Breaking News

ຂ່າວບັນເທີງໃນປະເທດ

ປະເທດລາວສົ່ງ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” ເພື່ອເຂົ້າຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Planet International ທີ່ກຳປູເຈຍ.

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Planet International ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Planet International ທີ່ປະເທດ ກຳປູເຈຍ.  ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ມີ່ມີ່ ວິລະພອນ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Planet International ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຄອນເຊັບ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” (ລອງມາເບິ່ງ!!!) “ເຊິ່ງແນວຄວາມຄິດ ແລະ ແຮງບັນດານໃຈໃນການອອກແບບຊຸດໃນຄັ້ງນີ້ ມາຈາກຫຸ່ນເຊີດ ຫລື ຫຸ່ນຕຸກກະຕາ ງານບຸນປະເພນີ ບັ້ງໄຟລາວ …

Read More »

ເປັນຕາມ່ວນ! ຄົນບັນເທີງຮ່ວມງານເທສະການຮູບເງົາ ຍີ່ປຸ່ນ (3rd Japanese Film Festival)

ສິ້ນສຸດກັນໄປແລ້ວສຳລັບງານ ເທສະການຮູບເງົາ ຍີ່ປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ທີ່ໃນວັນທີ 22 ກຸມພາ 2019 ທີ່ຜ່ານມາກໍໄດ້ມີການເປີດສາຍໃນຮອບພິເສດ ແລະ ມີເປີດໃຫ້ແຟນໆໄດ້ເຂົ້າຊົມກັນແບບເຕັມອີ່ມໃນວັນທີ 23-24 ກຸມພາ 2019 ທີ່ຜ່ານມາ… ພຽງແຕ່ເວົ້າແຟນໆອາດຈະບໍ່ເຫັນພາບ ດັ່ງນັ້ນ! ຈະພາແຟນໆມາສ່ອງພາບບັນຍາກາດ ພາຍໃນງານ ເທສະການຮູບເງົາ ຍີ່ປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ຂໍບອກວ່າງານນີ້ມີການນຳຈາກທາງພາກລັດ ພ້ອມທັງເຫຼົ່າດາລາ ນັກຮ້ອງ ເຊເລັບ ເນັດໄອດໍ້ ນາງງາມ ແລະ ແຟນໆເຂົ້າຮ່ວມງານກັນຢ່າງຫຼວງຫຼາຍ… ເຫັນບັນຍາກາດແລ້ວ ຄຶກຄຶ້ນ ຄຶກຄັກ ເປັນຕາມ່ວນສຸດໆເລີຍວ່າບໍ່ແຟນໆ!!! ຮູບພາບ: FB/Tara Academy …

Read More »

ເຊຍສຸດໃຈ! ສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທດໄທ.

ຫຼັງຈາກທີ່ມີປະກາດຢ່າງເປັນທາງການໄປແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ຫຼ້າສຸດວັນທີ 25 ກຸມພາ 2019 ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ກໍໄດ້ເດີນທາງເພື່ອໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ທີ່ຈັດຂຶ້ນທີ່ ພັດທະຍາ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ. ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ?????? ຮູບພາບ: fb/Por …

Read More »

ເປັນຕາມ່ວນ! ຄົນບັນເທີງຮ່ວມງານເທສະການຮູບເງົາ ຍີປຸ່ນ (3rd Japanese Film Festival)

ສິ້ນສຸດກັນໄປແລ້ວສຳລັບງານ ເທສະການຮູບເງົາ ຍີປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ທີ່ໃນວັນທີ 22 ກຸມພາ 2019 ທີ່ຜ່ານມາກໍໄດ້ມີການເປີດສາຍໃນຮອບພິເສດ ແລະ ມີເປີດໃຫ້ແຟນໆໄດ້ເຂົ້າຊົມກັນແບບເຕັມອີ່ມໃນວັນທີ 23-24 ກຸມພາ 2019 ທີ່ຜ່ານມາ… ພຽງແຕ່ເວົ້າແຟນໆອາດຈະບໍ່ເຫັນພາບ ດັ່ງນັ້ນ! ຈະພາແຟນໆມາສ່ອງພາບບັນຍາກາດ ພາຍໃນງານ ເທສະການຮູບເງົາ ຍີປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ຂໍບອກວ່າງານນີ້ມີການນຳຈາກທາງພາກລັດ ພ້ອມທັງເຫຼົ່າດາລາ ນັກຮ້ອງ ເຊເລັບ ເນັດໄອດໍ້ ນາງງາມ ແລະ ແຟນໆເຂົ້າຮ່ວມງານກັນຢ່າງຫຼວງຫຼາຍ… ເຫັນບັນຍາກາດແລ້ວ ຄຶກຄຶ້ນ ຄຶກຄັກ ເປັນຕາມ່ວນສຸດໆເລີຍວ່າບໍ່ແຟນໆ!!! ຮູບພາບ: FB/Tara Academy …

Read More »

ກະແສຖ່າຍຮູບກັບຈອກກາເຟກຳລັງມາແຮງ ຖ່າຍແນວໃດໃຫ້ດູດີມີ Style ລອງມາເບິ່ງໄວໆ!!!

ທ້າຍອາທິດແບບນີ້ມາເກາະຕິດກະແສທີ່ກຳລັງມາແຮງກັນແດ່ຈັກໜ້ອຍ ປັດຈຸບັນມີຮ້ານກາເຟເປີດເພື່ອຮອງຮັບໂດຍສະເພາະ ນອກຈາກການຕົບແຕ່ງຮ້ານ ລົດຊາດເຄື່ອງດື່ມ&ອາຫານທີ່ດີແລ້ວ ໃນຮ້ານ Cafe ກໍຍັງສາມາດນັ່ງເຮັດວຽກ ແຖມມີ Wifi ໃຫ້ບໍລິການຢ່າງສະດວກສະບາຍ. ແຖມຄົນໃນຍຸກນີ້ກໍມີຫຍັງໃໝ່ໆເຂົ້າມາຫຼາຍ ບໍ່ວ່າຈະເປັນອິນເຕີເນັດ ໂຊຊຽວມີເດຍ (Social media) ທີ່ບໍ່ວ່າຈະກິນ ຈະດື່ມ ຈະນັ່ງ ຈະນອນ ຫຼື ຈະເຮັດກິດຈະກຳຫຍັງຕ່າງໆກໍເປັນຕ້ອງຖ່າຍຮູບ ເພື່ອອັບເດດລົງໃນໂຊຊ່ຽວມີເດຍໃຫ້ໝູ່ເພື່ອນໄດ້ຮູ້ ແລະ ເຂົ້າມາກົດໄລ້ ກົດແຊຣກັນລົວໆ… ເຫັນແຟນໆຫຼາຍທ່ານມັກທີ່ຈະໄປຮ້ານກາເຟ ມັກທີ່ຈະຖ່າຍຮູບອັບເດດກັນເລື້ອຍໆ ແຕ່ຍັງເຫັນຈົ່ມວ່າບໍ່ພໍໃຈໃນຮູບທີ່ຖ່າຍອອກມາເທົ່າທີ່ຄວນ, ດັ່ງນັ້ນ! ໃນມື້ນີ້ເຮົາລອງມາເບິ່ງວິທີຖ່າຍຮູບກັບຈອກກາເຟ ຫຼື ເຄື່ອງດື່ມ ແລະ ອາຫານຕ່າງໆໃນເວລາໄປຮ້ານກາເຟກັນເບິ່ງເນາະ! ເຫັນວິທີແລ້ວຮູ້ສຶກມີໄອເດຍເກີດຂຶ້ນເລີຍແມ່ນບໍ່ແຟນໆ? ເອົາເປັນວ່າລອງເອົາໄປນຳໃຊ້ກັນເບິ່ງເນາະ ຮັບຮອງວ່າຮູບທີ່ຖ່າຍໃນຄັ້ງໜ້າຈະງາມ  ແລະ ດູດີມີ Style ກວ່າເກົ່າແນ່ນອນ!!! ຂໍຂອບໃຈຮູບພາບຈາກ: Kaogee Cafe

Read More »