ມີຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ສຳລັບ ອາເລັກຊານດຼາ ບຸນຊ່ວຍ ນັກຮ້ອງ-ນັກສະແດງສາວລາວເຮົາ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ພົບເຈົ້າຊາຍ ປະເທດ ອັງກິດ, ເຊິ່ງຈາກການໂພສຮູບພາບ ແລະ ແຄັບຊັ່ນຂອງ ອາເລັກຊານດຼາ ເຮັດໃຫ້ແຟນໆໄດ້ຮູ້ວ່າ: “ບໍ່ຮູ້ວ່າເປັນຫຍັງຮູບຖ່າຍອອກມາແບບຮູບແຕ້ມ ແຕ່ມື້ນີ້ປະທັບໃຈທີ່ສຸດທີ່ມີໂອກາດໄດ້ພົບເຈົ້າຊາຍຂອງປະເທດອັງກິດທັງສອງທ່ານເຊິ່ງເພິ່ນກໍໄດ້ມາເປີດງານກອງປະຊຸມຂອງ Illegal Wildlife Trade ເປັນທາງການ.ໃນມື້ນີ້ຍັງມີອີກຫຼາຍສິລະປິນລະດັບໂລກໄດ້ມາຮ່ວມເພື່ອເຜີຍແຜ່ກ່ຽວກັບ ການຄ້າຂາຍງາຊ້າງທີ່ຜິດກົດໝາຍ. ທາງຂ້າງແຊນດຼ້າແມ່ນທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະທ່ານເອກອັກຄະລະທູດລາວປະຈໍາປະເທດອັງກິດ ແລະ ທ່ານຫົວໜ້າກົມປ່າໄມ້. ຢູ່ພະລາດຊະວັງເພິ່ນບໍ່ໃຫ້ນໍາໃຊ້ກ້ອງ ແລະ ມືຖືເລີຍບໍ່ສາມາດຖ່າຍຮູບທາງໃນໄດ້” ງານນີ້…ເຮັດເອົາບັນດາແຟນຄລັບປຶ້ມປິຕິໄປຕາມໆກັນ!!! ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »ໄວໜຸ່ມ
8 ພຶດຕິກໍາທີ່ບົ່ງບອກວ່າ ເຈົ້າຄວນອອກໄປທ່ອງທ່ຽວໄດ້ແລ້ວ!!!
ສາວໆ! ຄົນເຮົາມີເຫດຜົນທີ່ຢາກຈະອອກໄປທ່ອງທ່ຽວຢູ່ສະເໝີ! ແຕ່ບາງເທື່ອເຮົາອາດຈະບໍ່ຮູ້ສຶກຕົວເອງເລີຍ… ເພາະຫຼາຍຄັ້ງທີ່ເຮັດວຽກຢູ່ດີໆ ບໍ່ໄດ້ຄິດຫຍັງ ແຕ່ໝູ່ພັດມາຖາມວ່າ ຢາກພັກວຽກໄປທ່ອງທ່ຽວແມ່ນບໍ່? ເຮັດໃຫ້ບາງເທື່ອເຮົາກໍເກີດອາການງົງວ່າ ໝູ່ຮູ້ໄດ້ແນວໃດ? ເຮົາຍັງບໍ່ໄດ້ຄິດຫຍັງຊໍ້ານ່າ… ສະນັ້ນ ມາເບິ່ງກັນວ່າ ພຶດຕິກໍາຫຍັງທີ່ເປັນຕົວບົ່ງບອກວ່າ ເຈົ້າຢາກອອກໄປທ່ອງໂລກກວ້າງຈົນເຮັດໃຫ້ຄົນອື່ນເບິ່ງອອກຂະໜາດນັ້ນ… 1. ເບິ່ງປະຕິທິນຕະຫຼອດ ບໍ່ໄດ້ເບິ່ງພຽງແຕ່ວ່າມື້ນີ້ວັນທີຫຍັງ? ແຕ່ເບິ່ງລ່ວງໜ້າໄປ 1 ເດືອນ, ເຄິ່ງປີ ຫຼືຂ້າມປີໄປເລີຍ… ບໍ່ແມ່ນຫຍັງໃດ໋! ພຶດຕິກໍານີ້ສະແດງໃຫ້ເຫັນວ່າເຈົ້າກໍາລັງເບິ່ງວ່າມີຊ່ວງໃດທີ່ເປັນມື້ພັກຍາວໆແດ່ ຫຼືຊ່ວງໃດພໍຈະລາພັກເພີ່ມໄດ້ແດ່ ຈະໄດ້ໄປທ່ອງທ່ຽວຍາວໄປເລີຍ. 2. ເລີ່ມເກັບເງິນ ປະຢັດເງິນ ງົດຊື້ເຄື່ອງທີ່ບໍ່ຈໍາເປັນ (ບາງເທື່ອກໍອາດຈະບໍ່ໄດ້ເອົາໄວ້ໄປທ່ອງທ່ຽວກໍໄດ້) ສ່ວນຫຼາຍສໍາລັບຄົນທີ່ເດີນທາງຕະຫຼອດ ຖ້າເລີ່ມຮູ້ສຶກເສຍດາຍທີ່ຈະຈ່າຍເງິນໃນເລື່ອງອື່ນແລ້ວ ເລິກໆຂອງຈິດໃຈແມ່ນກໍາລັງຄິດຢູ່ວ່າ ແທນທີ່ຈະຈ່າຍເງິນກັບສິ່ງຂອງນັ້ນ ເກັບເງິນພວກນີ້ເອົາໄວ້ໄປທ່ອງທ່ຽວຈະດີກວ່າ. 3. ເລົ່າເລື່ອງປະສົບການ ການໄປທ່ອງທ່ຽວຫຼາຍ ບາງເທື່ອລົມກັບໝູ່ເລື່ອງອື່ນຢູ່ ກໍພານອກເລື່ອງມາລົມເລື່ອງທ່ອງທ່ຽວວ່າເຄີຍໄປສະຖານທີ່ນີ້ນັ້ນມາແລ້ວ, ບາງເທື່ອເບິ່ງຮູບເງົາຕ່າງປະເທດຢູ່ດີໆ ກໍມາເວົ້າເຖິງການທ່ອງທ່ຽວຂອງປະເທດນັ້ນໆ ວ່າມີຄວາມງົດງາມ ແລະ ໜ້າທ່ຽວຊົມຫຼາຍ. 4. ມີເງິນຕ່າງປະເທດຢູ່ໃນກະເປົ໋າເງິນ ບາງເທື່ອອອກໄປຊື້ກາເຟໜ້າຫ້ອງການ ແລ້ວຈັບເງິນມາຈ່າຍ …
Read More »ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…
ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!! 1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ 2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ 3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ 4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ 5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ ອອກມາໄດ້ …
Read More »ຈົບບໍ່??? ເລື່ອງລາວດຣ່າມ່າເງິນລາງວັນລາຍການດັງ ຈະເປັນແນວໃດມາຕິດຕາມກັນຕໍ່…
ຫຼັງຈາກທີ່ເປັນກະແສດຣ່າມ່າກັນພາຍໃນຂ້າມຄືນ ເນື່ອງຈາກມີປະເດັນທີ່ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ. ຫຼັງຈາກນັ້ນບໍ່ພໍເທົ່າໃດ ໜຸ່ມ ເອ ກໍ່ໄດ້ໂພສອີກຄັ້ງ ເຊິ່ງເປັນການອອກມາໂພສເພື່ອ ຂໍໂທດ ທາງເຈົ້າຂອງໂຄງການດັ່ງນີ້: ແລະ ຍັງບໍ່ໝົດພຽງແຕ່ເທ່ານັ້ນ ໜຸ່ມຄົນນີ້ກໍ່ຍັງໄດ້ໂພສຢ່າງຕໍ່ເນື່ອງ ກ່ຽວກັບບັນຫາດັ່ງກ່າວວ່າ… ຕົນໄດ້ຮັບເງິນລາງວັນເປັນທີ່ຮຽບຮ້ອຍ ພ້ອມທັງຂອບໃຈ… ເອົ້າ!!! ງານນີ້ຖືວ່າເຄຍທຸກປະເດັນເນາະ ແລະ ຈົບແບບ Happy Ending!!! ຮູບພາບ: Ae MX
Read More »11 ຕຸລາ ວັນເດັກຍິງສາກົນ (International Day of the Girl Child)
ທຸກໆວັນທີ 11 ຕຸລາ ແມ່ນວັນເດັກຍິງສາກົນ (International Day of the Girl Child) ທີ່ໄດ້ສະເຫຼີມສະຫຼອງຢູ່ທົ່ວໂລກ. ເຊິ່ງນອກຈາກຈະມີການສະເຫຼີມສະຫຼອງຢູ່ທົ່ວໂລກແລ້ວ, ໃນມື້ນີ້ຍັງຍົກໃຫ້ເຫັນເຖິງປັນຫາ ແລະ ສິ່ງທ້າທ້າຍທີ່ເດັກຍິງຕ້ອງພົບພໍ້, ພ້ອມທັງສະໜັບສະໜຸນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມການບັນລຸເປົ້າໝາຍຂອງພວກເຂົາ. ຄລິກເບິ່ງວິດີໂອນາງ"ນ້ອຍ"ແບບເຕັມໄດ້ເລີຍ!Check out the full story of "Noi"! Posted by UNFPA Laos on Monday, October 24, 2016 ວາລະສານ ຂວັນໃຈ ຂໍປະກາດຈຸດຍືນ ຂໍຮ່ວມສະເຫຼີມສະຫຼອງພ້ອມກັບຄົນທົ່ວໂລກ ແລະ ສະໜັບສະໜຸນໃຫ້ບັນດາເດັກຍິງ ໄດ້ມີຊີວິດທີ່ດີ ມີຄວາມຮູ້ ມີຄວາມເຂັ້ມແຂງທັງສຸຂະພາບກາຍ ຈິດໃຈ ໄດ້ເປັນຕົວຂອງຕົວເອງ ໄດ້ເຮັດຕາມຄວາມຝັນຂອງພວກເຂົາໃຫ້ປະສົບຜົນສຳເລັດ. ທີ່ມາ: UNFPA Laos
Read More »