Breaking News

ຂ່າວບັນເທີງໃນປະເທດ

ປັບໄໝສູງສຸດເຖິງ 20ລ້ານກີບ! ແຈ້ງການຫ້າມນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ!!! (ພົບເຫັນສາມາດແຈ້ງເຈົ້າໜ້າທີ່)

ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລດທີ 424/ທຫລ ແລະ ແຈ້ງໃຫ້ຊາບວ່າໃນໄລຍະທີ່ຜ່ານມາຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນຮູບແບບຕ່າງໆເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸເຄື່ອງມີຄ່າ ແລະ ເຮັດເປັນຕົ້ນກາລະພຶກ ເພື່ອວາງຂາຍ ແລະ ອື່ນໆ, ເຊິ່ງການກະທຳດັ່ງກ່າວຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງ, ຂັດຕໍ່ການຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມຂອງກົດໝາຍຂອງທະນາຄານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ສະນັັ້ນ!! ທະນະຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ …

Read More »

ມາເບິ່ງ! ໂຄສະນາສະທ້ອນສັງຄົມ ເພື່ອກະຕຸ້ນໃຫ້ແມ່ຍິງໄດ້ເປັນໂຕຂອງໂຕເອງ!!!

ໃນປະເທດ ຍີ່ປຸ່ນ ບໍ່ວ່າຈະເປັງຫຍັງກໍເປັນ Uniform ໄປໝົດ ບໍ່ເວັ້ນແຕ່ເວລາໄປສະໝັກງານທີ່ແມ່ຍິງຕ້ອງໃສ່ສູດດຳ-ກະໂປ່ງຍາວ-ເກີບສົ້ນສູງ ແຖມຕ້ອງເຮັດຜົມຊົງຫາງມ້າ ພ້ອມໜ້າມ້າປາດຢ່າງເປັນລະບຽບຮຽບຮ້ອຍ, ດັ່ງນັ້ນ!!! Pantene ຈຶ່ງທົນບໍ່ໄຫວ ແລະ ເຮັດສື່ໂຄສະນາໃຫ້ສາວໆໄດ້ອອກມາປະກາດຈຸດຍືນ ແລະ ເປັນຕົວຂອງຕົວເອງ. ເລື່ອງມັນເລີ່ມທີ່ຢູ່ປະເທດ ຍີ່ປຸ່ນ ຈະມີຊ່ວງທີ່ຜູ້ຄົນຈະຊອກກາວຽກເຮັດ ແລະ ຈະມີເອີ້ນໄດ້ວ່າເປັນລະດູແຫ່ງການສະໝັກວຽກເລີຍກໍວ່າໄດ້ ເຮັດໃຫ້ເວລາຍ່າງໄປໃສໃນປະເທດດັ່ງກ່າວກໍຈະພົບເຈິແຕ່ຄົນທີ່ແຕ່ງຕົວຄ້າຍໆກັນໄປໝົດ ໂດຍສະເພາະນັກສຶກສາຍິງຈົບໃໝ່ທີ່ຕ້ອງມາພ້ອມກັບສູດສີດຳ ແລະ ກະໂປງສີດຳ ໃສ່ຖົງຕີນ ກັບເກີບສົ້ນສູງ ແຕ່ທີ່ຂາດບໍ່ໄດ້ເລີຍຄືທົງຜົມລວບຫາງມ້າ ພ້ອມກັບໜ້າມ້າປາດ ເຮັດໃຫ້ Pantene ປະເທດ ຍີ່ປຸ່ນ ຕັດສິນໃຈເຮັດແບບສຳຫຼວດກັບແມ່ຍິງທີ່ກຳລັງຊອກວຽກກວ່າ 1,000 ຄົນ ແລະ ພົບວ່າພວກນາງຕ່າງກໍພາກັນຢາກມີອິດສະຫຼະໃນການແຕ່ງກາຍ ເວລາທີ່ໄປສະມັກວຽກຫຼາຍຂຶ້ນ ໂດຍສະເພາະເລື່ອງຊົງຜົມ ແຕ່ທຸກໆຄົນກໍເຂົ້າໃຈເຖິງຄວາມຍາກທີ່ຈະປ່ຽນແປງ, ດັ່ງນັ້ນ Pantene ຈຶ່ງ Tweet ຮູບພາບເພື່ອສະແດງໃຫ້ເຫັນວ່າແມ່ຍິງທຸກຄົນສາມາດເຮັດເລື່ອງນີ້ໄດ້ ນອກຈາກນີ້ຍັງຊື້ໂຄສະນາໜັງສືພິມການເງິນຢ່າງNikkei ແບບເຕັມໜ້າ ເພື່ອສະແດງຮູບພາບ ແລະ ຂໍ້ຄວາມດຽວທີ່ໃຊ້ໃນTwitterດ້ວຍ ເຊິ່ງປະໂຫຍກກໍຄົງບໍ່ພົ້ນ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss international laos 2018 ຄົນໃໝ່ ຈະໄດ້ເປັນຕົວແທນປະເທດລາວໄປປະກວດທີ່ຍີ່ປຸ່ນ ພະຈິກນີ້!!!

ແວະວຽນມາອີກໜຶ່ງເວທີປະກວດນາງງາມ Miss international laos 2018 ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 14 ຕຸລາ 2018 ແລະ ເຮົາກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື ປິຍະມາດ ພູນປະເສີດ (ບາບີ້) ໄດ້ເປັນ Miss international laos 2018 ແລະ ຈະໄດ້ເປັນຕົວແທນສາວງາມຈາກປະເທດລາວ ໄປປະກວດ Miss international 2018 ທີ່ປະເທດຍີ່ປຸ່ນ ໃນວັນທີ 9 ພະຈິກ 2018 ນີ້. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສ່ວນຕຳແໜ່ງຮອງ Miss international laos 2018 ມີດັ່ງນີ້: ຮອງອັນດັບ1 ນາງ ຢາດຟ້າ ພົມມະວົງໄຊ ຮອງອັນດັບ2 ນາງ ຄຸນນະສິນ ພິມພາ ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ກຳລັງຈະໄດ້ເປັນສາວງາມຕົວແທນປະເທດລາວ ໄປປະກວດໃນເວທີລະດັບໂລກ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ. …

Read More »

ໄດ້ແລ້ວ! ຄູ່ຂອງ ສຸກ ສາຍສີ ໜຸ່ມໂສດຈາກລາວ ໃນລາຍການດັງ Take Me Out Thailand  ງານນີ້ໄດ້ສາວໄທໄປຄວງ!!!

ໄດ້ແລ້ວເດີ້… ຢາກຈະມາຝອຍເລື່ອງປະເດັນ Talk of the town ໃນຊ່ວງທ້າຍອາທິດທີ່ຜ່ານມາ ຫຼັງຈາກໄດ້ຮູ້ກັນໄປຄ່າວໆແລ້ວວ່າ ສຸກ ສາຍສີ ອາຍຸ 23 ປີ ອາຊີບນັກຮ້ອງ ເປັນໜຸ່ມໂສດຈາກປະເທດລາວ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ທີ່ປະເທດໄທ, ຫຼ້າສຸດເພິ່ນກໍ່ໄດ້ສາວມາຄວງແລ້ວເດີ້ ເປັນສາວໄທ ໜ້າຕາໜ້າຮັກ ນາມວ່າ ຝ້າຍ, ຫັນແນ່…ເວົ້າມາແລ້ວກໍ່ຢາກເຫັນແມ່ນບໍ່ວ່າສາວໄທຂອງໜຸ່ມລາວຄົນນີ້ຈະມີນິດໃສໃຈຄໍ ແລະ ມີຄວາມໜ້າຮັກປານໃດ ລອງມາເບິ່ງຄລິບທີ່ ຊະນີIndy ໄດ້ເອົາມາຝາກກັນນີ້ເບິ່ງເນາະ.   ເບິ່ງແລ້ວເປັນແນວໃດແດ່ ທັງສອງເໝາະສົມກັນແດ່ບໍ່? ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດຕໍ່ໄປ ກໍຄົງຕ້ອງໄດ້ຕິດຕາມກັນໄປແບບຍາວໆ ແລະ ຈັບຕາກັນແບບບໍ່ໄດ້ຫຼັບ ບໍ່ໄດ້ນອນກັນເລີຍເດີ້ງານນີ້!!! ຮູບພາບ ແລະ ຄລິບຈາກ: Take Me Out Thailand

Read More »

ອາເລັກຊານດຼ້າ ໄດ້ຂຶ້ນກ່າວປາຖະກະຖາທີ່ກອງປະຊຸມຢູ່ທີ່ລອນດອນ ປະເທດອັງກິດ!!!

ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງ ຊື່ດັງຈາກປະເທດລາວ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ນະຄອນຫຼວງລອນດອນ ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ຂຶ້ນປາຖະກະຖາ ໃນງານກອງປະຊຸມ ກ່ຽວກັບການຄ້າຂາຍສັດປ່າ ແບບຜິດກົດຫມາຍ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ. ລອງມາຟັງວ່າ  ອາເລັກຊານດຼ້າ ຈະກ່າວແບບໃດ??? ເປັນແນວໃດກັນແດ່ກັບບົດກ່າວຂອງນາງ! ບອກເລີຍວ່າ ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຈາກລາວເຮົາ ຂຶ້ນກ່າວໄດ້ໜ້າປະທັບໃຈຫຼາຍໆ!!! (ຂໍສຽງຕົບມືໃຫ້ສາວຄົນນີ້ແດ່ໄວໆໆໆ…) ທີ່ມາ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »