Breaking News

ຂ່າວບັນເທີງໃນປະເທດ

ຂ່າວດີ! “ຮັກມີແຜນ” ເວັບໄຊລວມແຫຼ່ງຂໍ້ມູນດ້ານສຸຂະພາບຈະເລີນພັນຂອງໄວໜຸ່ມລາວ

ໄວໜຸ່ມລາວຟັງທາງນີ້… ຫຼ້າສຸດມີຂ່າວສານຄວາມຮູ້ສາລະດີໆມາຝາກແຟນໆທຸກໆຄົນ ໃນວັນທີ 5 ມີນາ 2019 ໄດ້ມີການເປີດຕົວການນຳໃຊ້ ເວັບໄຊ (Website) ແລະ ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ຢ່າງເປັນທາງການ ຈັດຂຶ້ນທີ່ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ. ສູນແມ່ ແລະ ເດັກ ກະຊວງສາທາລະນາສຸກ ຮ່ວມກັບ ອົງການ PSI/Lao ໄດ້ມີການປຶກສາຫາລື ວາງແຜນພັດທະນາ ແລະ ການປັບປຸງ ເຄື່ອງມືທີ່ແທດເໝາະກັບໄວໜຸ່ມ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງໄວໜຸ່ມໃນປັດຈຸບັນ ຈຶ່ງເຫັນດີໃນການສ້າງສື່ເອເລັກໂຕຣນິກ ເປັນຕົ້ນແມ່ນ, ວິດີໂອ ແລະ ສື່ສັງຄົມອອນລາຍໃນຊື່ “ຮັກມີແຜນ” ເຊິ່ງໄດ້ມີການຮ່ວມກັນຈັດຕັ້ງປະຕິບັດໂດຍແມ່ນ ອົງການ  PSI/Lao ເປັນຜູ້ອອກແບບຄົ້ນຄວ້າ ແລະ ຮ່າງເນື້ອໃນໂດຍການກວດກາ ແລະ ແນະນຳຈາກສູນແມ່ ແລະ ເດັກ ແລະ ສູນຂ່າວສານການແພດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ໄລຍະເດືອນ 5 …

Read More »

ມີ່ມີ່ Miss Planet Laos ໂພສຂໍໂທດ ບອກພະຍາຍາມເຮັດດີທີ່ສຸດແລ້ວ… 

ໄດ້ຮູ້ຂ່າວດີທີ່ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ສາມາດຄວ້າລາງວັນ “Best national local wisdom design costume award”ໃນເວທີMiss Planet International ທີ່ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ ໄປແບບໜ້າຍິນດີໃນເມື່ອບໍ່ດົນມານີ້ ແລະ ຫຼ້າສຸດນາງກໍໄດ້ເດີນທາງກັບປະເທດມາພ້ອມລາງວັນ “Best national local wisdom design costume award” ມາຝາກຄົນລາວຢ່າງໜ້າຍິນດີ ພ້ອມທັງໂພດຂໍໂທດ ພ້ອມບອກວ່າເຮັດດີທີ່ສຸດແລ້ວ ແຕ່ຍັງດີທີ່ໄດ້ລາງວັນຕິດມືມາຝາກຄົນລາວສຳເລັດ… ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Mimie Vilaphone

Read More »

ລາວເຮົາສູ້ໄດ້ບໍ່? ເປີດເຜີຍຊຸດປະຈຳຊາດທີ່ຈະໃຊ້ເຂົ້າຊິງ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss International Queen 2019  ທີ່ປະເທດໄທ.

ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. (ລອງມາເບິ່ງ…) (ເບິ່ງແລ້ວກໍງົດງາມ ອະລັງການງານສ້າງແທ້ໆ!!!) ແຟນໆຄິດວ່າຊຸດປະຈຳຊາດລາວເຮົາສູ້ໄດ້ບໍ່?, ຢ່າງໃດແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້… #ຮັກລາວເຊຍລາວ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ?????? ຮູບພາບ: fb/Por Takarn , คำภีร์ อลังการ (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)

Read More »

ເບິ່ງໄວ້! 15 ນິດໃສຂອງແມ່ຍິງທີ່ປະສົບຄວາມສຳເລັດ… 

ໃນທຸກໆປີ Edie Berg ຜູ້ກໍ່ຕັ້ງເວັບໄຊ້ The Strong Women’s Club ຈະສຳພາດແມ່ຍິງທີ່ປະສົບຄວາມສຳເລັດໃນທຸກສາຂາອາຊີບ ທັງນັກວິທະຍາສາດ ນັກກິລາ ຜູ້ນຳສາດສະໜາ ນັກກິດຈະກຳ ນັກບິນອາວະກາດ ນັກຂຽນ ຫຼື ນັກທຸລະກິດ ຊຶ່ງແຕ່ລະຄົນລ້ວນມີເລື່ອງລາວທີ່ແຕກຕ່າງກັນໄປ ແຕ່ບໍ່ໜ້າເຊື່ອວ່າມີສິ່ງໜຶ່ງທີ່ຄ້າຍຄືກັນກໍຄືນິດໃສ “ມັນເປັນເລື່ອງມະຫັດສະຈັນທີ່ໄດ້ຮຽນຮູ້ວິທີຈາກພວກເຂົາ ແລະ ຕອນນີ້ຂ້ອຍກໍຍາກແບ່ງປັນບົດຮຽນນັ້ນກັບທຸກໆຄົນ” Edie ໄດ້ກ່າວໄວ້. ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສຳເລັດມັກຈະເລືອກເສັ້ນທາງການເຮັດວຽກໂດຍຄິດຫາສິ່ງທີ່ເຮັດໄດ້ດີກ່ອນເປັນອັນດັບທຳອິດ ແລະ ຮອງລົງມາກໍແມ່ນຈະເລີ່ມເຮັດໃນສິ່ງທີ່ຮັກ 2. ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສຳເລັດບໍ່ໄດ້ຝັນພຽງແຕ່ຈະເປັນທີ່ສຸດຂອງພະແນກ ຫຼື  ໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍຈະເປັນທີ່ສຸດຂອງອົງການຫຼືລະດັບປະເທດ 3. ເບິ່ງໂລກໃນແງ່ບວກ ແມ່ຍິງທີ່ປະສົບຄວາມສຳເລັດຮູ້ວິທີທີ່ຈະຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ທໍ້ຖອຍ ພວກເຂົາມັກຈະເຊື່ອວ່າອານາຄົດຂ້າງໜ້າມັກຈະດີກວ່າສະເໝີ 4. ເປັນນັກຈັດການ “ຄົນສ່ວນຫຼາຍທີ່ຂ້ອຍໄດ້ສຳພາດມານັ້ນ ມັກຕອບຕົກລົງຢ່າງວ່ອງໄວ ພວກເຂົາຈະກວດເບິ່ງປະຕິທິນຂອງຕົວເອງ ຈອງວັນເວລາ ແລະ ເຂົ້າສຳພາດ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດນັ້ນພວກເຂົາຈະເຮັດຢ່າງເປັນລຳດັບແລະຂັ້ນຕອນ” Edie ກ່າວ 5. …

Read More »

ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)

ເປັນກະແສກັນອີກແລ້ວແຟນໆ ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ເຊິ່ງແນ່ນອນເລີຍວ່າແຟນໆຊາວລາວທຸກໆຄົນຕາງກໍພາກັນກຽມລຸ້ນວ່າ ຊຸດປະຈຳຊາດຂອງ  Miss Queen Laos 2019 ຈະມີຄວາມອະລັງການ ແລະ ງົດງາມພຽງໃດ ແລະ ຮູ້ບໍ່ວ່າຄົນທີ່ອອກແບບຊຸດໃຫ້ ປໍ້ ຕະການ ໄດ້ສວມໃສ່ເພື່ອເສີດສາຍໃນເວທີໂລກໃນປີນີ້ກໍຄື ຄຳພີ ອະລັງການ ນັກອອກແບບຊື່ດັງ ທີ່ອອກແບບຊຸດປະຈຳຊາດໃຫ້ນາງງາມລາວ ແລະ ສາມາດຄວ້າລາງວັນຊຸດປະຈຳຊາດດີເດັ່ນລະດັບໂລກມາແລ້ວຫຼາຍເວທີ… ເອົາເປັນວ່າງານນີ້ອະລັງການງານສ້າງແນ່ນອນ, ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? …

Read More »