Breaking News

ຂ່າວບັນເທີງໃນປະເທດ

ຮູ້ຫຼືບໍ່? ວ່າສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທໄທ ແມ່ນ…

ປະກາດຢ່າງເປັນທາງການໄປແບບສົດໆຮ້ອນໆແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019   ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ສຳລັບ ປໍ້ ກັນລະຍານີ ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ອາເມລິກາ ເປັນສາວປະເພດສອງອີກໜຶ່ງຄົນທີ່ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານ ເຊິ່ງສາວຄົນນີ້ກໍມີຜົນງານຜ່ານວົງການບັນເທີງມາແລ້ວເດີ້ແຟນໆ ເພິ່ນໂດດເດັ່ນຫຼາຍໃນວົງການນາງແບບລາວເຮົາ ແລະ ນອກຈາກວຽກໃນວົງການບັນເທີງແລ້ວເພິ່ນຍັງໃຊ້ເວລາວ່າງໃຫ້ເປັນປະໂຫຍດ ໂດຍການໄປສອນນ້ອງໆນັກຮຽນອີກດ້ວຍ. ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? (ມີຄລິບແນະນຳຕົວຂອງ ປໍ້ ກັນລະຍານີ …

Read More »

ເອົາແລ້ວວວ! ນໍ້າຝົນ ຮ່ວມງານກັບ ປາມມີ່ ນັກຮ້ອງສຸດແນວ ພ້ອມທັງສິລະປິນດັງອີກຫຼາຍປະເທດ ໃນຮູບເງົາ “FRIEND ZONE”

ເອົາແລ້ວວວວ! ຮືຮາກັນສຸດໆໃນເວລານີ້ ເພາະວ່າ ນໍ້າຝົນ ອິນທະວົງ (ຫຼື ນໍ້າຝົນ Indee) ນັກຮ້ອງສາວຈາກປະເທດລາວ ທີ່ກ່ອນໜ້ານີ້ມີຂ່າວແວ່ວໆມາກ່ອນແລ້ວວ່ານາງໄດ້ໄປຮ່ວມຮ້ອງເພງ ແລະ ສະແດງຮູບເງົາ ເລື່ອງ ເຟນໂຊນ (FRIEND ZONE) ທີ່ປະເທດໄທ ແລະ ເມື່ອບໍ່ດົນມານີ້ກໍເປັນກະແສໃຫ້ໄດ້ມາເວົ້າມາລົມກັນ ເພາະມີການປ່ອຍເພງປະກອບຮູບເງົາເລື່ອງດັ່ງກ່າວອອກມາໃຫ້ແຟນໆໄດ້ເບິ່ງ ເຊິ່ງເພງນີ້ເຊື່ອວ່າແຟນໆຊາວລາວເຮົາກໍຄົງຈະໄດ້ຍິນກັນມາກ່ອນແລ້ວເປັນບົດເພງທີ່ມີຊື່ວ່າ “ຄິດມາກ” ຂອງນັກຮ້ອງສາວສຸດແນວ ປາມມີ່ ແຕ່ຂຶ້ນຊື່ວ່າເປັນເພງປະກອບຮູບເງົາ “FRIEND ZONE” ທັງທີ ແນ່ນອນວ່າຕ້ອງມີຄວາມພິເສດ ແລະ ມ່ວນ ມັນແນ່ນອນ ເພາະເພງດັ່ງກ່າວໄດ້ລວມລວມເອົາສິລະປິນສາວຊື່ດັງຈາກ 9 ປະເທດ ເນື້ອເພງກໍເປັນ 9ພາສາ ລວມທັງພາສາລາວເຮົານຳເດີ້ແຟນໆ ແລະ ງານນີ້ພາສາລາວເຮົາຍັງໄດ້ເປັນຊາດທຳອິດທີ່ຮ້ອງອີກດ້ວຍ… (ມີຄລິບ) ເຊິ່ງສິລະປິນໃນເພງດັງກ່າວແມ່ນມາຈາກ 9 ປະເທດເຊັ່ນ: ນໍ້າຝົນ ອິນທະວົງ (Laos), Palmy (Thailand), Claudia Barretto (Philippines), Chi Pu (Vietnam), …

Read More »

ກຽມປ່ອຍ! “ຮັບໄດ້ບໍ່” ຜົນງານໃໝ່ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ 

ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ… (ຕົວຢ່າງບົດເພງ “ຮັບໄດ້ບໍ່”) "ຂໍພຽງຄວາມເຂົ້າໃຈ ທຸກຄົນບໍ່ໄດ້ສົມບູນແບບໄປທຸກຢ່າງ" ◼ "NO ONE IS PERFECT" ◼❤ ວັນທີ່ 1 ກຸມພາ ນີ້! ມາຟັງແບບເຕັມໆພ້ອມກັນເນາະ!#ToulyBidalack #ຮັບໄດ້ບໍ່ #ເພງໃຫມ່2019 Posted by Bidalack Syackhaphom on Tuesday, January 29, 2019   ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, …

Read More »

ເດີນທາງແລ້ວ! ຮ່ວມສົ່ງກຳລັງໃຈໃຫ້ນາງງາມລາວສູ່ເວທີໂລກ Miss Global 2019 ທີ່ປະເທດ ຟີລິບປິນ!!!

ເດີນທາງແລ້ວເດີ້ ສຳລັບ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ອອກເດີນທາງໃນເຊົ້າຂອງວັນທີ 31 ມັງກອນ 2019 ເພື່ອເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ… ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ… ສຳລັບການປະກວດ Miss Global 2019  ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »

ດຣ່າມ່າ!  ນາງງາມລາວເກືອບບໍ່ໄດ້ເຂົ້າຮ່ວມປະກວດໃນເວທີ Miss intercontinental 2018 ເພາະວ່າ…???

ເປັນກະແສ ດຣ່າມ່າ ມາໃຫ້ເວົ້າໃຫ້ລົມກັນອີກແລ້ວ ເນື່ອງຈາກມີການໂພສເປີດໃຈວ່າກວ່າທີ່ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະໄດ້ເຂົ້າຮ່ວມປະກວດໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ທີ່ຫາແຕ່ປະກວດຮອບ Final ໄປແບບສົດໆຮ້ອນໆໃນວັນທີ 26 ມັງກອນ 2019 ທີ່ຜ່ານມາ ໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ເພາະເນື່ອງຈາກອາຍຸຍັງບໍ່ເຖິງເກນ ອາຍຸພຽງ 17 ປີ  ແຖມທັງຍັງມີດຣ່າມ່າຕ່າງໆນາໆວ່ານາງອາຍຸຍັງນ້ອຍ ແລະ ທັງຍັງບໍ່ມີຄວາມພ້ອມໃນເວທີໂລກ ເພາະ ຢາດຟ້າ ພົມມະວົງໄຊ ຍັງເປັນພຽງເດັກມັດທະຍົມ… ເຊິ່ງໃນໂພສດັ່ງກ່າວມີເນື້ອໃນວ່າ:  ຈາກດຣ່າມ່າຕ່າງໆນາໆທີ່ໄດ້ມີການເປີດໃຈໄປນັ້ນ ເຮັດໃຫ້ຮູ້ແລ້ວວ່າ ໃນມື້ນີ້ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ພິສູດແລ້ວວ່ານາງມີຄວາມຕັ້ງໃຈໃນການພັດທະນາໂຕເອງ ເຖິງແມ່ນວ່າອາຍຸຈະຍັງນ້ອຍ ບໍ່ເປັນທີ່ຍອມຮັບໃນຊ່ວງກ່ອນໜ້າ ແຕ່ໃນເວລານີ້ມີແຕ່ສຽງຊື່ນຊົມໃນຄວາມສາມາດກັນຢ່າງຫຼວງຫຼາຍ ເຖິງແມ່ນວ່າຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ນາງກໍ່ສ້າງຊື່ສຽງໃຫ້ ປະເທດລາວ ແລະ ເຮັດໃຫ້ຕ່າງຊາດໄດ້ຮູ້ຈັກ …

Read More »