7 ເລື່ອງງ່າຍໆ ທີ່ຍິ່ງເຮັດ ຍິ່ງສະຫຼາດຂຶ້ນ!! ເຄີຍໄດ້ຍິນຫຼາຍຄົນເວົ້າມາຕະຫຼອດວ່າ ຢາກສະຫຼາດກວ່ານີ້ເດ້… ແນ່ນອນວ່າສາວໆຫຼາຍຄົນເຖິງຈະບໍ່ເວົ້າອອກມາ ແຕ່ກໍເຊື່ອວ່າໃຜກໍຄົງຢາກເກັ່ງກັນໝົດຫັ້ນລະ ເພາະວ່າຍິ່ງເຮົາເກັ່ງຫຼາຍຂຶ້ນເທົ່າໃດ ກໍຍິ່ງຊຸກຍູ້ໃຫ້ສາວໆເຂົ້າເຖິງໂອກາດດີໆໃນຊີວິດໄດ້ຫຼາຍຂຶ້ນເທົ່ານັ້ນ ແມ່ນຫຼືບໍ່? ແຕ່ໃນຂະນະດຽວກັນ ສາວໆຫຼາຍຄົນກໍມັກເຂົ້າໃຈວ່າ ຄວາມສະຫຼາດນັ້ນເປັນພອນສະຫວັນມາແຕ່ເກີດ ຫຼືຈາກກໍາມະພັນ ໂດຍບໍ່ສາມາດປ່ຽນແປງ ຫຼືພັດທະນາໄດ້ເມື່ອອາຍຸຫຼາຍແລ້ວ ແຕ່ຄວາມຈິງ ກິດຈະກຳທີ່ເຮົາເຮັດຢູ່ທຸກໆມື້ໃນຊີວິດປະຈໍາວັນນີ້ ກໍສາມາດເຮັດໃຫ້ສາວໆປັບສະໝອງຈົນກາຍເປັນຄົນທີ່ສະຫຼາດຂຶ້ນໄດ້ເດີ້ຮູ້ບໍ່? ຈະແມ່ນກິດຈະກຳຫຍັງແດ່ ໄປອ່ານພ້ອມກັນເລີຍ ສະຫຼາດທີ່ຈະ Online ໃຫ້ໄດ້ປະໂຫຍດ ຄົນຍຸກ Digital ມັກເປັນພະຍາດເສບຕິດການ Online ແລະ ໃຊ້ເວລາສ່ວນຫຼາຍຢູ່ໃນໂລກ Online ສະນັ້ນ ເຮົາກໍຕ້ອງຊອກປະໂຫຍດຈາກມັນໃຫ້ໄດ້ຫຼາຍໆ ເພາະຄົນສ່ວນໃຫຍ່ກໍມັກ Online ພຽງເພື່ອຝອຍກັບໝູ່ຄູ່ ບາງຄົນກໍຫຼິ້ນເພື່ອຜ່ອນຄາຍອາລົມ ແຕ່ຄວາມຈິງແລ້ວ ໂລກ Online ເປັນຂຸມຊັບທາງປັນຍາຊັ້ນດີ ສໍາລັບຄົນຢາກຊອກຄວາມຮູ້ເລີຍເດີ້ ເພາະມັນຮວບຮວມເອົາຂໍ້ມູນຈາກທົ່ວໂລກໃນຫຼາຍໆດ້ານ ທີ່ສາວໆບໍ່ຄວນເບິ່ງຂ້າມໄປເດັດຂາດ ຮູ້ຈັກບັນທຶກວ່າເຈົ້າຮຽນຮູ້ຫຍັງໄປແດ່ ສາວໆຮູ້ບໍ່ວ່າທຸກສິ່ງທຸກຢ່າງໃນຊີວິດທີ່ເຮົາພົບເຫັນນັ້ນ ສາມາດກາຍເປັນບົດຮຽນຊັ້ນດີໃຫ້ເຮົາໄດ້ ຢູ່ທີ່ເຮົາເລືອກເຫັນມັນເປັນບົດຮຽນ ຫຼືເປັນເລື່ອງໄຮ້ສາລະໄປ …
Read More »ໄວໜຸ່ມ
ວ່າແດດຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! (ສ່ອງຄົນບັນເທີງໃນຊຸດລອຍນໍ້າສຸດເຊັກຊີ່)
ວ່າແດດປະເທດລາວຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! ທັກທາຍສະບາຍດີແຟນໆ ໃນມື້ນີ້ເຮົາຈະມາອັບເດດກະແສຊຸດລອຍນໍ້າ ຂອງເຫຼົ່າສາວໆຄົນບັນເທີງບ້ານເຮົາ ໄລຍະຫຼັງໆມານີ້ເຮົາກໍ່ຈະເຫັນບັນດາ ດາລາ ນາງງາມ ຫຼື ເນັດໄອດໍ້ຄົນດັງເຊັ່ນ: ແອັບເປີ້ນ ສີສະຫງຽນ, ຈີ່ຈີ່ ພອຍໄພລິນ, ຫຼິງຫຼິງ ປິຍະດາ, ຟ້າໃສ ຈິນນາລີ, ມຸກ ກິດສະດາ ແລະ ມີ່ມີ່ ວິລະພອນ ໄປພັກຜ່ອນທ່ອງທ່ຽວ ພ້ອມທັງໃສ່ຊຸດລອຍນໍ້າ ໂຊຫຸ່ນເຊັກຊີ່ ອວດຜິວດີໆ ຜ່ານໂຊຊ່ຽວໃຫ້ບັນດາແຟນຄລັບໄດ້ອັບເດດ ແລະ ກົດໄລ້ ກົດແຊຣກັນລົວໆ… ຈະມີໃຜແດ່ນັ້ນລອງມາເບິ່ງກັນ!!! ແອັບເປີ້ນ ສີສະຫງຽນ ສີຫາລາວ (ດາລາ-ເນັດໄອດໍ້) ສາວຄົນນີ້ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ຈີ່ຈີ່ ພອຍໄພລິນ (ເນັດໄອດໍ້) ຄົນນີ້…ບໍ່ຕ້ອງເວົ້າຫຍັງຫຼາຍເນາະ ບອກເລີຍວ່າທັງງາມ ແລະ ເຊັກຊີ່ ແບບບໍ່ຕ້ອງພະຍາຍາມຫຍັງເລີຍ ຄະແນນເຕັມ 10 ໄປເລີຍ!!! ຫຼິງຫຼິງ ປິຍະດາ …
Read More »12 ນ້ອງນັກຮຽນດີເດັ່ນ ເດີນທາງແລກປ່ຽນທີ່ປະເທດ ຍີ່ປຸ່ນ ຄັດເລືອກໂດຍກະຊວງສຶກສາທິການ ແລະ ກິລາ.
ສະບາຍດີ ໝູ່ເພື່ອນທຸກໆຄົນ ໃນມື້ນີ້ ຂວັນໃຈ ເຮົາມີເລື່ອງລາວ ຂ່າວສານ ແວດວົງ ການສຶກສາ ແລະ ກິດສະກຳຕ່າງໆມາຕ້ອນມາຝາກກັນເຊັ່ນເຄີຍ ເຊິ່ງໃນມື້ນີ້ເຮົາຈະມາອັບເດດຂ່າວສານກິດຈະກຳດີໆທີ່ບັນດາ ນ້ອງໆ ແລະ ໝູ່ເພື່ອນໄດ້ໄປແລກປ່ຽນການຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນ… ໃນວັນທີ 17 ກັນຍາ 2018 ທີ່ຜ່ານມາ, ນັກຮຽນມັດທະຍົມຕອນປາຍ 12 ຄົນ, ລັດຖະກອນ 2 ທ່ານ ແລະ ພະນັກງານຈາກສະຫະພັນຣັກບີ້ລາວ 1 ທ່ານໄດ້ເດີນທາງໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນໃພໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ທີ່ຍີ່ປຸ່ນໃນລະຫວ່າງວັນທີ 18 ຫາ 25 ກັນຍາ 2018. ການແລກປ່ຽນຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນແມ່ນເພື່ອແນ່ໃສ່ການເພີ່ມຄວາມສົນໃຈໃນກິລາຣັກບີ້ລະຫວ່າງປະເທດອາຊຽນທີ່ຄາດຫວັງຈະເຂົ້າຮ່ວມໃນການແຂ່ງຂັນກິລາຣັກບີ້ໂລກ 2019 ທີ່ຈະຖືກຈັດຂຶ້ນຢູ່ປະເທດຍີ່ປຸ່ນ. ບັນດານັກຮຽນທີ່ມີຄວາມກະຕືລືລົ້ນໃນການຫຼິ້ນກິລາແມ່ນໄດ້ຖືກເຊື້ອເຊີນ ແລະ ຈະໄດ້ຮຽນການທູດໃນອະນາຄົດໂດຍຜ່ານກິດຈະກໍາກິລາ ແລະ ຫຼິ້ນກິລາແທ໋ກຣັກບີ້ກັບບັນດານັກຮຽນລຸ້ນດຽວກັນຈາກຍີ່ປຸ່ນ ແລະ ປະເທດອື່ນໆໃນອາຊຽນ. ນັກຮຽນລາວທັງ 12 …
Read More »ພາກປະຊາສັງຄົມ ເກົາຫລີໃຕ້ ຮຽກຮ້ອງໃຫ້ ບໍລິສັດ SK ຮັບຜິດຊອບກໍລະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ສປປ ລາວ
ເກົາຫລີໃຕ້ ກຸ່ມເຄືອຂ່າຍພາກປະຊາສັງຄົມ ເກົາຫລີໃຕ້ ແລະ ໄທ ຮຽກຮ້ອງໃຫ້ບໍລິສັດ SK ຮັບຜິດຊອບຕໍ່ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ສາເຫດທີ່ແທ້ຈິງ. ດັ່ງ ທ່ານນາງ YUN JI YOUNG ອົງການ Peace MOMO ປະເທດເກົາຫລີໃຕ້ ກ່າວໃນວັນທີ 18 ກັນຍາ ວ່າ: “ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນລະຫວ່າງ ທີ່ກຸ່ມເຄືອຂ່າຍ ຈາກກໍາປູເຈຍ ແລະໄທ ເດີນທາງມາ ເກົາຫລີໃຕ້ ແຕ່ທາງບໍລິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະ ບໍ່ຕອບກັບຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນ ເຮົາຈຶ່ງຕ້ອງການໃຫ້ ບໍລິສັດ …
Read More »ເປີດໂປຟາຍ! ຢຸ້ຍ ສັນທະນີ ຈາກອະດີດເຄີຍເຮັດອາຊີບທີ່ຫຼາຍຄົນໄຝ່ຝັນສູ່…Miss Supranational Laos 2018
ກຳລັງເປັນກະແສກັນເລີຍ ສຳລັບ ຢຸ້ຍ ສັນທະນີ ໄຊມະນີວັນ Miss Supranational Laos 2018 ຄົນໃໝ່ ຄົນຫຼ້າສຸດ ເຊິ່ງໄດ້ມີການມອບຕຳແໜ່ງກັນແບບສົດໆຮ້ອນໆ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ອາດຈະງົງ ສົງໃສ ວ່ານາງແມ່ນໃຜ ແລະ ມີການປະກວດຕອນໃດ… ຫັ້ນແນ່…ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຄົນເກົ່າເຈົ້າເດີມ ຈະມີໄຂຂໍ້ສົງໃສ ພ້ອມກັບເປີດໂປຟາຍ (profile) ສາວ ຢຸ້ຍ ຄົນນີ້ໃຫ້ໄດ້ຮູ້ກັນໄປເລີຍວ່ານາງເປັນໃຜ? ມາມາ…ມາເລີ່ມກັນເລີຍ ສັນທະນີ ໄຊມະນີວັນ (ຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ Miss Supranational Laos 2018 ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ Miss …
Read More »