Breaking News

Kuanjai Life Stlye

ກິນເປັນຊີວິດປ່ຽນ ວິທີບອກລາໄຂມັນໜ້າທ້ອງງ່າຍໆ…

11 Tricks ບອກລາໄຂມັນໜ້າທ້ອງງ່າຍໆ ຮູ້ສຶກບໍ່ວ່າ ໄຂມັນສະສົມຢູ່ບ່ອນໃດ ກໍຍັງບໍ່ໜັກໃຈເທົ່າກັບ ໄຂມັນໜ້າທ້ອງ ກິນຫຍັງເຂົ້າໄປກໍຈະສະສົມໄວ້ຢູ່ທ້ອງກ່ອນ ແລະ ຫຼຸດໄດ້ຍາກກວ່າສ່ວນອື່ນໆອີກ ເພາະວ່າກ່ອນຈະໄປເຖິງເປົ້າໝາຍໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍ ບາງຄົນກໍລົ້ມເລີກໄປກ່ອນ ຍ້ອນທົນບໍ່ໄຫວທີ່ຕ້ອງມາອົດໃຈ ຫຼື ຫິວ ແລະ ບາງວິທີເຮັດແລ້ວກໍບໍ່ມີຄວາມສຸກ ສຸດທ້າຍກໍບໍ່ສາມາດຫຼຸດໄດ້ ແຕ່ຖ້າໃຜກໍາລັງພົບກັບບັນຫາແນວນີ້ ເຮົາມີວິທີງ່າຍໆທີ່ສາມາດຊ່ວຍໃຫ້ໜຸ່ມໆສາວໆ ຫຼຸດໄຂມັນໜ້າທ້ອງໄດ້ ດື່ມນໍ້າຮ້ອນ ນໍ້າຮ້ອນຖືເປັນວັດຖຸດິບໃນການຫຼຸດໄຂມັນໜ້າທ້ອງທີ່ດີເລີຍແຫຼະ ເພາະນໍ້າຮ້ອນຈະຊ່ວຍກະຕຸ້ນ ໃຫ້ລະບົບເຜົາຜານໄຂມັນໃຫ້ເຮັດວຽກດີຂຶ້ນ ແລະ ສະລາຍເນື້ອເຍື້ອໄຂມັນທີ່ຢູ່ກ້ອງຜິວໜັງ ປະສົມນໍ້າຮ້ອນກັບນໍ້າໝາກນາວ ແລະ ນໍ້າເຜິ້ງເພື່ອດື່ມ ຈະຍິ່ງຊ່ວຍໃຫ້ຫຼຸດໄຂມັນໄດ້ໄວຂຶ້ນ ຄືນຄວາມຊຸ່ມຊື່ນ ມາລ້າງພິດລໍາໄສ້ຕັ້ງແຕ່ເຊົ້າດ້ວຍສູດ Detox ງ່າຍໆ ເລີ່ມຈາກກຽມນໍ້າສະອາດ 300 ມິນລີລິດ ປະສົມນໍ້າໝາກນາວ 2 ບ່ວງແກງ, ນໍ້າເຜິ້ງເຄິ່ງບ່ວງກາເຟ ແລະ ພິກໄທໜ້ອຍໜຶ່ງ ດື່ມຕອນທີ່ທ້ອງວ່າງ ນອກຈາກນີ້ຄວນ Detox ລໍາໄສ້ດ້ວຍການດື່ມນໍ້າປະສົມນໍ້າໝາກນາວ 2 …

Read More »

ທ່ອງທ່ຽວດິນແດນແຫ່ງຄວາມສະຫງົບ, ເພີດເພີນໄປກັບສີສັນລະດູໃບໄມ້ແດງທີ່ປະເທດ  “ມົງໂກລີ”

ດິນແດນແຫ່ງຄວາມສະຫງົບ, ສີສັນລະດູໃບໄມ້ແດງ… ມື້ນີ້ ຂວັນໃຈ ຂໍມາເອົາໃຈສາວໆສາຍທ່ຽວພະຈົນໄພຂາລຸຍຈັກໜ້ອຍ ເພາະຈະມາຊວນຍ່າງເຂົ້າປ່າໄປເບິ່ງເສືອ ເອີ່ຍ! ເບິ່ງຄວາມງາມຂອງ ໃບໄມ້ທີ່ກໍາລັງປ່ຽນສີ, ທ່ອງທ່ຽວທະເລຊາຍອັນກວ້າງໃຫຍ່ໄພສານ ແລະ ຢຸດພັກກາຍພັກໃຈ ເພື່ອເພີ່ມພະລັງໃຫ້ກັບຊີວິດທີ່ຈອມພູສູງ… “ມົງໂກລີ” ເປັນປະເທດທີ່ຂຶ້ນຊື່ວ່າຕັ້ງຢູ່ເທິງຫຼັງຄາໂລກ, ມີຄວາມສະຫງົບ ແລະ ງົດງາມ, ສີສັນຂອງລະດູໃບໄມ້ແດງ, ເປັນປະເທດໜຶ່ງທີ່ມີປະຊາກອນໜ້ອຍທີ່ສຸດໃນທະວີບອາຊີ ຈຶ່ງເຮັດໃຫ້ຍັງມີເນື້ອທີ່ອັນກວ້າງຂວາງ ໃນນັ້ນກໍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີຄວາມງາມບໍ່ດ້ອຍໄປກວ່າບັນດາເມືອງໃນເບື້ອງຕາເວັນຕົກເລີຍ ແລະ ຍັງງົດງາມ ໃຫ້ຄວາມຮູ້ສຶກເບີກບານໃນການທ່ຽວຊົມນໍາອີກ ແຕ່ຂຶ້ນຢູ່ກັບຜູ້ທີ່ໄປທ່ຽວຊົມແດ່ວ່າ ມັກໃນການພະຈົນໄພຂະໜາດໃດ ການໄປທ່ອງທ່ຽວມົງໂກລີນັ້ນ ສາວໆຈະໄດ້ສໍາຜັດກັບລົດຊາດຂອງການເດີນທາງແບບຄົບຮູບແບບ ທັງທ່ຽວຊົມວັດທະນະທໍາຊົນເຜົ່າພື້ນເມືອງທີ່ຍັງຖືກຮັກສາໄວ້ເຖິງຄວາມເປັນເອກະລັກ ນໍ້າໃຈໄມຕີອັນດີຂອງຊາວເມືອງອາຄາ ສະຖາປັດຕະຍະກໍາແບບດັ້ງເດີມ ການເດີນທາງທ່າມກາງທະເລຊາຍ ລຽບຕາມໜ່ວຍພູ ແລະ ແມ່ນໍ້າ ເອີ້ນໄດ້ວ່າ Trip ນີ້ ສາວໆ ແລະ ທໍາມະຊາດຈະໄດ້ສໍາຜັດເຊິ່ງກັນ ແລະ ກັນເປັນອັນໜຶ່ງອັນດຽວ. ສະຖານທີ່ທ່ອງທ່ຽວທີ່ແນະນໍາໄດ້ແກ່: – ປ່າຫູຢັງ: ເປັນປ່າທີ່ກວ້າງໃຫຍ່ໄພສານ ມີເນື້ອທີ່ 160.000 ໄຮ່ …

Read More »

ພາບປະທັບໃຈ! ພະເອກດັງສັນຊາດລາວ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ຢາກບອກວ່າ ຊະນີIndy ດີໃຈຫຼາຍທີ່ເຫັນການຊ່ວຍເຫຼືອຫຼັ່ງໄຫຼເຂົ້າມາເລື້ອຍໆ, ຫຼ້າສຸດ ທັນວາ ສຸລິຍະຈັກ ພະເອກສັນຊາດລາວທີ່ໄປໂດ່ງດັງໃນປະເທດເພື່ອນບ້ານ ກໍ່ໄດ້ລະດົມທຶນ ແລະ ນຳສິ່ງຂອງທີ່ຈຳເປັນເດີນທາງລົງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ໃນວັນທີ 2-5 ສິງຫາ 2018 ທີ່ຜ່ານມາ. ເຊິ່ງບັນຍາກາດຂອງການມອບເຄື່ອງກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ໄດ້ເຫັນຮອຍຍິ້ມທີ່ສົດໃນຂອງພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນພາບທີ່ປະທັບໃຈຫຼາຍໆ. ສຳລັບ ທັນວາ ສຸລິຍະຈັກ ອາຍຸ 26 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ …

Read More »

ໝໍ ແນ່ງ ຈັນດາລີ (ເນັດໄອດໍ້) ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບຄົນດັງ) ເປັນທີມແພດຈາກ ກະຊວງສາທາລະນະສຸກ ໄດ້ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຕັ້ງແຕ່ວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ສຳລັບ ໝໍ ແນ່ງ ປັດຈຸບັນແມ່ນກຳລັງສຶກສາຕໍ່ທີ່ ປະເທດ ອັງກິດ ແຕ່ຢູ່ໃນຊ່ວງພັກຮຽນ ແລະ ໄດ້ເກີດເຫດການໄພພິບັດສຸກເສີນລະດັບຊາດຂຶ້ນ ເລີຍບໍ່ພາດທີ່ຈະເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງລາວທີ່ປະສົບໄພ. (ທັງງາມ ແຖມໃຈດີ ແຊຣໄປໃຫ້ໂລກຮູ້ວ່ານີ້ຄືໝໍລາວ) ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV  

Read More »

ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …

Read More »