Breaking News

ຂ່າວບັນເທີງໃນປະເທດ

ເອົາແລ້ວໆໆ ອຸງ ຕົວແທນຈາກລາວມີລຸ້ນ!! ຕິດອັນດັບ Top 5 ໃນການປະກວດ “Mister National Universe 2017”

ເອົາແລ້ວໆໆ!!! ອຸງ ທົດສະພອນ ສິດພະໄຊ ຕົວແທນຈາກປະເທດລາວເຮົາມີລຸ້ນ…. ເພາະຕິດ 1 ໃນ 5 ໜຸ່ມ Hot ຂອງຜູ້ເຂົ້າປະກວດທັງໝົດໃນເວທີ “Mister National Universe 2017” #ແຊຣໄປໃຫ້ໂລກຮູ້ ຢ່າລືມເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ ແຟນໆສາມາດໄປໂຫວດໄປເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ໄດ້ເລີຍ!!! ຍັງມີຮູບ Hot2 ຂອງໝຸ່ມ ອຸງ ມາຝາກທຸກຄົນນຳເດີ້!! ຂໍຂອບໃຈຮູບພາບ

Read More »

ມາເບິ່ງ! ຄວາມເຈົ້າຊູ້ຂອງບັນດາໜຸ່ມໆຜູ້ເຂົ້າປະກວດ “Mister National Universe 2017”

ວ້າວໆໆ ເຊື່ອວ່າໝູ່ເພື່ອນທຸກຄົນກໍຄົງຍາກຈະເຫັນໜ້າຕາຂອງບັນດາໜຸ່ມໆຜູ້ເຂົ້າປະກວດໃນເວທີ “Mister National Universe 2017” ແມ່ນບໍ່? ມື້ນີ້ ຊະນີIndy ກໍບໍ່ເຄີຍປ່ອຍໃຫ້ເວລາເສຍໄປລ້າໆ ຈຶ່ງໄດ້ໄປຊອກຊ໋ອກແຊ໋ກນຳເອົາຮູບພາບຂອງໜຸ່ມໆຜູ້ເຂົ້າປະກວດແຕ່ລະປະເທດມາຝາກ, ແຕ່ ແຕ່ ແຕ່ ຂໍບອກກ່ອນເດີ້ ໂດຍສະເພາະສາວໆທັງສາວແທ້ສາວທຽມທັງຫຼາຍ… ໃຫ້ກຽມທິດຊູໄວ້ເຊັດນໍ້າລາຍແນ່ກໍດີເດີ້ 555 ເພາະແຕ່ລະໜຸ່ມຕົວແທນຂອງແຕ່ລະປະເທດນັ້ນບອກໄດ້ເລີຍວ່າມີແຕ່ຄົນເຈົ້າຊູ້ ບຸກຂະລິກແຕ່ລະຄົນກໍດີໆ ບໍ່ລໍຊ້າເດີ້ມາເບິ່ງກັນເລີຍ!! #ຢ່າງໄດກໍຢ່າລືມເຊຍໜຸ່ມຕົວແທນຈາກລາວເຮົາແດ່ເດີ້ເພື່ອນໆ ຊຸດປະຈຳຊາດ…    ຊຸດລອຍນໍ້າ…  via:  misternationaluniverse

Read More »

ຈະເກີດຫຍັງຂຶ້ນ! ເມື່ອອ້າຍເອຜູ້ຈັດການເອີ້ນໃຫ້ Superstar ອໍ້າ ຊ່ວຍ… (ມີຄລິບ)

ອ້າຍ ເອ ສຸພະໄຊ ຜູ້ຈັດການຂອງ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ກໍມີໂອກາດໄດ້ເດີນທາງມາ ສປປ ລາວ ພ້ອມກັບດາລາສາວ, ຫຼ້າສຸດອ້າຍ ເອ  ກໍໄດ້ໂພສຄລິບທີ່ມີແຟນຄລັບສາວອໍ້າທີ່ໄປແຫ່ໃຫ້ກຳລັງໃຈສາວອໍ້າກັນຢ່າງເນື່ອງແໜ້ນ ພ້ອມຂຽນຄຳອະທິບາຍກ້ອງຄລິບວ່າ: “ມ່ວນຫຼາຍ ມີຄົນໄປຮ່ວມງານຫຼາຍ ເຫັນແບບນີ້ກໍປື້ມໃຈແທນນ້ອງອໍ້າ ອ້າຍເອເລີຍຢາກເກັບພາບບັນຍາກາດມາຝາກທຸກໆຄົນ ປະກົດວ່າເວລາແຍກຕົວອອກມາຖ່າຍແລ້ວກັບເຂົ້າໄປບໍ່ໄດ້ ເລີຍຕ້ອງໄດ້ຮ້ອງໃຫ້ນ້ອງອໍ້າມາຊ່ວຍ 555 ຂອບໃຈທຸກໆຄົນທີ່ ສປປ ລາວ ທີ່ໃຫ້ການຕ້ອນຮັບ” ຊະນີIndy ເອງກໍມີໂອກາດໄດ້ໄປງານນີ້ເຊັ່ນກັນ ແລະ ກໍມີໂອກາດໄດ້ເຈິທັງ ເອື້ອຍ ອໍ້າ ແລະ ອ້າຍ ເອ ເຊິ່ງທັງສອງກໍໜ້າຮັກດີ ແລະ ກໍແມ່ນຕາມທີ່ຄວາມ ອ້າຍ ເອ ເພິ່ນໄດ້ໂພສແທ້ ເພາະວ່າໃນງານມີຄົນໄປຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ ອ້າຍ ເອ ເຖິງຂັ້ນເກືອບຂຶ້ນລົດບໍ່ທັນພຸ້ນລະ ເພາະຊົ່ວຈະຝ່າກອງທັບແຟນຄລັບໄປໄດ້ບໍ່ແມ່ນເລື່ອງງ່າຍເລີຍແມ່ນບໍ່ ອ້າຍ ເອ 555. …

Read More »

ເປີດໂຕແລ້ວ! ຊຸດປະຈຳຊາດຂອງລາວໃນການປະກວດ “MISTER NATIONAL UNIVERSE 2017”

ດັ່ງທີ່ທຸກຄົນໄດ້ຮູ້ໄປແລ້ວວ່າມີໜຸ່ມສຸດເຈົ້າຊູ້ ທົດສະພອນ ສິດພາໄຊ (ອຸງ) ໄດ້ເດີນທາງໄປເປັນຕົວແທນປະເທດລາວໃນການແຂ່ງຂັນໃນເວທີ “MISTER NATIONAL UNIVERSE 2017”  ເຊິ່ງເປັນເວທີການປະກວດໃນລະດັບສາກົນມີທັງໝົດ 13 ປະເທດຈາກທົ່ວໂລກມາປະຊັນຄວາມເຈົ້າຊູ້ ຄວາມສະຫຼາດ ແລະ ຄວາມມີບຸກຂະລິກດີນັ້ນເອງ, ແລະ ໃນເວລານີ້ທາງກອງປະກວດກຳລັງຢູ່ໃນຊ່ວງເກັບຕົວ ແລະ ກໍໄດ້ມີການເປີດໂຕຊຸດປະຈຳຊາດຂອງແຕ່ລະປະເທດ ໃນນັ້ນກໍມີພາບຊຸດປະຈຳຊາດລາວ ເຊິ່ງຊຸດປະຈຳຊາດລາວເຮົາໄດ້ມີແຮງບັນດານໃຈໃນການອອກແບບມາຈາກວັນນະຄະດີເລື່ອງ “ສັງສິນໄຊ”, ດັ່ງນັ້ນລອງມາເບິ່ງຊຸດປະຈຳຊາດຂອງລາວທີ່ທາງໜຸ່ມອຸງໄດ້ເປັນຕົວແທນນຸ່ງໃນການປະກວດໃນເທື່ອນີ້ກັນເລີຍ! ສຳລັບການປະກວດ “MISTER NATIONAL UNIVERSE 2017” ໄດ້ເລີ່ມຕັ້ງແຕ່ 5-13 ມິຖຸນາ 2017 ທີ່ຫົວຫິນ ປະເທດໄທ!!! #ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກປະເທດລາວ ຮູບພາບຈາກ: misternationaluniverse , Oung Thotsaphone Sitphaxay

Read More »

ເຈົ້າແມ່ຫ້າງແຕກ!!! ອໍ້າ ພັດຊະຣາພາ ໂພສຂອງໃຈ ສປປ ລາວ

ຫຼັງຈາກທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ໄດ້ເດີນທາງມາໂຊໂຕທີ່ລາວເຮົາໃນວັນທີ 7 ມິຖຸນາ 2017 ທີ່ຜ່ານມາ, ເຮັດເອົາສ້າງຄວາມຮືຮາເພາະມີແຟນຄລັບຊາວລາວໄປໃຫ້ກຳລັງໃຈສາວອໍ້າຢ່າງລົ້ນເຫຼືອ… ຈົນນາງເອງກໍອົດບໍ່ໄດ້ທີ່ຈະອອກມາໂພສຮູບພາບພ້ອມຄຳອະທິບາຍວ່າ: “Top Thai Brands 2017 ຂອບໃຈຫຼາຍໆ ສປປ ລາວ” ແລະ ແຕ່ລະຮູບທີ່  Superstar ສາວຄົນນີ້ໄດ້ໂພສກໍຄືຮູບພາບທີ່ມີແຟນຄລັບຈຳນວນຫຼວງຫຼາຍໄປໃຫ້ກຳລັງໃຈນາງນັ້ນເອງ!!! Top Thai Brands 2017 ขอบคุณมากๆค่ะ สปป.ลาว??❤️ A post shared by aum_patchrapa (@aum_patchrapa) on Jun 7, 2017 at 7:58am PDT via: aum_patchrapa

Read More »