Breaking News

ຂ່າວບັນເທີງໃນປະເທດ

ກຽມລຸ້ນ ກຽມເຊຍ! ນາງງາມລາວເດີນທາງປະກວດ Miss Planet International ທີ່ປະເທດກຳປູເຈຍ (ເຊຍລາວສຸດໃຈ)

ຫຼັງຈາກທີ່ມີຂ່າວດີມາຕັ້ງແຕ່ຊ່ວງທ້າຍປີທີ່ຜ່ານມາວ່າ ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos ແລະ ຍັງໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ເພື່ອໄປປະກວດໃນເວທີສາກົນ ໃຫ້ແຟນໆໄດ້ຮູ້ກັນໄປແດ່ແລ້ວ… ຫຼ້າສຸດ ໃນວັນທີ 22 ກຸມພາ 2019 ມີ່ມີ່ ວິລະພອນ  ກໍຮອດກຳນົດເດີນທາງເພື່ອໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ມື້ຕັດສິນຈະມີຂຶ້ນ ວັນທີ 1 ມີນາ 2019 ນີ້ແລ້ວເດີ້ (ຮັກລາວເຊຍລາວ ??) ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: fb/Mimie Vilaphone

Read More »

ໂລກຈາລຶກ! Karl Lagerfeld ໃນຖານະຜູ້ສ້າງຕຳນານ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ແລະ ໄອເດຍຫຼາກຫຼາຍ

ຄົນເຮົາເມື່ອຍັງມີຊີວິດກໍຈົ່ງໝັ່ນພຽນສ້າງສັນຜົນງານ ແລະ ຄວາມດີ ເພາະເມື່ອເສຍຊີວິດໄປແລ້ວກໍຈະເຫຼືອພຽງແຕ່ຊື່ໃຫ້ທຸກໆຄົນໄດ້ຈົດຈຳ ໃຫ້ຄິດຮອດຫາ, ໃນເມື່ອບໍ່ດົນມານີ້ ຂ່າວການເສຍຊີວິດຂອງ ຄາຣ ລາເກີເຟີຣ (Karl Lagerfeld) ອາຍຸ 85 ປີ ແຟຊັ່ນດີໄຊເນີລະດັບໂລກ ເຮັດໃຫ້ແຟນໆເສົ້າໄປຕາມໆກັນ ແຕ່ເຖິງເພິ່ນຈະເສຍຊີວິດໄປ ແຕ່ຜູ້ຄົນທົ່ວໂລກ ບໍ່ວ່າຈະເປັນດາລາ ເຊເລບ ຫຼື ຜູ້ທີ່ມັກຮັກໃນຜົນການກໍຕ່າງອອກມາໄວ້ອາໄລຫາກັນຢ່າງຫຼວງຫຼາຍ… 10 ເລື່ອງໜ້າຮູ້ຂອງ ຄາຣ ລາເກີເຟີຣ (Karl Lagerfeld) ແຟຊັ່ນໄອຄອນທີ່ໂລກຕ້ອງຈາກລຶກ ໃນຖານະຜູ້ສ້າງຜົນງານຕຳນານ ແລະ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ໄອເດຍແຫ່ງການຄິດສ້າງສັນ ແລະ ການອອກແບບ. ດີໄຊເນີສັນຊາດ ເຢຍລະມັນ ຫຼາຍຄົນເຂົ້າໃຈວ່າ ຄາຣ ລາເກີເຟີຣ (Karl Lagerfeld) ເປັນຄົນສັນຊາດ ຝຣັ່ງ ເພາະຕິດພາບຄວາມເປັນຄີເອທີບໄດເລັກເຕີ (Creative Director) ໃຫ້ກັບ Chanel ແບຣນແຟຊັ່ນສັນຊາດຝຣັ່ງມາດົນ ແຕ່ທີ່ຈິງແລ້ວ Lagerfeld ເປັນຄົນສັນຊາດ ເຢຍລະມັນ …

Read More »

ໂກອິນເຕີ! ນັກສະແດງລາວໄປສ້າງຊື່ໄກ ກຳລັງມີກະແສໂດ່ງດັງທີ່ຕ່າງປະເທດ (ມີໃຜແດ່ມາເບິ່ງ?)

ເປັນກະແສໂດ່ງດັງໄປສຸດໆໃນເວລານີ້ ກັບສາວໆໃນວົງການບັນເທີງລາວທີ່ກຳລັງມີກະແສໂດ່ງດັງທີ່ຕ່າງປະເທດ ເພາະໄດ້ມີການທາບທາມ ນັກສະແດງ/ນັກຮ້ອງ ຫຼາຍທ່ານໄປສະແດງສີມື ໂຊຄວາມສາມາດຢູ່ທີ່ຕ່າງປະເທດເຊັ່ນ: ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ) ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ) ອີກດ້ວຍ. ນໍ້າຝົນ ອິນທະວົງ (ຫຼື ນໍ້າຝົນ Indee) ນັກຮ້ອງສາວຈາກປະເທດລາວ ບໍ່ເວັ້ນແມ້ແຕ່ ນໍ້າຝົນ ອິນທະວົງ ນັກຮ້ອງສາວລາວເຮົາ ຈາກຄ້າຍເພງ Indee Records ໄດ້ເດີນໜ້າໂກອິນເຕີຮ່ວມສະແດງຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ຮູບເງົາໄວໜຸ່ມທີ່ກຳລັງເປັນກະແສໂດ່ງດັງທີ່ປະເທດເພື່ອນບ້ານ, …

Read More »

ແຟນໆທົ່ວໂລກສົ່ງກຳລັງໃຈ! Justin Bieber ເດີນໜ້າບຳບັດອາການຊຶມເສົ້າ

ເຊື່ອວ່າແຟນໆຄົງຮູ້ຈັກ ເປັນແຟນຄລັບ ແລະ ມັກໃນຜົນງານຂອງ ຈັສຕິນ ບີເບີ (Justin Bieber) ເຮົາມັກຈະເຫັນໜຸ່ມຄົນນີ້ຍິ້ມ ມ່ວນຊື່ນ ທັກທາຍແຟນຄລັບ ຫຼື ມີໂມເມັ້ນຫວານໆກັບ ເຮລີ່ ບາສວິນ (Hailey Baldwin) ພັນລະຍາສະເໝີ, ແຕ່ຮູ້ບໍ່ວ່າທີ່ຈິງແລ້ວໜຸ່ມຄົນນີ້ບໍ່ໄດ້ Happy ສະເໝີໄປ ເພາະເຂົາກຳລັງພົບກັບ ໂຣກຊຶມເສົ້າ ທີ່ຕ້ອງການໆບຳບັດ ແລະ ເບິ່ງແຍງຢ່າງໃກ້ຊິດ ແລະ ໃນປັດຈຸບັນນີ້ ຈັສຕິນ ບີເບີ ນັກຮ້ອງຂວັນໃຈແຟນໆທົ່ວໂລກຄົນນີ້ ກຳລັງຢູ່ໃນຊ່ວງແກ້ໄຂບັນຫານີ້ດ້ວຍຕົວເອງ ຢ່າງຄ່ອຍເປັນຄ່ອຍໄປ… ໄດ້ມີການເປີດເຜີຍຈາກແຫຼ່ງຂ່າວ “People” ເຊິ່ງໄດ້ເຜີຍຂໍ້ມູນເບື້ອງຕົ້ນວ່າ ຕອນນີ້ ຈັສຕິນ ມີອາການຂອງໂຣກຊຶມເສົ້າ  ລາວມີອາການຫົດຫູ່ໃຈ ແລະ ບໍ່ໄດ້ມີສາເຫດມາຈາກການແຕ່ງງານ ເພາະລາວມີຄວາມສຸກກັບການໃຊ້ຊີວິດຄູ່ເປັນຢ່າງດີ ແລະ ຕອນນີ້ຄົນອ້ອມຂ້າງກໍເລີ່ມຮັບຮູ້ ແລະ ສົ່ງກຳລັງໃຈ ອີກທັງໃນເວລານີ້ ຈັສຕິນ ກໍໄດ້ຮັບການຮັກສາທີ່ຖືກຕ້ອງ ຈົນເລີ່ມກັບມາມີຄວາມໝັ້ນໃຈໃນຕົວເອງອີກຄັ້ງ ສຳລັບສາເຫດອາການໂຣກຊຶມເສົ້າຂອງ ຈັສຕິນ ບີເບີ ນັ້ນເກີດມາຈາກການຢູ່ທ່າມກາງແສງສະປອດໄລ້ຂອງຄົນດັງ ມັກຖືກຕິດຕາມຈາກແຟນໆ …

Read More »

(ແຊຣໄປໃຫ້ໂລກຮູ້) ສາວລາວຄວ້າເຖິງ 2 ລາງວັນ ໃນການແຂ່ງຂັນ Thailand Muscle and Physiques Championship ມາຝາກຄົນລາວ

ນັບວ່າເປັນຂ່າວດີໃນຊ່ວງເດືອນ ກຸມພາ 2019 ນີ້ເລີຍກໍ່ວ່າໄດ້ ເພາະມີກະແສຮືຮາກັນອີກແລ້ວ ຫຼ້າສຸດ ພອນວິໄລ ສົງບັນດິດ  (ກຸ່ງກິ່ງ)  ອາຍຸ 31ປີ ທີ່ເດີນທາງໄປເປັນຕົວແທນລົງແຂ່ງໃນງານ Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ແລະ ຍັງສາມາດຄວ້າລາງວັນ ຮອງອັນດັບ 1 ແລະ ອີກລາງວັນພິເສດ ຂວັນໃຈສື່ມວນຊົນ ລວມທັງໝົດເປັນ 2 ລາງວັນ ມາຝາກຄົນລາວເຮົາອີກດ້ວຍ (ຂໍສະແດງຄວາມຍິນດີ) ສຳລັບ ກຸ່ງກິ່ງ ພອນວິໄລ  ເສັ້ນທາງກ່ອນທີ່ຈະໄດ້ລາງວັນຂອງເພິ່ນກໍບໍ່ແມ່ນງ່າຍ ເລີ່ມຫຼິ້ນກິລາຕັ້ງແຕ່ ອາຍຸ 12 ປີ ກ່ອນໜ້ານີ້ແມ່ນເຄີຍເປັນອະດີດນັກກິລາທີມຊາດລາວ ປະເພດບານບ້ວງ (Basketball) ຕໍ່ມາເລີ່ມຫັນມາຫຼິ້ນກິລາເພາະກາຍໄດ້ປະມານ 2 ປີ ແລະ ກຽມລົງແຂ່ງໃນງານ  Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ໄດ້ລົງສະໝັກແຂ່ງໃນລຸ້ນ Model Physique …

Read More »