Breaking News

ຂ່າວບັນເທີງນອກປະເທດ

ອົບອຸ່ນ! ມອສ ປະຕິພານ ນັກຮ້ອງ-ນັກສະແດງຈາກເພື່ອນບ້ານ ພາຄອບຄົວທ່ອງທ່ຽວ-ຂີ່ຊ້າງທີ່ເມືອງມໍລະດົກໂລກ

ຊ່ວງໄລຍະສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ແບບນີ້ ທຸກໆຄົນກໍໄດ້ໄປຫຼິ້ນໄປທ່ອງທ່ຽວພັກຜ່ອນຢ່ອນອາລົມກັນຕາມອັດທະຍາໃສ ແບບດຽວກັບ ມອສ ປະຕິພານ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກໍໄດ້ເດີນທາງພາຄອບຄົວມາສະຫຼອງປີໃໝ່ ຕ້ອນຮັບປີ 2018 ທີ່ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ແລະ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນ, ເຊິ່ງແຕ່ລະຮູບພາບກໍເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງລູກສາວທັງສອງກໍຄື ນ້ອງ ສະໂນ ແລະ ນ້ອງ ສະຫວັນ ທີ່ໄດ້ມາສຳຜັດກັບທຳມະຊາດ ແລະ ວັດທະນະທຳທີ່ຫາໃສບໍ່ໄດ້ ສຳລັບການເດີນທາງຂອງຄອບຄົວ ມອສ ປະຕິພານ ໃນເທື່ອນີ້ ອ້າຍ ມອສ ເພິ່ນກໍໄດ້ພາລູກ ແລະ ເມຍຂອງເພິ່ນເຮັດບຸນໃສ່ບາດ ເລາະເຮັດບຸນຕາມສະຖານທີ່ສັກສິດໃນຫຼວງພະບາງ ແລະ ນອກຈາກນັ້ນຍັງມາຄອບຄົວໄປຫຼິ້ນຕາດ ກວາງຊີ ແລະ ຍັງໄປຂີ່ຊ້າງ ຢູ່ທີ່ ຕາດແສ້ ອີກດ້ວຍ ເບິ່ງແລ້ວເປັນຮູບພາບຄອບຄົວທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນຫຼາຍໆ. ຮູບພາບ: mospatiparn

Read More »

ກັບແລ້ວເດີ້! ປະມວນຮູບພາບ ຢ່າຢ່າ ອຸຣັດສະຍາ ຊຸບຕາໄທມາທ່ຽວຫຼວງພະບາງ ແຟນຄລັບຊາວລາວແຫ່ກຣີດໆໆໆ

ຫຼັງຈາກທີ່ນັກສະແດງສາວແຖວໜ້າຂອງປະເທດເພື່ອນບ້ານ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ໄດ້ເດີນທາງພາຄອບຄົວມາທ່ອງທ່ຽວທີ່ ຫຼວງພະບາງ ປະເທດລາວ ຕັ້ງແຕ່ວັນທີ 25 ທັນວາ 2017 ທີ່ຜ່ານມາ ແລະ ຫຼ້າສຸດ ຕອນຄໍ່າຂອງວັນທີ 27 ທັນວາ 2017 ນັກສະແດງສາວກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍ, ດັ່ງນັ້ນ ຊະນີIndy ເລີຍລວບລວມເອົາຮູບພາບຂອງສາວຄົນນີ້ ພ້ອມດ້ວຍໂມເມັ້ນໜ້າຮັກໆ ລະຫວ່າງແຟນຄລັບຊາວລາວທີ່ໄດ້ພົບເຫັນສິລະປິນໃນດວງໃຈມາຝາກ ຮູບພາບຂອງ ຢ່າຢ່າ ອຸຣັດສະຍາ ແລະ ບັນດາແຟນຄລັບຊາວລາວ ຮູບພາບຂອງ ຢ່າຢ່າ ອຸຣັດສະຍາ ທ່ອງທ່ຽວ ແລະ ເຮັດບຸນໃນຕົວເມືອງ ຫຼວງພະບາງ Best moment of the trip!! Love u daddy!! ? ? @csperb definitely recommend going …

Read More »

ບັງເອີນໆ! ຢ່າຢ່າ-ນະເດດ ໂມເມັ້ນແບບດຽວກັນເປະໆ ກັບທິບທ່ອງທ່ຽວຂອງສອງຊຸບຕາ (ແຟນຄລັບງານນີ້ມີຈິກໝອນ)

ອ໊າຍຍ!!! ເອີ້ນໄດ້ວ່າຫ່າງພຽງກາຍແຕ່ຫົວໃຈຍັງໃກ້ກັນດັ່ງເກົ່າ ສຳລັບຄູ່ອ້າຍນ້ອງຄົນສະນິດ ຢ່າຢ່າ ອຸຣັດສະຍາ ແລະ ນະເດດ ຄຸກິມິຍະ 2 ຊຸບຕາຄົນດັງຂອງປະເທດເພື່ອນບ້ານ ເຖິງແມ່ນວ່າຊ່ວງປີໃໝ່ຈະບໍ່ໄດ້ຈັດທິບທ່ອງທ່ຽວດ້ວຍກັນ 2 ຄອບຄົວ ເພາະທາງ ສາວ ຢ່າຢ່າ ກໍໄດ້ເດີນທາງມາ ແຂວງ ຫຼວງພະບາງ ປະເທດລາວເຮົາ ຕັ້ງແຕ່ວັນທີ 25 ທັນວາ 2017 ທີ່ຜ່ານມາ ເພື່ອພາຄອບຄົວມາທ່ຽວພັກຜ່ອນໃນຊ່ວງວັນພັກທ້າຍປີ ແລະ ສ່ວນ ນະເດດ ກໍພາພໍ່ແລະ ແມ່ກັບບ້ານເກີດທີ່ຂອນແກ່ນເພື່ອໄປສະຫຼອງໃນເທສະການວັນ ຄຣິດມາດ ກ່ອນທີ່ຈະເດີນທາງໄປທ່ຽວຮີມຝັ່ງຂອງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ), ແຕ່ໆຂາເມົ້າ ແລະ ບັນດາແຟນຄລັບກໍມີເລື່ອງໃຫ້ ເມົ້າ ແລະ ລຸ້ນຈິກໝອນຂາດໄປຕາມໆກັນ ເພາະບໍ່ຮູ້ວ່າເປັນເລື່ອງບັງເອີນ ຫຼື ຕັ້ງໃຈນໍ້? ເພາະຮູບພາບທີ່ 2 ຊຸບຕາໂພສໃນ ອິນສະຕາແກຼມ ດັນອອກມາຄ້າຍໆກັນ …

Read More »

 ງາມຫຼາຍ! ໃສ່ສິ້ນໄໝບ່ຽງແພປານສາວລາວ ຢ່າຢ່າ ອຸຣັດສະຍາ ດາລາໄທ ນຸ່ງຊຸດໄໝລາວໃສ່ບາດທີ່ ຫຼວງພະບາງ

ງາມຫຼາຍໆເດ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ  ນັກສະແດງແຖວໜ້າຂອງປະເທດເພື່ອນບ້ານ ທີ່ເດີນທາງມາທ່ອງທ່ຽວ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ  ພ້ອມດ້ວຍຄອບຄົວ ເນື່ອງໃນໂອກາດວັນພັກຊ່ວງ ຄຣິດມາດ ແລະ ປີໃໝ່ ແລະ ຫຼ້າສຸດ ໃນວັນທີ 27 ທັນວາ 2017 ໃນອິນສະຕາແກຼມຂອງ ຢ່າຢ່າ ກໍໄດ້ໂພສຮູຸບພາບນຸ່ງສິ້ນໄໝ ບ່ຽງແພ ແບບປະເພນີລາວ ເພື່ອຮ່ວມເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ແລະ ກໍເປັນທຳນຽມທີ່ມາເມືອງມໍລະດົກໂລກກໍຕ້ອງໄດ້ເຮັດບຸນໃສ່ບາດເພື່ອຕ້ອນຮັບສິ່ງດີໆ ແລະ ນຳເອົາສິ່ງດີໆກັບໄປປະເທດຂອງຄົນທີ່ໄດ້ມາທ່ອງທ່ຽວເມືອງມໍລະດົກໂລກ (ຢ່າຢ່າ ແລະ ເອື້ອຍ ຂອງນາງ ມາແບບສະຕາຍສາວລາວ ແຖມຍັງໃສ່ເກີບແຕະສະບາຍໆອີ່ຫລີ) ເບິ່ງເຜີນໆຄິດວ່າແມ່ນສາວລາວ ແຕ່ເບິ່ງໄປເບິ່ງມາແມ່ນ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ຕົວນິ (555) ຂໍບອກເລີຍວ່າມີຄວາມໜ້າຮັກ ແລະ ງາມຫຼາຍໆເດີ້, ຢ່າງໃດກໍຂໍໃຫ້ເປັນທິບທ່ອງທ່ຽວທີ່ມ່ວນ ແລະ ເຕັມໄປດ້ວຍຄວາມປະທັບເດີ້ ຢ່າຢ່າ!!! #ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ  …

Read More »

ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ ມາຮູ້ຈັກອ້າຍບ່າວຕ້ອນຮັບເທິງຍົນສຸດ Hot ໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ!!!

ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ (555) ມາຮູ້ຈັກອ້າຍບ່າວສຸດ Hot…ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼື ສະຈວດຂອງສາຍການບິນດັງ ໝຸ່ມລາວທີ່ໄປໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ, ໃນຊ່ວງຕົ້ນເດືອນທີ່ຜ່ານມາມີເພສດັງຂອງປະເທດເພື່ອນບ້ານ ໄດ້ໂພສຮູບພາບໜຸ່ມສະຈວດລາວທີ່ມີໜ້າຕາ ຮູບຮ່າງ ສຸດເຈົ້າຊູ້ ຈົນເກີດເປັນກະແສໂດ່ງດັງເຮັດໃຫ້ຫຼາຍຄົນສົງໃສວ່າ ໜຸ່ມຄົນນີ້ແມ່ນໃຜນໍ້… ຊະນີIndy ຂໍຈັດໃຫ້ເອົາໃຈສາວໆ ທັງສາວແທ້ສາວທຽມ ມາຮູ້ຈັກກັບໜຸ່ມສະຈວດສຸດເຈົ້າຊູ້ຄົນນີ້ກັນເລີຍ ແຖມຍັງເຈາະເລິກສະເປັກສາວຂອງທ້າວມາຝາກ ແລະ ທ້າວຍັງບອກວ່າເປັນຄົນທີ່ມັກຖືກສາວຫັກອົກຕະຫຼອດວ່າຊັ້ນເດ້ (ໂອ້ຍ!!! ດູຕົນເດ້) ອ໊າຍຍຍ… ຢາກຮູ້ເລື່ອງລາວຂອງໜຸ່ມຄົນນີ້ແລ້ວແມ່ນບໍ່ ມາໆ…ນຳມາຕິດໆເລີຍໄວໆ!!!     ອ້າຍບ່າວສະຈວດ ອານົນສິດ ຈຸນລະມຸນຕີ ຫຼື ເບັນ ເຈົ້າຂອງຕໍາແໜ່ງໜຸ່ມບຸກຄະລິກດີຈາກເວທີ Lao Super Model 2016. ສາວໆເຫັນແລ້ວໃຈລະລາຍພຸ້ນແຫຼະ ເພາະເບິ່ງແລ້ວເຍົ້າຍວນໃຈຈົນຢາກນອນຊົບເອິກເພິ່ນເລີຍ 555. ສະນັ້ນ, ກ່ອນອື່ນຂໍແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກກັບອ້າຍບ່າວຄົນນີ້ ພ້ອມທັງໜ້າທີ່ວຽກງານຂອງເພິ່ນ ເພາະໜຸ່ມ ເບັນ ໄດ້ມາເປີດໃຈໃຫ້ສຳພາດແບບເຈາະເລິກເລີຍ ເພາະເຮົາຮູ້ວ່າ …

Read More »