Breaking News

News

ຄືມາຄັກແທ້!!! ຝາກເງິນກັບສະຖາບັນການເງິນເອກພັດທະນາ ແຖມປະກັນຊີວິດຈາກ ບໍລິສັດ ອາລີອັນສ໌…

ເພື່ອສະໜອງປະກັນຊີວິດເງິນຝາກໃຫ້ກັບລູກຄ້າທີ່ມາຝາກເງິນກັບສະຖາບັນ  ທາງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ໄດ້ຮ່ວມມືກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລິອັນສ໌ ປະເທດ ເຢຍລະມັນ ລົງນາມເຊັນສັນຍາຮ່ວມກັນ ໃນວັນທີ 16 ມັງກອນ 2020 ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ນະຄອນຫຼວງວຽງຈັນ. ເຊິ່ງລົງນາມໂດຍທ່ານ ກີ ອາໂປວີ ຜູ້ອໍານວຍການໃຫຍ່ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການໃຫຍ່ ສະຖາບັນການເງິນຈຸລະພາກເອກພັດທະນາ. ການຄົ້ນຄິດ ແລະ ພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ແມ່ນ ເພື່ອພັດທະນາການບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ພ້ອມທັງຕອບສະໜອງຄວາມຕ້ອງການຂອງລູກຄ້າ ປະກັນຊີວິດເງິນຝາກນີ້ ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ ສໍາລັບເງື່ອນໄຂ ທີ່ສະໝັກມີດັ່ງນີ້: ມີບັນຊີເງິນຝາກປະຢັດກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ …

Read More »

ສະແດງຄວາມຍິນດີນໍາ!!! ອ້າຍບ່າວທະຫານສຸດເຮັງຖືກເລກ ຕ້ອນຮັບວັນສ້າງຕັ້ງກອງທັບ 250 ລ້ານກີບ…

ເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ວັນທີ 20 ມັງກອນ 2020 ທີ່ໃກ້ຈະມາຮອດນີ້ ອ້າຍນ້ອງທະຫານເຮົາເພິ່ນກໍໄດ້ຈັດໃຫ້ມີການອອກຫວຍ ເພື່ອເປັນການຊຸກຍຸ້ງານດັ່ງກ່າວ ໝາຍຄວາມວ່າ ທະຫານທຸກຄົນຕ້ອງໄດ້ຊື້ເລກຂອງກອງທັບ ແຕ່ໃນການຊື້ນັ້ນກໍບໍ່ແມ່ນໃຫ້ຊື້ລ້າໆ ເພາະຍັງໄດ້ມີການຈັບສະຫຼາກລຸ້ນຮັບລາງວັນທີ 1 ລາງວັນເລກ 5 ໂຕ ແມ່ນມີມູນຄ່າຫຼາຍເຖິງ 250 ລ້ານກີບນັ້ນເອງ… ແລະ ຄືນວານນີ້ກໍເປັນມື້ຈັບສະຫຼາກຫວຍກອງທັບ ເຊິ່ງຜົນຫວຍກໍໄດ້ອອກມາເປັນທີ່ຮຽບຮ້ອຍແລ້ວ ແລະ ຜູ້ໂຊກດີທີ່ຖືກເລກລາງວັນທີ 1 ນັ້ນ ກໍຄື ຊັ້ນ1 ພິນທອງ ສິງຂາວເພັດ ເປັນທະຫານ ປະຈໍາຢູ່ກົມກອງທາງ ແຂວງສາລະວັນ ພຸ້ນ!!! ແນວໃດແອັດມິ້ນກໍຂໍສະແດງຄວາມຍິນດີນໍາຄວາມເຮັງຂອງອ້າຍບ່າວຫຼາຍໆເດີ້…  

Read More »

ອາລັງການງານສ້າງ!!! ເສດຖີອຸດົມໄຊ ໃຫ້ເງິນລູກສາວຫລ້າເປັນຂອງຂວັນໃນມື້ແຕ່ງດອງ 300.000 ໂດລາ…

ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ  ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່  Social   ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ ແນວໃດ! ທາງຂວັນໃຈ  ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!

Read More »

ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!

ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ  Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …

Read More »

ຍິນດີນໍາ!!! ສາວງາມ ຈາກ ສປປ ລາວ ຄວ້າ 2 ຕໍາແໜ່ງ ຈາກເວທີ Miss Hmong international 2020 ຈາກ ປະເທດໄທ…

ປັດຈຸບັນນີ້ ແມ່ຍິງລາວ ຊົນເຜົ່າມົ້ງ ກໍໄດ້ສ້າງບົດບາດໃນສັງຄົມຫຼາຍຂຶ້ນ ແລະ ຫຼາຍພາກສ່ວນກໍໃຫ້ຄວາມສໍາຄັນ ໂດຍສະເພາະໃນເວທີ ນາງງາມ ທີ່ທຸກໆປີກໍໄດ້ມີການຈັດການປະກວດ Miss Hmong ໃນງານປະເພນີຂອງຊົນເຜົ່າມົ້ງ ນອກຈາກນັ້ນ ໃນເວທີນາງງາມຫຼາຍໆເວທີ ສາວມົ້ງເຮົາກໍໄດ້ເຂົ້າຮ່ວມປະກວດ ແລະ ໄດ້ຮັບລາງວັນໄປຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ ນາງງາມສາວມົ້ງ ນາງ ປ່າຢອງ ເຮີ່ຫວ່າງຕົວ  ສາວງາມຈາກແຂວງ ໄຊສົມບູນ ກໍໄດ້ເປັນຕົວແທນ ປະເທດລາວ ເພື່ອໄປປະກວດ ເວທີ Miss Hmong international 2020 ຢູ່ທີ່ ປະເທດໄທ ແລະ ສາມາດຄ້ວາລາງວັນ ຮອງອັນດັບທີ່ 1 Miss Hmong international ແລະ Miss Beauty Smile  ມາຄອງ… ເຊິ່ງຖືວ່າເປັນອີກຂ່າວດີສໍາລັບວົງການນາງງາມລາວເຮົາ ທີ່ເປັນອີກບາດກ້າວໜຶ່ງໃນການສ້າງຊື່ສຽງ ແລະ …

Read More »