Breaking News

ຂ່າວບັນເທີງໃນປະເທດ

ແຊຣໄປໃຫ້ໂລກຮູ້! ໝີພູ ຄວ້າລາງວັນ…ໃນເວທີ Miss Global ທີ່ປະເທດ ຟີລິບປິນ ມາຝາກຄົນລາວ (ຂໍສະແດງຄວາມຍິນດີ)

ເປັນຂ່າວດີສຸດໆໃນເວລານີ້ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ໄດ້ເດີນທາງໄປເປັນສາວງາມຕົວແທນປະເທດລາວໃນເວທີການປະກວດສາວງາມລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ  ເຊິ່ງໄດ້ມີຮອບຕັດສິນໄປແບບສົດໆຮ້ອນໆໃນວັນທີ 11 ກຸມພາ 2019 ທີ່ຜ່ານມາ ແລະ ນາງງາມຕົວແທນປະເທດລາວຄົນນີ້ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ Miss Fashion ຈາກເວທີ Miss Global  ມາໄດ້ຢ່າງໜ້າຊື່ນຊົມ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບລາງວັນ Miss Global  ໃນປີນີ້ສາວງາມທີ່ຄວ້າລາງວັນໄປໄດ້ແມ່ນ Sophia Ng Miss Global Hong Kong (ຂໍສະແດງຄວາມຍິນດີ) ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Miss Global Laos

Read More »

ມື້ນີ້ແລ້ວ! ມາຮ່ວມເປັນກຳລັງໃຈໃຫ້ນາງງາມລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ (ຮັກລາວເຊຍລາວ)

ຄົນລາວເຮົາທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໄດ້ເດີນທາງໄປຕົວແທນສາວງາມປະເທດລາວໄປປະກວດໃນເວທີລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ ແລະ ໃນວັນທີ 11 ກຸມພາ 2019 ນີ້ແລ້ວທີ່ເປັນມື້ຕັດສິນວ່າສາວງາມຈາກປະເທດໃດຈະສາມາດຄວ້າມົງກຸດອັນຊົງກຽດ Miss Global 2019 ນີ້ໄປໄດ້… ດັ່ງນັ້ນ! ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ  ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ Miss Global Organization ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ…   #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »

ຢາກເບິ່ງແລ້ວ! ນາງງາມລາວດັງໄກໄປສະແດງຮູບເງົາຮ່ວມກັບນັກສະແດງຊື່ດັງຫຼາຍທ່ານຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ!!! ມາອັບເດດຜົນງານຂອງ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ) ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ), ເຈເນັດ ຂຽວ (ນັກຮ້ອງຊື່ດັງປະເທດເພື່ອນບ້ານ), ເຈ້ຍ ປາຊີຟິກ (ຜູ້ກຳກັບ/ນັກສະແດງ) ແລະ ນັກສະແດງຊື່ດັງອີກຢ່າງຫຼວງຫຼາຍ, ສຳລັບຮູບເງົາເລື່ອງ “ຜາດຳ ຄຳໄອ” ໄດ້ມີພິທີບວງສວງໄປຕັ້ງແຕ່ວັນທີ 6 ກຸມພາ ທີ່ຜ່ານມາ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ເຮຮາ… ພຽງເຫັນແຕ່ພິທີບວງສວງຂອງຮູບເງົາເລື່ອງ “ຜາດຳ ຄຳໄອ” ແລ້ວຮູ້ສຶກຢາກເບິ່ງຂຶ້ນມາທັນທີ, ເອົາເປັນວ່າຢ່າລືມຕິດຕາມ ເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາຫຼາຍໆເລີຍເດີ້ແຟນໆ!!! (ເບິ່ງຄລິບສຳພາດນັກສະແດງຈາກຮູບເງົາເລື່ອງດັ່ງກ່າວ) …

Read More »

ລູກນໍ້າ ທິດາລັດ ມາໃນລຸກສາວໝວຍ ຈະເປັນແນວໃດ…ມາເບິ່ງ!!!

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງຊື່ດັງ ກໍໄດ້ອອກມາໂພສຮູບພາບ ພ້ອມແຄັບຊັ່ນອວຍພອນປີໃໝ່ແຟນໆຜ່ານເຟສບຸກສ່ວນຕົວ ພ້ອມຫອບເອົາຄວາມສົດໃສ ພ້ອມມາໃນລຸກສາວໝວຍ ນຸ່ງຊຸດປະເພນີຈີນມາຝາກແຟນໆໃຫ້ໄດ້ອັບເດດ… ?? 新年快乐 Happy Chinese New Year. ເຮັງໆ ລ້ຳລວຍ ລ້ຳລວຍ ສົມຫວັງທຸກປະການເດີ້ ??? Posted by Louknum Vongsili on Monday, February 4, 2019   ເຊິ່ງເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ໃຫ້ ລູກນໍ້າ ທິດາລັດ ແລະ ຍັງບອກເປັນສຽງດຽວກັນອີກວ່ານາງໜ້າຮັກຫຼາຍໆໃນຊຸດປະເພນີຈີນ. ໜ້າຮັກແບບນີ້ເອົາໃຈແຟນໆ 10 10 10 ໄປເລີຍ…!!! (ຂໍຂອບໃຈຮູບພາບ)

Read More »

ມາເບິ່ງ! ແຟຊັ່ນຊຸດປະເພນີ ຈີນ ແລະ ຫວຽດນາມ ຈາກເຫຼົ່າຄົນບັນເທີງລາວ ຮ່ວມສະເຫຼີມສະຫຼອງເທສະການປີໃໝ່ 2019

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຄົນບັນເທີງບ້ານເຮົາກໍບໍ່ພາດທີ່ຈະອອກມາໂພສຮູບພາບການແຕ່ງກາຍຊຸດປະເພນີ ຈີນ ແລະ ຫວຽດນາມ ໃຫ້ແຟນໆໄດ້ອັບເດດ ກົດໄລ້ ກົດແຊຣກັນລົວໆ ເຊິ່ງແຕ່ລະຄົນບອກເລີຍວ່າບໍ່ທຳມະດາ ມາແບບຈັດເຕັມ, ດັ່ງນັ້ນ! ລອງມາເບິ່ງກັນວ່າຈະມີໃຜແດ່… ບາບີ້ ປິຍະມາດ Miss International Laos 2018 ຢຸ້ຍ ສັນທະນີ Miss Supranational laos 2018 ມິມີ່ ພູນຊັບ ພົນໂຍທາ (Miss International Laos 2018) ປູເປ້ ລາຊະບຸດ (ພິທີກອນ/ນາງແບບ) ບີ່ບີ່ (Miss Tourism Laos 2018) ມຸກ ວົງໄຊສະຫວາດ Miss Supranational laos 2017 …

Read More »