Breaking News

ຂ່າວບັນເທີງນອກປະເທດ

ຊ໋ອກວົງການເພງ! “Dolores O’Riordan” ເຈົ້າຂອງເພງດັງ “Zombie” ເສຍຊີວິດແລ້ວ!!!

  ໂດໂລເຣສ ໂອເຣຍແດນ ( Dolores O’Riordan)  ນັກຮ້ອງນຳວົງ ເດິ ແຄນເບີຣີ່ (The Cranberries) ແນວເພງອັນເທີເນທີບຣ໊ອກຊື່ດັງ ໃນຍຸກ 90s ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 46 ປີ ໂດຍການລາຍງານຂອງສື່ອັງກິດວ່າ ໂດໂລເຣສ ກຳລັງເຂົ້າບັນທຶກສຽງຢູ່ທີ່ ລອນດອນ ປະເທດ ອັງກິດ ເຊິ່ງກ່ອນໜ້ານີ້ນາງໄດ້ມີການຍົກເລີກທົວຄອນເສີດຂອງວົງ ເນື່ອງຈາກບັນຫາດ້ານສຸຂະພາບ ໂດຍມີການລາຍງານອີກວ່າ ຄອບຄົວຂອງ ໂດໂລເຣສ ໂອເຣຍແດນ ກຳລັງຕົກຢູ່ໃນພາວະຊ໊ອກຢ່າງຮຸນແຮງ ແລະ ຍັງຮັບກັບການຈາກໄປຂອງນັກຮ້ອງດັງບໍ່ໄດ້ຫຼັງຈາກການຮູ້ຂ່າວການເສຍຊີວິດ ແລະ ໄດ້ຂໍຄວາມເປັນສ່ວນຕົວສຳລັບການທຳໃຈທີ່ແສນຍາກລຳບາກນີ້ ສ່ວນສາເຫດຂອງການເສຍຊີວິດຍັງບໍ່ໄດ້ປະກາດຢ່າງເປັນທາງການ. ຢ່າງໃດ! ກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງ Dolores O’Riordan ດ້ວຍ (RIP) ທີ່ມາ: https://news.mthai.com/world-news/611031.html

Read More »

ຍິນດີຕ້ອນຮັບ! ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!

ປະເທດລາວສວຍງາມ ບໍ່ວ່າໃຜໆກໍຕ້ອງຢາກມາຢ້ຽມຢາມ ຫຼ້າສຸດວັນທີ 10 ມັງກອນ 2018 ທີ່ຜ່ານມາ ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ກໍໄດ້ເດີນທາງ ແລະ ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ. ขึ้นไปให้สุด หยุดตรงน้ำตกใหญ่ #หลวงพระบาง ? @nattaboon A post shared by kalamare (@kalamare) on Jan 11, 2018 at 5:53am PST ການເດີນທາງມາ ແຂວງ ຫຼວງພະບາງ ກາລະແມ ກໍໄດ້ມີໂອກາດທ່ຽວຊົມຕາມສະຖານທີ່ສັກສິດ, ໃສ່ບາດເຮັດບຸນ, ຂີ່ລົດຖີບຫຼິ້ນໃນຕົວເມືອງ, ແລ່ນອອກກຳລັງກາຍໃນຊ່ວງເຊົ້າແຖມຍັງຍ້ອງວ່າອາກາດດີຫຼາຍ, ກິນອາຫານພື້ນບ້ານຂອງຫຼວງພະບາງ ແລະ ນາງຍັງຍ້ອງວ່າແຊບຫຼາຍໆ ນອກຈາກນັ້ນ ກາລະແມ ຍັງໄດ້ໄປທ່ອງທ່ຽວນໍ້າຕົກຕາດທີ່ຂຶ້ນຊື່ໃນ ແຂວງ ຫຼວງພະບາງ ພ້ອມກັບໂພສຮູບພາບ …

Read More »

ວູດດີ້ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຄວງສາມີສະວີດຫວານທີ່ ຫຼວງພະບາງ

ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017  ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …

Read More »

ເປັນຫຍັງ? ປູ ໄປຍາ ຈຶ່ງກ້າວຂຶ້ນມາເປັນດາລາໄອດໍ້ຂອງໃຜຫຼາຍໆຄົນ (ມີຄຳຕອບ)

ປູ ໄປຍາ ລຸ້ນເບີຣກ  ດາລາສາວຈາກປະເທດເພື່ອນບ້ານ ອາຍຸ 28 ປີ ລູກຊອດ ໄທ-ສະວີເດັນ ເລີ່ມກ້າວເຂົ້າວົງການບັນເທີງໂດຍໄດ້ຮັບບົດນາງເອກ ແລະ ຈະມີເອກະລັກເຊິ່ງເປັນຄົນທີ່ເວົ້າບໍ່ຂອດ ແລະ ຫຼາຍໆຄົນກໍຈະຈື່ລຸກຂອງນາງນັ້ນກໍຄືເປັນຄົນແຮງ ຄົນກົງໄປກົງມາ ໂດຍສະເພາະການໃຫ້ສຳພາດກັບນັກຂ່າວ ບອກເລີຍວ່າແຮງຊັດຈັດເຕັມ ລວມໄປເຖິງຂ່າວທັງດີ ແລະ ບໍ່ດີຕ່າງໆ ເຮັດໃຫ້ເກີດກະແສເອັນຕີ້ ປູ ໄປຍາ ຢູ່ໄລຍະໜຶ່ງ ຕໍ່ຈາກນັ້ນເຮັດໃຫ້ນາງເດີນທາງໄປຮຽນຕໍ່ທີ່ ປະເທດ ອັງກິດ ແຕ່ກໍຍັງມີໂອກາດບິນກັບມາຮັບງານໃນວົງການຢູ່ເປັນບາງເວລາ ຈຸດປ່ຽນທີ່ເຮັດໃຫ້ດາລາສາວຄົນນີ້ຕ້ອງຫັນກັບມາຄິດທົບທວນກັບຕົວນາງເອງຢ່າງຈິງຈັງ ເກີດຂຶ້ນຫຼັງຈາກທີ່ນາງກັບໄປເບິ່ງຄລິບສຳພາດກັບນັກຂ່າວໃນເລື່ອງຕ່າງໆໃນໄລຍະທີ່ຜ່ານມາ ຈົນເຮັດໃຫ້ຮູ້ສຶກບໍ່ດີ ແລະ ກັບມາຄິດວ່າເປັນຫຍັງຈຶ່ງຕອບຄຳຖາມກັບສື່ໄປແບບນັ້ນ ແລະ ຍັງບໍ່ພຽງແຕ່ເລື່ອງການສຳພາດເທົ່ານັ້ນ ສາວປູຍັງເບິ່ງເຫັນຂໍ້ບົກພ່ອງຂອງຕົວເອງກໍຄືການບໍ່ເບິ່ງແຍງຕົວເອງ ປ່ອຍໃຫ້ຕົວເອງຕຸ້ຍ ແລະ ຮ່າງກາຍຊຸດໂຊມຢ່າງໜັກ ເມື່ອຄິດໄດ້ແບບນັ້ນ ປູຈຶ່ງບໍ່ລໍຖ້າທີ່ຈະລຸກຂຶ້ນມາຈັດການກັບຊີວິດ ດ້ວຍການຫັນມາເບິ່ງແຍງສຸຂະພາບ ຮູບຮ່າງ ຈົນເປັນທີ່ຮືຮາເພາະນາງເຮັດໄດ້  ແຖມມີຊິກແພກງາມໆຢູ່ໜ້າທ້ອງຂອງນາງ ລວມໄປເຖິງການປ່ຽນແປງທັດສະນະຄະຕິ ຖິ້ມຄວາມຄິດດ້ານລົບອອກໄປ ເປັນປູຄົນໃໝ່ທີ່ມີທັດສະນະຄະຕິຕໍ່ໂລກທີ່ດີ (ຄິດບວກ) ທັງໝົດນີ້ເກີດຂຶ້ນຈາກໄວອາຍຸ …

Read More »

ເບິ່ງຮູບພາບເຕັມໆຂອງ Liza Soberano ສາວທີ່ມີໜ້າງາມທີ່ສຸດໃນໂລກ 2017

Liza Soberano ສາວໜ້າງາມທີ່ສຸດໃນໂລກ 2017 ນອກຈາກຈະມີຄວາມງາມ ແລະ ຍັງມີສະຕາຍການແຕ່ງໂຕທີ່ເປັນແບບຂອງຕົວເອງອີກດ້ວຍ!!! ກ້າວເຂົ້າສູ່ປີໃໝ່ກໍຈະມີການຈັດອັນດັບຕ່າງໆມາໃຫ້ອັບເດດກັນ ເຊິ່ງໜຶ່ງໃນການຈັດອັນດັບທີ່ໄດ້ຮັບການໃຫ້ຄວາມສົນໃຈໃນທຸກໆປີກໍຄົງຈະແມ່ນການຈັດອັນດັບ ສາວທີ່ມີຮູບໜ້າງາມທີ່ສຸດໃນໂລກ ຫຼື The 100 Most Beautiful Faces ໂດຍ TC Candler ເຊິ່ງໃນປີ 2017 ກໍໄດ້ມີການຈັດອັນດັບກັນເປັນທີ່ຮຽບຮ້ອຍແລ້ວ ໂດຍຜົນຈາກ 100 ຄົນທີ່ໄດ້ຮັບຕຳແໜ່ງ The 100 Most Beautiful Faces ຫຼື ສາວທີ່ມີຮູບໜ້າງາມທີ່ສຸດໃນໂລກກໍຄື Liza Soberano ນັກຮ້ອງ-ນາງແບບ-ນັກສະແດງຈາກ ປະເທດ ຟິລິປິນ ນັ້ນເອງ ສຳລັບ Liza Soberano ຕ້ອງບອກເລີຍວ່າເປັນຄົນທີ່ມີຮູບໜ້າຄົມ ແຕ່ແອບແຝງໄປດ້ວຍຄວາມງາມ ຫວານ ທຸກສັດສ່ວນຂອງໜ້າ ຕາ ຫູ ດັງ ປາກ ເອີ້ນໄດ້ວ່າສົມສ່ວນໄປໝົດ ເບິ່ງແລ້ວເປັນຄົນທີ່ງາມ ມີສະເໜ່ ແລະ ດ້ວຍຄວາມງົດງາມນີ້ຈຶ່ງເຮັດໃຫ້ນາງຖືກຈັດອັນດັບເປັນ …

Read More »