Breaking News

ຂ່າວບັນເທີງໃນປະເທດ

ເອົາໃຈແຟນຄລັບຊາວລາວໄປເລີຍ!!! ໂອປໍ ມາລາວທັງທີບໍ່ພາດທີ່ຈະນຸ່ງຊຸດໄໝລາວ ແຖມຊື້ກັບປະເທດ!!!

ເປັນທີ່ຮືຮາກັນໃນໂລກສັງຄົມອອນລາຍໃນທ້າຍອາທິດທີ່ຜ່ານມາເມື່ອ ເອື້ອຍ  ໂອປໍ ປານິສະຣາ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານໄດ້ນຸ່ງຊຸດໄໝລາວໄປຮ່ວມໃນງານ Top Thai Brands 2017 ທີ່ສູນການຄ້າ ລາວ-ໄອເຕັກ ຈົນເປັນທີ່ຖືກໃຈຂອງແຟນຄລັບຊາວລາວ, ແລະ ນອກຈາກນັ້ນເອື້ອຍ ໂອປໍ ກໍຍັງໄດ້ນຸ່ງຊຸດໄໝລາວງາມໆເພື່ອໄປໄຫ້ວພະເຮັດບຸນທີ່ວັດສີເມືອງ ແລະ ຍັງຊື້ຊຸດໄໝລາວກັບປະເທດ ແຖມຍັງໂພສໃນອິນສະຕາແກຼມອີກວ່າ ຊຸດໄໝລາວງາມໆ ແລະ ນາງກໍມັກຫຼາຍ!!! ไหว้พระ #Vientiane #oabssoap #Smithproducts #น้อยแต่มากเรียบแต่โก้ฮายแฟชึ่นทริป #DITP A post shared by Opal Panisara (@opalpanisara) on Jun 10, 2017 at 3:01am PDT ເຫັນບໍ່… ນິແຫຼະຄວາມງົດງາມຂອງເອກະລັກປະເພນີລາວ ຊຸດໄໝລາວເປັນຫຍັງທີ່ມີສະເໜ່ຫຼາຍ ເພາະດາລາດັງຂອງຕ່າງຊາດແຕ່ລະຄົນທີ່ມາກໍບໍ່ພາດທີ່ຈະນຸ່ງ ຫຼື ນຳກັບປະເທດເພື່ອເກັບໄວ້ເປັນທີ່ລະນຶກວ່າຄັ້ງໜຶ່ງພວກເຂົາເຫຼົ່ານັ້ນກໍເຄີຍມາປະເທດລາວ, ດັ່ງນັ້ນແຟນໆທຸກຄົນຄວນເອົາໃຈໃສ່ຮັກສາເອກະລັກປະເພນີລາວທີ່ງົດງາມນີ້ໄວ້ ເພາະມັນເປັນສິ່ງທີ່ເຮົາມີມາຕັ້ງແຕ່ບູຮານນະການ …

Read More »

ທຽບຊັ້ນກັນແບບຈະໆ! ຊຸດປະຈຳຊາດຂອງແຕ່ລະປະເທດໃນການປະກວດ “Mister National Universe 2017”

ແຟນໆຊາວລາວທຸກຄົນມື້ນີ້ ຂວັນໃຈ ຈະພາມາເບິ່ງຊຸດປະຈຳຊາດຂອງແຕ່ລະປະເທດໃນການປະກວດ “Mister National Universe 2017”  ລອງມາເບິ່ງກັນເບິ່ງເດີ້!!!   ເຫັນແລ້ວເປັນແນວໃດແດ່? ຄິດວ່າຊຸດປະຈຳຊາດຂອງລາວຊຸດ “ສັງສິນໄຊ” ທີ່ໄດ້ຕົວແທນຈາກລາວເຮົາໜຸ່ມ ອຸງ ທົດສະພອນ ສິດພະໄຊ ນຸ່ງນັ້ນຈະສາມາດເອົາຊະນະໄດ້ ຫຼື ບໍ່? (ຄອມເມັ້ນບອກກັນແດ່), ສ່ວນແຟນໆທ່ານໃດທີ່ຢາກເປັນກຳລັງໃຈໃຫ້ຕົວແທນຈາກລາວເຮົາສາມາດໄປຮ່ວມ Vote ໃຫ້ໜຸ່ມ ອຸງ ໂດຍການກົດໄລ້ຮູບພາບຂອງຕົວແທນຈາກລາວຄົນນີ້ໄດ້ທີ່ເພສ  Mister National Universe the new Gen of the future  ໄດ້ເລີຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກລາວ via: misternationaluniverse  

Read More »

ນູ່ນີ່ ເປີດໃຈຄັ້ງທຳອິດເຖິງການໄປລາຍການ “Take Me Out Thailand”

ສຳພາດພິເສດສາວ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປຮ່ວມລາຍການເລືອກຄູ່ຊື່ດັງ “Take Me Out Thailand” ແລະ ມີການເປີດໃຈຄັ້ງທຳອິດກັບ ທີມງານ ຂວັນໃຈ ທີ່ນູ່ນີ່ໄດ້ໄປອອກລາຍການຕັ້ງແຕ່ມື້ທຳອິດຈົນເຖິງປັດຈຸບັນ… ລອງມາອ່ານບົດສຳພາດຂອງສາວ ນູ່ນີ່ ສາວໂຕນ້ອຍໜ້າຮັກຄົນນີ້ເບິ່ງເດີ້!!! ຂັວນໃຈ: ເຮັດແນວໃດ? ຈຶ່ງໄປຮອດລາຍການດັງຂອງປະເທດເພື່ອນບ້ານ? ນູ່ນີ່: ໂດຍ ກໍສົ່ງອີເມວໄປຕາມຊ່ອງທາງທີ່ທາງລາຍການເລີຍ ແລະ ນູ່ນີ່ເອງກໍມີອ້າຍຢູ່ທາງໄທແດ່ ເພິ່ນກໍເປັນຄົນແລ່ນເລື່ອງສະໝັກໃຫ້ ເພາະເພິ່ນກໍເຫັນເຮົາໂສດ ຢາກເຫັນເຮົາມີແຟນ (555) ຂັວນໃຈ: ຄວາມຮູ້ສຶກທີ່ໄດ້ໄປລາຍການ “Take Me Out Thailand” ນູ່ນີ່: ກໍຮູ້ສຶກວ່າຕົນເອງເປັນຄົນໂສດ ກໍຮູ້ສຶກວ່າຢາກເປີດໂອກາດໃຫ້ຕົວເອງ ຢາກເຈິຄົນທີ່ດີ ຖ້າມີໂອກາດເຈິຄົນທີ່ດີເນາະກໍລົມ ແຕ່ຖ້າລົມແລ້ວບໍ່ເຂົ້າໃຈກັນກໍບໍ່ເປັນຫຍັງສາມາດເປັນອ້າຍເປັນນ້ອງກັນໄດ້ ແລະ ເທົ່າທີ່ນູ່ນີ່ໄດ້ໄປອອກລາຍການທາງຝັ່ງໄທແລ້ວເນາະ ກໍຮູ້ສຶກວ່າມີແຟນຄລັບທາງຝັ່ງລາວຝັ່ງໄທຫຼາຍຂຶ້ນ ກະມີທັງດີ ແລະ ບໍ່ດີ ກະມີທັງຜູ້ຄອມເມັ້ນມາ ແຕ່ກໍບໍ່ເປັນຫຍັງເພາະນູ່ນີ່ກໍນຳເອົາມາປັບປຸງຕົວເອງ ຂັວນໃຈ: ຊີວິດປ່ຽນບໍ່? …

Read More »

ຮູບເງົາ “ຫົງຫາມເຕົ່າ” ມາແຮງທະລຸ 1000 ລ້ານ!!!

ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!! ເຢ້ 1.000ລ້ານ ແລ້ວເດີ້ ຫົງຫາມເຕົ່າຂໍຂອບໃຈຫມົດທຸກໆຄົນ ທີ່ຊ່ວຍສະຫນັບສະຫນູນຮູບເງົາລາວ ເຈ້ຍ ສັນຍາເລື່ອງຕໍ່ໄປຈະເຮັດໃຫ້ດີກວ່າ… โพสต์โดย Phoumsana Sirivongsa บน 9 มิถุนายน 2017   ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ. #ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ ທີ່ມາ: Jear Pacific

Read More »

ຄູ່ນີ້ໜ້າຮັກ! ໂອປໍ-ໝໍໂອກ ເດີນທາງມາປະເທດລາວເປັນທີ່ຮຽບຮ້ອຍ…

ເປັນຄູ່ ສາມີ-ພັນລະຍາ ທີ່ໜ້າຮັກສຸດໆເລີຍສຳລັບ ໂອປໍ ປານິສະລາ ແລະ ໝໍໂອກ ສະມິດ ເຊິ່ງທັງ 2 ເປັນພິທີກອນ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ, ແລະ ໃນຕອນບ່າຍຂອງມື້ນີ້ທັງສອງກໍໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍເພື່ອມາຮ່ວມເປັນສິລະປິນຮັບເຊີນໃນງານ “Top Thai Brands 2017” ຢູ່ທີ່ສູນການຄ້າລາວ-ໄອເຕັກ. ແຕ່ພໍມາຮອດປະເທດລາວດາລາດັງທັງ 2 ກໍມີໂອກາດໄປກິນເຂົ້າທ່ຽງທີ່ຮ້ານອາຫານຊື່ດັງແຖວນາໄຊ (Senglao cafe) ເຊິ່ງເປັນຮ້ານອາຫານທີ່ມີບັນຍາກາດດີ ອາຫານແຊບ ຕົບແຕ່ງສະໄຕຍຸກ 70’s ຈົນເຮັດໃຫ້ທັງສອງຕິດອົກຕິດໃຈເຖິງຂັ້ນໂພສລົງໃນອິນສະຕາແກຼມກັນເລີຍ ແລະ ນອກຈາກນັ້ນທັງ ໂອປໍ ແລະ ໝໍໂອກ ກໍມີໂອກາດໄດ້ຖ່າຍຮູບກັບບັນດາແຟນຄລັບຊາວລາວດ້ວຍຄວາມເປັນກັນເອງອີກດ້ວຍ. Senglao Cafe' #Vientiane A post shared by Opal Panisara (@opalpanisara) on Jun 8, 2017 at 11:20pm …

Read More »