ພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢ່າງເປັນທາງການ!!! ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາໄດ້ມີພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢູ່ທີ່ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ໄດ້ມີການເປີດຮັບສະໝັກບັນດານາງສາວທີ່ມີເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ບໍ່ວ່າຈະເປັນສ່ວນສູງ 168ຊມ ຂຶ້ນໄປ, ມີອາຍຸລະຫວ່າງ 17-27, ແລະ ບຸກຂະລິກກະພາບພຽບພ້ອມ, ເຊິ່ງກໍ່ໄດ້ເປີດຮັບສະໝັກຕັ້ງແຕ່ເດືອນເມສາ ຈົນເຖິງວັນທີ 17 ພຶດສະພາ 2017 ທີ່ຜ່ານມາ, ກໍ່ໄດ້ມີການຄັດເລືອກເພື່ອທີ່ຈະຄັດຜູ້ເຂົ້າຮອບ 20 ຄົນສຸດທ້າຍ, ເພື່ອເຮັດກິດຈະກຳຕ່າງໆກ່ອນທີ່ຈະຮອດວັນປະກວດຮອບຕັດສິນໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້, ເຊິ່ງເປັນກຽດເປັນປະທານເປີດງານໂດຍ ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂທລະພາບທີວີລາວ ແລະ ປະທານຈັດງານປະກວດມິສແກຣນລາວ, …
Read More »ຂ່າວບັນເທີງໃນປະເທດ
ສຸດຍອດ! ຕົວແທນຈາກປະເທດລາວຄວ້າລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກ!!!
ເປັນທີ່ໜ້າຊື່ນຊົມຍິນດີກັບຕົວແທນຈາກປະເທດລາວ ອຸງ ທົດສະພອນ ສິດພະໄຊ ທີ່ສາມາດເອົາຊະນະລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກຢ່າງ “Mister National Universe 2017” ເຊິ່ງການປະກວດໄດ້ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ການປະກວດໃນເວທີລະດັບໂລກຕົວແທນຈາກປະເທດລາວເຮົາກໍເຮັດໄດ້ດີ ແລະ ມີຄວາມພະຍາຍາມຢ່າງເຕັມທີ່ ແລະ ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ແຖມຍັງເອົາຊະນະໃຈທັງຄົນລາວເຮົາ ແລະ ຄົນທົ່ວໂລກເພາະຄວ້າລາງວັນ Media Choice Awards ຫຼື “ຂວັນໃຈສື່ມວນຊົນ” ນັ້ນເອງ. ການທີ່ຄົນລາວເຮົາກ້າວມາໄກ ແລະ ມີຄວາມສາມາດເຖິງພຽງນີ້ກໍເປັນເລື່ອງທີ່ໜ້າຍິນດີແລ້ວ, ເຖິງຈະບໍ່ໄດ້ລາງວັນທີ 1,2,3 ກໍບໍ່ເປັນຫຍັງເພາະຖືວ່າເຮັດໄດ້ດີຫຼາຍ ແລະ ເອົາຊະນະໃຈຄົນລາວເຮົາໄປແບບເຕັມໆ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບ
Read More »ງາມຫຼາຍສາວນ້ອຍໜ້າຮັກນັກຮຽນມໍປາຍຄົນນີ້
ມື້ນີ້ແອດ…ມີເລື່ອງຊິມາເລົ່າສູ່ຟັງ ຄືແອດໄດ້ໄປສອດສ່ອງ Facebook ຂອງສາວນ້ອຍໜ້າຮັກຄົນໜຶ່ງ ທີ່ມີຊື່ວ່າ: Nanhtaly Thanonxay ( ນັນຕາລີ ທະນົນໄຊ ) ເມື່ອແອດໄດ້ໄປສ່ອງເຟສນ້ອງຄົນນີ້ ແອດກໍ່ໄດ້ເຫັນຄວາມໜ້າຮັກສົດໃສສົມໄວ, ບໍ່ວ່າຈະແຕ່ງກາຍມາ Style ໃດກໍໜ້າຮັກໄປໝົດ ນອກຈາກຄວາມງາມ ແລະ ໜ້າຮັກເທົ່ານັ້ນຍັງບໍ່ພໍ ສາວນ້ອຍຄົນນີ້ຍັງມີຄວາມສາມາດອີກຫຼາກຫຼາຍຢ່າງອີກ ແອດກໍເລີຍໄດ້ນໍາເອົາຮູບພາບ ຂອງສາວນ້ອຍຄົນນີ້ມາໃຫ້ແຟນໄດ້ຊົມ ວ່າຊິງາມຊິໜ້າຮັກແທ້ສົມກັບແອດເວົ້າແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ FB: Nanhtaly Thanonxay
Read More »ຕື່ນເຕັ້ນກັນສຸດໆເລີຍ!!! ມາຮ່ວມສົ່ງແຮງໃຈໃຫ້ ອຸງ ທົດສະພອນ ຕົວແທນຈາກປະເທດລາວ
ຕື່ນເຕັ້ນກັນສຸດໆເລີຍ!!! ມື້ນີ້ແລ້ວທີ່ຈະໄດ້ຮູ້ຜົນການປະກວດ “Mister National Universe 2017” ເຊິ່ງໜຶ່ງໃນນັ້ນມີຊາຍໜຸ່ມສຸດເຈົ້າຊູ້ ອຸງ ທົດສະພອນ ສິດພະໄຊ ທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ເຊື່ອວ່າແຟນໆທຸກໆຄົນກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າການປະກວດ Mister National Universe ໃນປີນີ້ຈັດຂຶ້ນທີ່ ຫົວຫິນ ປະເທດໄທ ແລະ ການປະກວດກໍເລີ່ມຕັ້ງແຕ່ວັນທີ 5 ມິຖຸນາ ຈົນມາຮອດວັນທີ 13 ມິຖຸນາ ກໍເປັນມື້ທີ່ທຸກໆຄົນທົ່ວໂລກຈະຮູ້ກັນວ່າໃຜຈະເປັນຄົນໄດ້ຮັບຕຳແໜ່ງ Mister National Universe 2017 ນີ້ໄປຄອງ, ດັ່ງນັ້ນເຮົາຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມລາວ ອຸງ ທົດສະພອນ ໂດຍການເຂົ້າໄປ ກົດໄລ້ ກົດແຊຣ ຮູບພາບຂອງໜຸ່ມອຸງຢູ່ທີ່ເພສ (Mister National Universe the new Gen of the future) ເພາະຄະແນນທີ່ຄົນລາວເຮົາກົດໄລ້ ແລະ ແຊຣ ນັ້ນຈະເປັນຄະແນນສະສົມໃຫ້ຕົວແທນຈາກລາວເຮົານັ້ນເອງ. …
Read More »ສາວງາມໃນຮົ້ວມະຫາວິທະຍາໄລທີ່ຜູ້ຊາຍຫຼາຍຄົນເຫັນແລ້ວຕ້ອງຫຼົງມັກ
ສະບາຍດີແຟນຂວັນໃຈທີ່ໜ້າຮັກ ມາພົບພໍ້ກັນໃນວັນຈັນ ມື້ເລີ່ມຕົ້ນອາທິດແບບນີ້ ເຮົາກໍ່ບໍ່ພາດທີ່ຈະນໍາເອົາສິ່ງດີໆງາມໆ ມາຕ້ອນມາຝາກໃຫ້ແຟນໆຂວັນໃຈທີ່ໜ້າຮັກໄດ້ເບິ່ງ ເຊິ່ງມື້ນີ້ເຮົາຈະພາໄປເບິ່ງ ຄວາມງົດງາມຂອງສາວນັກສຶກສາ ທີ່ຢູ່ໃນຮົ້ວຂອງມະຫາວິທະຍາໄລ ຫຼື ວິທະຍາໄລຕ່າງໆ ຖືໄດ້ວ່າແຕ່ລະຄົນກໍ່ມີຄວາມງົດງາມໃນແບບຂອງໃຜຂອງລາວ ຖ້າໝຸ່ມໆຄົນໃດໄດ້ເຫັນຈະຫຼົງມັກ ແລະ ຢາກໄດ້ມາເປັນແຟນຢ່າງແນ່ນອນເລີຍ!! ##ເອົາເປັນວ່າເຮົາໄປເບິ່ງພ້ອມໆກັນເລີຍວ່າ ແຕ່ລະຄົນຈະງາມຈະໜ້າຮັກຂະໜາດໃດໄປເບິ່ງກັນເລີຍ!!! ຮູບພາບ: Alina ppsv, F’Faiy SPI Page: Talk To Teen
Read More »