Breaking News

Kuanjai Life Stlye

ພາດບໍ່ໄດ້! ຂໍແນະນຳງານດີໆແກ່ຜູ້ປະກອບການລາວ “Hong Kong October Show 2018”

ຢາກລວຍ ຢາກເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການທີ່ຢາກຂະຫຍາຍທຸລະກິດ ແຕ່ຍັງບໍ່ມີຊ່ອງທາງ ໂອກາດດີໆສຳລັບຜູ້ປະກອບການມາຮອດແລ້ວໂດຍສະເພາະຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ຜະລິດສິນຄ້າລາວ (Handmade), ຂໍແນະນຳງານດີໆທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2018 ນີ້ ກັບງານວາງສະແດງ 7 ກຸ່ມປະເພດສິນຄ້າ Hong Kong October Show 2018 ຈະຈັດຂຶ້ນຢູ່ທີ່ ຮົງກົງ ໃນ ເດືອນຕຸລາ ທີ່ຈະມາເຖິງນີ້…. ຈັດໂດຍ ບໍລິສັດ ຄອມເອເຊຍ (COMASIA LIMITED) ທີ່ບໍລິສັດຈັດງານສະແດງສິນຄ້າຂອງຮົງກົງ, ເບີລິນ, ປາຣີສ ແລະ ໄທ ເພື່ອຜູ້ຊື້ຈາກຕ່າງຊາດສາມາດເຂົ້າເຖິງຜູ້ຈັດຈຳໜ່າຍໄດ້ງ່າຍຂຶ້ນ. ງານຖະແຫຼ່ງຂ່າວກ່ຽວກັບການຈັດງານ ແລະ ເຊີນຊວນຜູ້ປະກອບການລາວ, ໄດ້ຈັດຂຶ້ນ ວັນທີ 28 ສິງຫາ 2018, ຢູ່ທີ່ໂຕະລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ອາຈິນເວດ ວົງທອງ …

Read More »

7 ພຶດຕິກໍາທີ່ເຂົ້າຂ່າຍ “ການລວນລາມທາງເພດ” (Sexual Harassment)

ເມື່ອເວົ້າເຖິງຄຳວ່າ “ການລວນລາມທາງເພດ (Sexual Harassment) ທີ່ໝາຍເຖິງ ການກະທໍາທາງເພດ ອັນບໍ່ເປັນທີ່ຕ້ອງການ ສ້າງຄວາມເດືອດຮ້ອນ ອຶດອັດໃຈ ແລະກະທົບຕໍ່ກຽດສັກສີຂອງອີກຝ່າຍໜຶ່ງ” ເປັນພຶດຕິກໍາທີ່ຄົນສ່ວນຫຼາຍມັກຈະເຂົ້າໃຈວ່າເປັນພຽງແຕ່ການທີ່ ຜູ້ຊາຍຈັບບາຍ ຮ່າງກາຍແມ່ຍິງ ອັນເຮັດໃຫ້ແມ່ຍິງຜູ້ນັ້ນອັບອາຍ ຫຼືບໍ່ພໍໃຈ ເຊິ່ງຄວາມເຂົ້າໃຈແບບນີ້ ເປັນຄວາມໝາຍບາງສ່ວນຂອງຄຳວ່າ ການລວນລາມທາງເພດ ເທົ່ານັ້ນ ເພາະໃນຕ່າງປະເທດ ພຶດຕິກຳທີ່ຖືວ່າເຂົ້າຂ່າຍການລວນລາມທາງເພດນັ້ນ ແມ່ນກວ້າງ ແລະລະອຽດອ່ອນກວ່າພຽງພຶດຕິກຳທີ່ປະຈັກຕາ ແຕ່ມັນຍັງລວມເອົາ ບັນດາພຶດຕິກຳ ທີ່ສໍ່ໄປທາງເພດອື່ນໆ ທີ່ອາດບໍ່ທັນໄດ້ຈັບບາຍຮອດຮ່າງກາຍແມ່ຍິງຊ້ຳ ແຕ່ກໍເຮັດໃຫ້ແມ່ຍິງຮູ້ສຶກບໍ່ມັກ ອັບອາຍ ອຶດອັດ ສ້າງຄວາມເດືອນຮ້ອນ ແລະກະທົບຕໍ່ກຽດສັກສີ ແມ່ຍິງກໍສາມາດໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອເອົາຜິດຕໍ່ຜູ້ກະທຳໄດ້ .. ງົງແມ່ນບໍ່? ທີ່ຈິງແລ້ວ ການລວມລາມທາເພດ ສາມາດເກີດຂຶ້ນໄດ້ທຸກໆສະຖານທີ່ ບໍ່ວ່າຈະເປັນ ເຮືອນ, ຊຸມຊົນ, ໂຮງຮຽນ, ບ່ອນເຮັດວຽກ ຫຼືບ່ອນສາທາລະນະຕ່າງໆ ຜູ້ກະທຳອາດເປັນຄົນແປກໜ້າ,​ ຄົນຮູ້ຈັກ ຫຼືຄົນໃນຄອບຄົວຂອງແມ່ຍິງເອງກໍໄດ້ ອີງຕາມບົດຄົ້ນຄວ້າຈາກຫຼາຍໆປະເທດ ກ່າວວ່າ …

Read More »

ໂອ້ວ້າວ…ເຜັດໆໆໆເວີ້! ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ໂຊເຊັກຊີ່ທະເລເດືອດ!!!

ໂອ້ວ້າວ ເຜັດໆໆໆເວີ້!!! ດຽວກ່ອນຢ່າຟ້າວເຂົ້າໃຈຜິດວ່າແມ່ນອາກາດຮ້ອນເດີ້ແຟນໆ ທີ່ວ່າ ເຜັດໆໆ ຮ້ອນແຮງ ນີ້ ຊະນີIndy ໝາຍເຖິງ ສາວ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos 2017 , ທີ່ຫຼ້າສຸດ ເຮັດທະເລແຖບ Australia  ເດືອດ… ແບບວ່າຟົດບົບໆປານນໍ້າຕົ້ມພຸ້ນລະແຟນໆ ເລື່ອງຂອງເລື່ອງກໍ່ຄືວ່າ ນາງຈັດ Bikini ສີແດງສົດໃສ  ໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ເບິ່ງແລ້ວເພີນຕາດີ ເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… (ເສີຍຜົມຄ່ອຍໆ) (ມຸມເຜີ) (ປາດດດດ!!! ບໍ່ຢາກລະສາຍຕາເລີຍມຸມນີ້) (ລວມໆແລ້ວເປະເວີ້ທຸກອົງສາ…ຍອມແລ້ວວວວ) ວູ້ໆໆໆ…ຊ່າງມາເຊັກຊີ່ ເຮັດເອົາທະເລເດືອດກັນເລີຍ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງນາງສຸດໆ, ແບບນີ້ ຊະນີIndy ຈັດໃຫ້ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!! ຮູບພາບຈາກ: IG/onlymiimiiee

Read More »

ສູ້ເດີ້! ເປັນກຳລັງໃຈໃຫ້ນັກກິລາລາວ ກຽມຊິງຫລຽນຄຳພົບເຈົ້າພາບ (ເຖິງຈະເຈັບປານໃດກໍ່ຂໍສູ້ເພື່ອຊາດ)

“ເຈັບປານໃດກໍ່ຈະສູ້ເພື່ອຊາດ”  ນ້ອງ ນໍ້າ ອ້ອຍ ນັກກິລາປັນຈັກສີລັດ (Pencak Silat) ທີມຊາດລາວ ຈາກການລາຍງານໄດ້ຮັບບາດເຈັບ ຫຼັງຈາກຈົບການແຂ່ງຂັນເອົາຊະນະນັກກິລາຈາກປະເທດ ສິງກະໂປ. ໃນວັນທີ 27 ສິງຫາ 2018 ເວລາ 4.00 pm ຈະໄດ້ມີການແຂ່ງຂັນເພື່ອຊິງເອົາຫຼຽນຄຳ ພົບກັບເຈົ້າພາບ ປະເທດ ອິນໂດເນເຊຍ, ຢ່າລືມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ທັບນັກກິລາລາວໃນ Asian Games 2018 ທີ່ປະເທດ ອິນໂດເນເຊຍ. #ລາວສູ້ໆ #ຮັກລາວເຊຍລາວ #ແຊຣໄປໃຫ້ໂລກຮູ້ ນີ້ຄືນັກກິລາໃຈສູ້ທີມຊາດລາວ  ?? ຮູບພາບ: Lao su su ລາວ ສູ້ ສູ້

Read More »

ເຜີຍໂສມແລ້ວ! ດາວດວງໃໝ່ປະດັບວົງການບັນເທີງລາວ ຜູ້ຊະນະເລີດ Laos Super Model 2018

ເພິ່ມມາອີກແລ້ວກັບດວງດາວປະດັບວົງການບັນເທິງ ຫຼ້າສຸດຜ່ານມາແບບສົດໆຮ້ອນໆກັບການປະກວດ Laos Super Model 2018 ທີ່ຈັດຂຶ້ນໃນວັນທີ 18 ສິງຫາ 2018 ທີ່ຜ່ານມາ, ເຊິ່ງການແຂ່ງຂັນຄົ້ນຫາສຸດຍອດ ນາງແບບ ຊາຍແບບປີນີ້ The Winner of Laos Super Model 2018 ໄດ້ແກ່: ປະເພດ ນາງແບບໄດ້ແກ່: ໝາຍເລກ L2 ນາງ  ເຊິ່ນ ໄຊຍະສານ (ເຊິ່ນ) ປະເພດ ຊາຍແບບໄດ້ແກ່: ໝາຍເລກ M3  ທ້າວ​ ບຸນພິທັກ ພູນຜົນ (ກ່າ) ປະເພດ ເດັກນ້ອຍໜ້າຮັກຍິງແບບໄດ້ແກ່: ໝາຍເລກ SL1  ມີນາພອນ ພວງສະຫວັນ (ເອວ້າ) ປະເພດ ເດັກນ້ອຍໜ້າຮັກຊາຍແບບໄດ້ແກ່: ໝາຍເລກ SM6  ທ້າວ ອານາຈັກ …

Read More »