Breaking News

ຂ່າວບັນເທີງໃນປະເທດ

ຮອງທ້ອງໄປກ່ອນແລ້ວ 1ລາງວັນ! ມາຮ່ວມສົ່ງກຳລັງໃຈໃຫ້ ຕູ່ ທິດາ ໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (Final  21 ທັນວາ ນີ້!!!)

ສົ່ງທ້າຍປີ 2018 ກັບການປະກວດນາງງາມລະດັບໂລກໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ  ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງສາວງາມໄປເປັນຕົວແທນນັ້ນກໍຄື ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ແລະ ໃນກ່ອນໜ້ານີ້ໃນຊ່ວງເກັບຕົວ ນາງກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະຄວ້າລາງວັນ “Miss Socialite adopted by BarstreetKL” ເປັນລາງວັນເດີນແບບສະຫງ່າງາມຖຶກໃຈຜູ້ເຂົ້າຊົມ ມາໄດ້ແບບໜ້າຍິນດີ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ໃນວັນທີ 21 ທັນວາ 2018 ນີ້ແລ້ວເດີ້… ກໍຈະເປັນຮອບ Final ຂອງການປະກວດ Miss Tourism International 2018, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈ ມາຮ່ວມລຸ້ນ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ຕູ່ ທິດາ  Miss Tourism …

Read More »

ອອນອະນົງ Miss Universe Laos ເດີນທາງກັບປະເທດ ພ້ອມໂພສເປີດໃຈຫຼັງຈາກທີ່ໄດ້ລາງວັນ “ຊຸດປະຈຳຊາດດີເດັ່ນ” ແບບນີ້…

ເປັນຂ່າວສ້າງຊື່ສຽງໃຫ້ປະເທດຊາດ ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເມື່ອ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ເຊິ່ງເປັນເວທີປະກວດນາງງາມອັນດັບໜຶ່ງຂອງໂລກ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ແລະ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເດີນທາງກັບເຖິງ ປະເທດ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ນາງຍັງໄດ້ອອກມາໂພສເປີດໃຈຜ່ານເຟສບຸກສ່ວນຕົວ ເຖິງຄວາມປິຕິຍິນດີ ທີ່ສາມາດນຳເອົາລາງວັນ “ຊຸດປະຈຳຊາດດີເດັ່ນ” ມາຝາກທຸກຄົນໄດ້  ພ້ອມທັງຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ …

Read More »

ລູກນໍ້າ ທິດາລັດ ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ຮັບບົດເປັນຫຍັງ…ມາເບິ່ງ???

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ອອກອາກາດຕັ້ງແຕ່ວັນທີ 13 ພະຈິກ 2018 ທາງໂທລະພາບຊ່ອງ 8 (ປະເທດໄທ), ເຊິ່ງເຮັດໃຫ້ມີແຟນໆລໍຖ້າຕິດຕາມຜົນງານຂອງນັກສະແດງສາວລາວຄົນນີ້ຢ່າງຫຼວງຫຼາຍ… ແຕ່ໃນວັນທີ 17 ທັນວາ 2018 ກໍເປັນຕອນທີ່ບັນດາແຟນໆລໍຖ້າ ເຊິ່ງມີຕອນທີ່ສາວລູກນໍ້າໄດ້ຮ່ວມສະແດງໃນລະຄອນ “ສິ້ນລາຍຫົງ” ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ-ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ. ລອງມາເບິ່ງສີມີການສະແດງຂອງນາງກັນເລີຍ!!! ໄດ້ເບິ່ງແລ້ວຮູ້ສຶກແນວໃດກັນແດ່ ອິນໄປຕາມໆກັນເລີຍແມ່ນບໍ່??? ຢ່າງໃດກໍຢ່າລືມຕິດຕາມເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາ ແລະ ເປັນການຝາກຜົນງານດ້ານລະຄອນເທື່ອທຳອິດຂອງ ລູກນໍ້າ ທິດາລັດ ວົງສິລິ ອີກດ້ວຍ ຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆເດີ້ແຟນໆ. ຮູບພາບ: FB/Louknum Vongsili ຄລິບ: ThaiCh8 …

Read More »

ງົດງາມເໝາະສົມຕຳແໜ່ງ! ເປັນໄປຕາມຄາດ ສາວງາມຈາກ Philippines ຄວ້າມົງ  Miss Universe 2018 (ຂໍສະແດງຄວາມຍິນດີ)

ປະກາດກັນໄປແບບສົດໆຮ້ອນໆ ແລະ ແຟນໆທົ່ວໂລກກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ມີຄວາມເໝາະສົມທີ່ສາມາດພິຊິດມົງກຸດ Miss Universe 2018 ໃນປີນີ້ກໍຄື Catriona Gray ຈາກ ປະເທດ ຟິລິປິນ (Philippines) ສາວງາມຈາກເພື່່ອນບ້ານເຮົານີ້ເອງ, ງົດງາມສົມກັບຕຳແໜ່ງທີ່ສຸດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Miss Universe 2018 ໄດ້ແກ່ Miss South Africa  ຮອງອັນດັບ 2 Miss Universe 2018 ໄດ້ແກ່ Miss Venezuela  ລາງວັນພິເສດ: ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ອອນອະນົງ ຫອມສົມບັດ (Laos) ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຕຳແໜ່ງທຸກໆຄົນເລີຍເດີ…ແຕ່ລະຄົນ ງົດງາມ ພິບໄຫວດີ ມີຄວາມສາມາດ ສົມກັບທີ່ໄດ້ຕຳແໜ່ງກັນມົດທຸກໆຄົນກັນເລີຍ. (ຂໍຂອບໃຈຮູບພາບ)

Read More »

ຮູ້ບໍ່ວ່າ? “ຊຸດທານນ້ຳໃຈສູ່ປະເທດລາວ”  ມີຄວາມໝາຍແນວໃດເຖິງສາມາດພິຊິດລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018 ນີ້ໄດ້ສຳເລັດ???

ແຟນໆຫຼາຍທ່ານກໍຄົງຈະໄດ້ຮູ້ທີ່ມາທີ່ໄປ ແລະ ຄວາມໝາຍຂອງຊຸດປະຈຳຊາດລາວ ມີຊື່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ ” ທີ່ອອກແບບໄດ້ມີຄວາມໂດດເດັ່ນຈົນຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີ Miss Universe 2018 ມາແດ່ແລ້ວ, ແຕ່ສຳລັບທ່ານໃດທີ່ຍັງງົງໆ ບໍ່ຮູ້ທີ່ມາທີ່ໄປກໍ່ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຈັດໃຫ້ເອົາໃຈແຟນໆ ລອງມາຮູ້ຈັກກັບ “ຊຸດທານນ້ຳໃຈສູ່ປະເທດລາວ” ກັນເບິ່ງເນາະ!!! “ຊຸດທານນ້ຳໃຈສູ່ປະເທດລາວ ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກ ນາງກິນນະລີ ທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ, ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ.  ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ …

Read More »