Breaking News

ຂ່າວບັນເທີງນອກປະເທດ

ຮືຮາ! ຕິກ ເຈດສະດາພອນ ແລະ ມິວ ນິດຖາ ນຳທີມຍົກກອງຖ່າຍທຳລະຄອນທີ່ແຂວງຫຼວງພະບາງ (ມີຄລິບ)

ເປັນທີ່ຮືຮາຂອງບັນດາແຟນຄລັບເມື່ອທີມນັກສະແດງຈາກປະເທດເພື່ອນບ້ານນຳທີມໂດຍຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ ນຳທີມຍົກກອງມາຖ່າຍທຳລະຄອນເລື່ອງ ດ້ວຍແຮງອະທິຖານ ເຖິງແຂວງ ຫຼວງພະບາງ ປະເທດລາວ ເລີ່ມຕັ້ງແຕ່ວັນທີ 27 ມັງກອນ 2018 ທີ່ຜ່ານມາ ແລະ ນອກຈາກການຖ່າຍທຳທີ່ຫຼວງພະບາງແລ້ວ ທັງນັກສະແດງ ແລະ ທີມງານທຸກຄົນຍັງມີໂອກາດໄດ້ເຮັດບຸນໃສ່ບາດທີ່ຫຼວງພະບາງອີກດ້ວຍ. #Repost @bung_lakorn ・・・ สวัสดีเช้าวันจันทร์ค่ะ ตอนนี้ติ๊ก-มิว อยู่ที่วัดจอมเพชร หลวงพระบางค่ะ วิวพระอาทิตย์ขึ้นตอนเช้าสวยมาก#ด้วยแรงอธิษฐาน #ch3 #ch33 #ch3thailand #ช่อง3 #ช่อง33 #tikjesdaporn #mewnittha #daonarongdej #โต๊ะข่าวบันเทิง #สีสันบันเทิง #ด้วยแรงอธิษฐาน2561 #ch3hd #ทีมคุณกฤตย์ #ทีมนัทมน #ทีมวรดา #gutsentertainment #guts_channel #tikjesdaporn #ติ๊กเจษฎาภรณ์ผลดี #ติ๊กเจษฎาภรณ์ #Navigatortiktun #mewnittha #tik_jesdaporn …

Read More »

ດາລາດັງຈາກເພື່ອນບ້ານ ແຫ່ກັນມາທ່ອງທ່ຽວປະເທດລາວ ມາເບິ່ງວ່າມີໃຜແດ່?

ປະເທດລາວຂອງເຮົາກຳລັງຢູ່ໃນຊ່ວງ ປີທ່ອງທ່ຽວລາວ 2018 ແລະ ບັນດານັກທ່ອງທ່ຽວກໍຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດເຮົາກັນຢ່າງຫຼວງຫຼາຍ ບໍ່ເວັ້ນແມ້ແຕ່ຄົນດັງ ດາລາ ພິທີກອນ ເຊເລບບີຕີ້ຈາກຝັ່ງປະເທດເພື່ອນບ້ານຫຼາຍຕໍ່ຫຼາຍຄົນທີ່ເດີນທາງມາທ່ອງທ່ຽວປະເທດລາວຂອງເຮົາ, ຍ້ອນກັບໄປໄລຍະກ່ອນໆທີ່ເຮົາຕ້ອງນັ່ງລົດ ນັ່ງຍົນ ເພື່ອເດີນທາງໄປຕິດຕາມສິລະປິນໃນດວງໃຈກັນທີ່ປະເທດຂອງພວກເຂົາ ມາຮອດປັດຈຸບັນຄົນດັງທີ່ເຮົາເຄີຍເຫັນແຕ່ຢູ່ໃນໂທລະພາບກັບເດີນທາງມາທ່ອງທ່ຽວ ແລະ ມາປະກົດຕົວໃຫ້ເຮົາເຫັນ ມາໃຫ້ເຮົາກຣີດໆໆໆ ແບບວ່າຕົວຈິງສຽງຈິງມາເອງ. ເລີ່ມຕົ້ນເດືອນ ມັງກອນ 2018 ກໍຖືວ່າມີ ດາລານັກສະແດງ ພິທີກອນ ມາທ່ອງທ່ຽວບ້ານເຮົາຫຼາຍຄົນ ລອງມາເບິ່ງກັນວ່າມີໃຜແດ່? ແຕ້ວ ນັດຖະພອນ ເຕມີຣັກ ດາລາ-ນັກສະແດງ ຫຼື ທີ່ແຟນໆຮູ້ກັນໃນນາມ (ຄຳແກ້ວ/ເຈົ້າແມ່ນາຄີ) ເດີນທາງມາທີ່ ນະຄອນຫຼວງວຽງຈັນ ກາລະແມ ພິທີກອນຊື່ດັງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ອັ້ມ ອະທິຊາດ ຊຸມມານົນ ນັກສະແດງໜຸ່ມສຸດຫຼໍ່ ເດີນທາງມາ ນະຄອນຫຼວງວຽງຈັນ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນ-ດີເຈ ເດີນທາງມາ …

Read More »

ສາວນ້ອຍ ອະລິນ້າ ລູກຊອດ ລາວ-ຍູເຄນຣ ເປັນສາວແລ້ວແຮງເບິ່ງແຮງງາມ ດາວດວງໃໝ່ຂອງວົງການບັນເທີງລາວ

ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ້າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 18 ປີ ລູກຊອດ ລາວ-ຍູເຄນຣ  (Ukraine) ທີ່ຫຼ້າສຸດເຈິໂຕນາງໃນງານຖະແຫຼງຂ່າວ “Bike For Her 2018” ເຊິ່ງແມ່ນງານແຂ່ງລົດຖີບການກຸສົນ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ, ແບບບໍ່ເຫັນສາວນ້ອຍຄົນນີ້ດົນຮູ້ສຶກວ່ານາງຈະເປັນສາວເຕັມຕົວ ອໍຣ່າຈັບເຕັມທີ່ ເປັນທີ່ສະດຸດຕາຂອງບັນດາແຂກຄົນພາຍໃນງານ ແຮງເບິ່ງແລ້ວແຮງງາມຫຼາຍ… ສຳລັບ ອາລີນ້າ ພິລາວົງ ອາຍຸ 18 ປີ ຄວາມສູງ 1,73 cm ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຖ່າຍແບບໃຫ້ວາລະສານຫຼາຍສະບັບ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ) ແລະ ເດີນແບບຕາມງານແຟຼຊັ່ນໂຊຕ່າງໆ, ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ເປັນພີເຊັນເຕີ້ສະມາດໂຟນແບຼນດັງ Samsung ແລະ ນອກຈາກນັ້ນສາວນ້ອຍ ອາລິນ້າ …

Read More »

ເວີ້ວັງອະລັງການ! ມາລາວທັງທີ ດີເຈ ຕົ້ນຫອມ ຈັດເຕັມກັບຊຸດເປີດໂຕສີຂາວດັ່ງນາງພະຍາ

ຂຶ້ນຊື່ວ່າ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນສາວຊື່ດັງຈາກປະເທດເພື່ອນບ້ານ ມີຫວາຈະເຮັດໃຫ້ແຟນໆຜິດຫວັງ ມີໂອກາດເດີນທາງມາ ປະເທດລາວ ເຮົາຕັ້ງແຕ່ວັນທີ 21 ມັງກອນ 2018 ທີ່ຜ່ານມາ ນາງກໍຂໍຈັດເຕັມກັບການເປີດໂຕສຸດອະລັງການກັບ ຊຸດສີຂາວດັ່ງນາງພະຍາ ພ້ອມກັບການເມກອັບສຸດເລີດ ເບິ່ງແລ້ວເວີ້ວັງອະລັງການສຸດໆ… ສຳລັບ ຕົ້ນຫອມ ສະກຣຸນຕະລາ ເປັນອີກໜຶ່ງສາວທີ່ມີຄວາມສາມາດດ້ານການເຮັດວຽກໃນວົງການບັນເທີງແບບຄົບສູດ ບໍ່ວ່າຈະເປັນ ດີເຈ ນັກສະແດງ ແລະ ພິທີກອນ ແລະ ນອກຈາກນັ້ນ ຕົ້ນຫອມ ຍັງມີບຸກຂະລິກໂດດເດັ່ນ ມີສະຕາຍການແຕ່ງຕົວທີ່ບໍ່ຄືໃຜອີກດ້ວຍ. #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອີ້ອຍຕົ້ນຫອມ ຮູບພາບ: djtonhorm

Read More »

ແຟນຄລັບຮືຮາ! ແຕ້ວ ຫຼື ເຈົ້າແມ່ນາຄີ ໂພສແຄັບຊັ່ນເປັນພາສາລາວ ເອົາໃຈແຟນໆຊາວລາວໄປເຕັມໆ!!!

ເປັນທີ່ຮືຮາຮ້ອນແຮງໃນຊ່ວງຂ້າມຄືນທີ່ຜ່ານມາ ສຳລັບການມາຢ້ຽມຢາມປະເທດລາວຢ່າງເປັນທາງການຂອງ ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນຄລັບຈະຮູ້ກັນດີໃນນາມ ຄຳແກ້ວ ຫຼື ເຈົ້າແມ່ນາຄີ, ການມາປະເທດລາວຂອງ ແຕ້ວ ໃນເທື່ອນີ້ກໍບໍ່ເຮັດໃຫ້ແຟນໆຊາວລາວຜິດຫວັງ ເພາະນາງໄດ້ເຊີໄພ້ຄົນລາວແບບສຸດຂີດ ໂດຍການໂພສຮູບລົງໃນອິນສະຕາແກຼມ ແລະ ຍັງຂຽນຄຳອະທິບາຍ (Caption) ເປັນພາສາລາວຢ່າງຖືກຕ້ອງ ແບບບໍ່ມີຜິດ ຈົນເຮັດໃຫ້ບັນດາແຟນຄລັບຮືຮາ ແລະ ງົງໄປຕາມໆກັນວ່າ ແຕ້ວ ເປັນຫຍັງຄືພິມພາສາລາວໄດ້? ງານນີ້ຂໍບອກວ່າ ສາວ ແຕ້ວ ນັດຖະພອນ ໄດ້ໃຈແຟນໆຊາວລາວໄປແບບເຕັມໆເລີຍເດີ້!!! #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ ຂໍຂອບໃຈສຳລັບຮູບພາບ  

Read More »