Breaking News

ຂ່າວບັນເທີງໃນປະເທດ

ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ

ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ. ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້. ຮູບພາບ: Appleminiberry , Fluke Jira

Read More »

ເກັ່ງຫຼາຍ! ເຍົາວະຊົນລາວໄປໂຊຄວາມສາມາດ ແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ ສຳລັບເຍົາວະຊົນລາວຄົນເກັ່ງມີນາມວ່າ ນ້ອງ ນໍ້າຝົນ ຈັນທະວົງ ອາຍຸ 10 ປີ ທີ່ໄປແຂ່ງຂັນຮ້ອງເພງໃນລາຍການດັງ “ໄມທອງຄຳເດັກ” ທີ່ ປະເທດໄທ ຈົນມີກະແສຮືຮາ ແລະ ເກີດປະກົດການມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣ ແລະເຂົ້າໄປເບິ່ງຄລິບທີ່ນ້ອງໄປຮ້ອງເພງໃນລາຍການດັ່ງກ່າວເປັນຈຳນວນຫຼາຍລ້ານຄົນໄປແລ້ວໃນເວລານີ້… (ມີຄລິບ ນ້ອງ ນໍ້າຝົນ ໃນລາຍການ “ໄມທອງຄຳເດັກ”) ไมค์ทองคำเด็ก สาวน้อยเสียงดีจาก "สปป.ลาว" "น้องน้ำฝน" #ไมค์ทองคำเด็ก #Workpoint23 Posted by ไมค์ทองคำเด็ก on Sunday, May 26, 2019   ເປັນແນວໃດແດ່ໄດ້ເຫັນຄວາມສາມາດຂອງເຍົາວະຊົນລາວເຮົາແລ້ວຮູ້ສຶກ Wow ເລີຍແມ່ນບໍ່? ໃນເວລານີ້ ນ້ອງ ນໍ້າຝົນ ກໍສາມາດຜ່ານເຂົ້າໄປໃນຮອບຕໍ່ໄປດ້ວຍຄະແນນຈາກກຳມະການທີ່ໃຫ້ຜ່ານເຖິງ 3 ຜ່ານ, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ເຍົາວະຊົນລາວຄົນນີ້ກັນຫຼາຍໆເລີຍເດີ້ແຟນໆ. #ແຊຣໄປໃຫ້ໂລກຮູ້ເດັກລາວເກັ່ງຫຼາຍ ຄລິບຈາກ: ไมค์ทองคำเด็ก

Read More »

ມົງລົງແລ້ວ! ງົດງາມ ເໝາະສົມຕໍາແໜ່ງ Miss Universe Philippines 2019 (ຂໍສະແດງຄວາມຍິນດີ)

ຄຶກຄຶ້ນ ຄືກຄັກຕັ້ງແຕ່ກາງປີ 2019 ສຳລັບການປະກວດນາງງາມ ຫຼ້າສຸດກໍປະກາດຜົນແບບສົດໆຮ້ອນໆສຳລັບ Miss Universe Philippines 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່  Gazini Ganados ເປັນສາວງາມທີ່ມີຄວາມງາມ ພ້ອມຄວາມສາມາດ ເໝາະສົມກັບຕຳແໜ່ງສຸດໆ (ຂໍສະແດງຄວາມຍິນດີ) ສຳລັບ Gazini Ganados ອາຍຸ 23 ປີ ມີລວງສູງ 173 ຊັງຕີແມັດ ເວົ້າໄດ້ເລີຍວ່ານາງເປັນຄົນໜຶ່ງທີ່ມີຊື່ສຽງໃນ ປະເທດ ຟິລິປິນ ເພາະແຟນໆຄຸ້ນໜ້າຄຸ້ນຕານາງດີໃນຖານະນາງແບບແຖວໜ້າຂອງ ປະເທດ ຟິລິປິນ, ກ່ອນໜ້ານີ້ນາງກໍເຄີຍຜ່ານເວທີປະກວດມາຫຼາຍເວທີແລ້ວເຊັ່ນ Miss World Philippines 2014 semifinalist , Miss Cesafi 2016 , Miss Prisaa 2017 ແລະ ຫຼ້າສຸດສາວງາມຄົນນີ້ກໍສາມາດຄວ້າມົງກຸດ Miss Universe Philippines 2019 ແບບສົດໆຮ້ອນໆ (ລອງມາເບິ່ງແຕ່ລະຊ໋ອດຂອງ Gazini Ganados ໃນເວທີ Miss Universe Philippines …

Read More »

ຫ້າມພາດ! ໃຜທີ່ກຳລັງຊອກວຽກຟັງທາງນີ້… ກຳລັງຈະມີງານຕະຫຼາດນັດແຮງງານ (Job Fair 2019)

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, …

Read More »

ສາວປະເພດສອງລາວ ຮ່ວມເດີນແບບເທິງຣັນເວໃນງານ Fashion Show ທີ່ປະເທດໄທ

Hello! ທ້າຍໆອາທິດແບບນີ້ ບໍ່ມີຫຍັງດີໄປກວ່າ ການໄດ້ອັບເດດຂໍ້ມູນຂ່າວສານວ່າບໍ່ແຟນໆ? ເອົາລະ! ບໍ່ເປີດເລື່ອງໃຫ້ມັນຍາວ ຈະພາໄປສອ່ງ ໄປອັບເດດຄວາມເຄື່ອນໄຫວຂອງ ຫລິງຫລິງ ປິຍະດາ ອິນທະວົງ ນັກສະແດງ/ນາງແບບສາວປະເພດສອງຊື່ດັງ ທີ່ຫຼ້າສຸດນາງໄດ້ໄປຮ່ວມງານເດີນແບບຂອງຝັ່ງປະເທດໄທ ໃນງານ “EMPORIUM & EMQUARTIER FIERCE FASHION EP.3”  ແລະ ສາວ ຫລິງຫລິງ ປິຍະດາ ກໍບໍ່ພາດທີ່ຈະນຳຮູບງາມໆທີ່ນາງໄດ້ໄປຮ່ວມ ເພື່ອມາອັບເດດໃຫ້ແຟນໆໄດ້ຕິດຕາມ… ເຊິ່ງງານນີ້ເປັນງານທີ່ຍິ່ງໃຫ່ຍອີກງານໜື່ງເລີຍກໍວ່າໄດ້ ເປັນງານທີ່ລວມເຫຼົ່າຄົນດັງທົ່ວວົງການບັນເທີງໄທ ແລະ ຍັງມີສີລະປີນ ດາຣາ ນັກຮ້ອງ ນັກສະແດງ ນາງແບບ ນາຍແບບ ຈາກລາວຮ່ວມເດີນແບບໃນງານນີ້ນຳອີກດ້ວຍ. ຮູບພາບ: Pitadar Lingling Inthavong

Read More »