ຊ່ວງນີ້ ປະເທດລາວ ເຮົາເຕັມໄປດ້ວຍເວທີການປະກວດ ແລະ ຫຼ້າສຸດຈະພາແຟນໆມາອັບເດດ (Update) ເວທີນາງງາມ Miss International Laos 2018 ທີ່ຫຼ້າສຸດໄດ້ປ່ອຍພາບສາວງາມຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ເຊິ່ງແຕ່ລະຄົນນັ້ນບອກເລີຍ ບໍໍ່ທຳມະດາເດີ້ ຈະມີໃຜກັນແດ່ນັ້ນໄປເບິ່ງກັນ… ສຳລັບກນປະກວດ Miss International Laos 2018 ໃນຮອບຕັດສິນ ຈະຈັດຂຶ້ນໃນວັນທີ 14 ຕຸລາ 2018 ນີ້, ຢ່າລືມເປັນກຳລັງໃຈໃຫ້ນ້ອງໆທັງ 20 ຄົນກັນແດ່ເດີ້ແຟນໆ ແລະ ສາວງາມທີ່ໄດ້ມົງກຸດອັນຊົງກຽດ Miss International Laos 2018 ໃນປີນີ້ ກໍຈະໄດ້ເປັນຕົວແທນສາວງາມໄປປະກວດຕໍ່ໃນເວທີສາກົນ Miss International 2018 ທີ່ ປະເທດ ຍີ່ປຸ່ນ ອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ ?????? ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ
Read More »ໄວໜຸ່ມ
ນະຄອນຫລວງວຽງຈັນ ຕິດໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ!!!
ປັດຈຸບັນ, ນະຄອນຫລວງວຽງຈັນ ມີໜີ້ຄ່າໄຟຟ້າເຍືອງທາງທີ່ຕິດຄ້າງຈ່າຍໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນ ເລີ່ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ. ໃນເບື້ອງຕົ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ. ມາຮອດປີ 2012, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ມອບໃຫ້ ຟຟລ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງມືອຸປະກອນຄົບຊຸດ ແລະ ຮູ້ຈັກລະບົບເຕັກນິກລະບົບ ໄຟຟ້າດີກ່ວາພາກສ່ວນອື່ນ. ຕະຫລອດໄລຍະ 7 ປີຫລັງມານີ້, ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມ ຄອງມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ …
Read More »ບໍ່ແພ້ຊາດໃດໃນໂລກ! ມາເບິ່ງຄວາມອະລັງການຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss Grand International (2017-2018) #ແຊຣໄປໃຫ້ໂລກຮູ້
ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ນ້ອງ ຈິນນາລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ທີ່ສຳຄັນແມ່ນບໍ່ແພ້ຊາດໃດໃນໂລກ. ຊຸດປະຈຳຊາດຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand …
Read More »ການເດີນທາງເປັນການເປີດໂລກເຮົາໃຫ້ກວ້າງຂຶ້ນ… ໄດ້ເຫັນ, ໄດ້ພົບ, ໄດ້ຮຽນຮູ້ສິ່ງໃໝ່ໆ (ຂໍ້ຄິດດີໆ ຈາກນັກເດີນທາງ)
ການເດີນທາງເປັນການເປີດໂລກເຮົາໃຫ້ກວ້າງຂຶ້ນ… ໄດ້ເຫັນ, ໄດ້ພົບ, ໄດ້ຮຽນຮູ້ສິ່ງໃໝ່ໆ ການເດີນທາງເປັນປະສົບການ, ເປັນການຮຽນຮູ້, ເປັນການເປີດໂລກກະທັດໃໝ່ໆ ແລະ ການເດີນທາງທ່ອງທ່ຽວໄປຍັງດິນແດນທີ່ເຮົາບໍ່ເຄີຍໄປ ມັກຈະເຮັດໃຫ້ເຮົາໄດ້ພົບກັບສິ່ງໃໝ່ໆ ໃນຊີວິດອັນແສນຕື່ນເຕັ້ນເຊັ່ນກັນ; ມື້ນີ້ ຂວັນໃຈເລີຍຢາກຈະມານໍາສະເໜີ ຂໍ້ຄິດດີໆ ຂອງການເດີນທາງຈາກນັກເດີນທາງ Traveler Blog ມາໃຫ້ສາວໆໄດ້ຮູ້ວ່າ ຄວາມຈິງແລ້ວເຮົາໄດ້ຫຍັງແດ່? ນອກຈາກຄວາມ່ວນ ແລະ ໄດ້ເຫັນສິ່ງໃໝ່ໆ… 1. ມະນຸດທຸກຄົນຕ້ອງການສິ່ງດຽວກັນ: ບໍ່ວ່າຈະເປັນເສດຖີ ຫຼືຄົນທຸກຈົນ ເມື່ອເບິ່ງເລິກລົງໄປແລ້ວຈະຮູ້ວ່າທຸກຄົນຕ້ອງການ “ຄວາມຮັກ”, “ຄວາມໝັ້ນຄົງ” ແລະ “ການຍອມຮັບ” ແລະນັ້ນກໍຄືຄວາມປາດຖະໜາຂັ້ນພື້ນຖານ ທີ່ເຮັດໃຫ້ທຸກຢ່າງເທິງໂລກນີ້ຂັບເຄື່ອນໄປໄດ້ 2. ຢ່າປ່ອຍໃຫ້ຄວາມສຸກເປັນເລື່ອງຂອງອະນາຄົດ: ຄົນທີ່ຕັ້ງເປົ້າ ແລະ ຕັ້ງໜ້າຕັ້ງຕາສູ້ຢ່າງແສນສາຫັດ ບໍ່ມືນຫູມືນຕາເພື່ອໃຫ້ໄດ້ມາເຊິ່ງຄວາມສຸກໃນອະນາຄົດ ນັ້ນຄືພວກເຂົາກໍາລັງເຮັດສິ່ງທີ່ຜິດທີ່ສຸດໃນຊີວິດ ສະນັ້ນ ເຮົາຄວນເຮັດມັນຢ່າງຄ່ອຍເປັນຄ່ອຍໄປ ເພື່ອໃຫ້ມີຄວາມສຸກໃນປັດຈຸບັນ ຢ່າຕັ້ງຄວາມສຸກກັບສິ່ງທີ່ຍັງມາບໍ່ຮອດ ເພາະຍິ່ງຕັ້ງສູງເທົ່າໃດຍິ່ງເຈັບເທົ່ານັ້ນ. 3. ຢ່າຫຼົງງົມງາຍກັບໂຊກຊະຕາ: ຫຼາຍໆຄົນເພີ້ຝັນເລື່ອງໂຊກລາບ, ວາດສະໜາ, ໂຊກຊະຕາຕ່າງໆ …
Read More »ງາມໆທັງນັ້ນ! ສ່ອງສາວງາມຜູ້ເຂົ້າປະກວດ Miss Grand International 2018
ຈະພາແຟນໆມາສ່ອງບັນດາສາວງາມຜູ້ເຂົ້າປະກວດ Miss Grand International 2018 ເຊິ່ງຫຼ້າສຸດທາງເພສການປະກວດຫຼັກກໍ່ໄດ້ປ່ອຍຮູບພາບບັນດາສາວງາມໃນຊຸດງານລ້ຽງຕ້ອນຮັບ ຂໍບອກເລີຍວ່າແຕ່ລະສາວງາມຈາກຫຼາຍປະເທດທົ່ວທຸກມຸມໂລກກໍ່ຈັດເຕັມແບບບໍ່ມີໃຜຍອມໃຜ ງາມໆທັງນັ້ນ ໜຶ່ງໃນນັ້ນກໍ່ມີ ນ້ອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ອີກດ້ວຍ. ມີຮູບພາບຂອງບັນດາສາວງາມຜູ້ເຂົ້າປະກວດ Miss Grand International 2018 ມາຝາກ… ເປັນແນວໃດກັນແນ່ ສາວໆຜູ້ເຂົ້າປະກວດແຕ່ລະຄົນງາມໆທັງນັ້ນເລີຍວ່າບໍ່ແຟນໆ, ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ ?? ?? ?? ຮູບພາບ: Miss Grand International
Read More »