Breaking News

ຂ່າວບັນເທີງໃນປະເທດ

ອະລັງການງານສ້າງກັບຊຸດເຈົ້າສາວຂອງ ແອັບເປີ້ນ ສີສະຫງຽນ!!!

ເປັນຄູ່ຮັກໄອດໍ້ຂອງຄົນທົ່ວໆໄປເລີຍກໍວ່າໄດ້ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ໜຸ່ມ ຟຸກ ຈິຣະ ຄູ່ຮັກດາລາ ສາວລາວ-ບ່າວໄທ ທີ່ມີຄົນຕິດຕາມຄວາມເຄື່ອນໄຫວກັນແບບບໍ່ມີຕົກກະແສ ແລະ ໃນໄວໆນີ້ທັງສອງກຳລັງຈະມີຂ່າວດີຮ່ວມກັນໃນທ້າຍປີທີ່ຈະມາເຖິງ, ຫຼ້າສຸດໃນວັນທີ 4 ມິຖຸນາ ທີ່ຜ່ານມາສາວ ແອັບເປີ້ນ ວ່າທີ່ເຈົ້າສາວຄົນງາມກໍໄດ້ໂພສຮູບພາບລອງຊຸດເຈົ້າສາວທີ່ມີຄວາມງາມອະລັງການງານສ້າງ ມີຄວາມຫຼູຫຼາ ໃນຊຸດລາຕີລາຍລູກໄມ້ສີຂາວ ເບິ່ງແລ້ວງາມໆ ບອກເລີຍອໍລ້າເຈົ້າສາວຈັບສຸດໆ ແຖມງານນີ້ໜຸ່ມ ຟຸກ ວ່າທີ່ເຈົ້າບ່າວກໍມາໃຫ້ກຳລັງໃຈສາວແອັບເປີ້ນແບບບໍ່ມີຫ່າງ… ຂໍສະແດງຄວາມຍິນດີກັບວ່າທີ່ເຈົ້າສາວເຈົ້າບ່າວນຳເດີ້, ເພາະຄວາມຮັກເປັນສິ່ງທີ່ງົດງາມສະເໝີ!!! #ແຊຣໄປໃຫ້ກຳລັງໃຈທັງສອງແດ່ ແລະ ຍັງມີຮູບຄູ່ທີ່ໜ້າຮັກຂອງທັງສອງມາຝາກທຸກຄົນນຳເດີ້!!! ຂໍຂອບໃຈຮູບພາບ: appleminiberry

Read More »

ກັນ ກັນຕະຖາວອນ ດາລາຈາກປະເທດເພື່ອນບ້ານໂພສເຖິງແຟນໆຊາວລາວແບບນີ້…

ກຣີດໆໆ…ກັນແບບສຸດເລີຍແມ່ນບໍ່? ສຳລັບແຟນຄລັບຂອງໜຸ່ມ ກັນ ກັນຕະຖາວອນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ເຊິ່ງໃນວັນທີ 4 ມິຖຸນາ 2017 ທີ່ຜ່ານມາເພິ່ນກໍໄດ້ມາຢ້ຽມຍາມປະເທດລາວຂອງເຮົາ ໂດຍມາທີ່ວຽງຈັນເຊັນເຕີ້ ແລະ ໜຸ່ມ ກັນ ກໍມາໃນມາດທີ່ສະບາຍໆໂດຍນຸ່ງເສື້ອເຊີດສີຂາວ ນຸ່ງສົ້ງລາຍແຊກຕາມແບບຕາມສະຕາຍຂອງເພິ່ນພ້ອມທັກທາຍສະບາຍດີແຟນໆຊາວລາວຢ່າງເປັນກັນເອງ ແຖມຍັງມີບາງຕອນທີ່ໜຸ່ມຄົນນີ້ຍັງເວົ້າລົມເປັນສຳນຽງພາສາລາວຈົນເຮັດໃຫ້ແຟນຄລັບຊາວລາວປື້ມໃຈໄປໄຕາມໆກັນ, ນອກຈາກນັ້ນຍັງບໍ່ພໍ ກັນ ກັນຕະຖາວອນ ຍັງໄດ້ໂພສຮູບພາບລົງໃນອິນສະຕຣາແກມແລະບອກວ່າ “ຜູ້ບ່າວຜູ້ສາວຊາວລາວໜ້າຮັກຫຼາຍ” ເຮັດໃຫ້ມີແຟນຄລັບທັງລາວ ແລະ ໄທເຂົ້າໄປໃຫ້ກຳລັງໃຈ ແລະ ຄອມເມັ້ນໃນຮູບພາບກັນຢ່າງຫຼວງຫຼາຍ!!! ผู้บ่าวผู้สาวชาวลาวน่าฮักหลาย #kankantathavorn ไว้เจอกัน(ต์)จ่ะ #เป๊กห้างแตก @peckpalit #ทอมห้างล้น @tom_reckless . . . #กันต์ห้าง…..ไกลเหลือเกิน5555 #kankantathavorn A post shared by Kan Kantathavorn (@kankantathavorn) on Jun 4, 2017 at …

Read More »

ບ໋ອບບີ້ ອັດສະວິນ ສຸດຮ໋ອດຂຶ້ນແທ່ນພະເອກໜຸ່ມຫຼໍ່ຂັ້ນເທບ!!!

Hot and Hit ສຸດໆເລີຍສຳລັບໜຸ່ມ ອັດສະວິນ ເພັດສັງຫານ ຫຼື ບ໋ອບບີ້ ອາຍຸ 24 ປີ ພະເອກໜຸ່ມໜ້າຕີ໋ໜ້າໃສຈາກຮູບເງົາເລື່ອງ ຫົງຫາມເຕົ່າ ຂອງອ້າຍ ເຈ້ຍ ປາຊີຟິກ, ເຊິ່ງໜຸ່ມ ບ໋ອບບີ້ ຄົນນີ້ບອກເລິຍວ່າບໍ່ທຳມະດາ ນອກຈາກໜ້າຕາທີ່ຫຼໍ່ເຫຼົາເອົາການແລ້ວ ເພິ່ນກໍມີຄວາມສາມາດຫຼາຍຢ່າງອີກໄດ໋ ເພາະເພິ່ນໄດ້ຝາກຜົນງານໃນວົງການບັນເທິງມາແລ້ວຢ່າງຫຼວງຫຼາຍບໍ່ວ່າຈະເປັນ ນັກຮ້ອງ ພິທິກອນ ເດີນແບບ ຖ່າຍແບບ ພະເອກເອັມວີ ແລະ ກໍເປັນພະເອກຮູບເງົາມາແລ້ວຫຼາຍເລື່ອງ ເຊິ່ງຫຼ້າສຸດກໍຮັບບົດເປັນເຕົ່າພະເອກຂອງຮູບເງົາເລື່ອງ  “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າເຮົາຮັກກັນ”ແລະ ບ໋ອບບີ້ເອງກໍໄດ້ໂຊຝີມືໃນການສະແດງແຕກກະຈາຍ ເຮັດໃຫ້ແຟນໆອິນໄປຕາມໆກັນ ຈົນຂຶ້ນແທ່ນເປັນພະເອກໜຸ່ມຫຼໍ່ຂວັນໃຈສາວໆໄປໄດ້ຢ່າງງ່າຍດາຍ. ສ່ວນ Life style ຂອງໜຸ່ມ ບ໋ອບບີ້ ກໍບໍ່ທຳມະດາ ເພາະ He ມັກຈະໂພສຮູບພາບເອີ້ນງ່າຍໆວ່າ ຫຼໍ່ຂັ້ນເທບ ພຸ້ນລະ, ງານນີ້ເຮັດເອົາສາວໆນຳກົດໄລ້ ກົດແຊຣ ກັນສະໜັ່ນຫວັ່ນໄຫວ!!! #ເອົ້າ!!!ແຊຣໄປໃຫ້ໂລກຮູ້ພະເອກຮູບເງົາລາວ …

Read More »

ມີ່ມີ່ ພູນຊັບ ສາວນ້ອຍຜູ້ໂດດເດັ່ນໜຶ່ງໃນຜູ້ເຂົ້າປະກວດ “MISS GRAND LAOS”

ກຳລັງເປັນກະແສກັນເລີຍສຳລັບການປະກວດ “MISS GRAND LAOS” ແລະ ຫຼ້າສຸດທາງກອງປະກວດກໍໄດ້ເປີດເຜີຍບັນດານາງສາວທີ່ເຂົ້າຮອບທັງໝົດ 20 ຄົນ ແລະໜຶ່ງໃນນັ້ນບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບນ້ອງ ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ ເປັນສາວນ້ອຍທີ່ມີບຸກຄະລິກທີ່ໂດດເດັ່ນ ແລະ ມີຄວາມສາມາດເພາະສາວ ມີ່ມີ່ ຄົນນີ້ເຄີຍຜ່ານວຽກໃນວົງການບັນເທິງມາຢ່າງຫຼວງຫຼາຍທັງເປັນພີເຊັນເຕີ້, ເດີນແບບ, ນາງແບບວາລະສານ, ນາງແບບປະຕິທິນ ແລະ ນາງຍັງເປັນນາງເອກເອັມວີເພງໃຫ້ວົງ ແບັກອາຍ ແລະ ຫຼ້າສຸດກໍຄືການປະກວດ “MISS GRAND LAOS” ແລະ ຕິດໜຶ່ງໃນ 20 ຄົນສຸດທ້າຍຂອງການປະກວດ, ເຊິ່ງເວົ້າໄດ້ເລີຍວ່າ ມີ່ມີ່ ພູນຊັບ ກໍເປັນອີກນ້ອງນາງສາວທີ່ມີຄວາມໂດດເດັ່ນບໍ່ແພ້ກັບສາວງາມຄົນອື່ນໃນການປະກວດ MISS GRAND LAOS 2017 ນີ້ເລີຍກໍວ່າໄດ້. #ຢ່າລືມແຊຣໄປໃຫ້ກຳລັງໃຈສາວນ້ອຍຄົນນີ້ແດ່ ຍັງມີຮູບພາບໜ້າຮັກຂອງສາວນ້ອຍ ມີ່ມີ່ ພູນຊັບ ມາຝາກແຟນໆນຳເດີ້!!! …

Read More »

ເກີດຫຍັງຂຶ້ນ? ເມື່ອຄະນະກຳມະການ Lao Fashion Week ຕັດສິດໜຶ່ງໃນນັກອອກແບບໜຸ່ມນ້ອຍ!!!

ໃນວັນທີ 1 ມິຖຸນາ ທີ່ຜ່ານມາ ເພສດັງ Lao Fashion Week ໄດ້ອອກມາໂພສແຈ້ງການເຖິງການປ່ຽນແປງຂອງຜົນການຕັດສິນຂອງໂຄງການ ນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designer 2017) ເຊິ່ງໄດ້ລະບຸດັ່ງນີ້: ເຊິ່ງກໍລະນີດັ່ງກ່າວເຮັດໃຫ້ທຸກໆຄົນຕ່າງກໍມີຄວາມງົງໄປຕາມໆກັນວ່າມັນເກີດຫຍັງຂຶ້ນແທ້, ເປັນຢ່າງໃດກໍຂໍເປັນກຳລັງໃຈໃຫ້ກັບທຸກໆຝ່າຍເລີຍເດີ້ ແລະ ຂໍະແດງຄວາມຍິນດີກັບນ້ອງ ນ. ມະນີວອນ ວັນສະຫວັດ, ອາຍຸ 18 ປີ ຈາກແຂວງຈຳປາສັກ ທີ່ໄດ້ທຶນການສຶກສາ 6 ເດືອນ ທີ່ສະຖາບັນ ນານຢາງ, ສິງກະໂປ ແທນຜູ້ທີ່ຖືກເພີກຖອນໃນທຶນນີ້ໄປ. ທີ່ມາ: Lao Fashion Week

Read More »