ນັບວ່າເປັນຂ່າວທີ່ເຮັດໃຫ້ຄົນລາວເຮົາມີຄວາມຍິນດີເລີຍກໍ່ວ່າໄດ້ ເນື່ອງຈາກໄດ້ມີນັກສຶກສາຕົວແທນ ປະເທດລາວ ເຂົ້າຮ່ວມແຂ່ງຂັນ Microsoft Office Specialist (MOS) ທີ່ Orlando, Florida, USA ຕັ້ງແຕ່ໃນວັນທີ 29ກໍລະກົດ ຫາ 1ສິງຫາ 2018 ທີ່ຜ່ານມາ, ເຊິ່ງນັກສຶກສາຈາກ ປະເທດລາວ ທ້າວ ສົມສິດ ພົນພັກດີ ກໍ່ບໍ່ເຮັດໃຫ້ຜິດຫັວງ ເພາະສາມາດຕິດ Top 10 ໃນການແຂ່ງຂັນລະດັບໂລກໃນປີນີ້. ໃນມື້ແຂ່ງຂັນ, ນັກແຂ່ງຂັນທັງໝົດໄດ້ເຮັດບົດສອບເສັງໂດຍຕ້ອງໄດ້ຄວາມສາມາດຕົວເອງທັງໝົດນັບຕັ້ງແຕ່ສ້າງຮູບແບບ ເອກະສານ, ຕາຕະລາງ, ແລະ ບົດນຳສະເໜີ ໂດຍອີງຕາມຂໍ້ມູນທີ່ຈັດກຽມໃຫ້ ໂດຍໃຊ້ Word, Excel ແລະ PowerPoint. ສຳລັບການແຂ່ງຂັນແມ່ນ ຄົບຮອບ 17 ປີ ກັບການແຂ່ງຂັນເຊິ່ງໂດຍມີຄົນຮ່ວມແຂ່ງຂັນທັງໝົດ 760,000 ຄົນ ຈາກ 116 ປະTop10ເທດ, ແລະມີອັດຕາເພີ່ມຂຶ້ນ 35% ຕໍ່ປີ. ນັກສຶກສາໄດ້ເຂົ້າຮ່ວມເພີ່ມທັດສະດ້ານ …
Read More »ໄວໜຸ່ມ
ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!!!
ຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ” ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້ ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ. ທີ່ມາ: ວາລະສານ …
Read More »ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເຄັດລັບຂອງແມ່ຍິງທີ່ປະສົບຄວາມສຳເລັດ
ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເກັ່ງຮອບດ້ານ ເອີ້ນວ່າສິ່ງໃດທີ່ຜູ້ຊາຍເຮັດໄດ້ ແມ່ຍິງຍຸກນີ້ກໍ່ເຮັດໄດ້ເຊັ່ນດຽວກັນ, ຢາກຮູ້ບໍ່ ວ່າແມ່ຍິງທີ່ປະສົບຄວາມສຳເລັດ ເຂົາມີນິດໄສປະຈຳຕົວຫຍັງແດ່? ໄປເບິ່ງພ້ອມໆກັນ!!! ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສໍາເລັດ ມັກຈະເລືອກເສັ້ນທາງການເຮັດວຽກ ໂດຍຄໍານຶງເຖິງສິ່ງທີ່ພວກນາງເຮັດໄດ້ດີເປັນອັນດັບທຳອິດ ແລະຈະເຮັດໃນສິ່ງທີ່ຮັກເປັນອັນດັບຮອງ ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສໍາເລັດ ບໍ່ໄດ້ຝັນທີ່ຈະເປັນພຽງແຕ່ທີ່ 1 ພະແນກ ຫຼື ໜ່ວຍງານ ແຕ່ພວກເຂົາຈະຝັນແລະຕັ້ງເປົ້າໝາຍໄວ້ສູງ ເຫັນພາບຕົນເອງ ເປັນທີ 1 ເຖິງລະດັບອົງກອນ ແລະ ລະດັບປະເທດ ເບິ່ງໂລກໃນແງ່ບວກ ພວກນາງຈະຮູ້ວິທີຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ຕົນເອງຮູ້ສຶກທໍ້ຖອຍ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຂ້າງໜ້າຈະຕ້ອງດີກວ່ານີ້ສະເໝີ ຄວາມທໍ້ຖອຍກັບຄວາມສຳເລັດເປັນຂອງຄູ່ກັນ ທຸກໆຄົນຕ່າງເຄີຍທໍ້ຖອຍມາ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືປະສົບຄວາມສໍາເລັດໃນຊີວິດກັນທັງນັ້ນ ສະນັ້ນ ຈົ່ງເຫັນມັນເປັນພຽງເລື່ອງທຳມະດາ ທີ່ຕ້ອງຜ່ານໄປ ຮຽນຮູ້ສະເໝີ ແມ່ຍິງເຫຼົ່ານີ້ມັກຈະພັດທະນາຕົວເອງຢູ່ສະເໝີ ອີກທັງຍັງຮູ້ຈັກຊອກຫາທີ່ປຶກສາທີ່ດີ ເພື່ອຊ່ວຍເລັ່ງໃຫ້ພວກນາງພັດທະນາຕົນເອງໄດ້ໄວຂຶ້ນອີກດ້ວຍ ກະຕັນຍູຮູ້ບຸນຄຸນ ພວກນາງມັກຈະໃຫ້ເຄຼດິດ ແກ່ຄົນທີ່ເຄີຍຊ່ວຍເຫຼືອພວກເຂົາສະເໝີ ພວກເຂົາຈະສໍານຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເບິ່ງເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນອ້ອມຂ້າງ …
Read More »ກິນເປັນຊີວິດປ່ຽນ! ມາຮູ້ຈັກກັບອາຫານທີ່ຈະຊ່ວຍຫຼຸດນໍ້າໜັກໄດ້ແທ້
ເອົາຄົນທີ່ກໍາລັງຢາກຫຼຸດນໍ້າໜັກຢ່າງຈິງຈັງ ຂວັນໃຈ ກໍເລີຍໄດ້ຮວບຮວມເອົາອາຫານເພື່ອສຸຂະພາບ ທີ່ຫາຊື້ໄດ້ຕາມຮ້ານຄ້າທົ່ວໄປມາແນະນໍາໃຫ້ ສາມາດເລືອກຊື້ກິນໄດ້ງ່າຍໆ ບໍ່ແພງ ບໍ່ຕ້ອງຢ້ານຕຸ້ຍມາຝາກ ແຖມຍັງມີລົດຊາດທີ່ແຊບອີກດ້ວຍ. ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ມີປະໂຫຍດຫຼາກຫຼາຍ ເພາະມີໄຂມັນໜ້ອຍ ໂຊດ້ຽມ (Sodium)ຕໍ່າ, ໃຍອາຫານ (Fiber) ສູງ ຊ່ວຍໃຫ້ການເຄື່ອນໄຫວຂອງລະບົບທາງເດີນອາຫານເຮັດວຽກເຄື່ອນຕົວໄດ້ດີ ອີກທັງຍັງຫຼຸດຜ່ອນການຂັບຖ່າຍຍາກໄດ້ອີກດ້ວຍ ຫຼັງຈາກອອກກໍາລັງກາຍແລ້ວ ແນະນໍາໃຫ້ດື່ມນົມຖົ່ວເຫຼືອງ 1 ຈອກ ກໍຍັງຊ່ວຍສ້າງກ້າມຊີ້ນໄດ້ເປັນຢ່າງດີ ເຄື່ອງດື່ມທີ່ມີໃຍອາຫານສູງ ເຄື່ອງດື່ມທີ່ມີໃຍອາຫານສູງ ບໍ່ວ່າຈະເປັນ ເຄື່ອງດື່ມເຂົ້າບາເລ້ (Barley), ນໍ້ານົມເຂົ້າ ແມ່ນຊ່ວຍໃຫ້ສາວໆອີ່ມໄວ້ ກະຕຸ້ນການເຜົາຜານອາຫານ ຫຼຸດການເກີດໂຄເລສເຕີໂຣລ (Cholesterol)ແຕ່ແນະນໍາໃຫ້ເລືອກເຄື່ອງດື່ມທີ່ບໍ່ມີນໍ້າຕານ ເພາະໃຫ້ພະລັງງານ (Calories) ຕໍ່າ ບໍ່ດັ່ງນັ້ນກໍບໍ່ມີປະໂຫຍດທີ່ສາວໆຈະຫຼຸດນໍ້າໜັກ ອາຫານປະເພດຊີຣຽວ (Cereals) + ນົມສົ້ມ ເລືອກຊື້ນົມສົ້ມກິນຄູ່ກັບຊີຣຽວ (Cereals) ໃນຕອນເຊົ້າ ຫຼື ເວລາຢາກກິນເຂົ້າໃນຕອນກາງຄືນ ກໍຊ່ວຍສ້າງຄວາມສົມດຸນທາງໂພຊະນາການ ບໍ່ເຮັດໃຫ້ຕຸ້ຍແລ້ວຍັງຢູ່ທ້ອງອີກດ້ວຍ ໄຂ່ຕົ້ມ …
Read More »7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …
ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ… 1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ …
Read More »