Breaking News

ຂ່າວສັງຄົມ

YouTuber ດັງສາວເກົາຫຼີໃຕ້ “Yang Soobin” ກາຍເປັນສາຍກິນທີ່ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ…

Yang Soobin ເປັນYouTuber  ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້  ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ  ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin  ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ  ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ  … ເບື້ອງຕົ້ນແລ້ວ Yang Soobin  ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ  Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ  …

Read More »

ສາວສຸດເຮັງຖືກເລກ 280 ລ້ານກີບຍ້ອນ BIB NUMBER (ນີ້ແລະທີ່ເຂົາເວົ້າວ່າ ແຂ່ງຫຍັງກໍແຂ່ງໄດ້ ແຕ່ແຂ່ງບຸນວາດສະຫນາແຂ່ງກັນບໍ່ໄດ້)

ກຳລັງເປັນກະແສ ແລະ ທີ່ຮືຮາຢູ່ໃນ Social Media ກັນເລີຍທີດຽວວິນາທີນີ້ ເພາະ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວວ່າ  ຕົນເອງສ່ຽງໂຊກຖືກເລກ 2 ບໍລິສັດໃນງວດດຽວກັນຈໍານວນ 280 ກວ່າລ້ານກີບ!!! ໃນວັນທີ 21 ພຶດສະພາ 2020 ທີ່ຜ່ານມາ E BIB NUMBER ຄືຫຍັງເກາະ ອັນທີ່ເຂົາແຈກເລກຜູ້ທີ່ສະຫມັກແລ່ນຫັ້ນນະ?? ຮູ້ແຕ່ວ່າເຫັນມັນມີເລກໃນນັ້ນ 5 ໂຕ ກະເລີຍລອງຈັບປີ້ນມາຊື້ຫລິ້ນໆລອງເບິ່ງຊື່ໆ ເສືອກອອກແທ້ ວູ້…. ເສຍດາຍເດ…ຊື້ເລກກະຊື້ຟາດໃສ່ແຕ່ 5ໂຕ, 4ໂຕພັດບໍ່ຊື້ຈັກກີບ. ໂອ້ຍນໍ……(ຢາກລຳ??) ຄັນຮູ້ວ່າຊິອອກເປະກະຊິຟາດ 4ໂຕໃສ່ນຳດອກ ຮື… ງວດນີ້ລອງທາງຊື່ໆ ເລກເດັດບໍ່ມີ ຄິດເລກຫຍັງບໍ່ອອກກະຟາດຊື້ເລກອັນເຂົາແຈກເບີເສື້ອຫັ້ນລະ ຜູ້ໃດຮູ້ອັນ E BIB NUMBER ນິນະມັນແປວ່າຫຍັງ??? ຕອບຂ້ານ້ອຍດ້ວຍ?? ປລ ຂອບໃຈ E BIB NUMBER …

Read More »

ໄດ້ດີແລ້ວບໍ່ລືມຕົວ!! ແມນນີ່ ປາກຽວ ນັກມວຍໂລກ ຈົກເງິນສ່ວນຕົວສ້າງເຮືອນ 1.000 ຫຼັງຢູ່ບ້ານເກີດ ໃຫ້ຄົນບໍ່ມີເຮືອນຢູ່ຟຣີ… “ເພາະເຄີຍຢູ່ໃນຈຸດນັ້ນມາກ່ອນ”

ໃນສະຖານະການທີ່ຮ້າຍແຮງ ກໍຍັງມີເລື່ອງດີໆໃຫ້ຍິ້ມຢູ່… ເຊິ່ງເລື່ອງລາວດີໆທີ່ນໍາມາໃຫ້ຍິ້ມໃນມື້ນີ້ ກໍເປັນເລື່ອງລາວຂອງນັກມວຍໂລກທີ່ຊື່ວ່າ ມັນນີ່ ປາກຽວ ເຊິ່ງຖ້າເວົ້າເຖິງຊື່ນີ້ແລ້ວ ເຊື່ອວ່າທຸກຄົນຄົງຕ້ອງຮູ້ຈັກດີຢ່າງແນ່ນອນ ເພາະເລື່ອງລາວຂອງ ປາກຽວ ໄດ້ຖືກຖ່າຍທອດອອກມາຢ່າງຫຼວງຫຼາຍກ່ຽວກັບຊີວິດໃນໄວເດັກ ຄວາມທຸກຍາກລໍາບາກຂອງຄອບຄົວສະໄໝຍັງບໍ່ມີຊື່ສຽງ… ແຕ່ມາຮອດມື້ນີ້ ປາກຽວ ໄດ້ສ້າງປະຫວັດສາດໃຫ້ວົງການມວຍໂລກ ແລະ ເປັນບຸກຄົນທີ່ປະສົບຄວາມສໍາເລັດອິກຄົນໜຶ່ງ!! ແຕ່ ປາກຽວ ກໍຍັງບໍ່ລືມວ່າຕົນເອງກໍາເນີດມາຈາກສັງຄົມແບບໃດ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມທຸກຍາກນັ້ນ ປາກຽວ ຈຶ່ງຕັດສິນໃຈຈົກເງິນສ່ວນຕົວທີ່ໄດ້ຈາກການຕີມວຍແຕ່ລະຄັ້ງ ສ້າງເຮືອນໃນດິນຂອງຕົນເອງເປັນຈໍານວນ 1.000 ຫຼັງທີ່ບ້ານເກີດ ເພື່ອໃຫ້ປະຊາຊົນຊາວ ຟີລິບປິນ ທີ່ບໍ່ມີເຮືອນ ໄດ້ເຂົ້າມາພັກອາໄສແບບຟຣີໆ ແລະ ຢູ່ໄດ້ຕະຫຼອດຊີວິດ… ສໍາລັບ ເລື່ອງລາວດັ່ງກ່າວນີ້ ຖືເປັນເລື່ອງລາວດີໆທີ່ສັງຄົມຄວນໃຫ້ຄວາມຍົກຍ້ອງໃນນໍ້າໃຈຂອງ ແມນນີ້ ປາກຽວ Manny Pacquiao ທີ່ບໍ່ວ່າຈະໄປໄດ້ໄກຂະໜາດໃດກໍຍັງບໍ່ລືມບ້ານເກີດ ຖິ່ນກໍາເນີດ ແລະ ບໍ່ລືມຄວາມລໍາບາກທີ່ຕົນເອງເຄີຍພົບພໍ້ມາ ຈົນນໍາມາເຊິ່ງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ໃນຄັ້ງນີ້… ແອັດຂໍຍົກຍ້ອງ ແລະ ກາບໃນຄວາມດີຂອງ ປາກຽວ ຢ່າງສຸດໃຈ!! …

Read More »

ພະຍາບານ ຣັສເຊຍ ຖືກລົງໂທດທາງວິໄນ ຫຼັງໃສ່ຊຸດຊັ້ນໃນ-ໃຕ້ຊຸດປ້ອງກັນໂຄວິດ-19

ເຫດການເກີດຂຶ້ນທີ່ໂຮງໝໍແຫ່ງໜື່ງ ຢູ່ທີ່ກຸງ ມອສໂກ ປະເທດຣັສເຊຍ ໂດຍພະຍາບານສາວທີ່ຄາດວ່າອາຍຸປະມານຊາວປາຍປີ ກຳລັງປີ່ນປົວຜູ້ທີ່ຕິດເຊື້ອໄວຣັສທີ່ອາຄານຜູ້ຕິດເຊື້ອເພດຊາຍ ໂດຍພາບດັ່ງກ່າວໄດ້ຖືກນໍາເອົາໄປເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍ ແລະ ກາຍເປັນປະເດັນດຣາມ່າ ພາກັນສະແດງຄວາມຄິດເຫັນຢ່າງຫລວງຫລາຍມີທັງດ້ານດີ ແລະ ລົບ ເຊັ່ນວ່າ ຢ່າງຫນ້ອຍກໍຍັງມີຄົນມີອາລົມຫົວໃນຊ່ວງເວລາທີ່ເຄັ່ງຄຽດແບບນີ້, ເກັ່ງຫລາຍລາວຊ່ວຍໃຫ້ຄົນເຈັບໃຫ້ອາລົມດີຂື້ນ ບາງຄົນເວົ້າວ່າ ເປັນຫຍັງຕ້ອງລົງໂທດພະຍາບານຄົນນີ້ ຕ້ອງໃຫ້ລາງວັນເຖິງຈະຖືກເພາະພໍຄົນເຈັບເຫັນຊຸດລາວ ຮັບຮອງບໍ່ມີໃຜຢາກຕາຍດອກ ແລະ ອີກຄົນກໍບອກວ່າ ບາງທີເຈົ້າຄວນໄປດ່າຜູ້ບໍລິຫານ ເພາະອາກາດທີ່ນັ້ນບໍ່ຖ່າຍເທ… ເມື່ອເຫດການດັ່ງກ່າວເກີດຂຶ້ນພະຍາບານສາວໄດ້ຖືກຜູ້ບໍລິຫານເອີ້ນໄປສອບຖາມ ແລະ ພະຍາບານສາວຄົນນັ້ນໃຫ້ເຫດຜົນວ່າຕົນເອງຮູ້ສຶກຮ້ອນ ຈື່ງແຕ່ງກາຍແບບນັ້ນ ໂດຍບໍ່ຄິດວ່າຊຸດ PPE ຈະໂປ່ງໃສຈົນເຫັນຮອດທາງໃນແບບນີ້ ສ່ວນຜູ້ປ່ວຍຊາຍກໍບໍ່ມີໃຜເວົ້າໃຫ້ລາວ ຂະນະດຽວກັນນັ້ນ ກະຊວງສາທາລະນະສຸກຂອງຣັສເຊຍບໍ່ພໍໃຈກັບເລື່ອງນີ້ທີ່ສຸດ ແລະ ໃຫ້ສັ່ງດໍາເນີນການລົງໂທດທາງວິໄນກັບພະຍາບານຄົນນີ້ທີ່ຝ່າຝືນຄໍາສັ່ງໃນການໃສ່ຊຸດສໍາຫຼັບການປ້ອງກັນຕິດເຊື້ອ! ແຫລ່ງຂໍ້ມູນ: ສຳນັກຂ່າວ Dailymail     

Read More »

ຊົມເຊີຍ!! ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ  …

ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຂອບເຂດທົ່ວປະເທດລາວເຮົາ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020  ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນບໍລິສັດທີ່ໃຫ້ບໍລິການສື່ໂຄສະນານອກບ້ານ  ໄດ້ເຂົ້າມອບອຸປະກອນ ປ້ອງກັນຄວບຄຸມໂຄວິດ-19  ໃຫ້ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ  ຕາງໜ້າບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບໂດຍ  ທ່ານ  ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລນບີ ມີເດຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ,  ກ່າວຮັບໂດຍ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທາລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ເປັນທັງໜື່ງໃນຄະນະຮັບຜິດຊອບສະເພາະກິດກະຊວງສາທາລະນະສຸກ ໃນການຕອບໂຕ້ ແລະ ສະກັດກັ້ນໂຄວິດ-19.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ …

Read More »