Breaking News

ໄວໜຸ່ມ

ຄົນລາວກຽມເຊຍ! ອອນອານົງ Miss Universe Laos ຈະເດີນທາງໄປປະກວດ Miss Universe 2018 ທີ່ປະເທດ…

Confirm!!! ເປັນທີ່ຮຽບຮ້ອຍແລ້ວວ່າ ອອນອານົງ ຫອມສົມບັດ Miss Universe Laos 2018 ຕົວແທນສາວງາມຈາກ ປະເທດລາວ ຈະເດີນທາງໄປປະກວດໃນເວທີ  Miss Universe 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງໄດ້ມີການຈັດພິທີຖະແຫຼງຂ່າວການຈັດງານ  Miss Universe 2018 ທີ່ ປະເທດໄທ ຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ 31 ກໍລະກົດ 2018, ເຊິ່ງ Miss Universe 2018 ຈະຈັດຂຶ້ນທີ່ປະເທດໄທ. ອົງກອນ Miss Universe ໄດ້ປະກາດໃນຖະແຫລງການວ່າ ອົງກອນໄດ້ ມອບ “ສິດທິພິເສດພຽງຜູ້ດຽວ” ໃຫ້ແກ່ບໍລິສັດໄທໃນການເປັນຜູ້ຈັດການປະກວດໃນເດືອນທັນວາ, ປັດຈຸບັນມີ 50 ປະເທດ ທີ່ໄດ້ສົ່ງຕົວແທນຢ່າງເປັນທາງການ ແລະ ໜື່ງໃນນັ້ນມີຕົວແທນຈາກປະເທດລາວ. (ຄົນລາວເຮົາຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ Miss Universe Laos ເຮົາກັນແດ່ເດີ້) ຮູບພາບຈາກ: target …

Read More »

ສະດຸດຕາສື່ມວນຊົນຕ່າງຊາດ ຖາປະນີ (ນັກຂ່າວຊ່ອງ3 ໄທ) ເຖິງຂັ້ນໂພສ “ໝໍລາວໜ້າຮັກເນາະ”

ເປັນທີ່ສະດຸດຕາ ແລະ ສົນໃຈຂອງ ສື່ມວນຊົນຕ່າງຊາດ ສຳລັບ ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບ) ແລະ ທີມແພດລາວ ທີ່ໄດ້ລົງພື້ນທີ່ໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ຈົນເຮັດໃຫ້ເກີດພາບໜ້າຮັກໆລະຫວ່າງສື່ມວນຊົນຕ່າງຊາດ ແລະ ທີມແພດລາວເກີດຂຶ້ນ. ເຊິ່ງ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ3 ປະເທດໄທ ກໍ່ອົດບໍ່ໄດ້ທີ່ຈະໂພສຮູບພາບຜ່ານເຟສບຸກພ້ອມຂຽນແຄັບຊັ່ນວ່າ: “ໝໍ ແນ່ງ ໝໍ ນໍ້ານິ່ມ ໝໍເຕ້ ໝໍລາວໜ້າຮັກເນາະ ເພື່ອຜູ້ປະສົບໄພລາວສິໄດ້ມີກຳລັງໃຈຫຼາຍໆ, ໝໍ ແນ່ງ ຍັງສຶກສາທີ່ ປະເທດ ອັງກິດ ລະຫວ່າງກັບມາພັກຈຶ່ງມາຊ່ວຍຜູ້ປະສົບໄພ  #PrayforAttapue “ ນອກຈາກ ສື່ມວນຊົນຈາກ ຊ່ອງ3 ໄທ ແລ້ວ ກໍ່ຍັງມີບັນດາສື່ມວນຊົນອີກຫຼາຍໆຊ່ອງໃຫ້ຄວາມສົນໃຈ ທີມແພດຈາກປະເທດລາວ. (#ແຊຣໄປໃຫ້ໂລກຮູ້ວ່ານີ້ຄືທີມແພດລາວ) ຮູບພາບຈາກ: Chandaly Ningnang Sitpraxay, …

Read More »

ໃຜລຶ້ງເບື້ອງຊ້າຍແດ່ຍົກມື? ວັນຖະໜັດແຮງຊ້າຍສາກົນ (International left handers day)

13 ສິງຫາ ວັນຖະໜັດແຮງຊ້າຍສາກົນ (International left handers day) ຮູ້ກັນຫຼືບໍ່? ໃນວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ …

Read More »

ໝໍ ແນ່ງ ຈັນດາລີ (ເນັດໄອດໍ້) ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບຄົນດັງ) ເປັນທີມແພດຈາກ ກະຊວງສາທາລະນະສຸກ ໄດ້ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຕັ້ງແຕ່ວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ສຳລັບ ໝໍ ແນ່ງ ປັດຈຸບັນແມ່ນກຳລັງສຶກສາຕໍ່ທີ່ ປະເທດ ອັງກິດ ແຕ່ຢູ່ໃນຊ່ວງພັກຮຽນ ແລະ ໄດ້ເກີດເຫດການໄພພິບັດສຸກເສີນລະດັບຊາດຂຶ້ນ ເລີຍບໍ່ພາດທີ່ຈະເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງລາວທີ່ປະສົບໄພ. (ທັງງາມ ແຖມໃຈດີ ແຊຣໄປໃຫ້ໂລກຮູ້ວ່ານີ້ຄືໝໍລາວ) ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV  

Read More »

ຟຣຸກ ຈິຣະ #ເຂີຍລາວ2018 ຂວັນໃຈແຟນໆຊາວອັດຕະປື

ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວ ອັດຕະປື, ຫຼັງຈາກ ຟຣຸກ ຈິຣະ ນັກຮ້ອງ-ນັກສະແດງຊື່ດັງຂອງປະເທດໄທ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພພ້ອມດ້ວຍ ແອບເປີ້ນ ສີສະຫງຽນ ເຮັດໃຫ້ແຟນໆຕ່າງພາກັນດີໃຈ ເຮັດໃຫ້ພວກເຂົາຍິ້ມໄດ້ ແຖມແຟນໆຊາວອັດຕະປື ຍັງຕັ້ງສາຍາໃຫ້ ໜຸ່ມ ຟຣຸກ ວ່າ #ເຂີຍລາວ2018 ຫຼື ບາງຄົນກໍ່ເອີ້ນ ຟຣຸກ ແບບຢອກໆວ່າ #ຜົວ2018 (ພາບບັນຍາກາດທີ່ ຟຣຸກ ແລະ ແອບເປີ້ນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ) ດີໃຈທີ່ເຫັນພໍ່ແມ່ພີ່ນ້ອງທີ່ປະສົບໄພຍິ້ມ ແລະ ມີສີໜ້າທີ່ຍິ້ມແຍ້ມແຈ່ໃສ, ຢ່າງໃດກໍ່ຂໍຂອບໃຈທານນໍ້າໃຈ ແລະ ຄວາມຊ່ວຍເຫຼືອຈາກທຸກພາກສ່ວນ ເຮົາຈະຜ່ານຊ່ວງເວລາທີ່ຮ້າຍແຮງເທື່ອນີ້ໄປພ້ອມໆກັນ. ຮູບພາບ: FB/Fluke Jira

Read More »