Breaking News

Kuanjai Life Stlye

9 ສິ່ງທີ່ສາມາດຂໍເພີ່ມໄດ້ ເທິງຍົນ… (ຄວາມລັບທີ່ແອໂຮສເຕດບໍ່ເຄີຍບອກ)

ເຊື່ອວ່ານັກເດີນທາງຫຼາຍຄົນອາດຈະຍັງບໍ່ຮູ້ບາງຢ່າງເທິງຍົນ ວ່າເຮົາສາມາດຂໍຫຍັງໄດ້ແດ່ ໂດຍສະເພາະເຄື່ອງໃຊ້ບາງຢ່າງ ຫຼື ຂໍເພີ່ມບາງຢ່າງ ເພາະແອໂຮສເຕດບໍ່ເຄີຍບອກ ແລະ ເຮົາເອງກໍບໍ່ໄດ້ສົນໃຈຖາມນໍາ ມີແຕ່ກະກຽມໄປເອງ!! ແຕ່ສາວໆຮູ້ບໍ່ວ່າ 9 ສິ່ງ ຕໍ່ໄປນີ້ ພຽງແຕ່ສາວໆເອີ່ຍຢາກຂໍກໍຈະໄດ້ສິດນັ້ນທັນທີ… ແຕ່ແນວໃດກໍຕາມ ສິດຜົນປະໂຫຍດຕ່າງໆເຫຼົ່ານີ້ ກໍຂຶ້ນກັບຫຼາຍປັດໃຈປະກອບດ້ວຍ ທັງສາຍການບິນ, ລະດັບຂອງສາຍການບິນ (Low cost ຫຼື Full Service) ແລະ ຊັ້ນໂດຍສານ ແລະ ນີ້ຄື 9 ຄວາມລັບນັ້ນ… 1. ຂໍຢາສາມັນ ຫຼື ອຸປະກອນລ້າງບາດ: ຖ້າມີອາການເຈັບຫົວ, ເຈັບທ້ອງ, ເມົາຍົນ ຫຼື ອາການອື່ນໆ ທີ່ບໍ່ຮຸນແຮງຈົນເກີນໄປ ທ່ານສາມາດຂໍຢາກັບພະນັກງານຕ້ອນຮັບເທິງຍົນໄດ້ ແລະ ຖ້າຜູ້ໂດຍສານເກີດອຸບັດເຫດເລັກໜ້ອຍ ພະນັກງານທຸກຄົນກໍພ້ອມທີ່ຈະປະຖົມພະຍາບານເບື້ອງຕົ້ນ ມີທັງພາສເຕີ່ຕິດບາດ ແນວຕິດບາດ ສະນັ້ນ, ຢ່າຢ້ານທີ່ຈະເອີ່ຍປາກຂໍ 2. ຂໍອາຫານເພີ່ມ: …

Read More »

ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!!!

ຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ” ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້ ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ. ທີ່ມາ: ວາລະສານ …

Read More »

ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເຄັດລັບຂອງແມ່ຍິງທີ່ປະສົບຄວາມສຳເລັດ

ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເກັ່ງຮອບດ້ານ ເອີ້ນວ່າສິ່ງໃດທີ່ຜູ້ຊາຍເຮັດໄດ້ ແມ່ຍິງຍຸກນີ້ກໍ່ເຮັດໄດ້ເຊັ່ນດຽວກັນ, ຢາກຮູ້ບໍ່ ວ່າແມ່ຍິງທີ່ປະສົບຄວາມສຳເລັດ ເຂົາມີນິດໄສປະຈຳຕົວຫຍັງແດ່? ໄປເບິ່ງພ້ອມໆກັນ!!! ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສໍາເລັດ ມັກຈະເລືອກເສັ້ນທາງການເຮັດວຽກ ໂດຍຄໍານຶງເຖິງສິ່ງທີ່ພວກນາງເຮັດໄດ້ດີເປັນອັນດັບທຳອິດ ແລະຈະເຮັດໃນສິ່ງທີ່ຮັກເປັນອັນດັບຮອງ ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສໍາເລັດ ບໍ່ໄດ້ຝັນທີ່ຈະເປັນພຽງແຕ່ທີ່ 1 ພະແນກ ຫຼື ໜ່ວຍງານ ແຕ່ພວກເຂົາຈະຝັນແລະຕັ້ງເປົ້າໝາຍໄວ້ສູງ ເຫັນພາບຕົນເອງ ເປັນທີ 1 ເຖິງລະດັບອົງກອນ ແລະ ລະດັບປະເທດ ເບິ່ງໂລກໃນແງ່ບວກ ພວກນາງຈະຮູ້ວິທີຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ຕົນເອງຮູ້ສຶກທໍ້ຖອຍ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຂ້າງໜ້າຈະຕ້ອງດີກວ່ານີ້ສະເໝີ ຄວາມທໍ້ຖອຍກັບຄວາມສຳເລັດເປັນຂອງຄູ່ກັນ ທຸກໆຄົນຕ່າງເຄີຍທໍ້ຖອຍມາ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືປະສົບຄວາມສໍາເລັດໃນຊີວິດກັນທັງນັ້ນ ສະນັ້ນ ຈົ່ງເຫັນມັນເປັນພຽງເລື່ອງທຳມະດາ ທີ່ຕ້ອງຜ່ານໄປ ຮຽນຮູ້ສະເໝີ ແມ່ຍິງເຫຼົ່ານີ້ມັກຈະພັດທະນາຕົວເອງຢູ່ສະເໝີ ອີກທັງຍັງຮູ້ຈັກຊອກຫາທີ່ປຶກສາທີ່ດີ ເພື່ອຊ່ວຍເລັ່ງໃຫ້ພວກນາງພັດທະນາຕົນເອງໄດ້ໄວຂຶ້ນອີກດ້ວຍ ກະຕັນຍູຮູ້ບຸນຄຸນ ພວກນາງມັກຈະໃຫ້ເຄຼດິດ ແກ່ຄົນທີ່ເຄີຍຊ່ວຍເຫຼືອພວກເຂົາສະເໝີ ພວກເຂົາຈະສໍານຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເບິ່ງເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນອ້ອມຂ້າງ …

Read More »

7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …

ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ… 1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ …

Read More »

ບໍ່ມີຫຍັງສາຍເກີນຄວາມຕັ້ງໃຈ! ຊີວິດຍິ່ງກວ່າລະຄອນ ຈາກຊ່າງເສີມສວຍ ສູ່ອາຊີບນັກບິນ

ບໍ່ມີຫຍັງສາຍເກີນໄປສຳລັບການເຮັດຕາມຝັນ ບໍ່ວ່າຈະເດັກນ້ອຍ ຫຼື ຄົນແກ່ກໍ່ບໍ່ແມ່ນບັນຫາ ຫາກເຈົ້າໝັ້ນໃຈໃນສັກກະຍະພາບຂອງຕົວເອງ ເຮັດຕາມທີ່ຕົວເອງຕ້ອງການ ແລະ ສານຕໍ່ຄວາມຝັນຂອງຕົວເອງໃຫ້ປະສົບຜົນສຳເລັດ ດັ່ງກັບ ຊ່າຣ່າ ໂຈແຮນສັນ ຍິງສາວຊາວສະວີເດັນ ອາຍຸ 33 ປີ ອະດີດຊ່າງເສີມສວຍ ມຸ່ງໝັ້ນຕາມຄວາມຝັນ ເດີນໜ້າສຶກສາເລື່ອງການບິນຈົນສຳເລັດ ກ້າວເຂົ້າສູ່ ນັກບິນອາຊີບ ໃນທີ່ສຸດ. ຊ່າຣ່າ ເລົ່າເຖິງຄວາມຝັນທີ່ເປັນຈິງຂອງນາງວ່າ: “ຕອນຍັງນ້ອຍ ຂ້ອຍຢ້ານຄວາມສູງ ກ່ອນໜ້ານີ້ຂ້ອຍເຄີຍເຮັດວຽກເປັນຊ່າງເຮັດຜົມມາກ່ອນ ແຕ່ຕໍ່ມາຂ້ອຍໄດ້ຄົ້ນພົບຄວາມຝັນຂອງຕົວເອງແບບແທ້ຈິງກໍ່ຕອນທີ່ໄດ້ເຂົ້າໄປນັ່ງໃນກ້ອງຂັບຂອງນັກບິນ ຂ້ອຍຮູ້ສຶກວ່າຫ້ອງນັກບິນນັ້ນມັນໜ້າຕື່ນເຕັ້ນແລະທ້າທາຍສຸດໆ” “ຈາກນັ້ນຂ້ອຍກໍ່ເດີນໜ້າສານຝັນຂອງຕົວເອງຢ່າງຈິງຈັງ ຂ້ອຍໄປຮຽນບິນ ແລະ ເຝິກທັກສະ ຮຽນຮູ້ເລື່ອງຕ່າງໆ ເຊິ່ງມັນກໍ່ບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍ່ບໍ່ເຄີຍທໍ້ຕໍ່ອຸປະສັກທາງໜ້າເລີຍ ແມ້ຈະຕ້ອງຖືກທົດສອບຢ່າງໜັກ ເຊິ່ງຜົນທີ່ອອກມາກໍ່ເປັນທີ່ໜ້າພໍໃຈຫຼາຍໆ ຕອນນີ້ຂ້ອຍໄດ້ເປັນນັກບິນໂບອິ້ງ 737 ແລ້ວ” ບໍ່ພຽງແຕ່ ຊ່າຣ່າ ຈະເຮັດຄວາມຝັນໃຫ້ເປັນຈິງແລ້ວ ນາງຍັງໄດ້ແຊຣເລື່ອງລາວຂອງນາງຜ່ານ ອິນສະຕາແກຮມ ເພື່ອສ້າງແຮງບັນດານໃຈໃຫ້ກັບຫຼາຍໆຄົນໄດ້ມີກຳລັງໃຈທີ່ຈະພິຊິດຄວາມຝັນໃຫ້ສຳເລັດອີກດ້ວຍ. ທີ່ມາ: https://women.mthai.com/amazing-women/359030.html , johsara

Read More »