Breaking News

ຂ່າວສັງຄົມ

ຢາກເບິ່ງແລ້ວວວ!! ລູກນໍ້າ ສະແດງລະຄອນຄັ້ງທຳອິດໃນ “ສິ້ນລາຍຫົງ” ລະຄອນຂອງປະເທດເພື່ອນບ້ານ

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດອອກມາໂພສຜ່ານເຟສບຸກສ່ວນຕົວໃຫ້ບັນດາແຟນຄລັບທັງຫຼາຍໄດ້ຕິດຕາມວ່ານາງໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ຈະອອກອາກາດໃນວັນທີ 13 ພະຈິກ 2018 ນີ້ທາງໂທລະພາບຊ່ອງ 8 (ປະເທດໄທ). ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ. (ຕົວຢ່າງລະຄອນ) #ซิ่นลายหงส์ | ความรัก ต้องห้าม ที่ไม่สามารถครอบครองได้ เริ่ม 13 พ.ย.นี้ ทางช่อง8 ความรักต้องห้าม ที่ไม่สามารถครอบครองได้ คำสาปแช่งถูกส่งต่อโดยผ้าซิ่นลายหงส์ จากรุ่นสู่รุ่น ความอาฆาตที่ไม่มีวันลบเลือน ละครฟอร์มยักษ์กับนักแสดงมากฝีมือ พร้อมประชันความแซ่บ #ซิ่นลายหงส์ เริ่มตอนแรก อังคารที่ 13 …

Read More »

ມາແຮງງງງ! ຈົນຢຸດບໍ່ຢູ່ ເພງ “ຄົນເຫັນແກ່ໂຕ” ກິນໃຈຫຼາຍຄົນປ່ອຍບໍ່ພໍເທົ່າໃດ ຍອດວິວທະລຸແສນ!!!

ໂອ້ຍ ໂອ້ຍ ໂອ້ຍຍຍ…ເວລານີ້ມາແຮງຢຸດບໍ່ຢູ່ອີ່ຫລີສຳລັບເພງ “ຄົນເຫັນແກ່ໂຕ” ຂອງນັກຮ້ອງນ້ອງໃໝ່ແຫ່ງວົງການບັນເທິງບ້ານເຮົາ ນ້ອງ ກະຕ່າຍ pepsi ພຽງແຕ່ປ່ອຍ Music Video ຜ່ານເພສ ໂກດັງ Go-DunK ໃຫ້ແຟນໆໄດ້ເບິ່ງກັນບໍ່ພໍຂ້າມຄືນກໍເຮັດໃຫ້ມີຍອດກົດໄລ້ ກົດແຊຣ ຈຳນວນຫຼາຍ ແລະ ຍອດວິວທະລຸແສນກວ່າວິວໄປແລ້ວໃນເວລານີ້ ແລະ ຄາດວ່າຈະເພີ່ມຂຶ້ນເລື້ອຍໆ… ສຳລັບເພງ “ຄົນເຫັນແກ່ໂຕ” ມີເນື້ອຫາໂດນໃຈຄົນໃນຍຸກປັດຈຸບັນ ເພງນີ້ຂຽນຂື້ນມາຈາກປະສົບການຈິງຂອງຜູ້ຊາຍຄົນໜຶ່ງ ທີ່ມີຄວາມຄິດເປັນຂອງໂຕເອງສູງ ໝັ້ນໃຈໃນການຕັດສິນໃຈຂອງໂຕເອງສູງ ຄິດແຕ່ວ່າໂຕເອງຖືກໂຕເອງເກັ່ງ ທັງໆທີ່ໂຕເອງເຮັດຜິດ ຍັງໝັ້ນໃຈ ແລະ ເຊື່ອວ່າໂຕເອງຖືກ ຍ້ອນເຂົາຄົນນັ້ນຄິດວ່າ ມັນເປັນເລື້ອງປົກກະຕິຂອງຜູ້ຊາຍທີ່ລົມສາວພ້ອມກັນສອງຄົນ ສາມຄົນໄດ້ ຈົນບໍ່ຄິດ ແລະ ບໍ່ແຄຄວາມຮູ້ສຶກຂອງຄົນທີ່ຮັກເຮົາເລີຍ ວ່າຄົນຄົນນັ້ນຈະເປັນຈັ່ງໃດ ທີ່ຕ້ອງເຈີກັບເລື້ອງແບບນີ້ ສຸດທ້າຍກວ່າຊິຄິດໄດ້ວ່າໂຕເອງເປັນ “ຄົນເຫັນແກ່ໂຕ” ມັນກະອາດຈະຊ້າເກີນໄປ ແລະ ອາດຈະເຖິງຂັ້ນເຮັດໃຫ້ຕົນເສຍຄວາມຮັກ ທີ່ຈິງໃຈໃນທີ່ສຸດ,ຂໍຝາກຜົນງານເພງນີ້ໃຫ້ກັບທຸກຄົນໂດຍສະເພາະຜູ້ຊາຍ ເພື່ອທີ່ໄດ້ຟັງແລ້ວຈະເບິ່ງເຫັນຄຸນຄ່າຂອງຄວາມຮັກດີໆຈາກຜູ້ຍິງຂອງທ່ານເອງ. ຢ່າງໃດກໍຂໍຝາກສະໜັບສະໜູນບົດເພງລາວເຮົາດ້ວຍການກົດໄລ້ ກົດແຊຣກັນໄປຫຼາຍໆແດ່ເດີ້ແຟນໆ!!!

Read More »

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຄວ້າລາງວັນ…ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ, ຫຼ້າສຸດກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເນື່ອງຈາກວ່າ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ໄປຄວ້າລາງວັນ ຮອງຊະນະເລີດອັນດັບ 2 ໃນລາຍການ Thailand’s Got Talent (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບການເດີນທາງໄປສະແດງຂອງນັກກາຍະສິນຈາກລາວ “ທີມມິດຕະພາບກັນເອງ” ທີ່ລາຍການ Thailand’s Got Talent  ແມ່ນເພື່ອຕ້ອງການຢາກມາສະແດງ ແລະ ໂຊທັກສະ ຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ ເຖິງຄວາມສາມາດຂອງຄົນລາວ ແລະ ກໍຖືວ່າພວກເຂົາໄດ້ເຮັດສຳເລັດແລ້ວ ໄດ້ໂຊທັກສະຄວາມສາມາດຈົນຕິດ 1 ໃນ 3 ແລະ ຍັງເອົາລາງວັນ ແລະ ຊື່ສຽງມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ?? ທີ່ມາ: Thailand’s Got Talent

Read More »

“ແລ້ວແຕ່” ເພງໃໝ່ຫຼ້າສຸດຈາກສິລະປິນລາວ ວົງ ແບັກອາຍ (Black Eyes)

Hello ໄວລຸ້ນລາວ… ຊ່ວງນີ້ວົງການບັນເທີງບ້ານເຮົາຄຶກຄື້ນ ຄຶກຄັກ ຫຼ້າສຸດຈາກວົງ ແບັກອາຍ (Black Eyes) ກໍໄດ້ປ່ອຍເພງໃໝ່ໃນຮູບເເບບ Lyric Videos ອອກມາໃຫ້ຟັງແບບສົດໆຮ້ອນກັບບົດເພງທີ່ມີຊື່ແນວໆວ່າ “ແລ້ວແຕ່” ມ່ວນຫຼາຍ ຟັງແລ້ວຮູ້ສຶກກິນໃຈ ອິນສຸດໆ, ຢ່າງໃດຄົນລາວເຮົາກໍຢ່າລືມສະໜັບສະໜູນເພງລາວມ່ວນໆ ດີໆແບບນີ້ກັນແດ່ເດີ້. ຂໍຂອບໃຈຄລິບຈາກ Indee Laos

Read More »

ຢາກຟັງແລ້ວ! “ນິລັນດອນ” ໂຈໂຈ້ Miracle ຮ້ອງເພງຄູ່ ຕ່າຍ ອໍລະໄທ ເຊື່ອມຄວາມສຳພັນສອງຝັ່ງຂອງ

ເຫັນຕົວຢ່າງບົດເພງ “ນິລັນດອນ” ທີ່ໄດ້ນັກຮ້ອງດັງຈາກ 2 ຝັ່ງຂອງ ຈາກລາວ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ ນັກຮ້ອງລູກທຸ່ງຊື່ດັງຂອງໄທ ທີ່ໄດ້ມາຮ່ວມງານກັນ ແລະ ກຽມປ່ອຍຜົນງານເພງມ່ວນໆ “ນິລັນດອນ” ໃຫ້ແຟນໆໄດ້ຟັງແບບມ່ວນໆ ຊຶ້ງໆ, ເຊິ່ງເນື້ອຫາຂອງເພງໄດ້ເວົ້າເຖິງຄວາມຮັກຂອງ ຍິງ-ຊາຍ ທີ່ພັດພາກຈາກກັນມາຫຼາຍພົບຫຼາຍຊາດ ແຕ່ພໍມາພົບກັນໃນຊາດນີ້ ເຊິ່ງຢູ່ຄົນລະຟາກຝັ່ງແມ່ນໍ້າຂອງ ແຕ່ທັງສອງກໍໄດ້ໃຊ້ຄວາມຮັກຊອກຫາກັນ ແລະ ຂໍຄອງຮັກກັນໄປນິລັນດອນ ຄືດັງກັບຊື່ເພງນັ້ນເອງ. ແລະ ຄວາມພິເສດຍັງບໍໝົດພຽງເທົ່ານັ້ນ ສຳລັບ MV ໄດ້ມີການເດີນທາງໄປຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່ ໂດຍໄດ້ນັກສະແດງຈາກທັງ 2 ປະເທດກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) …

Read More »