ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy
Read More »News
ແຟນໆວ່າແນວໃດ? ໜຸ່ມລາວອອກມາໂພສແບບນີ້… ຫຼັງຈົບການປະກວດ Mister National Universe 2019 ທີ່ປະເທດໄທ
ຕັດສິນກັນໄປແລ້ວ… ສຳລັບເວທີ Mister National Universe 2019 ທີ່ຈັດຂຶ້ນທີ່ ປະເທດໄທ, ເຊິ່ງການປະກວດດັ່ງກ່າວກໍມີ ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ໄປເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ… ແຕ່ກໍເປັນປະເດັນຂຶ້ນມາໃຫ້ແຟນໆໄດ້ສົ່ງກຳລັງໃຈກັນເລື້ອຍໆ ເຊິ່ງເຖິງແມ່ນວ່າຕົວແທນຈາກລາວເຮົາຈະບໍ່ສາມາດຄວ້າລາງວັນໃດໆມາຝາກພໍ່ແມ່ພີ່ນ້ອງຊາວລາວເລີຍ ແຕ່ກໍຖືວ່າ ໜຸ່ມ ບີ້ ໄດ້ເຮັດດີທີ່ສຸດແລ້ວ ແລະ ຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: “ຂອບໃຈທຸກກຳລັງໃຈພີ່ນ້ອງຊາວລາວທີ່ມອບໃຫ້ ນີ້ຄືລາງວັນທີ່ຄຸ້ມຄ່າ ແລະ ດີທີ່ສຸດສຳລັບຂ້າພະເຈົ້າ” ພໍແຕ່ໂພສນີ້ຖືກເຜີຍແຜ່ກໍເຮັດໃຫ້ມີແຟນໆເຂົ້າໄປໃຫ້ກຳລັງໃຈ ບີ້ ໄຊຍະສິດ Mister National Universe Laos 2019 ກັນຢ່າງຫຼວງຫຼາຍ. ເຖິງແມ່ນວ່າຈະບໍ່ໄດ້ລາງວັນໃດໆ ແຕ່ເອົາເປັນວ່າໜຸ່ມຕົວແທນຈາກລາວເຮົາກໍເຮັດດີທີ່ສຸດແລ້ວ ຝາກເປັນກຳລັງໃຈໃຫ້ໜຸ່ມຄົນນີ້ກັນຫຼາຍໆເລີຍໂລດເນາະແຟນໆ ສຳລັບຜູ້ຊະນະເລີດໄດ້ຮັບຕຳແໜ່ງ Mister National Universe 2019 ໄປຄອງໃນປີນີ້ໄດ້ແກ່ Vikash Usham ຈາກເມືອງ Manipur ປະເທດ India (ຂໍສະແດງຄວາມຍິນດີນຳຫຼາຍໆ) (ຂໍຂອບໃຈຮູບພາບ) Story: …
Read More »ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)
ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …
Read More »ບໍ່ທຳມະດາ! ປະເທດໄທກຽມສົ່ງ ຟ້າໃສ ປະວີນສຸດາ Miss Universe Thailand 2019 ດີກຣີກຽດນິຍົມອັນດັບ 1 ສູ່ເວທີນາງງາມຈັກກະວານ!!
ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ Miss Universe Thailand 2019 ເຊິ່ງການປະກວດປີນີ້ກໍໄດ້ມີການຄັດເລືອກກັນແບບເອີ້ນໄດ້ວ່າ ຄັດໃນຄັດແທ້ໆ ເພາະມີການຄັດເລືອກສາວງາມຢ່າງເຂັ້ມງວດຕັ້ງແຕ່ຮອບ Audition ຈົນຮອດຮອບ Final ແລະ ໃນທີ່ສຸດກໍໄດ້ມີການຕັດສິນ ແລະ ປະກາດຢ່າງເປັນທາງການແລ້ວວ່າສາວງາມທີ່ມີຄວາມເໝາະສົມຄວ້າມົງກຸດ Miss Universe Thailand 2019 ໄດ້ແກ່ ປະວີນສຸດາ ດຣູອື້ນ (ຟ້າໃສ) ແລະ ສາວງາມຄົນນີ້ກໍຈະເປັນຕົວແທນ ປະເທດໄທ ໄປປະຊັນຄວາມງາມ ຄວາມສາມາດ ໃນເວທີນາງງາມຈັກກະວານໂລກ (Miss Universe 2019). ຟ້າໃສ ປະວີນສຸດາ Miss Universe Thailand 2019 ອາຍຸ 25ປີ ລວງສູງ 181 ຊັງຕີແມັດ ເປັນລູກຊອດ ປະເທດ ການາດາ-ໄທ-ຈີນ ເປັນອີກໜຶ່ງສາວທີ່ມີຄວາມສາມາດຮອບດ້ານ ຈົບການສຶກສາປະລິນຍາຕີຈາກ University Of Calgary …
Read More »ສາວໆວ່າແນວໃດ? ມາສ່ອງໜຸ່ມໆຜູ້ເຂົ້າປະກວດ Mister National Universe 2019 ໜຶ່ງໃນນັ້ນໜຸ່ມລາວບໍ່ນ້ອຍໜ້າ…ງານດີເວີ້!!!
Hello…ວັນສຸກຫັນສາແບບນີ້ຢ່າໄປຊີຣຽດ ມາພັກກາຍພັກໃຈໄປກັບຂ່າວສານບັນເທີງທີ່ທາງ ຊະນີIndy ນຳມາຝາກຈະດີກວ່າເນາະ ເຊື່ອວ່າແຟນໆຄົງຈະໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້ ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ ເຊິ່ງຫຼ້າສຸດທາງກອງປະກວດກໍໄດ້ປ່ອຍພາບໜຸ່ມໆຜູ້ເຂົ້າປະກວດໃນຊຸດລອຍນໍ້າມາໃຫ້ແຟນໆໄດ້ກົດໄລ້ ກົດແຊຣ ກົດໂຫວດກັນຢ່າງເຕັມທີ່ ແຖມຜູ້ເຂົ້າປະກວດແຕ່ລະປະເທດກໍສ້າງກະແສຮືຮາໂຊ Six-pack ກັນແບບບໍ່ມີໃຜຍອມໃຜ ແຕ່ຂໍບອກກ່ອນເລີຍວ່າ ໜຸ່ມ ບີ້ ໄຊຍະສິດ ຕົວແທນຈາກລາວເຮົາກໍບໍ່ນ້ອຍໜ້າ ເປັນອີກໜື່ງໜຸ່ມທີ່ເອີ້ນສຽງຮືຮາຈາກທາງຄະນະກຳມະການ ແລະ ແຟນໆໄດ້ເປັນຢ່າງດີ… ເອົາເປັນວ່າຝາກແຟນໆເປັນກຳລັງໃຈ ເພາະງານນີ້ໝຸ່ມຈາກລາວເຮົາກໍ່ບໍ່ນ້ອຍໜ້າຊາດອື່ນ, ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ ແລະ ເຊຍລາວກັນຫຼາຍໆໂລດເດີ້ແຟນໆ. ຮູບພາບ: Mister National …
Read More »