Breaking News

News

ນາຍົກລັດຖະມົນຕີ “ປະເທດຟິນແລນ” ສະເໜີໃຫ້ເຮັດວຽກ 6 ຊົ່ວໂມງຕໍ່ມື້ 4 ມື້ຕໍ່ອາທິດ

ທ່ານນາງ Sana Marin ນາຍົກລັດຖະມົນຕີ ປະເທດຟິນແລນ ອາຍຸພຽງ (34 ປີ) ເປັນຜູ້ນໍາທີ່ອາຍຸນ້ອຍທີ່ສຸດອັນດັບສອງຂອງໂລກ ສະເໜີແນວຄິດໃຫ້ປະຊາຊົນ ປະເທດຟິນແລນ ເຮັດວຽກພຽງແຕ່ 6 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກພຽງ 4 ມື້ຕໍ່ອາທິດ. ຜູ້ນໍາຍິງຄົນໃໝ່ ນາຍົກຟິນແລນ ເຊື່ອໝັ້ນວ່າ ການຫຼຸດເວລາ ການເຮັດວຽກລົງ ແລະ ເພີ່ມປະສິດທິພາບ ການເຮັດວຽກ ຈະເຮັດໃຫ້ ປະຊາຊົນ ປະເທດຟິນແລນ ມີເວລາໃຫ້ກັບຄອບຄົວຫຼາຍຂຶ້ນ,  ຢູ່ກັບຄົນທີ່ຕົນເອງຮັກ, ເຮັດວຽກບ້ານການເຮືອນ, ເຮັດສິ່ງທີ່ຕົນເອງມັກ ແລະ ກິດຈະກໍາອື່ນໆໃນຊີວິດ ເຊັ່ນ “ວັດທະນະທໍາ ແລະ ສິ່ງແວດລ້ອມ”. ແນວຄວາມຄິດນີ້ ໄດ້ຖືກນໍາສະເໜີ ໃຫ້ພັກຝ່າຍຄ້ານ ຢູ່ປະເທດ ຟິນແລນ ໄດ້ຮັບຮູ້ ແລະ ມີທ່າທີວ່າ ທຸກໆພັກຝ່າຍຄ້ານ ກໍ່ມີຜູ້ຍິງ ໃນພັກ ເປັນຈໍານວນຫຼາຍ ແລະ …

Read More »

“Selena Marie Gomez” ຄວັກເງິນ 5 ລ້ານໂດລາ ບໍລິຈາກເງິນຊ່ວຍວິກິດໄຟປ່າ “Australia”

ທ່າມກາງສະຖານະການໄຟປ່າ ທີ່“Australia” ກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ຍັງບໍ່ເຫັນສະຖານະການທີ່ຈະດັບໄຟລົງໄດ້ແບບງ່າຍໆເລີຍຕອນນີ້  ເຊິ່ງໄດ້ສົ່ງຜົນໃຫ້ສັດປ່າຫຼາຍສາຍພັນຕ້ອງດັບຊີວິດໄປຢ່າງຫົດຫູ່ ໃນຂະນະທີ່ສັງຄົມອອນລາຍຕ່າງກໍພາກັນແຊຣ໌ພາບສະເທືອນໃຈທີ່ເກີດຂຶ້ນຈາກໄຟປ່າ ທັງທ້ອງຟ້າສີແດງປົກຄຸມໄປດ້ວຍຄວັນໄຟ ພາບນັກດັບເພີງ ທີ່ຕ້ອງປະເຊີນກັບແປວໄຟທີ່ອັນຕະລາຍ ພາບຊາກສັດທີ່ຖືກເຜົາໄປໃນແປວກອງໄຟປ່າໃນຄັ້ງນີ້ ໂດຍມີການຕິດແຮັດແທັກ  #PrayForAustralia  ເພື່ຶອຮ່ວມສົ່ງແຮງໃຈໃຫ້ສະຖານະການໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ ແຕ່ທ່າມກາງເຫດການອັນໂຫດຮ້າຍນີ້ ກໍຍັງມີນໍ້າໃຈຈາກຄົນທົ່ວໂລກຫລັ່ງໄຫລເຂົ້າມາເຊັ່ນກັນ ຮວມໄປເຖິງນໍ້າໃຈຈາກບັນດາ ເຊເລັບຄົນດັງທີ່ຮ່ວມກັນບໍລິຈາກເງິນ ໂດຍລ່າສຸດ ວັນທີ 05 ມັງກອນ 2020 ທີ່ຜ່ານມາ World Music Awards  ໄດ້ເປີດເຜີຍວ່າ Selena Gomez ນັກຮ້ອງສາວຊຸບຕາ ໄດ້ບໍລິຈາກເງິນເພື່ອຊ່ວຍເຫລືອສະຖານະການໄຟປ່າໃນ “Australia” ໂດຍສາວ ເຊເລນ່າ ບໍລິຈາກເງິນເປັນຈໍານວນ 5 ລ້ານໂດລາ   ເວົ້າໄດ້ວ່າສາວ “Selena Marie Gomez”  ຄົນນີ້ທັງເກັ່ງ ທັງງາມ ຍັງໃຈບຸນນໍາອີກ!!!!

Read More »

ສົ່ງໃຈໄປທີ່ “Australia” ປະເຊີນກັບໄຟປ່າ ຮຸນແຮງທີ່ສຸດ ສັດປ່າເສີຍຊີວິດແລ້ວກວ່າ 500 ລ້ານໂຕ

ເວົ້າໄດ້ວ່າສະຖານະການນີ້ເປັນພາບທີ່ເຮັດໃຫ້ຫຼາຍໆຄົນທົ່ວໂລກສະເທືອນໃຈທີ່ສຸດ ຫຼັງເກີດໄຟປ່າຄັ້ງຮຸນແຮງທີ່ “Australia” ເຊິ່ງຮຸນແຮງລຸກລາມຈົນເຮັດໃຫ້ສັດປ່າຫຼາຍກວ່າ 500 ລ້ານໂຕ ເສຍຊີວິດ ເຊິ່ງໃນຂະນະນີ້ທົ່ວໂລກພະຍາຍາມເຂົ້າຊ່ວຍເຫຼືອທັນທີ ມະຫາກໍາ ໄຟປ່າກຳລັງລາມໄໝ້ຢ່າງໜັກໜ່ວງທີ່ປະເທດ  “Australia” ສົ່ງຜົນເສຍຫາຍເປັນຈໍານວນມະຫາສານຕໍ່ຄົນ ແລະ ສັດປ່າ ຈົນກາຍເປັນພາບທີ່ຫົດຫູ່ທີ່ສຸດທີ່ແຊຣ໌ລົງໃນໂລກ Social Media ບໍ່ເວັ້ນໃນແຕ່ລະມື້ Australia ກຳລັງປະເຊີນກັບວິກິດໄຟປ່າຄັ້ງໃຫຍ່ ເຊິ່ງມີອຸນຫະພູມສູງເປັນປະຫວັດສາດ ແລະ ໄພແຫ້ງແລ້ງທີ່ນໍາມາຕໍ່ເນື່ອງຫຼາຍເດືອນ ລັດ ນິວເຊົາທ໌ເວລສ໌ (New South Wales) ປະເຊີນກັບໄຟປ່າຄັ້ງຮຸນແຮງທີ່ສຸດໂດຍມີພື້ນທີ່ ຖືກທໍາຮ້າຍໄປ 4 ໝື່ນ ຕາລາງກິໂລຕາແມັດແລ້ວ ບ້ານເຮືອນຫຼາຍກວ່າ 1.3 ພັນຫຼັງ ເສຍຫາຍ ແລະ ຄົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ ທົ່ວປະເທດມີຜູ້ເສຍຊີວິດໄປ 20 ຄົນແລ້ວ ຮວມເຖິງນັກດັບເພີງ 3 ຄົນ ໂດຍສ່ວນໃຫຍ່ເຫດເກີດຢູ່ທີ່ ນິວເຊົາທ໌ເວລສ໌ (New South Wales) …

Read More »

ຂໍສະແດງຄວາມຍິນດີນຳ!!! ສາວ “ປ່າກູ່ລີ ເຍຍຈາ” ໝາຍເລກ M 10 ສາວງາມ ຈາກແຂວງ ໄຊສົມບູນ ທີ່ຄວ້າມົງກຸດຈາກເວທີການປະກວດ Miss Hmong Laos 2020 ໄປຄອງ…

ເປັນອີກໜຶ່ງເວທີ ທີ່ຫຼາຍໆຄົນລຸ້ນໄປຕາມໆກັນເລີຍ!! ສໍາລັບ ເວທີການປະກວດ Miss Hmong Laos 2020  ເຊິ່ງ ຈັດປະກວດຂຶ້ນທີ່ຄ້າຍຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄໍ່າຄືນ ວັນທີ 03 ມັງກອນ 2020 ທີ່ຜ່ານມາ ໃນທີ່ສຸດ ໝາຍເລກ M 10  ສາວ “ປ່າກູ່ລີ ເຍຍຈາ”  ກໍຄວ້າມົງໄປຄອງ… ທາງຂວັນໃຈຂອງພວກເຮົາກໍຂໍສະແດງຄວາມຍິນດີນໍາສາວງາມຈາກແຂວງ ໄຊສົມບູນເດີ້ ທີ່ຄົ້ນມົງໄປຄອງ

Read More »

ແຟນຄຣັບຟີນນນ!!! ເມື່ອ kim heechul Super Junior ແລະ Momo Twice  ອອກມາເປີດຕົວແລ້ວວ່າ ກໍາລັງຄົບຫາກັນຢູ່…

ສະແດງຄວາມຍິນດີນໍາ!!! ກັບຄູ່ຮັກຄູ່ໃໝ່ຂອງວົງການບັນເທິງເກົາຫລີ kim heechul Super Junior ແລະ Momo Twice  ຄູ່ທໍາອິດຂອງປີ 2020… ວ້າວໆໆໆໆ ເປັນເລື່ອງໜ້າຍິນດີຫຼາຍ ເມື່ອຕົ້ນ​ສັງ​ກັດອອກມາ​ຍືນຍັນກ່ຽວກັບຂ່າວຂອງ kim heechul Super Junior ແລະ Momo Twice ວ່າທັງສອງໄດ້ເປີດຕົວຄົບຫາດູໃຈກັນຢູ່… ເຊິ່ງຕາມການລາຍງານຂອງສໍານັກຂ່າວ Market News  ໄດ້ມີການຍືນຍັນຢ່າງເປັນທາງການແລ້ວວ່າ ໄອດອລໜຸ່ມ​  ຄິມຮີຊອ​ລ ວົງ Super Junior ແລະ ໄອດອລສາວ ໂມໂມະ ວົງ Twice ກຳລັງຄົບຫາດູໃຈກັນຢູ່ ແລະ ເບື້ອງຕົ້ນທັງສອງໄດ້ຮູ້ຈັກກັນຫຼັງຈາກທີ່ໄດ້ອອກລາຍການວາໄລຕີ້ນໍາກັນ ເມື່ອຊ່ວງປີ 2017 ທີ່ຜ່ານມາ. ຫຼ້າສຸດໃນຊ່ວງຕອນເຊົ້າຂອງວັນທີ 2 ມັງກອນ 2020 ຕົ້ນສັງກັດຂອງ kim heechul Label …

Read More »