Breaking News

Kuanjai Life Stlye

ເຜັດໆໆໆ! ແອັບເປີ້ນ ຈັດເຊັກຊີ່ທະລຸອົງສາ (ໝາກເຜັດຂີ້ໜູໝົດສວນກັນເລີຍ)

ເຜັດໆໆໆເວີ້!!! ແອັບເປີ້ນ ສີສະຫງຽນ ຫຼ້າສຸດທ່ອງທ່ຽວທະເລກັບຫວານໃຈ ໜຸ່ມ ຟຣຸກ ຈິລະ ພ້ອມທັງນຳເອົາຄວາມເຜັດ ຄວາມແຊບມາຝາກແຟນໆ ໂດຍນາງຈັດ Bikini ຂໍບອກເລີຍວ່າງານນີ້ ແຊບ ເຜັດໆໆໆ ພ້ອມທັງອວດຜິວທີ່ຂາວນຽນ ເບິ່ງແລ້ວງາມແຖມເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ໂອ້ຍ!!! ຖ້າຈະເຊັກຊີ່ເວີ້ແບບນີ້ ຊະນີIndy ແລະ ແຟນໆຂໍຍອມ ສາວ ແອັບເປີ້ນ ກໍ່ແລ້ວກັນເດີ້!!! ຮູບພາບ: Appleminiberry

Read More »

ເຜັດໆໆໆ…! ອາເລັກຊານດຼາ ມາໃນລຸກໃໝ່!!!

ເຜັດໆໆໆ!!! ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ຫຼ້າສຸດມາໃນລຸກໃໝ່ ຂໍບອກເລີຍວ່າຕ້ອງຕະລຶງກັບລຸກນີ້ຂອງນາງໄປ 5 ວິ ເພາະເບິ່ງແລ້ວ ງາມ ແລະ ເຊັກຊີ່ສຸດໆ. ສຳລັບລຸກນີ້ຂອງ ອາເລັກຊານດຼາ ທິດາວັນ ແຟນໆວ່າແນວໃດ ງາມ ເຊັກຊີ່ ບາດໃຈກັນແດ່ບໍ່? ແລະ ໃນໄວໆນີ້ໄດ້ຍິນມາວ່ານາງກຳລັງຈະມີຜົນງານໃໝ່ “I BELIEVE IN LOVE” ມາໃຫ້ແຟນໆໄດ້ຕິດຕາມກັນນຳເດີ້. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ກຽມລຸ້ນ! ຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ຈະອອກໄວໆນີ້)

ເຊື່ອວ່າໝູ່ເພື່ອນທຸກຄົນຄົງກຳລັງໃຈຈົດໃຈຈໍ່ ລໍຖ້າລຸ້ນ ຖ້າເບິ່ງຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຜົນຂອງການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນທ້າຍເດືອນກັນຍາ ທີ່ຈະມາເຖິງນີ້. ສໍາລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້, ທາງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງເປັນເວລາ 1 ວັນ ແລະໄດ້ແບ່ງອອກເປັນ 03 ສາຍ ຄື ສາຍ A, B ແລະ C ຕາມຊັດສ່ວນການເລືອກໝາຍຂອງຜູ້ມາລົງທະບຽນສະໝັກສອບເສັງ ແລະໄດ້ແບ່ງອອກເປັນຫຼາຍສູນການສອບເສັງ ຄື: ສູນວິທະຍາເຂດດົງໂດກ, ສູນໂສກປ່າຫຼວງ, ໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ຕານມີໄຊ ແລະ ມສ ວຽງຈັນ; ເຊິ່ງສູນບັນຊາການຫຼັກແມ່ນສູນ ວິທະຍາເຂດດົງໂດກ. ມີຜູ້ສະໝັກລົງທະບຽນສອບເສັງທັງໝົດ 18 ພັນກວ່າຄົນ, ມີໜ້າສອບເສັງຕົວຈິງ ລວມທັງ 03 ສາຍ A, B ແລະສາຍC ແມ່ນ 14,490 …

Read More »

ປ້ອງກັນການຖືກເອົາປຽບ! ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານຄວນຮູ້!!!

ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານ ຄວນຮູ້ໄວ້ເດີ້ວ່າ ເງື່ອນໄຂໃນກນທົດລອງວຽກງານ ທີ່ກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2004) ມາດຕາ 79 (ປັບປຸງ) ການທົດລອງວຽກຂອງຜູ້ອອກແຮງງານ ເພິ່ນວ່າແນວໃດແດ່ ເພື່ອປ້ອງກັນການຖືກເອົາປຽບ ໄປອ່ານພ້ອມກັນເລີຍ: ພາຍຫຼັງໄດ້ເຊັນສັນຍາແຮງງານ ກັບຜູ້ໃຊ້ແຮງງານແລ້ວ ຜູ້ອອກແຮງງານ ອາດຍັງໄດ້ຮັບການທົດລອງວຽກຈາກຜູ້ໃຊ້ແຮງງານ ເພື່ອຮູ້ວ່າຜູ້ກ່ຽວມີ ຫຼືບໍ່ມີຄວາມສາມາດເຮັດວຽກ ສຳລັບວຽກທີ່ບໍ່ຮຽກຮ້ອງຄວາມຊຳນານງານນັ້ນ ກຳນົດເວລາທົດລອງ ບໍ່ໃຫ້ເກີນ 30 ວັນ, ສ່ວນວຽກທີ່ຮຽກຮ້ອງຄວາມຊຳນານ ທາງດ້ານວິຊາການນັ້ນ ບໍ່ໃຫ້ເກີນ 60 ວັນ ໃນໄລຍະການທົດລອງວຽກນັ້ນ ຖ້າຜູ້ອອກແຮງງານຫາກຂາດວຽກ ຍ້ອນການເຈັບເປັນ ຫຼືຍ້ອນເຫດຜົນອື່ນທີ່ຈຳເປັນ ເວລາທີ່ຂາດວຽກນັ້ນ ບໍ່ໃຫ້ນັບ ເຂົ້າໃນໄລຍະເວລາການທົດລອງ ແຕ່ເວລາການຂາດວຽກນັ້ນ ສູງສຸດບໍ່ໃຫ້ເກີນ 10 ວັນ ຖ້າບໍ່ດັ່ງນັ້ນ ຜູ້ໃຊ້ແຮງງານ ມີສິດຍົກເລີກສັນຍາແຮງງານ. ຜູ້ໃຊ້ແຮງງານ ຈະຕ້ອງແຈ້ງເປັນລາຍລັກອັກສອນວ່າ ຈະຮັບ ຫຼືບໍ່ຮັບເອົາ ຜູ້ອອກແຮງງານ …

Read More »

ຫວານໄປອີກໆໆໆ! ແອບເປີ້ນ-ຟຣຸກ ໃສ່ເສື້ອຄູ່ ໂຊຫວານແຄມທະເລ (ຂ້າຄົນໂສດ)

ຫວານ…ຫວານເວີ້ໆໆໆ ໜ້າຮັກໄປອີກ ສຳລັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຫຼັງຈາກແຕ່ງດອງກັນໄປໄລຍະໜຶ່ງ ແຕ່ຄວາມຫວານຂອງທັງສອງກໍ່ຍັງມີໃຫ້ເຫັນກັນຢູ່ບໍ່ຂາດ, ຫຼ້າສຸດໂພສຮູບພາບການໄປຫຼິ້ນທະເລໃຫ້ແຟນໆໄດ້ອັບເດດ ແຖມຍັງບໍ່ໝົດແຕ່ເທົ່ານັ້ນ ເພາະທັງສອງຍັງໝັ່ນໂຊຄວາມຫວານມາໃນໂໝດເສື້ອຄູ່ ຈັບມືສະຫວີດຫວານ ແຖມຍັງມີໂມເມັ້ນຮ້ອງເພງຄູ່ກັນອີກ ໂອ້ຍໆໆໆຂ້າຄົນໂສດແບບບໍ່ທັນຕັ້ງຕົວກັນເລີຍ. ແຖມ ໜຸ່ມ ຟຣຸກ ເຂີຍລາວ ຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆ ຍອກ ສາວ ແອັບເປີ້ນ ອີກວ່າ: “ຈັດເສື້ອມາຄ້າຍກັນ ຢາກໃສ່ເສື້ອຄູ່ກັນແມ່ນບໍ່ “  ເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ຢ່າງລົວໆ ເພາະເບິ່ງແນວໃດກໍ່ໜ້າຮັກຫຼາຍໆ. (ຮູບນີ້ຂ້າຄົນໂສດໄປອີກໆໆໆ 555) (ວ້າວວ!! ເຜັດໆໆໆຂະໜາດ) (ຕາກ້ອງສ່ວນຕົວຂອງ ແອັບເປີ້ນ) ເປັນຄູ່ທີ່ເໝາະສົມ ແລະ ໜ້າຮັກຫຼາຍໆວ່າບໍ່…ແຟນໆ Story: ຊະນີIndy ຮູບພາບ: Fluke Jira , Appleminiberry

Read More »