ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ. ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.ຣິວທາໂຣ ຊູງິ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »ຂ່າວບັນເທີງໃນປະເທດ
ບໍ່ສົນຄຳຄົນເວົ້າ! ບາບີ້ ປິຍາມາດ ເດີນໜ້າຕາມຄວາມຝັນ ລົງປະກວດນາງງາມເວທີດັງ ພ້ອມໂພສບອກແບບນີ້…
ຊ່ວງນີ້ວົງການບັນເທີງບ້ານເຮົາຖືວ່າຄຶກຄື້ນ ຄຶກຄັກເປັນພິເສດ ຫຼ້າສຸດກໍ່ມີກະແສຮືຮາມາໃຫ້ໄດ້ເວົ້າເມົ້າມອຍກັນອີກແລ້ວ ເພາະກຳລັງເປັນກະແສຮືຮາທົ່ວວົງການ ກ່ອນໜ້ານີ້ກໍ່ເຫັນຄົນດັງທີ່ມີຜົນງານມາໃຫ້ໄດ້ຊື່ນຊົມກັນລົງປະກວດໃນເວທີນາງງາມຕ່າງໆ ບໍ່ເວັ້ນແມ່ແຕ່ ບາບີ້ ປິຍາະມາດ ທີ່ຫຼ້າສຸດຕັດສິນໃຈລົງປະກວດໃນເວທີ Miss International Laos 2018 ພ້ອມກັບຂຽນລະບາຍສິ່ງທີ່ອັດອັ້ນຕັນໃຈ ໃນຊ່ວງໄລຍະ 5 ປີທີ່ຜ່ານມາ ຜ່ານເຟສບຸກສ່ວນຕົວວ່າ… ແມ່ນແລ້ວ…ທຸກໆຄົນລ້ວນມີຄວາມຝັນ ແລະ ກໍຢາກຄວ້າຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແຕ່ເຖິງວ່າສິ່ງທີ່ເຮົາເຮັດໄປຜົນຈະອອກມາແນວໃດກໍ່ບໍ່ສຳຄັນ ເພາະຍັງຖືວ່າເຮົາໄດ້ລຸກຂຶ້ນມາ ແລະ ເຮັດສິ່ງນັ້ນແລ້ວ ບໍ່ໄດ້ເປັນພຽງແຕ່ຄວາມຝັນແບບລົມໆ ທີ່ພຽງແຕ່ຄິດແຕ່ບໍ່ເຮັດຫຍັງເລີຍ, ເອົ້າ!!! ເປັນຢ່າງໃດກໍ່ຢ່າລືມຝາກເປັນກຳລັງໃຈໃຫ້ ສາວ ບາບີ້ ປິຍະມາດ ໝາຍເລກ 3 ໜຶ່ງໃນຜູ້ປະກວດໃນເວທີ Miss International Laos 2018 ກັນແດ່ເດີ້ແຟນໆ ແລະ ຖ້າໃຜທີ່ມີຄວາມຝັນແບບສາວ ບາບີ້ ກໍ່ຢ່າລືມລຸກຂຶ້ນມາເຮັດ ແລະ ພິຊິດຝັນຂອງຕົວເອງໃຫ້ໄດ້ເດີ້…ສູ້ ໆໆໆ ຮູບພາບ: FB/ B’Bie Piyamarth
Read More »ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນ ຖ້າບໍ່ຢາກເສຍໃຈກັບຄວາມຮັກ
7 ສິ່ງທີ່ບົ່ງບອກວ່າເຈົ້າຄວນໂສດຕໍ່ໄປກ່ອນ!!! ສາວໆທີ່ຍັງບໍ່ເຄີຍມີແຟນອາດຈະຄິດວ່າ ຖ້າມີແຟນຈະຕ້ອງມີຄວາມສຸກທີ່ສຸດແນ່ນອນ ຈົນຫຼາຍຄົນພະຍາຍາມທຸກວິທີທາງເພື່ອຈະໄດ້ມີແຟນ ແຕ່ສາວໆ ມາເບິ່ງກັນດີໆກ່ອນບໍ່ວ່າ ເຈົ້າຄວນຈະມີແຟນຕອນນີ້ແທ້ ຫຼືບໍ່? ເພາະບາງເທື່ອຄວາມຮັກມັນບໍ່ໄດ້ມີແຕ່ເລື່ອງດີໆສະເໝີໄປ ເຮົາຄວນຈະໃຊ້ເວລາກ່ອນຕັດສິນໃຈດີບໍ່? ມາກວດນໍາກັນເບິ່ງ! ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນໄປກ່ອນ ຖ້າບໍ່ຢາກເສຍໃຈກັບຄວາມຮັກຄັ້ງທໍາອິດ. ຄິດວ່າເຮົາມີແຟນຈະມີຄວາມສຸກທີ່ສຸດ: ນັ້ນສະແດງເຖິງການຄາດຫວັງຫຼາຍເກີນໄປ ເມື່ອເຈົ້າບໍ່ໄດ້ດັ່ງທີ່ຄາດຫວັງຈະເຮັດໃຫ້ເຈົ້າເສຍໃຈທີ່ສຸດ. ຄາດຫວັງກັບຜູ້ຊາຍທີ່ຫາກໍລົມກັນ: ຖ້າເຈົ້າຮູ້ສຶກແບບຂໍ້ນີ້ ຈະເຮັດໃຫ້ເຈົ້າເສຍໃຈງ່າຍທີ່ສຸດ ເພາະຜູ້ຊາຍທີ່ຫາກໍລົມຄືຜູ້ຊາຍທີ່ເຮົາຍັງບໍ່ຮູ້ຈັກເຂົາດີພໍ ເຮົາບໍ່ໄດ້ເປັນຕົວຂອງຕົນເອງ: ໃນຂະນະທີ່ລົມກັບຜູ້ຊາຍຄົນໜຶ່ງ ເຮົາພະຍາຍາມປ່ຽນແປງຕົວເອງໃຫ້ເຂົ້າກັບສະເປັກຂອງເຂົາ ນີ້ກໍສະແດງວ່າເຈົ້າຍັງບໍ່ຄວນມີແຟນ ຄວາມເຫງົາຂອງເຮົາເລີ່ມດຶງດູດຜູ້ຊາຍເຂົ້າມາ: ເຫງົາຈົນໜ້າມືດຕາມົວ ລົມກັບຜູ້ຊາຍແບບບໍ່ເລືອກ ມັນຈະເຮັດໃຫ້ເຈົ້າເສຍໃຈຖ້າເລືອກຄົນຜິດ ເຈົ້າຫາກໍອົກຮັກຄັ້ງໃຫຍ່ມາ: ຂໍ້ນີ້ສໍາຄັນ ເພາະຖ້າເຈົ້າມີແຟນໃໝ່ໃນຕອນນີ້ ຄົນນັ້ນໃໝ່ຈະກາຍເປັນພຽງຕົວແທນຂອງແຟນເກົ່າເຈົ້າເທົ່ານັ້ນ ແລະ ສຸດທ້າຍເຈົ້າກໍໄປກັນບໍ່ລອດ ເພາະເຈົ້າເອງທີ່ຍັງລືມຄົນເກົ່າບໍ່ໄດ້ ຄິດວ່າການທີ່ຕົວເອງບໍ່ມີແຟນຄືປົມອັນໜຶ່ງ: ເຈົ້າຈະກາຍເປັນຄົນທີ່ເຫັນຈຸດດ້ອຍຂອງຕົນເອງຫຼາຍເກີນໄປ ເຮັດໃຫ້ບໍ່ມີຄວາມສຸກ ເຖິງຈະມີແຟນກໍຕາມ ຫຶງຫວງຄົນທີ່ຫາກໍລົມກັນ: ເຊົາຄິດໄດ້ເລີຍວ່າຈະມີແຟນ ຂະໜາດຄົນທີ່ຫາກໍລົມເຈົ້າຍັງຫຶງຫວງຂະໜາດນີ້ ແລ້ວໃຜຈະທົນຄົບກັບເຈົ້າໄດ້. ທີ່ມາ: ວາລະສານ ຂວັນໃຈ
Read More »5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ
5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ ຮູບລັກພາຍນອກໃໝ່ທັນສະໄໝ ນິດສັນເອັກສເທວ 2018 ນໍາເຂົ້າຈາກຍີ່ປຸ່ນ ແມ່ນມີຮູບຮ່າງທີ່ງາມ ແລະ ເບິ່ງທັນສະໄໝກວ່າ ດ້ວຍໄຟLEDເດທາມ ຣັນນີ້ງໄຣ ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດຂອງທ່ານສາມາດຖືກເບິ່ງເຫັນໄດ້ດີຂຶ້ນ ຈາກຍານພາຫະນະອື່ນໆ ຫລື ຄົນຍ່າງຂ້າງທາງ ກາງເວັນ ແລະ ເວລາມີໝອກ. ໄຟແອວອີດີ ຮູບຊົງສັນຍາລັກບູມເບີແລງຍັງສະທ້ອນໃຫ້ເຫັນໄຟດ້ານຫລັງ ເຊິ່ງຈະເຮັດໃຫ້ຍານພາຫະນະມີຮູບຊົງ ແລະ ຄວາມຮູ້ສຶກທີ່ສົມບູນແບບ. ເສົາອາກາດຄີບປາສະຫລາມ ແລະ ກັນຊົນທ້າຍດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ແລະ ໄຟສະທ້ອນ ຍັງຈະຊ່ວຍເພີ່ມຮູບລັກອັນທັນສະໄໝ ເບິ່ງສະຫງ່າງາມ. ກວ້າງຂວາງ &ວາງໃຈໄດ້ ປະຕູຫລັງເປີດກວ້າງ (77 ອົງສາ) ຂອງນິດສັນເອັກສເທວ ຈະເຮັດໃຫ້ການເຂົ້າອອກ ທີ່ນັ່ງຜູ້ໂດຍສານດ້ານຫລັງໄດ້ງ່າຍຂຶ້ນ. ສໍາລັບຄອບຄົວຂະໜາດໃຫຍ່, ລະບົບທີ່ນັ່ງແບບ EZ Flex ນະວັດຕະກໍາໃໝ່ (ທີ່ນັ່ງ …
Read More »ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.
ຫຼັງຈາກທີ່ມີການປ່ອຍຮູບພາບສະເກັດຂອງການອອກແບບ ຊຸດປະຈຳຊາດ ຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss Grand International 2018 ທີ່ຈະຈັດຂຶ້ນທີ່ ປະເທດ ມຽນມ້າ ໃນວັນທີ 25.10.2018. ຫຼ້າສຸດກໍມີການປ່ອຍຮູບພາບທີ່ແຟນໆລໍຖ້າເບິ່ງເປັນທີ່ຮຽບຮ້ອຍ ເຊິ່ງເປັນຮູບທີ່ ນ້ອງ ມາລີ ນົບພະລັດ Miss Grand Laos 2018 ຂອງເຮົາໄດ້ສວມໃສ່ຊຸດປະຈຳຊາດ ເຊິ່ງຊດດັ່ງກ່າວມີຊື່ວ່າ: “ຊຸດນາງສັງຂານລາວ “ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ. ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ. ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ …
Read More »