ມາອັບເດດການປະກວດ ມິສແກຣນ ທີ່ຈະຈັດຂຶ້ນໃນໄວໆນີ້ ເຊິ່ງຫຼ້າສຸດ ເພສຫຼັກ Miss Grand International ກໍ່ໄດ້ປ່ອຍຄລິບວິດີໂອແນະນຳຕົວຂອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໃຫ້ຄົນທົ່ວໂລກໄດ້ເຫັນ… ມາເບິ່ງກັນ…ວ່າ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ແນະນຳຕົວໃຫ້ຊາວໂລກໄດ້ຮູ້ຈັກແນວໃດ… Introductory VDO of #MissGrandLaos2018#NobphalatSikaiphak#MGI #MissGrandInternational #Top3beautypageantoftheworld #RoadtoMissGrandInternational2018#MissGrandLaos Posted by Miss Grand International on Tuesday, September 25, 2018 ເຊິ່ງວິດີໂອຖືກປ່ອຍບໍ່ພໍຂ້າມຄືນ ກໍ່ເຮັດົໃຫ້ມີຄົນສົນໃຈມີຜູ້ຄົນເຂົ້າໄປເບິ່ງ ກົດໄລ້ ກົດແຊຣ ວິດີໂອດັ່ງກ່າວຢ່າງຫຼວງຫຼາຍ. ອີກບໍ່ດົນນີ້ຄົນລາວເຮົາກໍ່ຈະໄດ້ລຸ້ນ ໄດ້ເຊຍການປະກວດລະດັບໂລກ Miss Grand International 2018 …
Read More »ໄວໜຸ່ມ
ບໍ່ທຳມະດາ! ເຈນນີ້ ຕົ້ນຄຳ ຖືກເຊີນໄປເດີນແບບ ໃນຖານະນາງແບບອາຊີ ທີ່ປະເທດ ອິນໂດເນເຊຍ!!!
ຫຼັງຈາກອຳລາຕຳແໜ່ງຈາກ Miss World Laos 2017 ໄປແລ້ວ ຫຼ້າສຸດກໍ່ເອີ້້ນສຽງຮືຮາ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ໄດ້ອອກມາໂພສໃຫ້ແຟນຄລັບໄດ້ຮູ້ວ່ານາງໄດ້ເດີນທາງໄປເປັນໜຶ່ງໃນງານເດີນແບບ Surabaya ທີ່ ປະເທດ ອິນໂດເນເຊຍ ເຊິ່ງງານນນີ້ ເຈນນີ້ ໄດ້ຖືກເຊີນໄປເດີນແບບ ໃນຖານະນາງແບບເອເຊຍ ຂອງປະເທດລາວ. (ໂອ້ວ້າວວວວ ບໍ່ທຳມະດາກັນເລີຍ!!!) ເມື່ອບໍ່ດົນມານີ້ ເຈນນີ້ ຫາກໍ່ຜ່ານພົ້ນຊ່ວງອຳລາຕຳແໜ່ງຈາກ Miss World Laos 2017 ແລະ ກໍ່ ໄດ້ສົ່ງຕໍ່ຕຳແໜ່ງອັນຊົງກຽດໃຫ້ ຕິກນໍ້າ ກະດຸມເພັດ Miss World Laos 2018 ຄົນໃໝ່. ຢ່າງໃດ!!! ກໍ່ຝາກເປັນເປັນກຳລັງໃຈໃຫ້ ສາວ ເຈນນີ້ ຕົ້ນຄຳພົນຈັນເຮືອງ Miss World Laos 2017 ກັນແດ່ເດີ້ແຟນໆ. ຮູບພາບ: Tonkham Phonchanheuang
Read More »“Satoyama” ພື້ນທີ່ສີຂຽວ ແຫຼ່ງທ່ອງທ່ຽວໃນຊົນນະບົດຂອງຍີ່ປຸ່ນ
“Satoyama” ພື້ນທີ່ສີຂຽວ ແຫຼ່ງທ່ອງທ່ຽວໃນຊົນນະບົດຂອງຍີ່ປຸ່ນ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວໃນຍີ່ປຸ່ນ ຮ້ອຍທັງຮ້ອຍກໍມັກຈະຄິດຫາເມືອງໃຫຍ່ຢ່າງ ເມືອງໂຕກຽວ ແລະ ເມືອງ ໂອຊາກ້າ. ແຕ່ກໍມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍເລີຍ ທີ່ຫຼົງໄຫຼຄວາມງາມຂອງທໍາມະຊາດ ຫຼາຍກວ່າແສງສີ… ເຖິງວ່າປະເທດຍີ່ປຸ່ນຈະເປັນປະເທດທີ່ຂຶ້ນຊື່ເລື່ອງເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ ແຕ່ຍັງມີຄົນອີກຈໍານວນຫຼາຍ ໃນເຂດຊົນນະບົດທີ່ຍັງຄົງຢູ່ກັບ ວັດທະນະທໍາດັ້ງເດີມ ແລະ ອາໄສການເຮັດກະສິກໍາເພື່ອລ້ຽງຊີບພວກເຂົາເອີ້ນວິຖີວິດແບບນີ້ວ່າ ຊາໂຕຍາມະ (Satoyama) ເຊິ່ງມື້ນີ້ ຂວັນໃຈເຮົາກໍຢາກຈະນໍາພາສາວໆສາຍທ່ອງທ່ຽວທໍາມະຊາດ ໄປສໍາພັດກັບ Satoyama ພື້ນທີ່ປູກຝັງເຂດຊົນນະບົດຂອງຍີ່ປຸ່ນ… ຈະເປັນແນວໃດນັ້ນໄປເບິ່ງເລີຍ! Satoyama ເປັນພື້ນທີ່ປູກຝັງບໍລິເວນຕີນພູ, ໂອບອ້ອມດ້ວຍທົ່ງນາ, ປ່າໄມ້ ແລະ ພູຜາສະລັບຊັບຊ້ອນ ເຮັດໃຫ້ເຂດຊົນນະບົດແຫ່ງນີ້ ມີສີຂຽວອຸ່ມທຸ່ມຕະຫຼອດປີ ແລະ ສ້າງລະບົບນີເວດໃຫ້ເປັນທີ່ຢູ່ຂອງສັດ, ມວນແມງໄມ້ ແລະ ພຶກສານາໆຊະນິດ. ຮູບສະທ້ອນພື້ນນໍ້າຂອງຍອດພູເຂົາຟູຈິ ທີ່ສາມາດເບິ່ງເຫັນໄດ້ ພ້ອມກັບທິວທັດທີ່ປ່ຽນໄປຕາມແຕ່ລະເວລາຕ່າງໆໃນແຕ່ລະມື້. ແຕ່ໜ້າເສຍດາຍທີ່ປັດຈຸບັນພື້ນທີ່ Satoyama ກໍາລັງຕົກຢູ່ໃນສະພາບທີ່ຊຸດໂຊມ ເນື່ອງຈາກສ່ວນໜຶ່ງເປັນຍ້ອນຄວາມທັນສະໄໝ ເຊິ່ງເກີດຈາກນະວັດຕະກໍາຂອງ ເທັກໂນໂລຍີ່. …
Read More »Check ບ່ອນພັກກ່ອນໄປວັງວຽງ!!! ເລືອກໃຫ້ເໝາະກັບ Life Style ຂອງຕົວເອງ…
ວັງວຽງເປັນເມືອງນ້ອຍໆ ຕັ້ງຢູ່ທ່າມກາງສາຍພູ ມີສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາຕ່າງໆທີ່ໜ້າສົນໃຈ ເປັນປາຍທາງຈຸດພັກຜ່ອນຂອງຄົນໃນເມືອງ ທີ່ຕ້ອງການຈະໄປພັກຜ່ອນຢ່ອນໃຈ ໂດຍສະເພາະຄົນທີ່ຢູ່ຕົວເມືອງ ນະຄອນຫຼວງວຽງຈັນ ຖືວ່ານິຍົມໄປກັນຫຼາຍ ເພາະດ້ວຍໄລຍະທາງທີ່ຫ່າງກັນພຽງແຕ່ປະມານ 160 ກິໂລແມັດເທົ່ານັ້ນ ຈຶ່ງສາມາດຂັບລົດໄປເອງໄດ້ ຈະໄປກັບ ຫຼື ນອນຄ້າງຄືນກໍຍັງໄດ້… ສ່ວນກິດຈະກໍາຫຼັກທີ່ໄປວັງວຽງແລ້ວຕ້ອງຮູ້ (ເລືອກຫຼິ້ນໄດ້ຕາມຄວາມມັກ) ໄດ້ແກ່: ການລ່ອງກົງເບັງ (Tubing), ພາຍເຮືອຄາຍັກເທິງສາຍນໍ້າຊອງ, ຂີ່ຊິງຊ້າລອຍຟ້າບໍລິເວນຖໍ້ານອນ, ຫຼິ້ນນໍ້າທີ່ Blue Lagoon ຖືວ່າເປັນກິດຈະກໍາທີ່ສະບາຍສະບາຍ… ສ່ວນສໍາລັບສາຍພະຈົນໄພກໍຍັງມີກິດຈະກໍາໃຫ້ຫຼິ້ນຫຼາກຫຼາຍບໍ່ວ່າຈະເປັນ ປີນຜາ, ຂີ່ສະລິງ ມີຖໍ້າງາມໆໃຫ້ເລືອກໄປເຊັ່ນ ຖໍ້າຈັງ, ຖໍ້ານໍ້າ, ຖໍ້າປູຄໍາ, ຖໍ້າຊ້າງ, ເມືອງລັບແລ, ຜາເງິນ… ດິນແດນວ່າງເປົ່າລະຫວ່າງກາງສາຍພູ ທີ່ເຄີຍເປັນໝູ່ບ້ານຂອງຊົນເຜົ່າມົ້ງ ມີສາຍນໍ້າຊອງໄຫຼຜ່ານ ວັງວຽງຈຶ່ງເປັນສະຖານທີ່ນິຍົມສໍາລັບນັກທ່ອງທ່ຽວ Style Backpacker. ສາວໆຮູ້ແລ້ວວ່າ ໄປວັງວຽງຈະໄປເຮັດຫຍັງ? Plan ໄວ້ເລີຍຈະໄປໃສແດ່ ແຕ່… ຫຼາຍຄົນ …
Read More »ຂວັນ ອຸສາມະນີ ເດີນທາງເຊັນອິນປະເທດລາວ ແຟນຄລັບຊາວລາວແຫ່ຄອມເມັ້ນແບບນີ້…
ເດີນທາງມາຢ້ຽມຢາມປະເທດລາວເລື້ອຍໆ ໃນວັນທີ 20 ກັນຍາ 2018 ທີ່ຜ່ານມາ ຂວັນ ອຸສາມະນີ ໄວທະຍານົນ ນັກສະແດງຊື່ດັງປະເທດໄທ ກໍ່ໄດ້ເດີນທາງມາທີ່ ແຂວງສະຫວັນນະເຂດ ປະເທດລາວ ເພື່ອໃຫ້ບັນດາແຟນຄລັບຊາວລາວໄດ້ ກຣີດໆໆໆ……. ກັນຖ້ວນໜ້າ!!! ເຊິ່ງ ສາວ ຂວັນ ກໍ່ຍັງໄດ້ໂພສຮູບພາບ ພ້ອມຄລິບ ໃນຂະນະທີ່ຢູ່ໃນ ປະເທດລາວ ໃຫ້ແຟນຄລັບທັງໄທ ແລະ ລາວ ໄດ້ອັບເດດກັນ ແລະ ກໍ່ຍັງມີບັນດາແຟນຄລັບຊາວລາວເຂົ້າໄປສະແດງຄວາມຄິດເຫັນວ່າ ຍິນດີຕ້ອນຮັບນັກສະແດງສາວຄົນນີ້ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ. View this post on Instagram ? #laos A post shared by Kwan Usamanee Official (@kwanusa9) on Sep 18, 2018 at …
Read More »