Breaking News

ຂ່າວບັນເທີງໃນປະເທດ

(ແມ່ຍິງລາວເກັ່ງຫຼາຍ) ຊົມເຊີຍ! ນັກທຸລະກິດແມ່ຍິງລາວໄດ້ຮັບລາງວັນດີເດັ່ນລະດັບອາຊຽນ #ແຊຣໄປໃຫ້ໂລກຮູ້

ນັບວ່າເປັນຂ່າວດີສົ່ງທ້າຍເດືອນ ມິຖຸນາ 2019 ຫຼ້າສຸດສະມາຄົມນັກທຸກລະກິດແມ່ຍິງລາວໄດ້ຮັບລາງວັນຜູ້ປະກອບການ “ແມ່ຍິງອາຊຽນດີເດັ່ນ ປະຈຳປີ 2019” (ASEAN Woman Entrepreneures of the year Award 2019)  ຈຳນວນ 10 ທ່ານ ໃນວັນທີ 21 ມິຖຸນາ 2019 ທີ່ ບາງກອກ ປະເທດໄທ,  ໂດຍການນຳພາຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໃນນີ້ມີຜູ້ຮັບລາງວັນໝົດ 87 ທ່ານ ຈາກ 10 ປະເທດອາຊຽນ. ສຳລັບທຸລະກິດທີ່ຈະໄດ້ຮັບລາງວັນນີ້ ຕ້ອງທຸລະກິດຂະໜາດນ້ອຍ ແລະ ກາງ ຂຶ້ນໄປ, ເປັນບໍລິສັດດຳເນີນກຳຈະການຢ່າງໜ້ອຍ 5 ປີ ຂຶ້ນ, ເປັນທຸລະກິດທີ່ໂດດເດັ່ນ ແລະ ມີການພັດທະນາຢ່າງເນື່ອງເລື້ອຍໆ. ນັກທຸລະກິດແມ່ຍິງລາວ ຈຳນວນ …

Read More »

ກະແສຕອບຮັບດີ! ຫຼັງປ່ອຍຕົວຢ່າງ “ໄຂ່ຂວັນ” ຮູບເງົາທີ່ສ້າງຈາກທີມຜູ້ກຳກັບລາວ

ມາອັບເດດຄວາມເຄື່ອນໄຫວຂອງວົງການຮູບເງົາລາວເຮົາ ຫຼ້າສຸດປ່ອຍຕົວຢ່າງມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ສຳລັບ ຮູບເງົາເລື່ອງ “ໄຂ່ຂວັນ” / “ Expiration Date” ທີ່ໄດ້ທີມຜູ້ສ້າງ, ນັກສະແດງ ແລະ ສະຖານທີ່ຖ່າຍທຳໃນປະເທດລາວ. ແລະ ແນ່ນອນວ່າຄົນລາວກໍຕ້ອງສະໜັບສະໜູນຮູບເງົາລາວ ເພາະຫຼັງຈາກທີ່ປ່ອຍ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ໄປບໍ່ພໍເທົ່າໃດ ກໍເຮັດໃຫ້ເກີດກະແສ ມີບັນດາແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນ ແລະ ລໍຖ້າເບິ່ງຮູບເງົາກັນຢ່າງຫຼວງຫຼາຍ… (ສຳລັບແຟນໆທີ່ຍັງບໍ່ໄດ້ເບິ່ງ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ກໍມີມາຝາກນຳເດີ້) Trailer: “ໄຂ່ຂວັນ” / “ Expiration Date” ຄວາມຮັກຂອງທ່ານມີມື້ໝົດອາຍຸບໍ່? ມາພິສູດກັນ. ຕົວຢ່າງ ຮູບເງົາລາວເລື່ອງໃໝ່ “ໄຂ່ຂວັນ” / “ Expiration Date” ພົບກັນມື້ສາຍ ວັນທີ່ 11 ກໍລະກົດ 2019 ນີ້ທຸກໂຮງຮູບເງົາ!! ??ຊ່ວຍກັນເປັນກຳລັງໃຈ ໃຫ້ຄົນໃນວົງການຮູບເງົາລາວເເດ່ເດີ.ກົດ like ກົດshare …

Read More »

ອາການບົ່ງບອກວ່າເປັນສັນຍານທີ່ບໍ່ດີຕໍ່ສຸຂະພາບ

ຄວາມສຸກບໍ່ແມ່ນພຽງມີສະພາບທາງດ້ານຈິດໃຈ ຫຼື ທັດສະນະຄະຕິທີ່ດີ ແຕ່ມັນກ່ຽວຂ້ອງກັບຂະບວນການທາງດ້ານເຄມີບາງຢ່າງໃນຮ່າງກາຍ ໂດຍສະເພາະຮໍໂມນທີ່ຈະຊ່ວຍໃຫ້ເຮົາມີຄວາມສຸກ ການຂາດຮໍໂມນເຫຼົ່ານີ້ຈະນຳໃຫ້ໄປສູ່ພາວຊຶມເສົ້າ, ດັ່ນນັ້ນລອງມາເບິ່ງສັນຍານຈາກຮ່າງກາຍທີ່ບົ່ງບອກວ່າເຈົ້າກຳລັງບໍ່ມີຄວາມສຸກໃນຊີວິດ. ມັກກິນຂອງຫວານ ແລະ ຂອງທອດ ຫາກຮ່າງກາຍຕ້ອງການນໍ້າຕານ ແລະ ແປ້ງ ອາດເປັນຍ້ອນຮ່າງກາຍມີສານເຊໂທໂລນິນຕໍ່າ ສານນີ້ຈະຊ່ວຍໃຫ້ອາລົມດີ ຮູ້ສຶກຜ່ອນຄາຍ ເມື່ອກິນອາຫານເຫຼົ່ານີ້ເຂົ້າໄປກໍຈະໄປຊ່ວຍເພີ່ມຮໍໂມນ ແລະ ເຮັດໃຫ້ອາລົມດີຂຶ້ນ ແຕ່ຄວາມຮູ້ສຶກຈະເກີດຂຶ້ນພຽງຊ່ວງເວລາສັ້ນໆເທົ່ານັ້ນ ຫຼັງຈາກນັ້ນລະດັບຮໍໂມນນີ້ຈະຫຼຸດລົງ ແລ້ວຈະຮູ້ສຶກວ່າຍັງຕ້ອງການກິນຂອງຫວານຕະຫຼອດເວລາ ຕຸ້ຍຂຶ້ນ ເມື່ອຮ່າງກາຍຂາດຮໍໂມນໂດປາມິນ ສານແຫ່ງຄວາມສຸກຈຶ່ງສົ່ງຜົນໃຫ້ນໍ້າໜັກເພີ່ມຂຶ້ນ ນອກຈາກຄວາມຈິງທີ່ວ່າມັກກິນຂອງຫວານ ແລະ ອາຫານທີ່ບໍ່ດີຕໍ່ສຸຂະພາບ ສິ່ງນີ້ເກີດຂຶ້ນເປັນຍ້ອນກຳລັງກິນອາຫານທີ່ພະຍາຍາມຊົດເຊຍຮໍໂມນນີ້ດ້ວຍການກິນ, ດັ່ງນັ້ນຜົນຄືຈະເຮັດໃຫ້ກີນອາຫານຫຼາຍຂຶ້ນເລື້ອຍໆຈົນຕຸ້ຍຂຶ້ນນັ້ນເອງ ເຈັບເຕົ້ານົມ ເກີດຈາກການຂາດໂມນອື່ນໆ ທີ່ມີອິດທິພົນຕໍ່ອາລົມ ແລະ ຍັງສົ່ງຜົນຕໍ່ສຸຂະພາບຂອງເຮົາອີກດ້ວຍ ເມື່ອແມ່ຍິງມີລະດັບຮໍໂມນເອສໂຕເຈນຕໍ່າລົງຈະສົ່ງຜົນໃຫ້ເກີດອາການເຈັບໜ້າເອິກ ເຊິ່ງມັນສາມາດເກີດຂຶ້ນໄດ້ໃນຊ່ວງທີ່ກຳລັງຈະມີປະຈຳເດືອນ ບໍ່ຢາກສົນໃຈໃຜ ໄດ້ມີການສຶກສາພົບວ່າມີຄວາມເສື່ອມລະຫວ່າງການເອົາໃຈໃສ່ຕໍ່ຜູ້ອື່ນກັບໂຮໂມນອ໋ອກຊິໂທຊິນ ໂດຍມີຊື່ເອີ້ນວ່າ “ຮໍໂມນແຫ່ງຄວາມຮັກ” ຮໍໂມນຊະນິດນີ້ມີຜົນຕໍ່ອາລົມຂອງເຮົາ ແລະ ຖ້າຮູ້ສຶກວ່າເປັນເລື່ອງຍາກທີ່ຈະເອົາໃຈໃສ່ຜູ້ອື່ນ ຫຼື ມີບັນຫາໃນການສະແດງອອກສີໜ້າ ນັ໊ນອາດສະແດງວ່າເຮົາກຳລັງຂາດຮໍໂມນອອກຊິໂທຊິນແລ້ວເດີ້ ອາການເຈັບຫົວ ອາການເຈັບຫົວອາດເກີດໄດ້ຈາກການຂາດຮໍໂມນໂປເຈັກຕໍໂລນ ອາການເຈັບນີ້ສົ່ງຜົນໃຫ້ເກີດອາການເຈັບໄມແກນ …

Read More »

ຢ່າໄປຍອມແພ້ເຖິງອາຍຸຈະແກ່! ແຮງບັນດານໃຈດີໆຈາກ Alice Pang ນາງແບບທີ່ມີອາຍຸແກ່ທີ່ສຸດໃນອາຊີ 

ຍັງມີເລື່ອງລາວນາງແບບໄວແກ່ມາໃຫ້ທຸກໆຄົນໄດ້ເບິ່ງເປັນແຮງບັນດານໃຈເລື້ອຍໆ ເຊື່ອວ່າສິ່ງທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດກໍຄືອາຍຸທີ່ເພີ່ມຂຶ້ນ ເພາະມັນຈະມາພ້ອມຮອຍຕີນກາ ແລະຜົມທີ່ຫງອກ ໝົດຄວາມງາມ, ດັ່ງນັ້ນໃນມື້ນີ້ຈະພາມາປ່ຽນຄວາມຄິດແບບເກົ່າໆ ທີ່ວ່າເມື່ອຄົນອາຍຸເພີ່ມຂຶ້ນແລ້ວ ກໍຈະເຖົ້າໄປຕາມການເວລາ No no no!!! ເດີ້ ລອງມາເບິ່ງ ມາຮູ້ຈັກກັບນາງແບບຊາວຮ່ອງກົງ Alice Pang ເຊິ່ງເປັນນາງແບບທີ່ແກ່ທີ່ສຸດໃນອາຊີ ມາພ້ອມກັບຄວາມແຊບ ແລະ ສະໄຕຣທີ່ໂດດເດັ່ນ ໃນໄວອາຍຸ 96 ປີ ຜູ້ທີ່ບໍ່ເຄີຍຢ້ານໃນຄວາມເຖົ້າ ຫຼື ຄິດຈະປິດບັງອາຍຸເມື່ອມີໃຜຖາມ ແລະ ປັດຈຸບັນເພິ່ນໄດ້ກາຍເປັນແຮງບັນດານໃຈໃຫ້ແມ່ຍິງຍຸກໃໝ່ໄດ້ລຸກຂຶ້ນມາເບິ່ງແຍງຕົວເອງ Alice Pang ອາຍຸ 96ປີ ຈາກ ຮ່ອງກົງ ມີສາຍາວ່າ “ນາງແບບຜົມເງິນ” ເພິ່ນເປັນຄົນມີສະໄຕຣ ແລະ ເບິ່ງແຕກຕ່າງຈາກຄົນອື່ນຢ່າງຈະແຈ້ງ ສ່ວນໜຶ່ງຄືການລຸກຂຶ້ນມາເບິ່ງແຍງຕົວເອງເຊັ່ນ ການໃສ່ເສື້ອຜ້າແຟຊັ່ນທີ່ທັນສະໄໝ ໂດຍບໍ່ມີເລື່ອງອາຍຸເຂົ້າມາກ່ຽວຂ້ອງ ແລະ ມີທັດສະນະຄະຕິທີ່ດີໃນການດຳລົງຊີວິດ ຈຶ່ງບໍ່ໜ້າແປກເລີຍທີ່ ແມ່ຕູ້ Alice  ຈະໄດ້ເປັນນາງແບບໃຫ້ກັບແບຣນທີ່ມີຊື່ສຽງຫຼາຍແບຣນເຊັ່ນ Gucci, Valentino ແລະ Ellery …

Read More »

ແຟນໆໃຫ້ຄວາມສົນໃຈ! ໃໝ່ຫຼ້າສຸດ “NEW RANGE ROVER EVOQUE ” ເປີດໂຕຢ່າງຍິ່ງໃຫ່ຍໃນລາວ

ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ  ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ. RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. …

Read More »