Breaking News

ໄວໜຸ່ມ

ງາມຫຼາຍໆ! ມີມີ່ ພູນຊັບ ໃນງານ Lao Fashion Week 2018 (ໃຜເຫັນເປັນຕ້ອງແນມ)

ມີມີ່ ພູນຊັບ ພົນໂຍທາ  Miss International Laos 2017 ແລະ ຍັງເປັນ Brand Ambassador ຂອງງານແຟຊັ່ນໂຊລະດັບປະເທດ Lao Fashion Week 2018 , ມີມີ່ ພູນຊັບ  ກໍໄດ້ຮ່ວມງານດັ່ງກ່າວ ເຊິ່ງຂໍບອກວ່ານາງຈັດເຕັມ ແຖມແຕ່ລະລຸກ ແຕ່ລະຊຸດຂອງນາງນັ້ນ ເອີ້ນໄດ້ວ່າກິນຂາດ ເບິ່ງແລ້ວສະຫງ່າງາມຫຼາຍໆ. ມີພາບບັນຍາກາດໃນງານທີ່ ສາວ ມິມີ່ ພູນຊັບ ເພິ່ນໄດ້ໄປມາຝາກແຟນໆ…ເວົ້າໄປຫຼາຍດຽວຈະຫາວ່າ ຊະນີIndy ຍ້ອງເກີນເຫດ… ໂດຍເບື້ອງຫຼັງຄວາມງາມຂອງ ສາວ ມິມີ່ ພູນຊັບ ກໍ່ແມ່ນໄດ້ຊ່າງແຕ່ງໜ້າຄິວທອງຫຼາຍທ່ານ ຂອງບ້ານເຮົາມາເປັນຄົນເນລະມິດຄວາມງາມໃຫ້ໃນເທື່ອນີ້ນັ້ນເອງ. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ມິມີ່ ພູນຊັບ ພົນໂຍທາ ກໍ່ຢ່າລືມໄລ້ ແຊຣ ລົວໆເປັນກຳລັງໃຈໃຫ້ນາງກັນແດ່ ເພາະຕ້ອງຍອມເລີຍວ່າ ນາງມີຄວາມງາມເລີດໆໆໆ ແຕ່ລະລຸກຂອງນາງກິນຂາດ ໃຜເຫັນກໍເປັນອັນວ່າຕ້ອງແນມ!!! ຂໍຂອບໃຈສຳລັບຮູບພາບຈາກ: FB/Miss …

Read More »

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ…

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ… ເປີດປະສົບການໃໝ່ຂອງການທ່ອງທ່ຽວແນວສິລະປະ ທີ່ບໍ່ໄດ້ຈໍາກັດພຽງຢູ່ໃນຮູບແຕ້ມ ຫຼື ປະຕິມະກໍາຊີ້ນເອກເທົ່ານັ້ນ ສໍາລັບ “Mori Building Digital Art Museum” ເຊິ່ງຕັ້ງຢູ່ໃນອາຄານ Palette Town ກຸງໂຕກຽວ ປະເທດຍີ່ປຸ່ນ ເປັນການຮ່ວມທາງລະຫວ່າງ Technology ກັບສິລະປະໄດ້ຢ່າງລົງຕົວ ເປີດໃຫ້ເຂົ້າຊົມຄັ້ງທໍາອິດເມື່ອວັນທີ 21 ມິຖຸນາ 2018 ທີ່ຜ່ານມາ… “Team Lab” ທີມຜູ້ສ້າງສັນຜົນງານ Digital Art ສຸດລໍ້າ ສັນຊາດຍີ່ປຸ່ນ ໂດຍເປັນການຮ່ວມມືກັນຂອງຜູ້ຊ່ຽວຊານດ້ານຕ່າງໆ ທັງສີລະປະ, ໂປຼແກຼມເມີ່, ວິສະວະກອນ, ສະຖາປະນິກ ແລະ ກຼາບຟິກດີຊາຍເນີ່ ແລະ ຜົນງານຄັ້ງຫຼ້າສຸດຂອງພວກເຂົາກໍຄື Mori Building Digital Art Museum ຫໍພິພີດຕະພັນ ດີຈີຕອລອາດ …

Read More »

ສຸດຍອດການປະຊັນສາວງາມ 18 ແຂວງ ປະເທດລາວ Miss Tourism Queen Laos 2018

ມາສ່ອງອີກໜຶ່ງເວທີ Miss Tourism Queen Laos 2018 ຫຼ້າສຸດເພສຫຼັກຂອງກອງປະກວດກໍ່ໄດ້ປ່ອຍຮູບພາບສາວງາມຜູ້ຜ່ານເຂົ້າຮອບທັງໝົດ 20 ຄົນ ແລະ ພິເສດແມ່ນການປະກວດໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາສາວງາມມາຈາກທົ່ວປະເທດລາວ ທັງໝົດ 18 ແຂວງ ທົ່ວປະເທດລາວ ເຊິ່ງມີສາວງາມ 17 ຕົວແທນຈາກ 17 ແຂວງ (ແຂວງລະ 1 ຄົນ) ແລະ ຈາກນະຄອນຫລວງວຽງຈັນ 3 ຕົວແທນສາວງາມ. ເຊິ່ງແຕ່ລະຕົວແທນສາວງາມ ແຕ່ລະແຂວງນັ້ນ ຂໍບອກວ່າໃຜເຫັນເປັນຕ້ອງຮ້ອງ Wowww ສາວລາວງາມຫຼາຍ… ສຳລັບການປະກວດ Miss Tourism Queen Laos 2018 ຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ …

Read More »

ບໍ່ຕ້ອງລົງທຶນ ບໍ່ຕ້ອງມີອຸປະກອນ ພຽງແຕ່ເຮັດແບບນີ້…ກໍ່ຈ່ອຍໄດ້!!!

“ເຜົາຜານໄຂມັນດ້ວຍການຍ່າງ” ຄົນເຮົາເມື່ອອາຍຸຫຼາຍຂຶ້ນ ການເຮັດວຽກຂອງລະບົບເຜົາຜານກໍເລີ່ມຕໍ່າລົງ ເຮັດໃຫ້ງ່າຍທີ່ຈະມີນໍ້າໜັກຕົວທີ່ເພີ່ມຂຶ້ນ ດັ່ງນັ້ນເລີຍຢາກຊວນສາວໆມາອອກກຳລັງກາຍຫຼຸດນໍ້າໜັກກັນຢ່າງຖືກວິທີ ຫຼືຫາກໃຜທີ່ບໍ່ມີເວລາອອກກຳລັງກາຍ ເຮົາກໍມີເຄັດລັບທີ່ຈະເຮັດໃຫ້ລະບົບເຜົາຜານໄດ້ຢ່າງເຕັມທີ່ດ້ວຍການຍ່າງນັ້ນເອງ… ການຍ່າງ ຖືເປັນການອອກກຳລັງກາຍທີ່ເຮັດໄດ້ຢ່າງງ່າຍດາຍ ບໍ່ຕ້ອງລົງທຶນ ແຖມບໍ່ຕ້ອງມີອຸປະກອນຫຍັງອີກດ້ວຍ ພຽງໝັ່ນຫາເວລາຍ່າງໃຫ້ຫຼາຍໆ ບໍ່ວ່າຈະເປັນການຍ່າງຂຶ້ນຂັ້ນໄດແທນລິບ ຍ່າງໄປກິນເຂົ້າແທນການນັ່ງລົດ ເພາະການຍ່າງຈະຊ່ວຍໃຫ້ກ້າມເນື້ອສ່ວນຫຼັກໆຂອງຮ່າງກາຍເຮັດວຽກໄດ້ຢ່່າງເຕັມທີ່ ຮັບຮອງການຍ່າງຈະຊ່ວຍໃນດ້ານການເຜົາຜານໄຂມັນ ແລະ ການຫຼຸດນໍ້າໜັກທີ່ເຮົາຕັ້ງໃຈໄວ້ກໍຈະປະສົບຜົນສຳເລັດໄດ້ເປັນຢ່າງດີ. ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: google

Read More »

Miss Laos world 2018 ອອກມາໂພສແບບນີ້…ຫຼັງຈາກໄດ້ຕຳແໜ່ງ!!!

ໄດ້ຕຳແໜ່ງມາແບບສົດໆຮ້ອນໆ ສຳລັບ ນ້ອງ ຕິກນໍ້າ ກະດຸມເພັດ ໄຊຍະວົງ Miss Laos world 2018 ທີ່ກຳລັງເປັນກະແສຮືຮາ ຈາກບັນດາເຫຼົ່າແຟນຄລັບນາງງາມ ແລະ ໃນວັນທີ 16 ກັນຍາ 2018 ທີ່ຜ່ານມາ Miss Laos world ຄົນໃໝ່ກໍ່ໄດ້ອອກມາໂພສຮູບພາບ ພ້ອມຄຳອະທິບາຍຈາກໃຈ ຜ່ານເຟສບຸກສ່ວນຕົວຂອງນາງເອງວ່າ… ງົດງາມ ອ່ອນຫວານ ສົມທີ່ໄດ້ຮັບຕຳແໜ່ງອັນຊົງກຽດ  Miss Laos world 2018, ຢ່າງໃດກໍ່ຂໍສະແດງຄວາມຍິນດີແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ #MissLaosworld2018 ຮູບພາບ: FB/TiikNam Xaiyavong

Read More »