Breaking News

ຂ່າວສັງຄົມ

ຢຸ້ຍ ສັນທະນີ Miss Supranational​ Laos​ 2018 ໃຫ້ສຳພາດແບບເປີດໃຈກັບໂທລະພາບປະເທດເພື່ອນບ້ານແບບນີ້…

ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational​ Laos​ 2018 ໄດ້ມີໂອກາດໄປຮ່ວມໃຫ້ສຳພາດແບບເປີດໃຈກັບລາຍການ “ປະເດັນດັງ” ທາງໂທລະພາບຊ່ອງມາຍາເຊເນວຂອງປະເທດເພື່ອນບ້ານແບບນີ້… (ເບິ່ງຄລິບ)   ການສຳພາດຂອງ ຢຸ້ຍ ສັນທະນີ ໃນຄັ້ງນີ້ແມ່ນໄດ້ສຳພາດແບບເປີດໃຈ ແລະ ບອກເລົ່າປະຫວັດການເຮັດວຽກ ການປະກວດເວທີຕ່າງໆ ກ່ອນທີ່ຈະມາເປັນ Miss Supranational​ Laos​ 2018 ແລະ ຍັງໄດ້ເປັນຕົວແທນສາວງາມປະເທດລາວເພື່ອໄປປະກວດໃນເວທີໂລກ Miss Supranational 2018 ທີ່ ປະເທດ ໂປແລນ ອີກດ້ວຍ. ສຳລັບການປະກວດ Miss Supranational 2018 ທີ່ ປະເທດ ໂປແລນ  ຈະມີຮອບຕັດສິນໃນວັນທີ 7 ເດືອນ ທັນວາ 2018 ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy

Read More »

ກຽມເຜີຍແລ້ວ! ຊຸດປະຈຳຊາດຂອງ Miss Supranational Laos 2018 (ອະລັງການແນ່ນອນ)

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ແລະ ຫຼ້າສຸດກໍມີການກຽມເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຈະມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ສຳຄັນສໍ່າໃດພຽງໃດນັ້ນ…ໃນມື້ນີ້ເອົາຕົວຢ່າງມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນເນາະ…ດຽວອີກບໍ່ດົນນີ້ຮັບຮອງໄດ້ເບິ່ງແບບສະບັບເຕັມແນ່ນອນ (ລໍຖ້າຕິດຕາມເດີ້ແຟນໆ) ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …

Read More »

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »

ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ໂພສຂໍ້ຄວາມປະທັບໃຈໃນປະເທດລາວແບບນີ້…

ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ກໍໄດ້ເດີນທາງມາຢ້ຽມຢາມ ທີ່ນະຄອນຫຼວງວຽງຈັນ ພ້ອມມີໂອກາດໄດ້ນຸ່ງຊຸດໄໝລາວ ທັງເກົ້າຜົມ-ບ່ຽງແພ ຈົນເຮັດໃຫ້ສາວຄົນນີ້ເກີດຄວາມປະທັບໃຈ ຈົນອົດບໍ່ໄດ້ທີ່ຈະອອກມາໂພສຜ່ານ ອິນສະຕາແກຣມສ່ວນຕົວໃຫ້ແຟນໆໄດ້ຮູ້ວ່າ: “ມີໂອກາດໄດ້ມາຢ້ຽມຍາມທີ່ ນະຄອນຫຼວງວຽງຈັນ ງານເປີດຫ້າງສັບພະສິນຄ້າທາດຫຼວງພຣ່າຊ່າ ຣິຕາ ປະທັບໃຈຫຼາຍ ຂອບໃຈທີ່ຕັດຊຸດໃຫ້ຣິຕ້າເປັນພິເສດ ງົດງາມຫຼາຍໆ, ຖ້າມີໂອກາດຈະໄປທ່ຽວທີ່ລາວ #ສະບາຍດີ” ສຳລັບ ສີຣິຕ້າ ເຈັນເຊັນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີຄົນຕິດຕາມໃນ ອິນສະຕາແກຣມ ກວ່າ 2,5 ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ. ປັດຈຸບັນ ສີຣິຕ້າ ເຈັນເຊັນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍຢ່າລືມມາຢ້ຽມຢາມທ່ອງທ່ຽວປະເທດລາວໃໝ່ເດີ້. “Welcome to Laos” ຮູບພາບ: ig/sriritajensen

Read More »

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວ;  ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກແລະມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຈັດລຽງຢູ່ໃນກອບ 4 ຫຼ່ຽມຈະຕຸລັດ. ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ. ພາຍໃນງານຍັງໄດ້ມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງໃນລາວ …

Read More »