Breaking News

ໄວໜຸ່ມ

ເລີ່ມແລ້ວ! ກັບການປະກວດ Miss Laos 2018 (ແຟນນາງງາມກຽມຈັບຕາເບິ່ງໄວ້ເລີຍ!!!)

“ນາງສາວລາວ ປະຈຳປີ 2018 (Miss Laos)  ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ” ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ ການປະກວດ ນາງສາວລາວ Miss Laos 2018 ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ.ຂໍບອກໄວ້ເລີຍວ່າເວທີ ນາງສາວລາວ Miss Laos 2018 ຮູ້ສຶກແຕກຕ່າງໄປຈາກປີກ່ອນໆ ເພາະກ່ອນໜ້າບໍ່ດົນມານີ້ ທາງກອງປະກວດກໍ່ໄດ້ຈັດ Meet and Greet ກໍ່ຄືໄດ້ຈັດງານລວມຕົວຂອງອະດີດນາງງາມ ບໍ່ວ່າຈະເປັນ ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ …

Read More »

ງົດງາມ! ໝໍ ແນ່ງ ຈັນດາລີ ຮ່ວມເສີດສາຍໃນງານ Asia Pacific Film Festival ທີ່ ໄຕ້ຫວັນ

ງົດງາມ!!! ໝໍ ແນ່ງ ຈັນດາລີ ສິດພະໄຊ ຮ່ວມເສີດສາຍໃນງານປະກາດຜົນລາງວັນຮູບເງົາ “Asia Pacific Film Festival” ຄັ້ງທີ 58 ທີ່ ໄຕ້ຫວັນ ໃນວັນທີ 1 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ ໝໍ ແນ່ງ ຮ່ວມເສີດສາຍໃນພົມແດງ ມາໃນລຸກທີ່ເບິ່ງແລ້ວງົດງາມ ລຽບຫຼູສຸດໆ. ນອກຈາກນີ້  ໝໍ ແນ່ງ ຈັນດາລີ  ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: ເບິ່ງແລ້ວງົດງາມ ລຽບຫຼູ ອໍລ້າຈັບ ແບບນີ້ຂໍບອກເລີຍວ່າ…ຂໍຍອມມມມມ!!! ຮູບພາບ: Chandaly Ningnang Sitpraxay , Alex Aliya Soundala

Read More »

ຄວນອ່ານ! ຈັດການກັບນັກເລງຄີບອດ ໃນສື່ສັງຄົມ online ດ້ວຍກົດໝາຍ

“ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ບໍ່ວ່າຈະເຮັດຫຍັງກໍຕ້ອງ update ວ່າງຍາມໃດ ກໍຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາເທິງໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ ໃກ້ຊິດກັນຫຼາຍຂຶ້ນ ຊີວິດກໍສະດວກສະບາຍຂຶ້ນ ຂໍ້ມູນຂ່າວສານ ຄວາມຮູ້ຕ່າງໆ ກໍເຂົ້າເຖິງໄດ້ງ່າຍ ແລະວ່ອງໄວທັນໃຈ ພຽງສ້ຽວວິນາທີເທົ່ານັ້ນເອງ …

Read More »

ສົ່ງກຳລັງໃຈໃຫ້ທີມ Graphic Design ຈາກລາວຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018”

ສີມືຄົນລາວບໍ່ແພ້ຊາດໃດໃນໂລກ!!! ມາຮ່ວມສົ່ງກຳລັງໃຈໃຫ້ທີມ Graphic Design ຈາກປະເທດລາວເຮົາທີ່ເດີນທາງໄປຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018” ງານແຂ່ງຂັນສີມືແຮງງານ, ເຊິ່ງໃນປີນີ້ລາວເຮົາມີສາຂາ “Graphic Design” ເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 31 ສິງຫາ 2018 ກໍຈະເປັນມື້ແຂ່ງຂັນມື້ທຳອິດ. ຢ່າງໃດຄົນລາວເຮົາກໍຢ່າລືມຊ່ວຍເຊຍນັກ Graphic Design ທີມລາວ. #ຮັກລາວເຊຍລາວ #ລາວສູ້ໆ ທີ່ມາ: Graphic JipJip

Read More »

ທ່ອງທ່ຽວ ໂອກິນາວ່າ 5 ອັນດັບ! ສຸດຍອດຫາດຊາຍຍີ່ປຸ່ນປະຈໍາປີ 2018

ຖ້າໃຫ້ແຜນໄປທ່ຽວຍີ່ປຸ່ນ ຫຼາຍຄົນກໍຄົງເລືອກທີ່ຈະໄປເບິ່ງດອກສະກຸລະບານ ຫຼື ໄປປັ້ນຫິມະທີ່ ຮ໊ອກໄກໂດ ມີໜ້ອຍຄົນທີ່ຢາກຈະໄປທະເລຍີ່ປຸ່ນ ແຕ່ມື້ນີ້ຂວັນໃຈ ຈະມາພາໄປພົບກັບທະເລງາມໆ ແລະ ຫາດຊາຍຂາວໆທີ່ຕິດທ໊ອບ 5 ຂອງສຸດຍອດຫາດຊາຍຍີ່ປຸ່ນ ປະຈໍາປີ 2018 ໄປເບິ່ງກັນເລີຍ… 1. Furuzamami Beach ຫາດຊາຍຟູຣຸຊາມານິ ເກາະເຄົາມະ ຫາດຊາຍຟູຣຸຊາມານິ ຖືກຈັດອັນດັບໃຫ້ໄດ້ຮັບ 2 ດາວຈາກມິເຊລລີນກລີນໄກ້ ຍ້ອນມີຫາດຊາຍສີຂາວທີ່ຍາວຢຽດກວ່າ 1 ກິໂລແມັດ ແລະ ນໍ້າທະເລທີ່ໃສເບິ່ງເຫັນຜືນຊາຍຂາວໃຕ້ທະເລ ເຕັມໄປດ້ວຍຝູງປາ ລອຍອ້ອມປະກາລັງຈໍານວນຫຼາຍ. 2. Yonaha Maehama Beach ຫາດຊາຍໂຍນາຮະ ມາເອຮາມະ ເກາະມິຍາໂກະ ຫາດຊາຍໂຍນາຮະ ຈັດວ່າເປັນຫາດຊາຍທີ່ດີທີ່ສຸດຂອງຍີ່ປຸ່ນ ທີ່ມີຄວາມຍາວ 7 ກິໂລແມັດ ເໝາະແກ່ການລອຍນໍ້າ ແລະ ຫຼິ້ນກິລາທາງນໍ້າຕ່າງໆ ນອກຈາກນີ້ຍັງເປັນຈຸດຊົມຕາເວັນຕົກທີ່ງາມຫຼາຍນໍາອີກ 3. Nishihama Beach …

Read More »