Breaking News

ຂ່າວສັງຄົມ

ສຸດຍອດ Idea!! ຄົນ New York ພາກັນແຫ່ອາບແດດ-ພັກຜ່ອນໃນພື້ນທີ່ວົງມົນ ຊ່ວຍຮັກສາໄລຍະຫ່າງທາງສັງຄົມໃນຊ່ວງໂຄວິດ…

ປັດຈຸບັນຫຼາຍປະເທດເລີ່ມມີການຜ່ອນຄາຍມາດຕະການ Lock down ກັນແລ້ວ ແລະ ຫຼາຍສັງຄົມກໍຈໍາເປັນຕ້ອງປັບໃຫ້ເຂົ້າກັບວິຖີຊີວິດແບບໃໝ່ ເຊິ່ງຄວນມີການເວັ້ນໄລຍະຫ່າງທາງສັງຄົມ ເພື່ອປ້ອງກັນຕົວເອງຈາກການຕິດໂຄວິດ-19…​ ທຸລະກິດຫ້າງ-ຮ້ານຫຼາຍແຫ່ງ!!! New York ໜື່ງໃນພື້ນທີ່ທີ່ພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດຂອງ ສະຫະລັດອາເມລິກາ ກໍໄດ້ເລີ່ມທົດລອງແຕ້ມເສັ້ນຂີດເປັນວົງມົນ ເພື່ອກຳນົດການບໍລິການ ໄດ້ເວັ້ນໄລຍະຫ່າງກັນ  ເຊັ່ນດຽວກັນກັບສວນສາທາລະນະ Domino Park ສະຖານທີ່ອາບແດດແຫ່ງໃໝ່ຫຼ້າສຸດໃນNew York ຜູ້ເບິ່ງແຍງສວນແຫ່ງນີ້ໄດ້ເກີດມີຄວາມຄິດສ້າງສັນໂດຍ ແຕ້ມຮູບວົງມົນສີຂາວຂະໜາດໃຫຍ່ໄວ້ເທິງພື້ນທີ່ເດີ່ນຫຍ້າ ເພື່ອໃຫ້ຄັນທີ່ມາທ່ຽວຫຼີ້ນສາມາດເພີດເພີນກັບສາຍລົມ ແສງແດດ ມາຜ່ອນຄາຍຈິດໃຈກັນທີ່ສະຖານທີ່ແຫ່ງນີ້ ໂດຍໄດ້ຫຼຸດຄວາມສ່ຽງຈາກຄວາມແອອັດ ແລະ ເພື່ອໃຫ້ໝັ່ນໃຈວ່າພວກເຂົາຈະມີການເວັ້ນໄລຍະຫ່າງກັນ ໂດຍເມື່ອວັນທີ 19 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວ CNN ໄດ້ລາຍງານວ່າ ວົງມົນແຕ່ລະວົງ ຈະຢູ່ຫ່າງຈາກກັນໃນໄລຍະ 1.5 ແມັດ ເຊິ່ງຜູ້ມາໃຊ້ບໍລິການແຕ່ລະຄົນນັ້ນກໍໃຫ້ຄວາມຮ່ວມມືເປັນຢ່າງດີ ແຕ່ລະຄົນໄດ້ພາກັນນັ່ງພັກຜ່ອນ ອາບແດດ ຫຼືອອກກຳລັງກາຍຢູ່ໃນວົງມົນ ເອີ້ນໄດ້ວ່າ ວົງໃຜວົງລາວ  ຫຼືຫາກໃຜມາເປັນກຸ່ມກໍຈະນັ່ງຢູ່ໃນວົງມົນດຽວກັນ ແຕ່ພື້ນທີ່ວົງມົນກໍບໍ່ໃຫຍ່ປານໃດ ເຮັດໃຫ້ແຕ່ລະກຸ່ມສາມາດຢູ່ນໍາກັນຫຼາຍຄົນບໍ່ໄດ້ …

Read More »

ທົ່ວໂລກຕິດໂຄວິດ-19 ທະລຸເກີນ 5 ລ້ານຄົນແລ້ວ ໃນຂະນະທີ່ ອາເມລິກາ-ບຣາຊິວຕິດເຊື້ອເພີ່ມ 21 ພັນຄົນ ໃນມື້ດຽວ…

ວັນທີ 21 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ກຳລັງກ້າວເຂົ້າສູ່ເດືອນທີ 5 ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງຈົນຕອນນີ້ເກີນ 5 ລ້ານຄົນແລ້ວ ປົວດີ 2 ລ້ານຄົນ ຫຼືຄິດເປັນ 40% ຂອງຜູ້ຕິດເຊື້ອທັງໝົດ ເສີຍຊີວິດເກືອບ 3.3 ແສນຄົນ… ຫຼ້າສຸດພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ແລ້ວຢ່າງໜ້ອຍໃນ 181 ປະເທດ ເຊິ່ງປເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ  (1,591,991 ຄົນ)  ຣັສເຊຍ (308,705 ຄົນ)  ບຣາຊິວ (293,357 ຄົນ) ສະເປນ (279,524ຄົນ) ແລະ ອັງກິດ  (248,293 ຄົນ) ໂດຍສະຫະລັດອາເມລິກາ ແລະ ບຣາຊິວພົບຜູ້ຕິດເຊື້ອເພີ່ມ 21 ພັນກວ່າຄົນໃນມື້ດຽວ ນັບເປັນສະຖິຕິສູງສຸດຕໍ່ມື້ຂອງບຣາຊິວຕັ້ງແຕ່ພົບຜູ້ຕິດເຊື້ອຄົນທໍາອິດຂອງປະເທດ ແລະ ນັບວ່າເປັນການສ້າງສະຖິທິໃໝ່ຕິດຕໍ່ກັນເປັນວັນທີ 2 ຂອງປະເທດທີ່ພົບການແຜ່ລະບາດຂອງໂຄວິດ-19 ຮຸນແຮງທີ່ສຸດ ສ່ວນຍອດຜູ້ຕິດເຊື້ອໃນ …

Read More »

ເກີດເປັນເລື່ອງລາວທີ່ໜ້າປະທັບໃຈ!! ເມື່ອຊາຍໜຸ່ມອັງກິດຄົນໜື່ງ ຄົ້ນຄິດ “ຜ້າກັ້ງກັນພະຍາດ” ເພື່ອໃຫ້ໄດ້ກອດແມ່ເຖົ້າອີກຄັ້ງ ຫຼັງຕ້ອງຫ່າງຈາກກັນຍ້ອນໂຄວິດ…(ມີຄລິບ)

ນັບຕັ້ງແຕ່ໂຄວິດ-19 ເດີນທາງມາຮອດອັງກິດ ກໍໄດ້ແຜ່ລະບາດໄປຢ່າງໄວວາ ແລະ ສະຖານະການກໍເອີ້ນໄດ້ວ່າວິກິດ  ສະນັ້ນ ລັດຖະບານຈື່ງຈໍາເປັນຕ້ອງປະກາດການ  Lock down ທົ່ວປະເທດຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນອອກນອກບ້ານດ້ວຍເຫດຈໍາເປັນເທົ່ານັ້ນ ແລະ ມາດຕະການ Lock down ນີ້ຈື່ງເຮັດໃຫ້ຫຼາຍຄອບຄົວຕ້ອງແຍກຈາກກັນ ເຊັ່ນດຽວກັບຄອບຄົວນີ້… Website Daily mail ລາຍງານວັນທີ 18 ພຶດສະພາ 2020 ທີ່ຜ່ານມາວ່າ ແອນໂຣນີ ຄໍວິນ ຊາຍໜຸ່ມອາຍຸ 29  ຜູ້ທີ່ອາໄສຢູ່ໃນເມືອງ stamford ທາງພາກໃຕ້ຂອງເກາະອັງກິດ ລາວຄິດຮອດພໍ່ເຖ້າແມ່ເຖົ້າຂອງລາວຫຼາຍ ໂດຍສະເພາະແມ່ນແມ່ເຖົ້າ ແມ່ເຖົ້າຂອງ ແອນໂຣນີ ເປັນຫົວໜ້າຄອບຄົວ ແລະ ເປັນແມ່ຍິງທີ່ເກັ່ງ ລາວມີລູກ 3 ຄົນ ແລະ ລ້ຽງລູກຫຼາຍດ້ວຍຄວາມນຮັກ ການແຍກຫ່າງຈາກລູກຫຼານນັ້ນຈື່ງເຮັດໃຫ້ລາວເປັນທຸກບໍ່ໜ້ອຍເລີຍ ດ້ວຍເຫດນີ້  ໜຸ່ມ ແອນໂຣນີ ຈື່ງຕັດສິນໃຈເດີນທາງໄປຫາແມ່ເຖົ້າຂອງລາວ ແຕ່ດ້ວຍມາດຕະການ Social …

Read More »

ຊົມເຊີຍ!! ສ.ອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສໍາຫຼັັບເດັກນ້ອຍຢູ່ເຂດຊົນນະບົດ…

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ  ໃນວັນທີ 19 ພຶດສະພາ 2020​ ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.​290 ໂຕນ …

Read More »

ນາຍົກລັດຖະມົນຕີ ນີວຊີແລນ ຖືກຮ້ານອາຫານດັງປະຕິເສດ ເນື່ອງຈາກໂຕະເຕັມ ແລະ ຕ້ອງເວັ້ນໄລຍະຫ່າງຕາມກົດຊ່ວງ Covid-19 …

ເມື່ອວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jacinda Ardern ນາຍົກລັດຖະມົນຕນີວຊີແລນ ແລະ ສາມີ ຖືກປະຕິເສດບໍ່ໃຫ້ເຂົ້າໃຊ້ບໍລິການຮ້ານດັ່ງແຫ່ງໜື່ງ ເນື່ອງຈາກວ່າຄົນໃນຮ້ານເຕັມ ແລະ ທາງຮ້ານຈໍາເປັນຕ້ອງປະຕິບັດຕາມນະໂຍບາຍ Social Distancing ຢ່າງເຄັ່ງຂັດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ທ່ານນາງ Jacinda Ardern  ແລະ ສາມີ ໄດ້ເດີນທາງໄປທີ່ຮ້ານ  Olive ເຊິ່ງເປັນຮ້ານອາຫານ ແລະ ຄາເຟ່ ຊື່ດັງໃນກຸງ ເວລລິງຕັນ ເມືອງຫລວງຂອງປະເທດນິວຊີແລນ ໃນວັນເສົາທີ່ຜ່ານມາ ເຊິ່ງທາງຮ້ານໄດ້ຈັດໂຕະຫ່າງຈາກກັນປະມານ 1 ແມັດ ໂດຍ ໂຈອີ້  ລູກຄ້າທີ່ພົບເຫັນເຫດການໄດ້ເລົ່າວ່າ ຕົນເອງຕົກໃຈຫຼາຍທີ່ເຫັນນາຍົກລັດຖະມົນຕີມາທີ່ຮ້ານອາຫານແຫ່ງນີ້ ແລະ ກໍຖືກປະຕິເສດບໍ່ໃຫ້ເຂົ້າຮ້ານ ໃນເວລາຕໍ່ມາ ສາມີຂອງທ່ານນາຍົກ ກໍໄດ້ມາທະວິດຂໍ້ຄວາມຕອບ ໂຈອີ້ ວ່າ ເລື່ອງນີ້ເປັນຄວາມຜິດຂອງຕົນເອງທີ່ບໍ່ໄດ້ຈອງໂຕະໄວ້ກ່ອນລ່ວງໜ້າ ພ້ອມທັງເວົ້າວ່າ ມັນເປັນເລື່ອງທີ່ດີຫຼາຍທີ່ຕົນກັບພັນລະຍາຖືກທາງຮ້ານໄລ່ອອກໄປ ເພາະເຮັດຕາມກົດໝາຍ ແລະ ພວກເຂົາກໍບໍລິການດີແລ້ວ …

Read More »