Breaking News

Kuanjai Life Stlye

ພຣະທາດສາມປາງ ບູຮານສະຖານເກົ່າແກ່!

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ພຣະທາດສາມປາງບູຮານສະຖານເກົ່າແກ່ ຂອງຊາວເມືອງສຸຂຸມາ ຫຼາຍໆທ່ານອາດຈະບໍ່ຮູ້ວ່າພຣະທາດແຫ່ງນີ້ຕັ້ງຢູ່ໃສ ມີປະຫັວດຄວາມເປັນມາແນວໃດ ບໍ່ລໍຊ້າເຮົາໄປເບິ່ງພ້ອມກັນເລີຍ ພຣະທາດສາມປາງຕັ້ງຢູ່ບ້ານ ທາດສາມປາງເມືອງສຸຂຸມາ ແຂວງຈໍາປາສັກເຊິ່ງເປັນ ສະຖານທ່ອງທ່ຽວບູຮານທີ່ເກົ່າແກ່ ແລະ ໜ້າສົນໃຈຂອງເມືອງສຸຂຸມາ ກໍຄືຂອງແຂວງຈຳປາສັກ ພຣະທາດສາມປາງຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, …

Read More »

ທ່ຽວຊົມສວນຊາ 400 ປີ

ອາກາດໜາວໆແນວນີ້ໄປທ່ຽວພາກເໜືອນໍາກັນເທາະ ໄປທ່ຽວພາກເໜືອສຸດຂອງປະເທດລາວເຮົາ ເມື່ອເວົ້າເຖິງພາກເໜືອສຸດ ຜູ້ອ່ານທີ່ໜ້າຮັກຕ້ອງຄິດອອກທັນທີເລີຍແມ່ນບໍ ວ່າແມ່ນແຂວງໃດ ແລະ ແຂວງທີ່ເຮົາຈະມາແນະນໍາສະຖານທີ່ທ່ອງແຫ່ງໜຶ່ງໃຫ້ຮູ້ຈັກໃນມື້ນີ້ນັ້ນຢູ່ແຂວງ ຜົ້ງສາລີ ໄປທ່ຽວທີ່ສວນຊາ 400 ປີ ໄປຊົມວິທີການກັບໃບຊາ ແລະ ໄປຊົມທະເລໝອກທີ່ສວຍງາມ ນັ້ນເອງ   ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ເຊິ່ງຢູ່ຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ ປະຊາຊົນຢູ່ໃນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກມາເປັນເວລາຫຼາຍເຊັ່ນຄົນ ເຊິ່ງຊາຢູ່ບ່ອນນີ້ມີຊື່ສຽງຫຼາຍຍ້ອນມີລົດຊາດທີ່ດີ ແລະ ມີສັບພະຄຸນທີ່ເປັນປະໂຫຍດຕໍ່ສຸຂະພາບຫຼາຍກວ່າຊາປະເພດອື່ນ     ຕົ້ນຊາທີ່ຢູ່ໃນສວນແຫ່ງນີ້ ຍັງໄດ້ຖືກຮັບຮອງໂດຍນັກວິໄຈ ວ່າເປັນຕົ້ນຊາທີ່ມີອາຍຸຫຼາຍກວ່າ 400 ປີ. ດັ່ງນັ້ນສວນຊາແຫ່ງນີ້ຈຶ່ງໄດ້ສົມຍານາມວ່າ “ ສວນຊາ 400 ປີ ” ເຊິ່ງມີເນື້ອທີ່ປະມານ 32.25 ເຮັກຕາ ແລະ ລວມມີຕົ້ນຊາທັງໝົດ 48.373 …

Read More »

ງານມະຫາກໍາບຸນຊ້າງ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

Read More »

ທ່ຽວບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຜາສາດຫີນວັດພູຈໍາປາສັກມາເລົ່າສູ່ຟັງ ຫຼາຍຄົນກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ເຊິ່ງໃນເດືອນນີ້ກໍແມ່ນບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ເຊິ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ກຸມພາ 2017 ນີ້ ແລະ ມື້ນີ້ກໍເປັນມື້ທໍາອິດຂອງງານບຸນນັ້ນເອງ ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ ຫ່າງຈາກຕົວເມືອງປາເຊໄປປະມານ 40 ກິໂລແມັດ ເປັນປູຊະນິຍະສະຖານອັນສໍາຄັນ ແລະ ເປັນສະຖານປັດຕະຍະກໍາກ່ອນຍຸກອັງກໍວັດ ໃນໄລຍະສະຕະວັດທີ 7-12 ຜາສາດຫີນວັດພູໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍສົດງົດງາມ ແລະ ໜ້າອັດສະຈັນໃຈຫຼາຍເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການຢູເນສໂກ ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງຮ່ອງຮອຍເມືອງບູຮານ ອັນມີຊື່ວ່າເມືອງເສດຖາປຸຣະ …

Read More »

ບຸນນະມັດສະການພຣະທາດສີໂຄດຕະບອງ

ອີກບໍ່ດົນກໍຈະຮອດບຸນນະມັດສະການ ພຣະທາດສີໂຄດຕະບອງແລ້ວ ແລະໃນປີນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-11 ກຸມພາ 2017 ນີ້ ທາງທີມງານ ຂວັນໃຈ ໄດ້ນໍາເອົາຂໍ້ມູນກ່ຽວກັບພຣະທາດສີໂຄດຕະບອງ ມາເລົ່າສູ່ຜູ້ອ່ານທີ່ໜ້າຮັກຟັງ ພຣະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ ຕັ້ງຢູ່ເຂດບ້ານສີໂຄດ ເມືອງທ່າແຂກ ແຄມແມ່ນໍ້າຂອງໃນວັດເກົ່າຫ່າງຈາກຕົວເມືອງທ່າແຂກໄປທາງທິດໃຕ້ປະມານ 6 ກິໂລແມັດ ພຣະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ ( ກະດູກ ) ຂອງພຣະພຸດທະເຈົ້າ. ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພິ່ມປະຕິມະກໍາດອກບົວຕິດໃສ່ຈອມໃນປີຄສ 1539 ແລະ ໃນປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນເສດຕະສັດແມ່ນເຮັດດ້ວຍເງິນ ແລະ ຄໍາ ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ …

Read More »