Breaking News

ໄວໜຸ່ມ

ຊຸບຕາປະເທດເພື່ອນບ້ານແຫ່ໂພສໃຫ້ກຳລງັໃຈພີ່ນ້ອງຊາວລາວ

ນອກຈາກຄົນບັນເທີງບ້ານເຮົາແລ້ວ ເຫຼົ່າຄົນບັນເທີງຈາກປະເທດເພື່ອນບ້ານ (ປະເທດໄທ) ກໍ່ເຊັ່ນດຽວກັນ ຫຼ້າສຸດຊຸບເປີສະຕາຫຼາຍຕໍ່ຫຼາຍທ່ານເຊັ່ນ ອໍ້າ ພັດສະລາພາ, ຊົມພູ່ ອາຣາຍາ, ເບວລ່າ ແຄມເປນ, ເມ ເຟື່ອງອາລົມ, ໝໍໂອກ ສະມິດ, ຟຣຸກ ຈິຣະ, ອະນັນດາ ເອເວີຣິງແຮມ, ຕຸກກີ້ ຊິງລ້ອຍຊິງລ້ານ, ເປີ້ຍ ປານວາດ, ໄອ້ ອາພິສະດາ, ເຕີ້ຍ ຈາລິນພອນ, ໂຕ່ໂນ່ ພາຄິນ ແລະ ອີກຫຼາຍໆຄົນ ກໍ່ໄດ້ໂພສຮູບພາບສື່ຄວາມໝາຍ ແລະ ຕິດແຮສແທັກ #Prayforlaos ແລະ ບາງທ່ານກໍ່ຍັງຊ່ວຍບໍລິຈາກ ຊ່ວຍກະຈາຍຂ່າວ ແລະ ຊ່ວຍບອກຊ່ອງທາງການບໍລິຈາກຜ່ານບັນຊີຕ່າງໆອີກດ້ວຍ. ຂໍຂອບໃຈ ນໍ້າໃຈຈາກທາງພາຍໃນປະເທດລາວ ແລະ ຈາກຕ່າງຊາດທີ່ຫຼັງໄຫຼເຂົ້າມາ ໄພພິບັດສຸກເສີນໃນເທື່ອນີ້ ເຮົາຈະຈັບມືກັນຂ້າມຜ່ານຊ່ວງເວລາທີ່ຮ້າຍແຮງນີ້ໄປໃຫ້ໄດ້  #prayforattapue #prayforlaos (ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງໄທ)   …

Read More »

ຊາວເນັດແຫ່ແຊຣ! ປະກາດຫາເຈົ້າຂອງ ສະລິບ ຜືນນີ້ (ຂາດແບບນີ້ບໍ່ຮັບເດີ້ ອີ່ຕົນຄົນໃສ່)

ເປັນປະເດັນຮ້ອນແຮງ ທ່າມກາງວິກິດເຂື່ອນແຕກ ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ໂພສຮູບ ສະລິບສີຂາວເກົ່າໆ ແລະ ຂາດ ທີ່ຄົນໄດ້ເອົາມາບໍລິຈາກ ແຕ່ເນື່ອງຈາກເຫັນວ່າມີຄວາມບໍ່ເໝາະສົມທີ່ຈະເອົາລົງໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຈຶ່ງໄດ້ໂພສຮູບ ພ້ອມປະກາດຫາເຈົ້າຂອງ ສະລິບ ຜືນດັ່ງກ່າວ ຈົນເຮັດໃຫ້ມີຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ແຊຣໂພສດັ່ງກ່າວກັນຢ່າງຫຼວງຫຼາຍ. ໝາຍເຫດ: ໃນຍາມແບບນີ້ຂໍຊົມເຊີຍທຸກໆຄົນທີ່ມີນໍ້າໃຈ ແລະ ຢາກຊ່ວຍກັນຄົນລະໄມ້ລະມື ແຕ່ຖ້າສິ່ງຂອງເຄື່ອງໃຊ້ທີ່ທ່ານເອົາມາບໍລິຈາກ ກະລຸນາຂໍຄວາມເຫັນໃຈ ເພາະຄວນເປັນສິ່ງຂອງທີ່ຢູ່ໃນສະພາບດີ ສາມາດນຳໃຊ້ຕໍ່ໄດ້ແທ້ ແລະ ສິ່ງທີ່ເອົາມາບໍລິຈາກກໍຄວນເປັນສິ່ງທີ່ຖືກສຸຂະອານາໄມ ເພາະຄົນທີ່ຖືກປະສົບໄພ ພວກເຂົາກໍ່ເຈິກັບສິ່ງທີ່ຮ້າຍແຮງມາແລ້ວ ກໍ່ບໍ່ຄວນເຮັດໃຫ້ພວກເຂົາເສີຍຄວາມຮູ້ສຶກເພີ່ມຕື່ມ ຄົນລາວເຮົາຕ້ອງໃຫ້ກຳລັງໃຈກັນເປັນສິ່ງທີ່ດີທີ່ສຸດ. ຮູບພາບ: fb/Thipfenny Maniphone

Read More »

ແອບເປີ້ນ-ຟຣຸກ ລຸຍເອງເດີນທາງລົງໃຕ້ ພ້ອມປະກາດຂໍອາສາສະໝັກ ເພື່ອຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພ

ຫຼັງຈາກທີ່ມີການລະດົມທຶນຈາກ ແອບເປີ້ນ ສີສະຫວຽນ ແລະ ຟຣຸກ ຈິລະ ທະລຸໄປຫຼາຍຮ້ອຍລ້ານ ຫຼ້າສຸດໃນວັນທີ 27 ກໍລະກົດ 2018 ທັງສອງກໍ່ໄດ້ເດີນທາງລົງໃຕ້ ເພື່ອມຸ່ງໜ້າໄປທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ແອບເປີ້ນ ຍັງໂພສຜ່ານເພສຫຼັກຂອງນາງ ເພື່ອຂໍກຳລັງຄົນ ອາສາສະໝັກ ແລະ ຍັງຂໍລະດົມລົດກະບະລຸ້ນສູງ ພ້ອມຄົນຂັບ ເຊິ່ງຂະບວນຂອງ ແອບເປີ້ນ ກໍ່ຈະເດີນທາງຮອດ ອັດຕະປື ໃນຕອນແລງມື້ນີ້. ຂໍສະແດງຄວາມຊົມເຊີຍ ນໍ້າໃຈຈາກທຸກໆພາກສ່ວນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ທັງລາວ ແລະ ປະເທດເພື່ອນບ້ານກໍ່ບໍ່ເຄີຍຖິ້ມກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue)

Read More »

ເຫັນແລ້ວນໍ້າຕາໄຫຼ! ນາທີແຫ່ງຊີວິດ ທີມກູ້ໄພເຂົ້າຊ່ວຍເຫຼືອ 15 ຊີວີດທີ່ສູນຫາຍ 4 ມື້!!!

ເປັນນາທີແຫ່ງຊີວິດ ທີມກູ້ໄພຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ລົງພື້ນທີ່ໂດຍການແຕ່ງຕັ້ງຈາກ ເຈົ້ງແຂວງ ອັດຕະປື ເພື່ອຄົ້ນຫາ ປະຊາຊົນ ບ.ໄຊດອນໂຂງ ທີ່ສູນຫາຍ 15 ຄົນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເຊິ່ງພາລະກິດແຫ່ງຊີວິດນີ້ທາງທີມກູ້ໄພໄດ້ເຮັດສຸດຄວາມສາມາດ ຕໍ່ສູ້ຄົ້ນຫາທ່າມກາງພາຍຸຝົນ ແຕ່ຖ້າຄົ້ນຫາບໍ່ພົບກໍ່ຕ້ອງຢຸດກ່ອນຟ້າມືດ ແຕ່ຍ້ອນຄວາມສາມັກຄີ ແລະ ມຸ່ງໝັ້ນເຮັດໃຫ້ທີມກູ້ໄພຈາກປະເທດເພື່ອນບ້ານສາມາດເຂົ້າຊ່ວຍເຫຼືອທັງໝົດ 15 ຊີວິດໄດ້ສຳເລັດ. ສຳລັບຜູ້ປະສົບໄພທີ່ທາງທີມກູ້ໄພໄດ້ເຂົ້າຊ່ວຍເຫຼືອມີ ເດັກນ້ອຍ 4 ຄົນ, ແມ່ຍິງ 6 ຄົນ (1ຄົນກຳລັງຖືພາ) , ຜູ້ຊາຍ 4 ຄົນ ລວມເປັນ 15 ຊີວິດ, ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ທຸກຄົນປອດໄພ ແຕ່ມີອາການປ່ວຍ 2 ຄົນ ແລະ ມີອາການເໝື່ອຍ ເພຍ ແລະ ຫິວໂຫຍ ເພາະບໍ່ໄດ້ກິນອາຫານມາເປັນເວລາ 4 ມື້ ຕັ້ງແຕ່ວັນເກີດເຫດ …

Read More »

ເຈນນີ່ ມິສເວີລາວ 2017 ແທັກທີມເພື່ອນພ້ອງລົງໃຕ້ ຊ່ວຍເຫຼືອຜູ້ປະສົບໄພ

ສົມແລ້ວທີ່ເປັນນາງງາມ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017 ແທັກທີມເພື່ອນພ້ອງ ພ້ອມທີມງາມລົງໃຕ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ ນໍ້າຖ້ວມ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ແລ້ວ ໃນເຊົ້າຂອງວັນທີ 27 ກໍລະກົດ 2018. ເຊິ່ງ ເຈນນີ່ ກໍ່ຍັງໄດ້ໂພສຂອບໃຈຕໍ່ທີມງານ ແລະ ພໍ່ແມ່ພີ່ນ້ອງທີ່ມີນໍ້າໃຈເຂົ້າມາຮ່ວມບໍລິຈາກດັ່ງນີ້: ຄົນລາວເຮົາເຖິງຍາມສຸກກໍ່ສຸກດ້ວຍກັນ ຮອດຍາມທຸກກໍ່ຕ້ອງຊ່ວຍເຫຼືອກັນ ຊ່ວຍກັນຄົນລະໄມ້ລະມື ເຮົາຈະຜ່ານໄພພິບັດຮ້າຍແຮງເທື່ອນີ້ໄປພ້ອມໆກັນ #prayforattapue #prayforlaos ຮູບພາບຈາກ: Tonkham Phonchanheuang . Saykeo Make

Read More »