Breaking News

ໄວໜຸ່ມ

ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”

ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ  “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ. ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບ: IG/lamyailion ຄລິບ: ไหทองคํา เรคคอร์ด

Read More »

ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …

Read More »

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) ເມືອງລອງງງ??? ?ໂຫດແທ້ โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ປະທານສະພາແຫ່ງຊາດ ລົງພື້ນທີ່ຢ້ຽມຢາມພໍ່ແມ່ປະຊາຊົນທີ່ປະສົບໄພພິບັດ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຢ້ຽມຢາມພໍ່ແມ່ປະຊາຊົນຊາວ ເມືອງ ສະໜາມໄຊ ແຂວງ ອັດຕະປື ທີ່ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເມື່ອວັນທີ 28 ກໍລະກົດ 2018. ຂໍຂອບໃຈທີ່ມາຈາກ: ສກຂ ແຂວງອັດຕະປື

Read More »

Dj ມະຕູມ ພົບເຈິບັນຫາລະຫວ່າງການເດີນທາງຊ່ວຍພີ່ນ້ອງຊາວລາວ ຕົ້ນຫອມໝູ່ສະໜິດໂພສໃຫ້ກຳລັງໃຈ!!!

ເປັນອີກໜຶ່ງທ່ານທີ່ເດີນທາງລົງຊ່ວຍພີ່ນ້ອງຊາວລາວຜູ້ປະສົບໄພຈາກເຫດເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ມະຕູມ ດີເຈຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ພົບເຈິບັນຫາລະຫວ່າງການເດີນທາງລົງພື້ນທີ່ຊ່ວຍພີ່ນ້ອງຊາວລາວ ເຊິ່ງຈາກການໂພສເປີດເຜີຍຜ່ານ ອິນສະຕາແກຣມ ເຮັດໃຫ້ແຟນໆໄດ້ຮູ້ວ່າ ການເດີນທາງຂອງ Dj ມະຕູມ ບໍ່ສະດວກ ພົບເຈິບັນຫາລະຫວ່າງທາງຫຼາຍຢ່າງ ບໍ່ເປັນໄປຕາມແຜນ ຈາກການໂພສດັ່ງກ່າວເຮັດໃຫ້ມີແຟນໆທັງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈ ລວມທັງ Dj ຕົ້ນຫອມ ສະກຣຸນຕະລາ ໝູ່ສະໜິດກໍ່ບໍ່ພາດທີ່ຈະໂພສຮູບໃຫ້ກຳລັງໃຈ. (ຂໍ້ຄວາມທີ່ Dj ມະຕູມ ໄດ້ໂພສໃນ ອິນສະຕາແກຣມ) “ເຄື່ອງລົງຕອນເຊົ້າ ຕາມຫາເຂົ້າຂອງໝົດມື້ 3-4ແຫ່ງ ເຄື່ອງຍັງຂາດຫຼາຍເຊັ່ນ: ໄຟສາຍ ເຂົ້າສານ ເຂົ້າໜຽວ ຕິດຕໍ່ໂຮງສີ ໄປຂົນມາ 200ເປົາ ລະຫວ່າງທາງຢາງລົດແຕກ ຝົນຕົກໜັກ ບໍ່ມີຄົນຊ່ວຍຂົນ ໄດ້ເອີ້ນກູ້ໄພມາຊ່ວຍ ຝົນເລີ່ມຕົກແຮງ ຕ້ອງຫາລົດມາລຳລຽງໄປທີ່ໝູ່ບ້ານຜູ້ປະສົບໄພ ຕ້ອງອອກກ່ອນ 6 ໂມງເຊົ້າ ຕອນນີ້ 1ໂມງກໍ່ຍັງຂົນບໍ່ໝົດ ແອບແວະມາປ່ຽນຊຸດທີ່ໂຮງແຮມ …

Read More »