Breaking News

ໄວໜຸ່ມ

ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)

ເປັນກະແສກັນອີກແລ້ວແຟນໆ ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ເຊິ່ງແນ່ນອນເລີຍວ່າແຟນໆຊາວລາວທຸກໆຄົນຕາງກໍພາກັນກຽມລຸ້ນວ່າ ຊຸດປະຈຳຊາດຂອງ  Miss Queen Laos 2019 ຈະມີຄວາມອະລັງການ ແລະ ງົດງາມພຽງໃດ ແລະ ຮູ້ບໍ່ວ່າຄົນທີ່ອອກແບບຊຸດໃຫ້ ປໍ້ ຕະການ ໄດ້ສວມໃສ່ເພື່ອເສີດສາຍໃນເວທີໂລກໃນປີນີ້ກໍຄື ຄຳພີ ອະລັງການ ນັກອອກແບບຊື່ດັງ ທີ່ອອກແບບຊຸດປະຈຳຊາດໃຫ້ນາງງາມລາວ ແລະ ສາມາດຄວ້າລາງວັນຊຸດປະຈຳຊາດດີເດັ່ນລະດັບໂລກມາແລ້ວຫຼາຍເວທີ… ເອົາເປັນວ່າງານນີ້ອະລັງການງານສ້າງແນ່ນອນ, ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? …

Read More »

ປະເທດລາວສົ່ງ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” ເພື່ອເຂົ້າຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Planet International ທີ່ກຳປູເຈຍ.

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Planet International ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Planet International ທີ່ປະເທດ ກຳປູເຈຍ.  ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ມີ່ມີ່ ວິລະພອນ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Planet International ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຄອນເຊັບ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” (ລອງມາເບິ່ງ!!!) “ເຊິ່ງແນວຄວາມຄິດ ແລະ ແຮງບັນດານໃຈໃນການອອກແບບຊຸດໃນຄັ້ງນີ້ ມາຈາກຫຸ່ນເຊີດ ຫລື ຫຸ່ນຕຸກກະຕາ ງານບຸນປະເພນີ ບັ້ງໄຟລາວ …

Read More »

ມາຮູ້ຈັກ! ອາຫານຫຼຸດໜ້າທ້ອງ ກິນແລ້ວສຸຂະພາບດີ ບໍ່ມີຄຳວ່າ “ຕຸ້ຍ” ແນ່ນອນ!!!

1. ໝາກກ້ວຍ ຊ່ວຍຫຼຸດຄວາມຄຽດ ຄວບຄຸມອາລົມ ຫຼຸດຄວາມດັນເລືອດ ແຖມປ້ອງກັນອາການທ້ອງອືດ 2. ໝາກໄມ້ລົດສົ້ມ ມີວິຕາມິນຊີສູງ ປ້ອງກັນໄຂ້ຫວັດ ນອກຈາກນີ້ຍັງມີໄຍອາຫານສູງ ສາມາດປ້ອງກັນມະເຮັງລຳໃສ້ໄດ້ເປັນຢ່າງດີ 3. ໝາກເລັ່ນ  ມີສານໄລໂຄປີນ ຊ່ວຍປ້ອງກັນມະເຮັງຕ່ອມລູກໝາກ ຫຼຸດຄວາມສ່ຽງໃນການເປັນພະຍາດຫຼອດເລືອດຕີບໃນສະໝອງ ແລະ ຊ່ວຍເສີມສ້າງຜິວພັນໃຫ້ຜ່ອງໃສ 4. ເຂົ້າກ້ອງ ຊ່ວຍປ້ອງກັນອາການມຶນ ຊາ ມີໄຍອາຫານສູງຊ່ວຍລະບົບຂັບຖ່າຍ ຊ່ວຍໃຫ້ຫົວໃຈແຂງແຮງ ປ້ອງກັນຄວາມສ່ຽງຈາກໂລກຫົວໃຈວາຍ ອຸດົມໄປດ້ວຍວິຕາມິນບີ ຊ່ວຍບຳລຸງປະສາດປ້ອງກັນສະໝອງເຊື່ອມ ແລະ ຊ່ວຍຫຼຸດນໍ້າຕານໃນເລືອດ 5. ໝາກອຶ ມີເບຕ້າແຄໂລທີນຊ່ວຍບຳລຸງສາຍຕາ ຊ່ວຍປ້ອງກັນໂຣກຫົວໃຈ ຊ່ວຍຫຼຸດໄຂມັນບໍ່ດີ ຊ່ວຍບຳລຸງຮ່າງກາຍ 6. ທັນຍະພືດ ໄດ້ແກ່ ຖົ່ວຂຽວ ຖົ່ວເຫຼືອງ ຖົ່ວແດງ ຖົ່ວດຳ ຊ່ວຍຫຼຸດນໍ້າຕານ ແລະ ໄຂມັນ ຫຼຸດຄວາມດັນເລືອດ ບຳລຸງສະໝອງ ເພີ່ມປະສິດທິພາບໃນການຮຽນຮູ້ຂອງສະໝອງ ອີກທັງຍັງຊ່ວຍຫຼຸດອາການຫງຸດງິດໃຈຮ້າຍໃນແມ່ຍິງໄວທອງອີກດ້ວຍ …

Read More »

ເປັນຕາມ່ວນ! ຄົນບັນເທີງຮ່ວມງານເທສະການຮູບເງົາ ຍີ່ປຸ່ນ (3rd Japanese Film Festival)

ສິ້ນສຸດກັນໄປແລ້ວສຳລັບງານ ເທສະການຮູບເງົາ ຍີ່ປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ທີ່ໃນວັນທີ 22 ກຸມພາ 2019 ທີ່ຜ່ານມາກໍໄດ້ມີການເປີດສາຍໃນຮອບພິເສດ ແລະ ມີເປີດໃຫ້ແຟນໆໄດ້ເຂົ້າຊົມກັນແບບເຕັມອີ່ມໃນວັນທີ 23-24 ກຸມພາ 2019 ທີ່ຜ່ານມາ… ພຽງແຕ່ເວົ້າແຟນໆອາດຈະບໍ່ເຫັນພາບ ດັ່ງນັ້ນ! ຈະພາແຟນໆມາສ່ອງພາບບັນຍາກາດ ພາຍໃນງານ ເທສະການຮູບເງົາ ຍີ່ປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ຂໍບອກວ່າງານນີ້ມີການນຳຈາກທາງພາກລັດ ພ້ອມທັງເຫຼົ່າດາລາ ນັກຮ້ອງ ເຊເລັບ ເນັດໄອດໍ້ ນາງງາມ ແລະ ແຟນໆເຂົ້າຮ່ວມງານກັນຢ່າງຫຼວງຫຼາຍ… ເຫັນບັນຍາກາດແລ້ວ ຄຶກຄຶ້ນ ຄຶກຄັກ ເປັນຕາມ່ວນສຸດໆເລີຍວ່າບໍ່ແຟນໆ!!! ຮູບພາບ: FB/Tara Academy …

Read More »

ເຊຍສຸດໃຈ! ສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທດໄທ.

ຫຼັງຈາກທີ່ມີປະກາດຢ່າງເປັນທາງການໄປແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ຫຼ້າສຸດວັນທີ 25 ກຸມພາ 2019 ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ກໍໄດ້ເດີນທາງເພື່ອໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ທີ່ຈັດຂຶ້ນທີ່ ພັດທະຍາ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ. ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ?????? ຮູບພາບ: fb/Por …

Read More »