Breaking News

ຂ່າວສັງຄົມ

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ ແລະ ເມື່ອບໍ່ດົນມານີ້ກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເພາະຫຼ້າສຸດ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent ເປັນທີ່ຮຽບຮ້ອຍ. (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) (ມີຄລິບ) TGT11 มิตรภาพกันเอง | Semi – Final | 29 ต.ค. 61 ? TGT11 มิตรภาพกันเอง โชว์จาก คุณแหวง และคุณสิบ สองหนุ่มสาวจากประเทศเพื่อนบ้านที่เดินทางมาจาก สาธารณรัฐประชาธิปไตยประชาชนลาว ยังคงทำให้เราประทับใจในความแข็งแกร่ง และงดงามอ่อนช้อยเหมือนเดิม ▶▶▶▶▶▶#ThailandsGotTalent ทุกวันจันทร์ เวลา 20.05 น. #Workpoint23 Posted by Thailand's Got Talent on Monday, October 29, 2018 …

Read More »

ຈັກກະວານໄປທາງໃດ??? ອັບເດດຄວາມພ້ອມຂອງ ອອນອະນົງ  ຫອມສົມບັດ Miss Universe Laos 2018

ມາອັບເດດອີກໜຶ່ງສາວງາມ ທີ່ກ່ອນໜ້ານີ້ມີການມອບຕຳແໜ່ງໃຫ້ ອອນອະນົງ ຫອມສົມບັດ ໃຫ້ໄດ້ເປັນ Miss Universe Laos 2018 ເພື່ອໄປເປັນຕົວແທນປະກວດສາວງາມໃນເວທີທີ່ຍິ່ງໃຫ່ຍລະດັບໂລກ Miss Universe 2018 ເຊິ່ງປີນີ້ພິເສດຫຼາຍເພາະຈະຈັດຂື້ນທີ່ປະເທດໄທ ປະເທດເພື່ອນບ້ານເຮົານີ້ເອງ. ຕັ້ງແຕ່ມື້ທີ່ໄດ້ຮັບຕຳແໜ່ງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເຝິກຝົນຢ່າງໜັກທາງດ້ານຄວາມຮູ້ຄວາມສາມາດ ທັກສະຕ່າງໆ ແລະ ທີ່ສຳຄັນກໍຄືຮູບຮ່າງ ໜ້າຕາ ແລະ ບຸກຂະລິກກະພາບເພື່ອໄປແຂ່ງຂັນກັບແມ່ຍິ່ງຈາກອີກຫຼາຍປະເທດທົ່ວໂລກທີ່ຈະມາປະຊັນກັນໃນເວທີຍິ່ງໃຫ່ຍທີ່ຈະຈັດຂື້ນໄວໆນີ້… ປັດຈຸບັນ Miss Universe Laos 2018 ຖືວ່າມີຄວາມພ້ອມຫຼາຍທີ່ຈະໄປເປັນຕົວແທນແມ່ຍິງລາວໃນເວທີ ນາງງາມຈັກກະວານ ( Miss Universe 2018) ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/On-anong Homsombath

Read More »

ຕ່າງຊາດທັກແບບນີ້… ເມື່ອເຫັນ Miss International Laos ນຸ່ງຊຸດໄໝລາວທີ່ແດນປາດິບ ປະເທດຍີ່ປຸ່ນ!!!

“ສະບາຍດີ” ໄດ້ຍິນຄຳທັກທາຍແບບນີ້ ແນ່ນອນວ່າຕ້ອງເປັນຄຳທັກທາຍຂອງຄົນລາວເຮົາແນ່ນອນ ແຕ່ບໍ່ພຽງຄົນລາວເທົ່ານັ້ນເດີ້ທີ່ໃຊ້ທັກທາຍກັນ ແຕ່ຄົນຕ່າງຊາດກໍບໍ່ເວັ້ນທີ່ຈະທັກທາຍວ່າ “ສະບາຍດີ” ເມື່ອເຫັນເອກະລັກຊຸດໄໝລາວທີ່ແມ່ຍິງລາວທີ່ເຮົາໄດ້ສວມໃສ່. ມາອັບເດດ ບາບີ້ ປິຍະມາດ Miss International Laos 2018 ທີ່ຫຼ້າສຸດນຸ່ງຊຸດໄໝລາວຮ່ວມເຮັດກິດຈະກຳໃນກອງປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ ພ້ອມທັງອັບເດດຮູບພາບ ແລະ ແຄັບຊັ່ນໜ້າຮັກໆໃຫ້ແຟນໆໄດ້ຮັບຮູ້ວ່າ: ຈົນເຮັດໃຫ້ມີຄົນເຂົ້າມາຊື່ນຊົມ ແລະ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ. ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????   Story: ຊະນີIndy …

Read More »

ແຕ່ງດອງກັນໄປແລ້ວ ເຮັດແນວໃດຈຶ່ງຈະໃຊ້ຊີວິດຄູ່ຢ່າງມີຄວາມສຸກ? (ໃບທະບຽນສົມຣົດສຳຄັນບໍ່?)

ໃບທະບຽນສົມຣົດ ແມ່ນສິ່ງທີ່ຈະຮັບຮອງວ່າຊີວິດຄູ່ຈະຢູ່ກັນໄປແບບຕະຫຼອດຮອດຝັ່ງຫຼືບໍ່? ຕາມປະເພນີເມື່ອອອກພັນສາແລ້ວ ແນ່ນອນກໍຮອດຍາມທີ່ຄູ່ຮັກຫຼາຍໆຄູ່ຈະຕົກລົງປົງໃຈຢາກໃຊ້ຊີວິດຮ່ວມກັນ  ຈັດພິທີງານແຕ່ງດອງ ເຂົ້າພາຂວັນ-ປ້ອນໄຂ່ ຕາມແບບສະບັບປະເພນີລາວ ແຕ່ຮູ້ຫຼືບໍ່ວ່າການແຕ່ງດອງນັ້ນ ບໍ່ແມ່ນພຽງເຊັນຊື່ໃນເຈ້ຍໃບດຽວເພື່ອຍັ້ງຍືນການເປັນຜົວເມຍທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ ໃບທະບຽນສົມຣົດ ບໍ່ແມ່ນສິ່ງທີ່ຈະຮັບຮອງວ່າ ຊີວິດຄູ່ຂອງເຈົ້າຈະຢູ່ກັນໄປແບບຕະຫຼອດຮອດຝັ່ງສະເໝີໄປ, ແຕ່ການແຕ່ງດອງນັ້ນຖືເປັນເລື່ອງໃຫ່ຍ ເປັນວຽກທີ່ຕ້ອງຊ່ວຍກັນຄິດ ຊ່ວຍກັນແກ້ ຕ້ອງໄດ້ຕົກລົງກັນດ້ວຍຄວາມປະນິປະນອມ ແລະ ໝາຍເຖິງການໃຊ້ຊີວິດຊໍ້າໆ ໃນແຕ່ລະມື້ກັບມະນຸດຄົນເກົ່າ ເຊິ່ງເຂົາອາດຈະບໍ່ຈໍາເປັນຕ້ອງເຮັດໃຫ້ຖືກໃຈເຈົ້າໝົດທຸກຢ່າງ ບໍ່ຈໍາເປັນຕ້ອງຮູ້ສຶກ ຫຼືມີຄວາມຄິດເຫັນຄືເຈົ້າທຸກເລື່ອງ ເພາະຕ່າງຝ່າຍຕ່າງຖືກລ້ຽງດູມາໃນຄອບຄົວທີ່ແຕກຕ່າງກັນໄປ ສະນັ້ນຈຶ່ງຕ້ອງຍອມຮັບຂໍ້ເສຍຂອງກັນແລະກັນໃຫ້ໄດ້ ແລະ ຊີວິດຄູ່ບໍ່ຕ້ອງ ໂຣແມນຕິກ ຕະຫຼອດເວລາກໍສາມາດມີຄວາມໝາຍເລິກເຊິ່ງ ນັ້ນແຫຼະເປັນຮັກແທ້ທີ່ຈະໃຊ້ຊີວິດໄປນຳກັນຈົນຕະຫຼອດຊີວິດ. ດັ່ງນັ້ນ, ຄວາມຮັກຄວາມເຂົ້າໃຈ ການໃຫ້ກຽດເຊິ່ງກັນແລະກັນ ການໂອ້ລົມກັນໃນຍາມບໍ່ເຂົ້າໃຈ ແລະ ການໃຫ້ອະໄພ ຖືເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດຄູ່. (ຂໍອວຍພອນໃຫ້ທຸກໆຄູ່ ຈົ່ງມີຄວາມສຸກ ແລະ ຮັກກັນໄປຈົນແກ່ຈົນເຖົ້າ!!!) ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: Lao wedding, Lao culture

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss Grand International 2018

ເຊື່ອວ່າແຟນໆຫຼາຍໆຄົນຄົງໄດ້ຕິດຕາມການປະກວດນາງງາມເວທີລະດັບໂລກ Miss Grand International 2018 ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Clara Sosa Miss Grand Paraguay ສາມາດຄວ້າມົງກຸດ Miss Grand International 2018  ໃນປີນີ້ໄປຢ່າງງົດງາມ. ສຳລັບຮອງອັນ Miss Grand International 2018 ມີດັ່ງນີ້: ຮອງອັນດັບ 1 Miss Grand India ຮອງອັນດັບ 2 Miss Grand Indonesia ຮອງອັນດັບ 3 Miss Grand Puerto Rico ຮອງອັນດັບ 4 Miss Grand Japan   (ລາງວັນພິເສດມີດັ່ງນີ້) ລາງວັນຊຸດປະຈຳຊາດດີເດັ່ນ ໄດ້ແກ່ Miss Grand Peru ລາງວັນຊຸດລອຍນໍ້າດີເດັ່ນ ໄດ້ແກ່ Miss Grand Cuba ລາງວັນຊຸດລາຕີດີເດັ່ນ ໄດ້ແກ່ Miss Grand Thailand ລາງວັນ Miss …

Read More »