“ເຕືອນໄພອາກາດໜາວ” ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ. #ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!
Read More »ຂ່າວສັງຄົມ
ພິທີຖະແຫຼງຂ່າວ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ
ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2017 ທີ່ຜ່ານມາ, ໄດ້ມີພິທີຖະແຫຼງຂ່າວການຈັດແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຫະພັນ ກິລາກ໊ອຟແຫ່ງຊາດລາວ, ສະໝາມກ໊ອຟແດນສະຫວັນ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນພາຍໃນງານຈຳນວນຫຼວງຫຼາຍ, ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຈະຈັດຂຶ້ນໃນວັນທີ 13-14 ມັງກອນ 2018 ຢູ່ທີ່ ສະໝາມກ໊ອຟແດນສະຫວັນ ພູເຂົາຄວາຍ ແຂວງ ວຽງຈັນ ເພື່ອຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ຍັງມີຂອງລາງວັນອື່ນໆຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງຂໍເຊີນຊວນ ນັກກິລາກ໊ອຟສະໝັກຫຼິ້ນ ບໍ່ຈຳກັດເພດ ບໍ່ຈຳກັດສັນຊາດ ເຂົ້າແຂ່ງຂັນພາຍໃນການແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ …
Read More »ລວມພາບຄວາມໜາວເຢັນຈົນເປັນນໍ້າແຂງ ໄລຍະນີ້ປະເທດລາວໜາວຫຼາຍ!!!
ເກັບຕົກຮູບພາບຄວາມໜາວເຢັນໃນໄລຍະນີ້ ປະເທດລາວ ເຮົາກຳລັງຢູ່ໃນຊ່ວງອຸນຫະພູມຫຼຸດລົງ ບາງແຂວງຫຼຸດລົງຫຼາຍເຖິງ 0 ອົງສາ ໂດຍສະເພາະຢູ່ຫຼາຍແຂວງທາງພາກເໜືອ ທີ່ຫຼຽວໄປທາງໃດກໍຈະເຈິແຕ່ນໍ້າໝອກ ນໍ້າຄ້າງ ພືດຜັກກາຍເປັນນໍ້າແຂງ ທັງສັດລ້ຽງກໍໜາວ ພໍ່ແມ່ປະຊາຊົນອີ່ດູຕົນກໍໄດ້ຫາເອົາຜ້າເອົາແພມາຕູ້ມໃຫ້ສັດລ້ຽງພໍຄາຍໜາວ. ຢ່າງໃດ ຂວັນໃຈ ເຮົາຂໍສະແດງຄວາມເປັນຫວ່ງໄປຫາພໍ່ແມ່ປະຊາຊົນຫຼາຍໆເດີ້ ຮັກສາສຸຂະພາບກັນແດ່!!! ທີ່ມາຮູບພາບ: Support Prime Minister Thongloun Sisoulith
Read More »ເປີດຮູບພາບວັນວານຂອງ ຈົງຮະຢອນ ສະມາຊິກວົງ SHINee
ສ້າງຄວາມເສຍໃຈໃຫ້ແຟນເພງ K-POP ທັງໃນ ເກົາຫລີ ແລະ ຕ່າງປະເທດ ສຳລັບການຈາກໄປຂອງ ຄິມ ຈົງຮະຢອນ ນັກຮ້ອງໜຸ່ມສຽງດີ ຈາກບອຍແບຼນຊື່ດັງວົງ SHINee ໃນວັນທີ 18 ທັນວາ 2017 ທີ່ຜ່ານມາ, ດັ່ງນັ້ນໃນມື້ນີ້ມາເປີດຮູບພາບເພື່ອຍ້ອນວັນວານຂອງ ຄິມ ຈົງຮະຢອນ ມີຄວາມຫຼໍ່ ໜ້າຮັກ ຂວັນໃຈສາວໆ ເສຍດາຍທີ່ຈາກແຟນຄລັບໄປໄວເຫຼືອເກີນ ຢ່າງໃດກໍຂໍໃຫ້ດວງວິນຍານໄປສູ່ສຸຂະຕິ. ທີ່ມາ: https://world.kapook.com/pin/5a388d614d265a08e58b4567
Read More »ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ, ແຟນຄລັບແຫ່ໄວ້ອາໄລ!!!
ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ ສະມາຊິກວົງ SHINee ດ້ານ SM Entertainment ຕົ້ນສັງກັດໄດ້ເປີດໃຫ້ແຟນຄລັບຮ່ວມເຄົາລົບສົບສິລະປິນໃນດວງໃນເປັນຄັ້ງສຸດທ້າຍ ຈາກຂ່າວການຈາກໄປກະທັນຫັນຂອງ ຈົງຮະຢອນ ສະມາຊິກວົງ SHINee ທີ່ທາງສື່ຂອງ ເກົາຫລີ ໄດ້ອອກມາລາຍງານວ່າໄດ້ເສຍຊີວິດເມື່ອຊ່ວງຄໍ່າຂອງວັນທີ 18 ທັນວາ 2017 ທ່າມກາງຄວາມສັບສົນຂອງແຟນຄລັບ ກ່ອນທີ່ຕົ້ນສັງກັັດ ຈະອອກມາຢືນຍັນວ່າຂ່າວເປັນຄວາມຈິງ ໂດຍໃນວັນທີ 19 ທັນວາ 2017 SM Entertainment ຄ້າຍຕົ້ນສັງກັດຂອງ ຈົງຮະຢອນ ຈະເຄື່ອນຍ້າຍຮ່າງຂອງ ຈົງຮະຢອນ ໄປທີ່ Asan Medical Center Funeral Hall ເພື່ອຈັດພິທີງານສົບ ເຊິ່ງໝູ່ສະມາຊິກທີ່ເຫຼືອອີກ 4 ຄົນຄື: ມິນໂຮ, ອົນຍູ, ຄຣີ ແລະ ແທມິນ ຈະເປັນເຈົ້າພາບງານຮ່ວມກັບຄອບຄົວຂອງ ຈົງຮະຢອນ ທັງນີ້ຕົ້ນສັງກັດໄດ້ຂໍໃຫ້ທາງໂຮງໝໍຈັດສະຖານທີ່ເພື່ອໃຫ້ແຟນໆໄດ້ສາມາດມາເຄົາລົບສົບ ຈົງຮະຢອນ ເປັນເທື່ອສຸດທ້າຍ ເຊິ່ງເລີ່ມຕັ້ງແຕ່ຊ່ວງບ່າຍຂອງມື້ນີ້. (ຂໍສະແດງຄວາມເສຍໃຈ ແລະ …
Read More »