເປັນການຄັດເລືອກຈາກຜົນໂຫວດຈາກຜູ້ຄົນທົ່ວໂລກ ແລະ ໜຶ່ງໃນນັ້ນກໍມີ ຊຸດປະຈຳຊາດຂອງປະເທດລາວ ທີ່ມີຊື່ວ່າ “ຊຸດນາງສັງຂານລາວ” ຕິດ Top12 ໃນເທື່ອນີ້ອີກດ້ວຍ (ສະແດງຄວາມຍິນດີ) ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ ເຊິ່ງປະເທດທີ່ເຂົ້າຮອບມີດັ່ງນີ້: 1. Miss Grand Cambodia 2. Miss Grand Vietnam 3. Miss Grand Indonesia 4. Miss Grand Mexico 5. Miss Grand Paraguay 6. Miss Grand Costa Rica 7. Miss Grand …
Read More »ໃກ້ອອກພັນສາແລ້ວ! ງາມຫຼາຍ…ຄົນບັນເທິງໃນລຸກສາວລາວແດນຈຳປາ ຮ່ວມສືບສານປະເພນີລາວ!!!
ເຫັນຜ່ານຕາແລ້ວມັນອົດໃຈບໍ່ໄດ້!!! ໃກ້ອອກພັນສາແລ້ວຍິ່ງມີຮູບພາບຈາກບັນດາສາວງາມຄົນບັນເທິງ ເຊິ່ງຂໍບອກເລີຍວ່າງາມຫຼາຍໆ…ມາໃນລຸກ “ສາວລາວແດນຈຳປາ” ທີ່ຈະມາເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ຮ່ວມສືບສານປະເພນີລາວໃນຊ່ວງບຸນອອກພັນສາ ປະຈຳປີ 2018. ມີຮູບພາບບັນດາສາວໆຄົນບັນເທິງມາຝາກ… ໂອ້ຍ!!! ຍິ່ງເບິ່ງໄປ ຍິ່ງງົດງາມ ອ່ອນຊ້ອຍ ອ່ອນຫວານ ໜ້າເອກອ້າງໃຫ້ຄົນທົ່ວໂລກໄດ້ຮູ້ວ່ານີ້ຄື ແມ່ຍິງລາວຍຸກໃໝ່ ເປັນສາວລາວແດນຈຳປາ ທີ່ຍັງບໍ່ລືມປະເພນີອັນດີງາມທີ່ມີມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ ຮູບພາບ: Lee Una
Read More »