Breaking News

News

ອັບເດດ ຕົວເລກຫຼ້າສຸດ “ໄວຣັສ ອັກເສບປອດ” ຈາກ ສປຈີນ ແລະ ແຈ້ງການໃຫ້ຄົນລາວ ກຽມຮັບມືກັບເຊື້ອໄວຣັສສາຍພັນໃໝ່

ປັດຈຸບັນ ມີເຊື້ອພະຍາດຫຼາຍຊະນິດເກີດຂຶ້ນເຊິ່ງເປັນສິ່ງທີ່ເຮົາເບິ່ງບໍ່ເຫັນໄດ້ດ້ວຍຕາເປົ່າ ແລະ ຄາດການໄດ້ຍາກ ແນ່ນອນວ່າມັນເກີດຂຶ້ນໄດ້ທຸກເມື່ອສະນັ້ນ ທຸກຄົນຄວນມີສະຕິຮັກສາສຸຂະພາບຕົນເອງໃຫ້ດີ ໂດຍສະເພາະໄລຍະນີ້ ພະຍາດທີ່ກຳລັງລະບາດຫຼາຍທີ່ສຸດ ກໍໜີບໍ່ພົ້ນ ‘ໄວຣັສອັກເສບປອດ’  ເຊິ່ງໄວຣັສສາຍພັນໃໝ່ນີ້ກຳລັງຖືກກ່າວເຖິງຫຼາຍທີ່ສຸດ ແລະ  ຕອນນີ້ເຊື່ອພະຍາດຊະນິດນີ້ມີການລະບາດຢ່າງຫນັກ ເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ.  ໃນຊ່ວງນີ້ ພໍດີເປັນຊ່ວງກຸດ ຄົນລາວ ຫຼືນັກສຶກສາທີ່ໄປຮຽນຢູ່ຈີນທີ່ໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ຄົນລາວ ກໍ່ເຊັ່ນດຽວກັນຕ້ອງໄດ້ລະມັດລະວັງເປັນພິເສດ. ຕອນນີ້ ຫ້ອງການ ກະຊວງສາທາລະນະສຸກ ແຈ້ງການດ່ວນ! ສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່  ແຈ້ງໃຫ້ບັນດາດ່ານສາກົນທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະ ສະໜາມບິນສາກົນແຫ່ງຕ່າງໆໃນທົ່ວປະເທດຈົ່ງຕິດຕາມໃກ້ສິດ ຕໍ່ເຊື້ອພະຍາດດັ່ງກ່າວ.  ເພາະວ່າຕອນນີ້ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona  Virus-nCOV) ຢູ່ເມືອງອູຫ່ານ ແຂວງຫູເປີ່ຍ ຂອງ ສປຈີນ ໃນວັນທີ 13 ມັງກອນ 2020 ຫ້ອງວິເຄາະຢັ້ງຢືນວ່າມີ 41 …

Read More »

ວ້າວ!!! 9 ຄົນດັງໃນວົງການບັນເທີງລາວ ກຽມເດີນທາງໄປຮັບລາງວັນ Thailand Digital Award 2020

ຖືໄດ້ວ່າເປັນອີກເລື່ອງທີ່ໜ້າຊື່ນຊົມ ແລະ ຍິນດີນໍາ ສໍາລັບ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວຫຼາຍໆ ຄົນທີ່ໄດ້ຮັບກຽດໃນການເຂົ້າຮັບລາງວັນ Thailand Digital Award ໃນຄັ້ງນີ້ຢູ່ທີ່ປະເທດ ໄທ. ປະເທດເພື່ອນບ້ານຂອງເຮົານັ້ນເອງ ເຊິ່ງງານ Thailand Digital Award ນັ້ນເປັນງານປະກາດລາງວັນສື່ອອນລາຍທີ່ໃຫຍ່ທີ່ສຸດຂອງ ປະເທດ ໄທ. ທີ່ມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ສາມາດສ້າງຊື່ສຽງໄດ້ໃນຍຸກສື່ອອນລາຍ ແລະ ນີ້ຄືໂສມໜ້າຄົນດັງ  9 ຄົນ ທີ່ເປັນ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວ ທີ່ກຽມຈະເດີນທາງໄປຮັບລາງວັນ Thailand Digital Award 2020 ໃນວັນທີ 26 ມັງກອນ 2020 ທີ່ໃກ້ຈະມາເຖິງນີ້ທີ່ຈະຈັດຂຶ້ນທີ່ ບາງກອກ ປະເທດ ໄທ. ເຊິ່ງຈະມີໃຜນັ້ນເຮົາມາເບິ່ງນໍາກັນເລີຍ!!! 1. ທ່ານ ເທບມະຫາວິໄຊ (ຕ້າ) …

Read More »

ຂ່າວດີຕ້ອງບອກຕໍ່! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານ ລັດຖະກອນ

ຂ່າວດີ !!! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານລັດຖະກອນ ສົກປີ 2020 ຈຳນວນ 11 ຄົນ ສໍາລັບໃຜທີ່ສົນໃຈສາມາດພົວພັນເອົາແບບຟອມສະໝັກໄດ້ ເລີ່ມແຕ່ວັນທີ 20 ຫາ 23 ມັງກອນ 2020 ແລ້ວປະກອບຟອມຄົບຊຸດ ສົ່ງບໍ່ໃຫ້ກາຍວັນທີ 31 ມັງກອນ 2020 ແລະ ປະກາດລາຍຊື່ສອບເສັງ ວັນທີ 5 ຫາ 7 ກຸມພາ 2020 ສອບຖາມຂໍ້ມູນໂທ 021 414021 ໃນໂມງລັດຖະການ.  

Read More »

ຍິນດີນໍາ!!! ເຈົ້າພໍ່ຜູ້ໄທ “ເທີ ຢູນາ” ສູ່ຂໍແຟນສາວແບບລຽບງ່າຍ ພ້ອມບອກວ່າ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ”

ເມື່ອບໍ່ດົນມານີ້ຫຼາຍຄົນກໍໄດ້ເຫັນເຈົ້າພໍ່ຜູ້ໄທແຫ່ງແດນປາແດກດິບຢ່າງ  “ເທີ ຢູນາ”  ຂຶ້ນສະຖານະແຕ່ງງານກັນໄປແລ້ວໝາດໆເຊິ່ງໄດ້ສ້າງຄວາມຮືຮາຢູ່ໃນໂລກອອນລາຍວ່າແມ່ນແທ້ ຫຼືບໍ  ແຕ່ຫຼ້າສຸດກໍໄດ້ເຫັນພາບຈັດງານໝັ້ນຂອງ “ເທີ ຢູນາ” ອອກມາ ຖືໄດ້ວ່າເປັນງານໝັ້ນທີ່ມີຄວາມລຽບງ່າຍ ແຕ່ເຕັມປ່ຽມໄປດ້ວຍຄວາມອົບອຸ່ນທ່າມກາງພໍ່ແມ່ພີ່ນ້ອງ ໝູ່ເພື່ອນມາຮ່ວມຍິນດີນໍາສູ່ສົມຣົດໃໝ່  ເຊິ່ງລຸງເທີກໍໄດ້ໂພສວ່າ: “ງ່າຍໆຕາມຮີດຄອງຜູ້ໄທແບບປູ່ຍ່າຕາຍາຍເຮົາແຕ່ງກັນ ທໍ່ຍາດຕິພີ່ນ້ອງລະແລ້ວໂລດ ບໍ່ໃຫ້ຫຍຸ້ງຍາກ ຂີ້ຄ້ານລຳໄລ ບໍ່ມີປາຕີ້ ບໍ່ມີງັນດອງລະບົບດຽວກັນກັບບັກຂີ້ມ້ຽງໃນໜັງສັ້ນນາຮັງນ້ອຍ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ” ການຈັດງານດອງຍິ່ງໃຫຍ່ອາດຈະບໍ່ແມ່ນການເອົາໜ້າເອົາຕາໃຫ້ພີ່ນ້ອງຢ່າງແທ້ຈິງ ແຕ່ງກັນໄປແລ້ວພ້ອມກັນສ້າງພ້ອມກັນສາໃຫ້ຮັ່ງມີດີໄດ້ ຮັກກັນແພງກັນຈົນແກ່ເຖົ້າ ເປັນທີ່ເພິ່ງພາອາໄສຂອງພໍ່ແມ່ພີ່ນ້ອງແລະສັງຄົມໄດ້ ແບບນັ້ນຕ່າງຫາກຍາດຕິພີ່ນ້ອງຈຶ່ງມີໜ້າມີຕາຢ່າງແທ້ຈິງ ຈົບຂ່າວ”.   ແນວໃດ ທາງຂວັນໃຈກໍຂໍສະດງຄວາມຍິນດີນໍາ ຄູ່ຂອງເຈົ້າພໍ່ຜູ້ໄທ “ເທີ ຢູນາ” ແລະ ແຟນສາວ ຂໍໃຫ້ເປັນຜົວແກ້ວເມຍທິບ ຜົວຄໍ້າເມຍຄູນ ມີລູກເຕັມບ້ານ ຫຼານເຕັມເມືອງ ຮັກກັນຕະຫຼອດໄປເດີ້!!!

Read More »

ຊົມເຊີຍ!! ນາງງາມໃຈບຸນ ຢຸ້ຍ ສັນທະນີ Miss Supranational Laos 2018 ກຽມຈັດແຟຊັນໂຊ ການກຸສົນຄັ້ງທໍາອິດທີ່ ນະຄອນປາກເຊ…

ຖ້າເວົ້າເຖິງວົງການບັນເທິງລາວ ຄົງຈະບໍ່ມີໃຜຈະບໍ່ຮູ້ຈັກຜູ້ຍິງຄົນນີ້ “ຢຸ້ຍ ສັນທະນີ” Miss Supranational Laos 2018 ເພາະວ່ານາງເປັນນາງງາມ ແລະ ນາງແບບ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງເລີຍກໍວ່າໄດ້.  ແລະຫຼ້າສຸດ ສາວ ຢຸ້ຍ ກໍໄດ້ກຽມຈະຈັດງານ Fashion show “Pakse Fashion Week” ຂຶ້ນເປັນຄັ້ງທໍາອິດ ຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສັກ ໃນວັນທີ 4 ເມສາ 2020. ເຊິ່ງງານແຟຊັນໂຊຄັ້ງນີ້ ແມ່ນເປັນງານເດີນແບບເພື່ອການກຸສົນ ໂດຍການລວມເອົາບັນດາ ນາງແບບ, ນາຍແບບ, ສິນລະປິນ-ນັກຮ້ອງ ແລະ ເນັດໄອດອລຄົນດັງຂອງລາວມາຮ່ວມ  ເພື່ອລະດົມທຶນໄປຊ່ວຍເຫລືອຜູ້ທີ່ຮັບຜົນກະທົບຈາກ ໄພນໍ້າຖ້ວມ. ຫຼັງຈາກທີ່ຫ່າງຫາຍໄປຈາກວົງການໄລຍະໜຶ່ງ ເພື່ອຫັນໜ້າເຂົ້າສູ່ການປະຕິບັດທໍາບວດຂາວ  ຢູ່ທີ່ວັດແຫ່ງໜຶ່ງຂອງປະເທດໄທ .   ນີ້ຖືໄດ້ວ່າ ເປັນການຫວນຄືນເຂົ້າສູ່ວົງການບັນເທິງອີກຄັ້ງຂອງ  “ຢຸ້ຍ” ພ້ອມປັບລຸກໂສມໃໝ່ທີ່ໝັ້ນໃຈກວ່າເກົ່າ ພ້ອມທັງຜັນຕົວເອງມາເຮັດໂຄງການເພື່ອຊ່ວຍເຫຼືອສັງຄົມ “ຢຸ້ຍ” ໄດ້ກ່າວໃນວີດີໂອວ່າ  ການເຮັດວຽກຊ່ວຍເຫຼືອສັງຄົມໃນການຈັດງານຄັ້ງນີ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງຮຽນໃນເຂດ …

Read More »