ເອົາແລ້ວ…ບໍ່ທຳມະດາກັນລະເດີ້ ຫຼ້າສຸດ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍ່ໄດ້ແປງໂສມ ປັບລຸກໃໝ່ ໃຫ້ງາມ ເຊັກຊີ່ ແລະ ໝັ້ນໃຈຂຶ້ນກວ່າເກົ່າ… ວ້າວວວ! ເຫັນແລ້ວ ຕະລຶງ ໄປເລີຍ…ເຫັນແລ້ວສາວລາວເຮົາກໍ່ບໍ່ດ້ອຍໜ້າຊາດອື່ນ, ຢ່າງໃດແຟນໆຊາວລາວເຮົາກໍ່ຢ່າລືມເປັນກຳລັງໃຈ ແລະ ກຽມເຊຍ ນາງງາມຕົວແທນຈາກປະເທດລາວເຮົາໃນເວທີລະດັບໂລກ Miss Universe 2018 ທີ່ຈະຈັດຂຶ້ນໃນທ້າຍປີນີ້ #ຮັກລາວເຊຍລາວ. (ຂໍຂອບໃຈສຳລັບຮູບພາບ)
Read More »ໄວໜຸ່ມ
ຕາຊັ້ນດຽວ ຕາບໍ່ເທົ່າກັນ ບັນຫາໜຶ່ງທີ່ເຮັດໃຫ້ເສຍຄວາມໝັ້ນໃຈ (ຄວນຮູ້! ກ່ອນສັນຍະກຳຕາສອງຊັ້ນ)
ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ ຈາກຂໍ້ມູນໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ. ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ ແລະ …
Read More »ໜ້າຮັກ ໜ້າແພງ! BNK48 ຈັດມິນິຄອນເສີດມອບເງິນຊ່ວຍເຫຼືອພີ່ນ້ອງຊາວ ແຂວງ ອັດຕະປື ແຖມເຊີໄພ້ແຟນໆແບບນີ້…
ໜ້າຮັກ ໜ້າແພງສຸດໆ ສຳລັບ BNK48 ເກີກຣຸບຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ເຈົ້າຂອງບົດເພງດັງ “ຄຸກກີ້ສ່ຽງທາຍ” ໄດ້ເດີນທາງມາທີ່ ປະເທດລາວ ເພື່ອມາຮ່ວມໃນພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ແຂວງ ອັດຕະປື ພ້ອມຍັງມີມິນິຄອນເສີດໃຫ້ແຟນຄລັບໄດ້ ກຣີດໆໆໆ ກັນຢ່າງສະໜັ່ນຫວັ່ນໄຫວ. ແຖມສາວໆວົງ BNK48 ຍັງເຮັດໃຫ້ແຟນໆຊາວລາວເຊີໄພ້ກັນສຸດໆ ເມື່ອສາວໆວົງນີ້ໄດ້ ນຸ່ງສິ້ນ ຕັ້ງແຕ່ລົງຍົນ ແລະ ຍັງມີຮູບທີ່ສາວໆ BNK48 ໄດ້ໄປທີ່ ວັດສີເມືອງ ພ້ອມກັບນຸ່ງສິ້ນ ເບິ່ງແລ້ວໜ້າຮັກ ໜ້າແພງຫຼາຍໆ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ (ຂໍຂອບໃຈສຳລັບຮູບພາບ)
Read More »ເລີດໆໆໆ…! ຄຣິດຕິນ້າ ມາລຸກນີ້ກິນຂາດ ຮ່ວມງານປະກາດລາງວັນ Maya Award 2018
ຄຣິດຕິນ້າ ລາສະສິມມາ ອະດີດ Miss Laos 2012 ຮ່ວມງານປະກາດຜົນລາງວັນ Maya Award 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງຂໍບອກວ່ານາງຈັດເຕັມ ເບິ່ງແລ້ວອິນເຕີໆ ຄົມເຂັ້ມ ແຖມມາໃນຊຸດລາຕີຍາວສີຂາວ ເບິ່ງແລ້ວສະຫງ່າງາມ. ມີພາບບັນຍາກາດໃນງານ ປະກາດລາງວັນ Maya Award 2018 ທີ່ ສາວ ຄຣິດຕິນ້າ ໄດ້ໄປຮ່ວມມາຝາກ ນອກຈາກນັ້ນງານນີ້ຍັງມີ ຕ້າ ເອແພັກ ແລະ ເທີເລີ ສີສົມບັດ ແລະ ຄົນບັນເທີງຈາກປະເທດລາວເຮົາໄປຮ່ວມຢ່າງຫຼວງຫຼາຍ. ເຊິ່ງເບື້ອງຫຼັງຄວາມງາມຂອງ ຄຣິດຕິນ້າ ລາສະສິມມາ ກໍ່ແມ່ນໄດ້ ອະເລັກ ອະລິຍາ ຊ່າງແຕ່ງໜ້າຄິວທອງ ແລະ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍໄຟແຮງ ມາເນລະມິດລຸກງາມໆ ເລີດໆໃນເທື່້ອນີ້. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ຄຣິດຕິນ້າ ລາສະສິມມາ ກໍ່ຢ່າລືມໄລ້ …
Read More »ແຟນຄລັບແຫ່ກຣີດໆໆ! ນາງສາວລາວ (Miss Laos) ເທື່ອນີ້ລວມຕົວແບບຄົບທີມ!!!
ຂໍບອກເລີຍວ່າ ງານນີ້ມີ ກຣີດໆໆໆ ກັນດັງສະໜັ່ນຫວັ່ນໄຫວແນ່ນອນ, ຫຼ້າສຸດ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີການລວມຕົວຂອງບັນດາຄົນມີມົງ… ແນະ ແນະ ແນະ ຢາກຮູ້ແລ້ວແມ່ນບໍ່ວ່າກ່ຽວກັບຫຍັງ ເອົ້າ!!! ມາໆໆ ຊະນີIndy ຈະມາເວົ້າສູ່ຟັງ ກໍ່ຄືທີ່ເວົ້າກັນຄ່າວໆວ່າ ໄດ້ມີການລວມຕົວຂອງ ອະດີດນາງສາວລາວ ເທື່ອນີ້ຖືເປັນການລວມຕົວທີ່ຄົບທີມ ບໍ່ວ່າຈະເປັນ: ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017. ເຊິ່ງການລວມຕົວຂອງພວກນາງໃນເທື່ອນີ້ກໍ່ບໍ່ທຳມະດາ ເພາະໄດ້ມີການຈັດກິດຈະກຳ Meet and Greet …
Read More »