Breaking News

ໄວໜຸ່ມ

(ທຸກໆຢ່າງເປັນໄປໄດ້ຖ້າໃຈສູ້) ຈາກເດັກຕົ້ນທຶນຊີວິດຕໍ່າ ໃຫ່ຍມາທ່າມກາງກອງຂີ້ເຫຍື້ອ ສູ່ນັກຮຽນທຶນມະຫາວິທະຍາໄລອັນດັບໜຶ່ງໃນ Australia 

ມາເບິ່ງເລື່ອງລາວສ້າງແຮງບັນດານໃຈ ຈາກສາວນັກສູ້ຜູ້ບໍ່ຍອມແພ້ຕໍ່ຕົ້ນທຶນຊີວິດຂອງຕົວເອງ Sophie Ron  ເປັນແມ່ຍິງສັນຊາດ ກຳປູເຈຍ ທີ່ບໍ່ໄດ້ມີຕົ້ນທຶນຊີວິດດີຄືກັບຄົນອື່ນໆ ເກີດມາໃນຊົນຊັ້ນທຸກຍາກ ອາໄສໃນສະຖານທິີ່ກອງຂີ້ເຫຍື້ອ ໃນເມືອງ ພະນົມເປັນ ປະເທດ ກຳປູເຈຍ ຕັ້ງແຕ່ເກີດມານາງບໍ່ເຄີຍໄດ້ກິນອາຫານແຊບ ຫຼື ອີ່ມຄົບ 3 ຄາບ ຄືກັບຄົນອື່ນ ອົດໆຢາກໆມາຕະຫຼອດ, ແຕ່ສິ່ງໜຶ່ງທີ່ນາງຄິດ ແລະ ມີເປົ້າໝາຍມາຕະຫຼອດວ່າ ນາງຈະບໍ່ຍອມໃຫ້ຄວາມທຸກມາຂວາງທາງຄວາມຝັນ ແລະ ສິ່ງທີ່ຈະເປັນເຂັມທິດນຳພາໄປສູ່ຄວາມຝັນນັ້ນກໍຄື ຄວາມອົດທົນ ຕັ້ງໃຈ ແລະ ມຸ່ງໝັ້ນທີ່ມີໃນໂຕຂອງລາວນັ້ນເອງ ເສັ້ນທາງຊີວິດຂອງ Sophie Ron ໃນຕອນນັ້ນນາງມີອາຍຸ 11 ປີ ເຖິງແມ່ນວ່າຈະມີຈຸດເລີ່ມຕົ້ນມາຈາກເປັນເດັກນ້ອຍທີ່ໃຫ່ຍມາຈາກກອງຂີ້ເຫຍື້ອ ແຕ່ນາງກໍບໍ່ເຄີຍຍອມແພ້ເລີຍ ເຖິງວ່າຈະບໍ່ໄດ້ເຂົ້າໂຮງຮຽນຄືກັບເດັກນ້ອຍຄົນອື່ນ ແຕ່ Sophie ກໍບໍ່ຍອມແພ້ຕໍ່ຊີວິດ ນາງໄດ້ສຶກສາຫາຄວາມຮູ້ດ້ວຍຕົວເອງຈາກໜັງສືເກົ່າໆ ທີ່ຄົນນຳມາຖິ້ມໄວ້ ໃນໄລຍະບໍ່ພຽງເທົ່າໃດ ຍ້ອນຄວາມໄຝ່ຮູ້ ເລີຍເຮັດໃຫ້ສາມາດອ່ານອອກຂຽນໄດ້ ແລະ ນັ້ນກໍຖືເປັນຈຸດເລີ່ມຕົ້ນຂອງການໄຝ່ຮູ້ທີ່ຈະຮຽນຂອງແມ່ຍິງຄົນນີ້… ຕໍ່ຈາກນັ້ນ Sophie Ron ກໍໄດ້ຮັບໂອກາດຈາກກອງທືນສົ່ງເສີມເດັກນ້ອຍໃນກຳປູເຈຍ (CCE) ໃຫ້ໄດ້ຮັບການສຶກສາທີ່ …

Read More »

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …

Read More »

ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)

ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ  ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy

Read More »

ແຟນໆວ່າແນວໃດ? ໜຸ່ມລາວອອກມາໂພສແບບນີ້… ຫຼັງຈົບການປະກວດ Mister National Universe 2019 ທີ່ປະເທດໄທ

ຕັດສິນກັນໄປແລ້ວ… ສຳລັບເວທີ Mister National Universe 2019 ທີ່ຈັດຂຶ້ນທີ່ ປະເທດໄທ, ເຊິ່ງການປະກວດດັ່ງກ່າວກໍມີ  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ໄປເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ… ແຕ່ກໍເປັນປະເດັນຂຶ້ນມາໃຫ້ແຟນໆໄດ້ສົ່ງກຳລັງໃຈກັນເລື້ອຍໆ ເຊິ່ງເຖິງແມ່ນວ່າຕົວແທນຈາກລາວເຮົາຈະບໍ່ສາມາດຄວ້າລາງວັນໃດໆມາຝາກພໍ່ແມ່ພີ່ນ້ອງຊາວລາວເລີຍ ແຕ່ກໍຖືວ່າ ໜຸ່ມ ບີ້ ໄດ້ເຮັດດີທີ່ສຸດແລ້ວ ແລະ ຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: “ຂອບໃຈທຸກກຳລັງໃຈພີ່ນ້ອງຊາວລາວທີ່ມອບໃຫ້ ນີ້ຄືລາງວັນທີ່ຄຸ້ມຄ່າ ແລະ ດີທີ່ສຸດສຳລັບຂ້າພະເຈົ້າ” ພໍແຕ່ໂພສນີ້ຖືກເຜີຍແຜ່ກໍເຮັດໃຫ້ມີແຟນໆເຂົ້າໄປໃຫ້ກຳລັງໃຈ ບີ້ ໄຊຍະສິດ Mister National Universe Laos 2019 ກັນຢ່າງຫຼວງຫຼາຍ. ເຖິງແມ່ນວ່າຈະບໍ່ໄດ້ລາງວັນໃດໆ ແຕ່ເອົາເປັນວ່າໜຸ່ມຕົວແທນຈາກລາວເຮົາກໍເຮັດດີທີ່ສຸດແລ້ວ ຝາກເປັນກຳລັງໃຈໃຫ້ໜຸ່ມຄົນນີ້ກັນຫຼາຍໆເລີຍໂລດເນາະແຟນໆ ສຳລັບຜູ້ຊະນະເລີດໄດ້ຮັບຕຳແໜ່ງ  Mister National Universe 2019 ໄປຄອງໃນປີນີ້ໄດ້ແກ່ Vikash Usham ຈາກເມືອງ Manipur ປະເທດ India (ຂໍສະແດງຄວາມຍິນດີນຳຫຼາຍໆ) (ຂໍຂອບໃຈຮູບພາບ) Story: …

Read More »

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …

Read More »