Breaking News

ຂ່າວສັງຄົມ

ຂໍຄວາມເຫັນໃຈ!! ບສ.ໄຟຟ້າລາວ ຄວນພິຈາລະນາຄ່າໄຟຟ້າໃໝ່ ເພາະນະໂຍບາຍບໍ່ສອດຄ່ອງກັບລາຍຮັບ ແລະ ຄວາມຈໍາເປັນຂອງປະຊາຊົນ…

ມື້ວານນີ້ຫຼາຍຄົນອາດຈະໄດ້ເບິ່ງການຖະແຫຼງຂ່າວຂອງ ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນ້ຳ​ປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ …

Read More »

ວ້າວໆ!! Good job… Twitter ເປັນບໍລິສັດທໍາອິດໃນໂລກທີ່ອະນຸຍາດໃຫ້ພະນັກງານ Work from home ໄດ້ຕະຫຼອດຊີວິດ “ບໍລິສັດເນັ້ນກະຈາຍເຄືອຄ່າຍ ບໍ່ເນັ້ນການເຮັດວຽກແບບສູນກາງ”

ການເຮັດວຽກແບບ Work from home ນັ້ນ ເກີດເປັນກະແສມາແຮງທີ່ສຸດໃນໄລຍະ 2-3 ທີ່ຜ່ານມາ ເນື່ອງຈາກສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ທີ່ໄດ້ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ຫຼາຍໆບໍລິສັດຕ້ອງໄດ້ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ ເພື່ອຄວາມປອດໄພ ຫ່າງໄກຈາກເຊື້ອພະຍາດ… ລວມທັງບໍລິສັດ Technology ຍັກໃຫຍ່ລະດັບໂລກ ຄື Twitter, Google, Facebook, Microsoft ແຕ່ປັດຈຸບັນສະຖານະການເລີ່ມຄີ່ຄາຍ ຫຼາຍບໍລິສັດກໍເລີ່ມທະຍອຍເປີດຕົວ ແລະ ເຂົ້າເຮັດວຽກຢູ່ຫ້ອງການໄດ້ແລ້ວ!! ຍົກເວັ້ນບໍລິສັດ Twitter; ເພາະຈາກການລາຍງານຂ່າວຈາກ nbc news ໃຫ້ຮູ້ວ່າ ທ່ານ ແຈັດ ດໍຣຊີ່ (Jack Dorsey) ຫົວໜ້າບໍລິຫານ Twitter ໄດ້ກ່າວກັບພະນັກງານຂອງເຂົາເມື່ອວັນອັງຄານທີ່ຜ່ານມາວ່າ ພະນັກງານຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ເຮືອນຂອງຕົນເອງໄດ້ ເຖິງແມ່ນວ່າຈະສິ້ນສຸດວິກິດການໂຄວິດ-19 ແລ້ວກໍ່ຕາມ ແລະ ຄາດວ່າທະວິດເຕີ້ຈະເປີດຫ້ອງການໄວທີ່ສຸດໃນເດືອນກັນຍາ ສ່ວນກິດຈະກຳກ່ຽວກັບການປະຊຸມ ຫຼືການພົບປະກັນແມ່ນຈະເລື່ອນອອກໄປຈົນເຖິງປີໜ້າ. ທັງນີ້, ທາງ Twitter ຈະມີແຜນການປະເມີນສະຖານະການຂອງປີ …

Read More »

ແພດຝາກເຕືອນ!! ພະຍາດໄຂ້ຍຸງລະບາດໜັກໃນ ສປປ.ລາວ ພົບຜູ້ຕິດເຊື້ອຫຼາຍກວ່າ 1 ພັນຄົນ ເສຍຊີວິດແລ້ວ 1 ຄົນ… ນະຄອນຫຼວງເປັນອັນດັບ 1

ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ. ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 …

Read More »

ຄໍາຕອບທີ່ຫຼາຍຄົນຢາກຮູ້! ສໍາຫຼັບໃຜທີ່ຢາກເຂົ້າມາ ສປປ ລາວ ໃນຊ່ວງໂຄວິດ-19 ຈະຕ້ອງໄດ້ປະຕິບັດແນວໃດ?

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊື່ອວ່າຕອນນີ້ຍັງມີຄົນລາວຈຳນວນຫຼາຍທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍ່ທັນກ່ອນການ Lock down ສະນັ້ນ ຈື່ງຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ປັດຈຸບັນການເຂົ້າ-ອອກ ນອກປະເທດແມ່ນຍັງບໍ່ມີຄວາມສະດວກພໍປານໃດ ເພາະວ່າທຸກປະເທດລ້ວນແຕ່ມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ແລະ ມີໂອກາດສ່ຽງສູງຕໍ່ການແຜ່ເຊື້ອຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ… ​ ເຖິງແນວໃດກໍ່ຕາມ, ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂຄວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດຄື:  ສະເພາະຂາເຂົ້າ  ບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, …

Read More »

ຊົມເຊີຍ! ຮ້ານອາຫານ ແສງດາວ ແລະ ເລີ ປາກແດກ ທີ່ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ໄດ້ດີ ແລະ ສາມາດດໍາເນີນກິດຈະການຕໍ່ຫຼັງພັກໂຄວິດ…

ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down  ໜ່ວຍງານກວດກາສະເພາະກິດໂຄວິດ-19   ນະຄອນຫຼວງວຽງຈັນ ໄດ້ອອກກວດກາ ການເຄື່ອນໄຫວ ຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19 ຕາມທີ່ໄດ້ກຳນົດໃນຄໍາແນະນໍາ 031/ສພກ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020 ຄື:   ມີສະຖານທີ່ບໍ່ແອອັດ  ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ  ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື …

Read More »