Breaking News

ຂ່າວສັງຄົມ

ລະວັງ! ລູກນໍ້າ ທິດາລັດ ອອກມາໂພສເຕືຶອນຄົນທີ່ໄປຍ່າງແຄມຂອງ ເພາະນ້ອງຊາຍຖືກຕີ ຍິບໄປ 2 ເຂັມ!!!

ເປັນເຫດໃຫ້ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ອອກມາໂພສເຕືອນທຸກໆຄົນເຖິງສິ່ງທີ່ບໍ່ໜ້າເກີດຂຶ້ນກັບສະຖານທີ່ສາທາລະນະ ເປັນບ່ອນທີ່ໃຜໆກໍເຄີຍໄປ ແຄມຂອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ 2017 ນ້ອງຊາຍຂອງນາງໄດ້ເກີດເຫດບໍ່ຄາດຄິດ ເພາະຖືກໜຶ່ງໃນກຸ່ມໄວໝຸ່ມ ທີ່ລວມຕົວກັນຢູ່ໃນສະຖານທີ່ດັ່ງກ່າວຈຳນວນ 15-20 ຄົນ ທຳຮ້າຍຈາກການເອົາເຫຼັກຕີຈາກດ້ານຫຼັງ ຈົນເຮັດໃຫ້ໄດ້ຮັບບາດເຈັບ ຈົນເຖິງຂັ້ນຍິບທີ່ບໍລິເວນຫູເຖິງ 2 ເຂັມ.   ເປັນແນວໃກກໍວອນໃຫ້ເຈົ້າໜ້າທີ່ເຂົ້າໄປກຳກັບ ແລະ ເບິ່ງເລື່ອງຄວາມປອດໄພຂອງພໍ່ແມ່ປະຊາຊົນ ຫຼື ນັກທ່ອງທ່ຽວທີ່ໄປທ່ຽວຫຼິ້ນທີ່ບໍລິເວນ ແຄມຂອງ ກັນແດ່ເດີ້!!! ທີ່ມາ: Louknum Vongsili

Read More »

ສະເທືອນໃຈ! ເກີດເຫດບໍ່ຄາດຄິດກັບອາສາກູ້ໄພ ອາການສາຫັດ!!!

ຫົວໃຈຈະວາຍ! ອາສາກູ້ໄພນະຄອນຫລວງ 1624 ເກີດອຸບັດຕິເຫດໃນເວລາປະຕິບັດໜ້າທີ່!!! ໃນຄືນວັນທີ 12 ທັນວາ 2017 ເກີດເຫດບໍ່ຄາດຄິດອາສາກູ້ໄພນະຄອນຫຼວງ 1624 ທີ່ໄປຊ່ວຍຄົນເຈັບທີ່ເກີດອຸບັດຕິເຫດລົດຈັກລົ້ມເອງ ຫຼື ວ່າມີລົດມາຕຳເອົາແລ້ວໜີກໍຍັງບໍ່ຮູ້ສາເຫດທີ່ແນ່ຊັດ ຜູ້ປະສົບເຫດບາດເຈັບສົມຄວນດັ່ງນັ້ນໜ່ວຍກູ້ໄພນະຄອນຫລວງຈື່ງປະຖົມພະຍາບານເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ 150ຕຽງ. ແລະ ທີ່ເຮັດສະເທືອນໃຈຫຼາຍທີ່ສຸດໃນເວລານັ້ນ ອາສາອີກຈຳນວນໜື່ງແມ່ນຢູ່ທີ່ເກີດເຫດເພາະຢ້ານລົດຜູ້ບາດເຈັບເສຍ ຫຼື ຈະເກີດອຸບັດຕິເຫດຊໍ້າຊ້ອນ ສະນັ້ນອາສາກູ້ໄພຈຶ່ງໄດ້ເອົາຟົດໄມ້ໄປວາງກັນໄວ້ຫ່າງຈາກລົດລົ້ມປະມານ 30 ກວ່າແມັດສອງຈຸດພ້ອມມີລົດສຸກເສີນທີ່ເປີດໄຟອຳນາດໄວ້ຢູ່ ແຕ່ໃນເວລານັ້ນເກີດເຫດບໍ່ຄາດຄິດຂື້ນມີລົດໃຫ່ຍມາດ້ວຍຄວາມໄວແລ່ນພ່າຕຳເອົາຟົດໄມ້ເຂົ້າມາຕຳເອົາອາສາທີ່ກຳລັງປະຕິບັດໜ້າທີ່ຢູ່ຈຸດເກີດເຫດເຮັດໃຫ້ຜູ້ກ່ຽວຕຳໃສ່ໜ້າລົດແລ້ວຟົ້ງຂື້ນເທິງຟ້າປະມານ 2 ແມັດ ແລະ ຕົກລົງໜ້າລົດໃນເວລານັ້ນລົດຍັງບໍ່ຢຸດເຮັດໃຫ້ຜູ້ກ່ຽວຢູ່ກ້ອງລົດລາກໄປປະມານ 20 ກ່ວາແມັດ ເລີຍເຮັດໃຫ້ອາສາໜ່ວຍກູ້ໄພນະຄອນຫລວງເຈັບສາຫັດມີອາກາດເຈັບຟົກຊຳ້ແຕ່ຫົວຮອດຕີນ ແລະ ກະດູກມີດຫັກນອນຮັກສາໂຕຢູ່ໃນປະຈຸດບັນນີ້. ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 162

Read More »

ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ບົດເພງ “ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.   ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

Read More »

ສາທຸ! “ໃຫ້ເລືອດ ໃຫ້ຊີວິດ” ກິດຈະກຳ ບໍລິຈາກເລືອດ ທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ!!!

“ຂໍຂອບໃຈ ຜູ້ຮ່ວມບໍລິຈາກເລືອດທຸກທ່ານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮ້ານຕົວແທນ ຈຳໜ່າຍ ລົດຈັກຮອນດ້າ 3s ທົ່ວປະເທດ ຮ່ວມກັບ ອົງການກະແດງລາວ ຍອດລວມທັງໝົດ 609 ຖົງ” ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2017 ໄດ້ມີພິທີຖະແຫຼງຂ່າວ ກິດຈະກຳ ບໍລິຈາກເລືອດ ຈັດຂຶ້ນໂດຍ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ໂດຍທ່ານ ດຣ ຈັນໄຊ ກຽດສີທະນາກອນ (ປະທານກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ສະເໜີ ຈຸນລະມະນີ (ຮອງປະທານ ກຸ່ມ …

Read More »

ຟັງແລ້ວຂົນໜາວລຸກ! ເດັກນ້ອຍລາວໄປໂຊພະລັງສຽງໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ.

ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…) ນ້ອງAlita Alounsavathອາລິຕະ(13ປີ)ນັກຮ້ອງຕົວແທນປະເທດລາວ??ເຂົ້າປະກວດຮ້ອງເພັງໃນລາຍການ 『のどじまんTHEワールド! 』ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດຍີ່ປຸ່ນ.#ຂໍຄາລະວະ?ຟັງສຽງລອງເບີ່ງຈະຮູ້ວ່າສຸດຍອດສໍ່າໃດ. #ຂໍສາມຄຳ. ຄົນລາວກຳລັງດັງໃນຫລາຍເວທີໃຜມີຄວາມສາມາດຢ່າປ່ອຍໃວ້ສະແດງອອກມາໃຫ້ໂລກໄດ້ຮູ້ວ່າຄົນລາວເກັ່ງ ແລະມີຄວາມສາມາດສະໝັກໄດ້ທີ່ http://www.ntv.co.jp/nodo/old/offer.html. #ແຊດ່ວນ #ຂົນຫນາວແຕກ #https://youtu.be/9RUmor_Cqnc share アリタちゃん13歳の女の子が、日本の歌手の何度でもの歌を歌ってた。かなり凄かった。#感謝#感動#胸いっぱい #japan #tokyo #song #sing #laos #people #lover #lovers とても、上手だったよ? ເສຍດາຍຍັງຄະແນນດຽວສິເປັນແຊມ. 健一 武志さんの投稿 2017年11月25日(土)   ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ …

Read More »