Breaking News

ຂ່າວສັງຄົມ

ໂອ້ຍໆໆໆ…ຫວານເວີ້! ຟຣຸກ ຈັດເຊີໄພ້ ແອັບເປີ້ນ ສະຫຼອງຄົບຮອບແຕ່ງດອງ 1 ປີ

ໂອະ ໂອະ ໂອ້ຍ! ເຮັດເອົາຄົນໂສດນັ່ງບໍ່ຕິດ ຫຼັງຈາກທີ່ມີຮູບພາບຫວານຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ເພາະໃນວັນທີ 4 ພະຈິກ ທີ່ຜ່ານມາ ເປັນວັນຄົບຮອບແຕ່ງດອງ 1 ປີ ຂອງທັງສອງນັ້ນເອງ, ແຖມ ໜຸ່ມ ຟຣຸກ ຍັງຈັດເຊີໄພ້ໃຫ້ ສາວ ແອັບເປີ້ນ ພາດິນເນີໃຕ້ແສງທຽນ ພ້ອມຫອບຊໍ່ດອກໄມ້ຊໍ່ໃຫ່ຍເຊີໄພ້ ງານນີ້ຫວານ… ຊຶ້ງ…ສຸດໆ ຍັງບໍ່ໝົດ…ທັງສອງຍັງມີແຄັບຊັ່ນຫວານໆ ຢອດໃຫ້ກັນແບບໜ້າຮັກສຸດໆ!!! ເປັນອີກໜຶ່ງຄູ່ທີ່ໜ້າຮັກຫຼາຍໆ, ຢ່າງໃດກໍຂໍໃຫ້ທັງສອງຄອງຮັກກັນໄປດົນໆເລີຍເດີ້ ສາວ ແອັບເປີ້ນ ໜຸ່ມ ຟຣຸກ. ຮູບພາບ: fb/Fluke Jira, Appleminiberry

Read More »

ເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ຢຶດເງິນໂດລາ-ເງິນເອີໂຣ ມູນຄ່າຫລາຍກວ່າ 1,5 ຕື້ກີບ

ໃນວັນທີ 31 ຕຸລາ 2018 ທີ່ຜ່ານມາ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ) ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ,ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ. ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 …

Read More »

Stop Now! ຜູ້ຊາຍ 5 ປະເພດ ເຖິງຈະຢາກໄດ້ປານໃດກໍຕ້ອງຫ້າມໃຈບໍ່ໃຫ້ຮັກ!

ໃຜໆກໍຮູ້ວ່າ ເລື່ອງຮັກໆນັ້ນບໍ່ເຂົ້າໃຜອອກໃຜ ຍິ່ງໄປກວ່ານັ້ນຫົວໃຈຂອງເຮົາກໍເປັນສິ່ງທີ່ບັງຄັບຍາກທີ່ສຸດ ຈະສັ່ງໃຫ້ຄົນອື່ນມາຮັກເຮົາກໍບໍ່ໄດ້ ຖ້າໃຈບໍ່ຢາກຮັກ ຫຼືຈະສັ່ງຫ້າມບໍ່ໃຫ້ຮັກຄົນທີ່ເຮັດບໍ່ດີກັບເຮົາກໍບໍ່ໄດ້ອີກ ສະນັ້ນ ສາວໆມື້ນີ້ ຂວັນໃຈ ເລີຍຢາກຈະມາແນະນໍາຜູ້ຊາຍທີ່ ເຖິງໃຈຈະຢາກໄດ້ເກືອບຕາຍ ກໍຄວນຫັກຫ້າມໃຈບໍ່ໃຫ້ໄປຫຼົງຮັກເດັດຂາດ ໂດຍສະເພາະຜູ້ຊາຍ 5 ປະເພດນີ້… ຜູ້ຊາຍມີເຈົ້າຂອງ ອັນດັບທໍາອິດທີ່ສາວໆຄວນຫ້າມໃຈບໍ່ໃຫ້ໄປຮັກເດັດຂາດ ເຖິງເຂົາຈະເປັນຝ່າຍເຂົ້າມາຫາເຮົາກ່ອນ ຫຼືເປັນເພາະເຮົາເອງທີ່ໄປຫຼົງຮັກຄົນມີເຈົ້າຂອງກໍຕາມ ແນ່ນອນຖ້າສາວໆເຜີໃຈໄປຮັກຄົນມີເຈົ້າຂອງແລ້ວ ບໍ່ວ່າຈະເປັນຍ້ອນລາວກໍາລັງເລີກກັບແຟນ, ກໍາລັງປະເມຍ, ແຍກກັນຢູ່, ກໍາລັງແຍກທາງກັນ, ຍ້ອນແຟນ ຫຼືເມຍເປັນແນວນັ້ນແນວນີ້ ຈົນລາວພະຍາຍາມເລີກ ໄລຍະເວລານັ້ນເຖິງເຈົ້າຈະຢູ່ໃນຖານະໃດກໍຕາມຖ້າເຂົ້າໄປມີສ່ວນກ່ຽວຂ້ອງ ເພາະສຽງປະນາມທີ່ເຈົ້າຈະໄດ້ຮັບນັ້ນ ຄືຄວາມຈິງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສັກສີລູກຜູ້ຍິງຄວນຮັກສາ ເພື່ອໃຫ້ເຮົາສາມາດພາກພູມໃຈໃນຕົວເອງໄດ້ຢ່າງເຕັມທີ່ ແລະ ແທ້ຈິງ ຍັງມີຄົນທີ່ເກີດມາເພື່ອເຮົາ ແລະ ກໍາລັງຖ້າເຮົາຢູ່ ຂໍພຽງເຮົາເກັບຕົວ, ເກັບໃຈໄວ້ພົບກັບເຂົາເທົ່ານັ້ນ ແລະ ຖ້າຫ້າມໃຈຕົວເອງບໍ່ໄດ້ແທ້ໆກໍລອງຄິດເອົາໃຈເພິ່ນມາໃສ່ໃຈຕົວເບິ່ງວ່າ ຖ້າມື້ໜຶ່ງມີຄົນມາຍາດຄົນທີ່ເຮົາຮັກໄປເຮົາຈະຮູ້ສຶກແນວໃດ? ຜູ້ຊາຍປາກບໍ່ມີແນວອັດ ບໍ່ວ່າຜູ້ຊາຍທີ່ເຮົາມັກຈະເວົ້າເກັ່ງ, ປາກບໍ່ມີແນວອັດ ບ້າໄບ່ ເວົ້າຫຼາຍບໍ່ມີຈຸດມີຈ້ຳ ແບບສັນຍາແລ້ວບໍ່ເຮັດ, ສາບານແລ້ວບໍ່ໃສ່ໃຈ ປະຊົດທໍາຮ້າຍຈິດໃຈເກືອບທຸກປະໂຫຍກຄໍາເວົ້າ …

Read More »

ຍ້ອນເບິ່ງ! ມິ່ມີ່ ພູນຊັບ ຕອນປະກວດ Miss International 2017 ຈົນຜ່ານເຂົ້າຮອບ 8 ຄົນສຸດທ້າຍໃນເວທີລະດັບໂລກ

Hello ແຟນໆເລີ່ມຕົ້ນ ເດືອນພະຈິກ 2018 ກັບບັນຍາກາດເຢັນໆ ກ້າວເຂົ້າສູ່ລະດູໜາວແລ້ວຢ່າລືມຮັກສາສຸຂະພາບກັນແດ່ເດີ້… ເອົາລະ!!! ເຂົ້າເລື່ອງກັນເລີຍ ເຊື່ອວ່າແຟນໆຄົງໄດ້ຕິດຕາມການປະກວດ Miss International ທີ່ມີສາວງາມຕົວແທນປະເທດລາວ ຫຼ້າສຸດປີນີ້ກໍໄດ້ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ທີ່ປັດຈຸບັນກຳລັງເກັບຕົວ ເຮັດກິດຈະກຳກັບທາງກອງປະກວດ ແຖມນາງຍັງຕິດກະແສ ຖືກຈັດອັນດັບຈາກເວັບໄຊ້ດັງໃຫ້ເປັນ ຕົວເກັງອັນດັບ 1 ທີ່ມີລຸ້ນວ່າອາດຈະຄວ້າມົງກຸດ Miss International 2018 ໃນປີນີ້ອີກດ້ວຍ. ແລະ ບັນຍາກາດແບບນີ້ໃນປີກາຍທີ່ຜ່ານມາກໍເຊັ່ນດຽວກັນ ເພາະອີກໜື່ງສາວງາມທີ່ເດີນທາງໄປປະກວດເປັນຄົນທຳອິດໃນເວທີນີ້ເລີຍກໍຄື ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ໃນປີທີ່ຜ່ານມາ… ຈົນສາມາດເປັນທີ່ສົນໃຈຈາກຄົນທົ່ວໂລກໃນຖານະສາວງາມຕົວແທນປະເທດລາວ ແລະ ຍັງບໍ່ໝົດພຽງເທົ່ານັ້ນ …

Read More »

ງາມໆທັງນັ້ນ! ເປີດໂຕ  40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018

ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງຕິດກະແສກັນສຸດໆໃນເວລານີ້ ແວະວຽນມາທີ່ອີກໜຶ່ງເວທີ ນາງສາວລາວ (MISS LAOS  2018) ເຊິ່ງເປັນອີກເວທີໜຶ່ງທີ່ຈະເປີດໂອກາດໃຫ້ແມ່ຍິງລາວໄດ້ມາປະຊັນຄວາມງາມ ສະແດງຄວາມສາມາດ ແລະ ເປັນທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາ. ຫຼ້າສຸດ!!! ທາງກອງປະກວດກໍໄດ້ເປີດໂຕ 40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ເຊິ່ງສາວງາມທັງໝົດ 40 ຄົນແມ່ນໄດ້ຄັດເລືອກມາຈາກ 18 ແຂວງທົ່ວປະເທດລາວ, 40 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍຈະໄດ້ຮ່ວມເກັບຕົວເພື່ອເຮັດກິດຈະກຳ ແລະ ຮອບຕັດສິນ ນາງສາວລາວ (MISS LAOS  2018 ) ຈະມີຂຶ້ນໃນວັນທີ 7 ທັນວາ 2018ທີ່ຈະມາເຖິງນີ້. (40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ຕົວແທນຈາກ 18 ແຂວງ ມີໃຜແນ່ນັ້ນມາເບິ່ງກັນເລີຍ) ສາວງາມທີ່ໄດ້ຮັບຕຳແໜ່ງ Miss Laos 2018 ຈະໄດ້ຮັບເງິນ ພ້ອມມົງກຸດປະຈຳຕຳແໜ່ງ, ທຶນການສຶກສາຕໍ່ລະດັບປະລິນຍາຕີ ທີ ສປ …

Read More »